ການເດີນທາງ ຫຼວງພະບາງ - Tour Luang Prabang
Now day :

- Hotline: +85 620 225 - 45 777

[giaban]ລາຄາ: 2.200.000 LAK[/giaban]
[tomtat]
ລາຄາ: 2.200.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more





[/tomtat]
[mota]

Tour Luang Prabang: ະກາດ ປະກາດ ຫຼວງພະບາງ ປຣແກຣມທົວລາວກັບ ທ່ອງທ່ຽວ

ສະພາບລວມ
 ຫຼວງພະບາງ ເປັນນື່ງໃນບັນດາແຂວງພາກເໜືອແຫ່ງ ສ.ປ.ປ.ລາວ ຊື່ງຕັ້ງຢູ່ຫ່າງຈາກ ນະຄອນຫຼວງວຽງຈັນ ປະມານ 400 ກມ. ພົນລະເມືອງຂອງແຂວງ ໃນປະຈຸບັນມີປະມານ 430,000 ຄົນ, ຊື່ງປະກອບດ້ວຍ 12 ຊົນ ເຜົ່າ. ສະເພາະເມືອງຫຼວງພະບາງ ເອງແມ່ນມີພົນລະເມືອງ ປະມານ 56,000 ຄົນ ແລະ ໃນເຂດປົກປັກຮັກສາ ມໍລະດົກ ມີ 24,000 ຄົນ. ຫຼວງພະບາງ ຕັ້ງຢູ່ເທິງສະຖານທີ່ດີເລີດ, ເປັນບ່ອນຄົບກັນ ຂອງແມ່ນ້ຳຄານ ດ້ານນື່ງໄຫຼໄປປ່ອງໃສ່ແມ່ນ້ຳຂອງອີກດ້ານນື່ງ , ແມ່ນ້ຳສອງສາຍ ໄດ້ດົນບັນດານສ້າງເປັນແຜ່ນດິນ ແຫຼມຍວດ ຊື່ງມີ ຄວາມກວ້າງ 300 ມ ແລະ ຍາວ 01 ກມ ຢູ່ທ່າມກາງທົ່ງອັນກວ້າງໃຫຍ່ ໄພສານທີ່ອ້ອມດ້ວຍພູຜາປ່າດົງ ທີ່ເລົ່າລືກັນມາ (ພູທ້າວ, ພູນາງ, ພູຊ້າງ, ພູຊວງທີ່ຂຽວອຸ່ມທຸ່ມ) ແລະ ທ່າມກາງສັບພະສິ່ງ ທັງຫຼາຍ ທີ່ມີສະເໜ່ ໜ້າປະທັບໃຈ ຮ້ອຍອັນພັນຢ່າງ ເຊັ່ນ: ຖ້ຳຕິ່ງ , ຖ້ຳນ້ຳທ່ຽງ, ຖ້ຳນາງອັ່ນ, ຕາດກວາງຊີ ຕາດແສ້
Tour Luang Prabang: ຫຼວງພະບາງ ປຣແກຣມທົວ: ການເດີນທາງ ຫລວງພະບາງ: ພ້ອມກິດຈະກຳເຕັມອິ່ມ 
ຫຼວງພະບາງ ປຣແກຣມທົວລາວກັບ ທ່ອງທ່ຽວ
ຫມາຍຄວາມວ່າ: ລົດໃຫຍ່
 ລາຄາ: 2.200.000 LAK
ເລີ່ມຕົ້ນ: ລາວ
ເວລາມື້ 3 ຄືນ
ນອນໂຮງແຮມ
 ຕິດຕໍ່ເລົາ: (+85) 62022545777

ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
3. ອີເມວ: Ideasaobang2007@gmail.com

