ທ່ອງທ່ຽວລາວ ປະຕູໄຊ: ພະລາຊະວັງ, ສະຖາປັດຕະຍະກຳຂອງວັດວາອາຮາມ - Visit Luang Prabang Palace Laos
Now day :

- Hotline: +85 620 225 - 45 777

[giaban]Price: 2200000 LAK[/giaban]
[tomtat]
ລາຄາ: 2.200.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777


[/tomtat]
[mota]

Visit Luang Prabang Palace Laos:ທ່ອງທ່ຽວລາວ ປະຕູໄຊ: ພະລາຊະວັງ, ສະຖາປັດຕະຍະກຳຂອງວັດວາອາຮາມ
ໄປຢ້ຽມຢາມ => ກົດທີ່ນີ້
Viຕັ້ງແຕ່ໃດໆມາ ຈົນຮອດຕົ້ນສະຕະວັດທີ່ XXI ການກໍ່ສ້າງຕ່າງໆ ທີ່ຫລວງພະບາງ ແມ່ນເຮັດດ້ວຍໄມ້ທັງສີ້ນ, ນັບຕັ້ງແຕ່ ພະລາຊະວັງ ຕະຫລອດຮອດບ້ານເຮືອນ ຂອງເຈົ້າຂຸນມຸນນາຍ ຜູ້ສຳຄັນ. ສຳລັບປະຊາຊົນທົ່ວໄປແລ້ວ ສ່ວນຫລາຍ ແມ່ນເຮັດດ້ວຍໄມ້ໄຜ່. ມີພຽງແຕ່ ວັດວາອາຮາມເທົ່ານັ້ນ ທີ່ໄດ້ຮັບການກໍ່ສ້າງ ດ້ວຍດິນຈີ່ ເປັນແບບແຫນ້ນຫນາຖາວອນ.