Tour Luang Prabang: ການເດີນທາງ ຫຼວງພະບາງ
ຕາຕະລາງ ທ່ອງທ່ຽວ ຫຼວງພະບາງ    
ວັນ

ເວລາ

ຈຸດໄປທ່ຽວ

ມື້ທີ 1

ຕອນເຊົ້ົາ

ອອກເດີນທາງ


ກິນເຂົ້າເຊົ້າ

ຕອນທ່ຽງ

ກິນເຂົ້າທ່ຽງ

ໄປພະທາດຫຼວງ

ປະຕູໄຊ

ຕອນຄ່ຳ

ກິນເຂົ້າຄ່ຳ

ໄປເລາະສວນເຈົ້າອະນຸວົງ

ພັກທີ່ ໂຮງແຮມ

ມື້ທີ

ຕອນເຊົ້ົາ

ກິນເຂົ້າເຊົ້າ

ອອກເດີນທາງ ໄປຫຼວງພະບາງ

ຕອນທ່ຽງ

ພັກກິນເຂົ້າ

ຕອນຄ່ຳ

ຮອດຫຼວງພະບາງ

ໄປເລາະຊົມວິວເມືອງຫຼວງ

ພັກທີ່ ໂຮງແຮງ

ມື້ທີ 3

ຕອນເຊົ້ົາ

ກິນເຂົ້າເຊົ້າ

ໄປວັດຊຽງທອງ

ໄປພະລາດຊະວັງຊຽງແກ້ວ

ຕອນທ່ຽງ

ພັກກິນເຂົ້າ

ຂື້້ນພະທາດພູສີ

ຕອນຄ່ຳ

ກິນເຂົ້າ

ພັກທີ່ໂຮງແຮມ

ມື້ທີ 4

ຕອນເຊົ້ົາ

ກິນເຂົ້າເຊົ້າ

ຂີ່ເຮືອໄປຖ້ຳຕິ່ງ 

ຕອນທ່ຽງ

ກິນເຂົ້າທ່ຽງ

ໄປຕາດກວາງຊີ 

ຫຼິ້ນນ້ຳຕາມອັດທະນາໄສ

ຕອນຄ່ຳ

ກິນເຂົ້າເຊົ້າ

ອອກເດີນທາງຈາກຫຼວງພະບາງ


ຕາຕະລາງ ທ່ອງທ່ຽວ ຫຼວງພະບາງ

ໃນໃຈກາງຕົວເມືອງປະຫວັດສາດ ຍັງມີພູສີ ອັນສັກສິດ ຕັ້ງສະຫງ່າງາມ ຊື່ງເຊີນຊວນໃຫ້ທຸກຄົນຂຶ້ນໄປຊົມ ທັດສະນີຍະພາບ ອັນຫຍີ່ງໃຫຍ່ ຂອງຕົວເມືອງລວມທັງປູສະນີຍະສະຖານ ຍຸກກ່ອນປະຫວັດສາດ ບ້ານຊຽງເຫຼັກ (3500 ປີ ກ່ອນ ຄສ ) ແລະ ທີວທັດທຳມະຊາດ ອັນສະຫວາດສະເຫວີຍ, ທຸກສິ່ງເລົ່ານີ້ໄດ້ປະດັບເອ້ ແລະ ເພີ້ມສີສັນ ຄວາມງາມ ແລະ ຄວາມມີສະເໜ່ ໃຫ້ແກ່ວັດທະນະທຳ ບັນດາເຜົ່າ ຂອງເມືອງນີ້.ອີງຕາມ ຕຳນານພື້ນເມືອງ ທີ່ເລົ່າ ຂານກັນມາແລ້ວ, ນະຄອນ ແຫ່ງນີ້ໄດ້ມີຜູ້ຄົນ ສ້າງຕັ້ງຫຼັກ ແຫຼ່ງ ສະຖາປານາຂຶ້ນຕັ້ງແຕ່ ສະຕະຫວັດທີ່ V ຂອງຄິດຕະສັກກະລາດແລ້ວ.

 ຫຼວງພະບາງ ຊຶ່ງບາງຄັ້ງບາງຕອນ ກໍ່ໄດ້ຮັບການຂະໜານນາມ ວ່າເປັນ “ ນະຄອນແຫ່ງພະຍານາກ 15 ຕະກຸນ “ ຊຶ່ງມາຈາກຄຳວ່າ ນາຄະຫຸດ ທີ່ໝາຍເຖິງງູໃຫຍ່ ຫຼື ວ່າເງືອກ ທີ່ມີລິດເດດ ໃນເທບນິຍາຍ ທັງເປັນສັນຍາລັກ ແຫ່ງກຳລັງແຮງ ອີກ, ບາງຄັ້ງກໍ່ເຊື່ອວ່າ “ ນະຄອນແຫ່ງ 65 ວິຫານ “ ຫຼື “ ອັນຍະມະນີ ແຫ່ງ ອາຊີຕາເວັນອອກ ສຽງໃຕ້ “ ໃນເວລາຕໍ່ມາ.

  ອີງຕາມ ຕຳນານອັນເກົ່າແກ່ທີ່ມີການຢັ້ງຍືນ ອີກວ່າ ໃນສະຕະ ວັດທີ VII ເມືອງຊວາ ເປັນຊື່ທຳອິດຂອງນະຄອນແຫ່ງນີ້. ລາດຊະ ວົງ ຂຸນເຈືອງ ໄດ້ປົກ ຄອງ ຫຼວງພະບາງ ມາໄດ້ພຽງແຕ່ສີ່ອົງກະສັດ ເທົ່ານັ້ນ ກໍ່ໄດ້ຖືກໂຄນ ລົ້ມລົງ ໃນສະຕະວັດ ທີ VIII ໂດຍ ຂຸນລໍ,  ໜຶ່ງໃນ ພະລາດຊະໂອລົດ ທັງເຈັດອົງ ຂອງ ຂຸນບູລົມ.

  ໄລຍະຕໍ່ມາ ກໍ່ໄດ້ມີການປ່ຽນຊື່ເມືອງມາເປັນ ເມືອງລ້ານຊ້າງ, ຫຼື ເມືອງ ລ້ານຊວາ ແລ້ວມັກເອີ້ນກັນວ່າ “ເມືອງຊວາ“. ຕໍ່ມາໃນຊ່ວງສະຕະວັດ ທີ່ XIII ຫາ XV , ຫຼວງພະບາງ ຍັງມີຊື່ ເອີ້ນອີກວ່າເມືອງຊຽງດົງ ຊຽງທອງ.
ການຮຽກຊື່ຄັ້ງຫຼັງສຸດນີ້ຢູ່ໃນນິທານທີ່ເລົ່າສືບຕໍ່ກັນມາວ່າ ແມ່ນ ລືສີສອງອົງເປັນຜູ້ກຳ ນົດໝາຍ ເຂດແດນຂອງສະຖານທີ່ ຈະສ້າງຕັ້ງ ຕົວເມືອງ ໃນອະນາຄົດຂື້ນ, ຢູ່ທາງທິດໃຕ້ໄດ້ ເລືອກເອົາ ຫ້ວຍນ້ຳດົງ ເປັນເຂດ, ນ້ຳຫ້ວຍນີ້ ໄຫຼອອກຈາກ ພູນ້ອຍ ໜ່ວຍໜຶ່ງທີ່ມີຮູບລັກສະນະ ຄືກັບກອງ ເຂົ້າຢູ່ຕາມທົ່ງນາ. ສ່ວນທາງທິດເໜືອໄດ້ເລືອກເອົາ ກົກທອງໃຫຍ່ເປັນ ຂີດໝາຍ, ຈຶ່ງເປັນທີ່ມາ ຂອງການ ເອີ້ນຊື່ “ ນະຄອນຊຽງດົງ ຊຽງທອງ”.

  ໃນທີ່ສຸດ ພວກເຮົາ ກໍ່ສາມາດຢັ້ງຢືນໄດ້ວ່າ ຄວາມຫຍີ່ງໃຫຍ່ທີ່ແທ້ຈິງ ຂອງ ຫຼວງພະ ບາງ ແມ່ນເລີ້ມຕົ້ນ ຂຶ້ນໃນສະຕະວັດທີ XIV, ນັບຕັ້ງແຕ່ ລາຊະການ ຂອງ ເຈົ້າຟ້າງຸ່ມ ມະຫາລາດ ເປັນຕົ້ນມາ. (ເຈົ້າຊີວິດອົງທຳອິດ ຂອງ ອານາຈັກລາວ ລ້ານຊ້າງແຕ່ ປີ 1316 ຫາ ປີ 1373)

   ໃນປີ 1358 ເຈົ້າຟ້າງຸ່ມ ໄດ້ອັນເຊີນ ເອົາພະບາງ ເຊິ່ງເປັນ ພະພຸດທະຮູບ ສັກສິດ ທີ່ທາງເຈົ້າຊີວິດປະເທດກຳປູເຈຍ ໄດ້ຖະຫວາຍໃຫ້ນັ້ນ ມາໄວ້ທີ່ເມືອງ ວຽງຄໍາ ( ເມືອງ ໂພນໂຮງ, ແຂວງວຽງ ຈັນ )ແລະໃນປີ 1489 ພະບາງ ກໍ່ໄດ້ຖືກ ອັນເຊີນ ໄປປະດິດ ສະຖານ ໄວ້ທີ່ເມືອງ ຊຽງທອງ ເພື່ອເປັນທີ່ ສັກກະລະ ບູຊາ ນັບຖື ຂອງປະຊາຊົນ. ຫຼັງຈາກນັ້ນ ຊື່ ຂອງ ເມືອງ ກໍ່ໄດ້ປ່ຽນມາ ເປັນເມືອງຫຼວງພະບາງຕາມຊື່ ຂອງ ພະພຸດ ທະຮູບຕັ້ງແຕ່ນັ້ນມາ.  

I. ຫມາຍຄວາມວ່າ: ລົດໃຫຍ່

II. ການຍ່າງທາງ: 
1. ອອກເດີນທາງ: 6 am, ຈາກ Laksao ລາວ
2. ເວລາກາງຄືນ: ເບິ່ງວັດຖຸບູຮານແລະທິວທັດ, yacht ເທິງແມ່ນ້ໍາ, ໄປຕະຫຼາດ, ໄປຫາສັບພະສິນຄ້າ
3. 3. ຕອນແລງ: ຕະຫຼາດກາງຄືນ

III. ກິນອາຫານ:
ກິນແລະດື່ມ: ຮັບປະກັນໂພຊະນາການແລະຄວາມປອດໄພ, ພິເສດທ້ອງຖິ່ນ
IV. ໂຮງແຮມ:

ໂຮງແຮມ: ມາດຕະຖານ 3 ດາວ






ພ້ອມກິດຈະກຳເຕັມອິ່ມ:
▶️ ພະລາຊະວັງ

Viຕັ້ງແຕ່ໃດໆມາ ຈົນຮອດຕົ້ນສະຕະວັດທີ່ XXI ການກໍ່ສ້າງຕ່າງໆ ທີ່ຫລວງພະບາງ ແມ່ນເຮັດດ້ວຍໄມ້ທັງສີ້ນ, ນັບຕັ້ງແຕ່ ພະລາຊະວັງ ຕະຫລອດຮອດບ້ານເຮືອນ ຂອງເຈົ້າຂຸນມຸນນາຍ ຜູ້ສຳຄັນ. ສຳລັບປະຊາຊົນທົ່ວໄປແລ້ວ ສ່ວນຫລາຍ ແມ່ນເຮັດດ້ວຍໄມ້ໄຜ່. ມີພຽງແຕ່ ວັດວາອາຮາມເທົ່ານັ້ນ ທີ່ໄດ້ຮັບການກໍ່ສ້າງ ດ້ວຍດິນຈີ່ ເປັນແບບແຫນ້ນຫນາຖາວອນ.  ເຖິງຢ່າງໃດກໍ່ຕາມ, ຈາກບັນດາອາຄານ (ກຸຕິດ ຫໍໄຫວ້ທາດ) ສະຖານທີ່ ສັງຫາລິມະຊັບ ແລະ ພະພຸດທະຮູບ ທີ່ພວກເຮົາພົບເຫັນຢູ່ນຳວັດຕ່າງໆ ທີຫລົງເຫລືອມາເຖິງສະໄຫມ ປັດຈຸບັນນີ້, ພວກເຮົາມີຄວາມສາມາດ ກຳນົດໄດ້ເຖິງ ຄຸນລັກສະນະທົ່ວໄປ ຂອງສີລະປະ ຫລວງພະບາງ ແບບດັ່ງເດີມ ທີ່ເປັນເອກະລັກສະເພາະ ຂອງຕົນເອງ ໃນປະເພດທີ່ຢູ່ ໃນອາຊີຕາເວັນອອກສ່ຽງໃຕ້, ໂດຍທົ່ວໄປແລ້ວ ຢູ່ຫລວງພະບາງ ວັດວາອາຮາມແຕ່ລະແຫ່ງ ແມ່ນຖືກກຳນົດເຂດ ດ້ວຍກຳແພງອ້ອມຮອບ ທີ່ກໍ່ດ້ວຍດິນຈີ່. ປະຕູຂົງ ມີລັກສະນະເປັນຫໍຜາສາດ ປະເພດຫໍຈະຕຸລັດ ທີ່ມີຫລາຍຊັ້ນ ແລະ ມີຍອດປະດັບ, ວົງປະຕູທີ່ເປັນຮູບກົ່ງຄັນສອນ ມີຮູທະລຸລ່ວງເປັນທາງຜ່ານເຂົ້າໄປຫາສິມ ແລະ ໄປຫາພະພຸດທະສາດສະຫນາ ສະຖານອື່ນໆໃນວັດ. (ສະແດງອອກ)
▶️ວັດຊຽງທອງ: (ສະແດງອອກ)
 ເຖິງຢ່າງໃດກໍ່ຕາມ, ໃນຈຳນວນວັດວາອາຮາມ 65 ແຫ່ງ ທີ່ມີຢູ່ໃນສະຕະວັດທີ່ XVIII ນັ້ນ ໃນປັດຈຸບັນນີ້ ຍັງຄົງເຫລືອແຕ່ 29 ວັດ ຊຶ່ງໃນນັ້ນມີພຽງສາມວັດ ເທົ່ານັ້ນ ຄື: ວັດຊຽງທອງ, ວັດປາກຄານ ແລະ ວັດຄີລີ ທີ່ຍັງຮັກສາລັກສະນະໂຄງສ້າງ ແລະ ລວດລາຍປະດັບດັ່ງເດີມໄວ້ໄດ້. ກ່ອນອື່ນ ແມ່ນຍ້ອນພູມອາກາດເຂດຮ້ອນ ແລະ ພາຍຸຝົນ ທີ່ທຳລາຍໂຄງສ້າງ ແບບເບົາບາງເຫລົ່ານີ້ ຊື່ງວັດຖຸກໍ່ສ້າງຕົ້ນຕໍແມ່ນໄມ້. ຈາກນັ້ນ ແມ່ນອັກຄີໄພ ທີ່ເຜົາຜານຕົວເມືອງຫລາຍຄັ້ງ, ໂດຍສະເພາະແມ່ນ ຄັ້ງທີ່ເກີດຂື້ນໃນປີ 1774. ການກໍ່ສ້າງປົວແປງ ແລະ ບູລະນະຕົວເມືອງຄືນ ທີ່ດຳເນີນໄປໃນໄລະຍະສະໄຫມ ເປັນຫົວເມືອງຂື້ນຂອງຝລັ່ງ ກໍ່ຄື ໃນສະໄຫມຂອງ ອາເມລິກາຮຸກຮານ ສະແດງໃຫ້ເຫັນເຖິງການ ທຳລາຍ ມ້າງເພ ວັດວາອາຮາມ ເປັນຈຳນວນຫລວງຫລາຍ, ເພື່ອນຳໃຊ້ເປັນບ່ອນປຸກສ້າງ ອາຄານການປົກຄອງ, ຄ້າຍທະຫານ, ທີ່ພັກອາໄສ, ການຂະຫຍາຍເດີ່ນບີນ ແລະ ອື່ນໆ. (ສະແດງອອກ)

▶️ ຫຼວງພະບາງ ປຣແກຣມທົວ

ນ້ຳຕົກຕາດກວາງຊີ ແມ່ນນ້ຳຕົກຕາດໜຶ່ງທີ່ສວຍງາມທີ່ສຸດໃນແຂວງຫລວງພະບາງ, ເປັນນ້ຳຕົກຫີນປູນຂະໜາດໃຫຍ່ສູງປະມານ 7 0 ແມັດ ມີສາຍນ້ຳໄຫລອາບມາຕາມໜ້າຜາຜ່ານໂຂດຫີນນ້ອຍໃຫຍ່ ຮູບຊົງແປກຕາລົງສູ່ແອ່ງນ້ຳເບື້ອງລຸ່ມ ມີນ້ຳຕະຫລອດປີແຕ່ໃນລະດູຮ້ອນນ້ຳຂ້ອນຂ້າງນ້ອຍ ສະພາບປ່າມີຄວາມຮົ່ມເຢັນ ດ້ານລຸ່ມມີຂົວ ແລະ ເສັ້ນທາງເດີນຊົມອ້ອມຮອບນ້ຳຕົກ  (ສະແດງອອກ) ▶️ ວັດຊຽງທອງ  
▶️ສວນເຈົ້າອະນຸວົງ:

▶️ ຄາດນັກທ່ອງທ່ຽວຈະເຂົ້າທ່ຽວຊົມເມືອງມໍລະດົກໂລກ 1,000,000 ກວ່າຄົນໃນປີ
ເມືອງມໍລະດົມໂລກຫລວງພະບາງຕັ້ງເປົ້າພາຍໃນປີ ຈະມີນັກທ່ອງທ່ຽວຕ່າງປະເທດຈະເຂົ້າມາທ່ຽວຊົມພາຍໃນແຂວງຂອງຕົນປະມານ 1.000,000 ຄົນ ຂະນະທີ່ອຳນາດການປົກແຂວງດັ່ງກ່າວເລັ່ງສ້າງສິ່ງອຳນາດຄວາມສະດວກດ້ານຂົນສົ່ງທາງບົກ, ທາງອາກາດ ແລະ ສະຖານທີ່ຮອງຮັບຢ່າງເຄັ່ງຮ້ອນເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫລວງພະບາງ ລາຍງານຫວ່າງບໍ່ດົນມານີ້ວ່າ ປີ 2015 ຜ່ານມານີ້ມີຊາວຕ່າງຊາດເຖິງ 500,000 ຄົນທີ່ເດີນທາງມາທ່ອງທ່ຽວເມືອງມໍລະດົກໂລກຫລວງພະບາງ ໂດຍເຮັດໃຫ້ທາງການແຂວງຫລວງພະບາງ ມີລາຍຮັບຈາກອຸດສາຫະກຳທ່ອງທ່ຽວຫລາຍລ້ານໂດລາສະຫະລັດ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ແກ້ໄຂຊີວິດການເປັນຂອງປະຊາຊົນດີຂຶ້ນເປັນກ້າວໆ ສະເພາະປີ 2016 ນີ້ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມແຂວງຫລວງພະບາບເຖິງ 600,000 ຄົນ ພາຍຫລັງເມືອງມໍລະດົກໂລກໄດ້ຄອງແຊັມເມືອງຍອດນິຍົມ ແລະ ເມືອງປ້າຍທາງຂອງການທ່ອງທ່ຽວໃນໂລກຕິດຕໍ່ກັນຫລາຍປີຊ້ອນ ພ້ອມກໍໄດ້ມີຫລາຍສາຍການບິນໂດຍກົງຈາກປະເທດຕ່າງໆເຂົ້າມາແຂວງຫລວງພະບາງເຊັ່ນ: ແອເອເຊຍ, ແອກາຕ້າ, ເອເມເຣດ, ເອີຣົບ, ເກົາຫລີ, ໄທ, ຫວຽດນາມ ແລະ ອື່ນໆ. (ສະແດງອອກ)
▶️ຄວາມຮູ້ກ່ຽວກັບພະບາງ ພະຄູ່ບ້ານຄູ່ເມືອງມໍລະດົກໂລກ ຫລວງພະບາງ
“ ພະບາງ” ເປັນພະພຸດທະຮູບປາງຫ້າມທະເລ ສູງສອງສອກເຈັດນິ້ວ (ປະມານ 1.14 ແມັດ) ຫລໍ່ດ້ວຍທອງສຳລິດ (ທອງຄຳປະສົມ 90 ເປີເຊັນ) ໂດຍມີພຸດທະລັກສະນະຄື ປະທັບຍືນຍົກພະຫັດຂຶ້ນ ນິ້ວພະຫັດລຽບສະເໝີກັນ ພະພັກຂ້ອນຂ້າງເປັນຮູບສີ່ຫລ່ຽມ ພະນະລາດກວ້າງ ພະຂະໜົງເປັນຮູບປີກກາ ພະເນຕົນລຽວ ພະນາສິກຂ້ອນຂ້າງແບນ ພະໂອດບາງ ພະສຽນ ແລະ ພະເກດມາລາກ້ຽງ ສຳລັບສວມເຄື່ອງຊົງປັ້ນພະອົງນ້ອຍ ພະໂສພີໃຫຍ່ ຄອງຈີວົນຫົ່ມຄຸມ ແລເຫັນແຖບົດບົງ ແລະ ໜ້ານາງ.(ສະແດງອອກ)




▶️ຫລວງພະບາງ ຄົບຮອບ 15 ປີ ໃນການເປັນເມືອງ ມໍລະດົກໂລກ


ທາງ​ການ​ແຂວງ​ຫລວງ​ພະ​ບາງ​ຈະ​ຈັດ​ງານ​ສະ​ເຫລີ​ມສະຫລອງ​ ການ​ໄດ້​ຮັບ​ສະຖານະ​ພາບ​ເປັນ​ເມືອງ​ມໍລະດົກ​ໂລກ​ຂອງ​ຫລວງ​ພະ​ບາງ ​ຄົບຮອບ 15 ປີ ​ໃນ​ກາງ​ເດືອນ​ທັນວາ​ນີ້​ຢ່າງ​ຍິ່ງ​ໃຫຍ່. ທ່ານ​ບຸນ​ຄົງ ຄຸດ​ທ້າວ ຮອງ​ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ເມືອງ​ ມໍລະດົກ​ໂລກ​ຫລວງ​ພະ​ບາງ​ຖະ​ແຫລ​ງຢືນຢັນ​ວ່າ ການຈັດ​ ງານ​ສະ​ເຫລີ​ມສະຫລອງ ​ການ​ໄດ້​ຮັບ​ສະຖານະ​ພາບເປັນ ເມືອງ​ມໍລະດົກ​ໂລກ​ຂອງ​ເມືອງ​ຫລວງພະ​ບາງ​ ຄົບຮອບ 15  ປີ ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ່ 16-17  ເດືອນ​ທັນວານີ້ ​ໂດຍ​ຈະ​ມີ​ການຈັດ​ງານ​ສະ​ເຫລີ​ມສະຫລອງ​ ໃນ​ຫລາຍ​ຮູບ​ແບບ​ດ້ວຍ​ກັນ ດັ່ງ​ທີ່​ທ່ານບຸນ​ຄົງ ​ໄດ້​ຊີ້​ແຈງ​ ເຖິງລາຍລະອຽດ​ຂອງ​ການຈັດ​ງານ​ໃນ​ຮູບ​ແບບ​ຕ່າງໆ ​ໃນ​ຕອນ​ນຶ່ງວ່າ  (ສະແດງອອກ)


ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
3. ອີເມວ: Ideasaobang2007@gmail.com
Tour Luang Prabang: ການເດີນທາງ ຫຼວງພະບາງ
Laos, Luang Prabang, Luang Prabang ຫຼວງ ປຣແກຣມທົວລາວ, Tour Lào-Lào, Tours, Tours ລາວ, ຫຼວງພະບາງ, 
ຫຼວງພະບາງ ເປັນນື່ງໃນບັນດາແຂວງພາກເໜືອແຫ່ງ ...ລາວ ຊື່ງຕັ້ງຢູ່ຫ່າງຈາກ ນະຄອນຫຼວງວຽງຈັນ ປະມານ 400 ກມ. ພົນລະເມືອງຂອງແຂວງ ໃນປະຈຸບັນມີປະມານ 430,000 ຄົນ, ຊື່ງປະກອບດ້ວຍ 12 ຊົນ ເຜົ່າ. ສະເພາະເມືອງຫຼວງພະບາງ ເອງແມ່ນມີພົນລະເມືອງ ປະມານ 56,000 ຄົນ ແລະ ໃນເຂດປົກປັກຮັກສາ ມໍລະດົກ ມີ 24,000 ຄົນ. ຫຼວງພະບາງ ຕັ້ງຢູ່ເທິງສະຖານທີ່ດີເລີດ, ເປັນບ່ອນຄົບກັນ ຂອງແມ່ນ້ຳຄານ ດ້ານນື່ງໄຫຼໄປປ່ອງໃສ່ແມ່ນ້ຳຂອງອີກດ້ານນື່ງ , ແມ່ນ້ຳສອງສາຍ ໄດ້ດົນບັນດານສ້າງເປັນແຜ່ນດິນ ແຫຼມຍວດ ຊື່ງມີ ຄວາມກວ້າງ 300 ແລະ ຍາວ 01 ກມ ຢູ່ທ່າມກາງທົ່ງອັນກວ້າງໃຫຍ່ ໄພສານທີ່ອ້ອມດ້ວຍພູຜາປ່າດົງ ທີ່ເລົ່າລືກັນມາ (ພູທ້າວ, ພູນາງ, ພູຊ້າງ, ພູຊວງທີ່ຂຽວອຸ່ມທຸ່ມ) ແລະ ທ່າມກາງສັບພະສິ່ງ ທັງຫຼາຍ ທີ່ມີສະເໜ່ ໜ້າປະທັບໃຈ ຮ້ອຍອັນພັນຢ່າງ ເຊັ່ນ: ຖ້ຳຕິ່ງ , ຖ້ຳນ້ຳທ່ຽງ, ຖ້ຳນາງອັ່ນ, ຕາດກວາງຊີ ຕາດແສ້
ຖ້າທ່ານມີຄໍາຖາມກ່ຽວກັບ ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ,ພວກເຮົາຈະຕອບ

[/mota]

BACK TO TOP