          ເຖິງຢ່າງໃດກໍ່ຕາມ, ໃນຈຳນວນວັດວາອາຮາມ 65 ແຫ່ງ ທີ່ມີຢູ່ໃນສະຕະວັດທີ່ XVIII ນັ້ນ ໃນປັດຈຸບັນນີ້ ຍັງຄົງເຫລືອແຕ່ 29 ວັດ ຊຶ່ງໃນນັ້ນມີພຽງສາມວັດ ເທົ່ານັ້ນ ຄື: ວັດຊຽງທອງ, ວັດປາກຄານ ແລະ ວັດຄີລີ ທີ່ຍັງຮັກສາລັກສະນະໂຄງສ້າງ ແລະ ລວດລາຍປະດັບດັ່ງເດີມໄວ້ໄດ້. ກ່ອນອື່ນ ແມ່ນຍ້ອນພູມອາກາດເຂດຮ້ອນ ແລະ ພາຍຸຝົນ ທີ່ທຳລາຍໂຄງສ້າງ ແບບເບົາບາງເຫລົ່ານີ້ ຊື່ງວັດຖຸກໍ່ສ້າງຕົ້ນຕໍແມ່ນໄມ້. ຈາກນັ້ນ ແມ່ນອັກຄີໄພ ທີ່ເຜົາຜານຕົວເມືອງຫລາຍຄັ້ງ, ໂດຍສະເພາະແມ່ນ ຄັ້ງທີ່ເກີດຂື້ນໃນປີ 1774. ການກໍ່ສ້າງປົວແປງ ແລະ ບູລະນະຕົວເມືອງຄືນ ທີ່ດຳເນີນໄປໃນໄລະຍະສະໄຫມ ເປັນຫົວເມືອງຂື້ນຂອງຝລັ່ງ ກໍ່ຄື ໃນສະໄຫມຂອງ ອາເມລິກາຮຸກຮານ ສະແດງໃຫ້ເຫັນເຖິງການ ທຳລາຍ ມ້າງເພ ວັດວາອາຮາມ ເປັນຈຳນວນຫລວງຫລາຍ, ເພື່ອນຳໃຊ້ເປັນບ່ອນປຸກສ້າງ ອາຄານການປົກຄອງ, ຄ້າຍທະຫານ, ທີ່ພັກອາໄສ, ການຂະຫຍາຍເດີ່ນບີນ ແລະ ອື່ນໆ.
ໄປຢ້ຽມຢາມ => ກົດທີ່ນີ້
          ເຖິງຢ່າງໃດກໍ່ຕາມ, ຈາກບັນດາອາຄານ (ກຸຕິດ ຫໍໄຫວ້ທາດ) ສະຖານທີ່ ສັງຫາລິມະຊັບ ແລະ ພະພຸດທະຮູບ ທີ່ພວກເຮົາພົບເຫັນຢູ່ນຳວັດຕ່າງໆ ທີຫລົງເຫລືອມາເຖິງສະໄຫມ ປັດຈຸບັນນີ້, ພວກເຮົາມີຄວາມສາມາດ ກຳນົດໄດ້ເຖິງ ຄຸນລັກສະນະທົ່ວໄປ ຂອງສີລະປະ ຫລວງພະບາງ ແບບດັ່ງເດີມ ທີ່ເປັນເອກະລັກສະເພາະ ຂອງຕົນເອງ ໃນປະເພດທີ່ຢູ່ ໃນອາຊີຕາເວັນອອກສ່ຽງໃຕ້, ໂດຍທົ່ວໄປແລ້ວ ຢູ່ຫລວງພະບາງ ວັດວາອາຮາມແຕ່ລະແຫ່ງ ແມ່ນຖືກກຳນົດເຂດ ດ້ວຍກຳແພງອ້ອມຮອບ ທີ່ກໍ່ດ້ວຍດິນຈີ່. ປະຕູຂົງ ມີລັກສະນະເປັນຫໍຜາສາດ ປະເພດຫໍຈະຕຸລັດ ທີ່ມີຫລາຍຊັ້ນ ແລະ ມີຍອດປະດັບ, ວົງປະຕູທີ່ເປັນຮູບກົ່ງຄັນສອນ ມີຮູທະລຸລ່ວງເປັນທາງຜ່ານເຂົ້າໄປຫາສິມ ແລະ ໄປຫາພະພຸດທະສາດສະຫນາ ສະຖານອື່ນໆໃນວັດ.




ພະຣາຊະວັງຊຽງແກ້ວ
ທີ່ຕັ້ງ ທາງທິດເໜືອຂອງບ້ານຊຽງແກ້ວ (ພາຍໃນບໍລິເວນໂຮງແຮມ ເດິແກນ ຫລວງພະບາງ) ວັງຊຽງແກ້ວ ເປັນອາຄານກໍອິດໂບກປູນ ໃນຮູບຊົງສະຖາປັດຕະຍະກຳແບບຕະເວັນຕົກ ໃກ້ກັບຕົວອາຄານມີຫ້ອງໂຖງຂະໜາດໃຫຍ່ ແລະ ຄອກມ້າເປັນວັງທີ່ສະເດັດເຈົ້າມະຫາອຸປະຣາດເພັດຊະລາດ ຊື້ຈາກສັດຕະວະແພດ ຊາວຝຣັ່ງ ຫລັງຈາກທີ່ສະເດັດ ຈາກວຽງຈັນ ເມື່ອວັນທີ່ 20 ທັນວາ ຄ.ສ 1941.
ໄປຢ້ຽມຢາມ => ກົດທີ່ນີ້
ເພື່ອເຂົ້າພິທີອະພິເສກທີ່ຫລວງພະບາງ ແລະ ໄດ້ເຂົ້າພຳນັກຢູ່ທີ່ວັງແຫ່ງນີ້ ເຫດຜົນທີ່ສະເດັດເຈົ້າມະຫາອຸປະຣາດເພັດຊະລາດ ຊົງເລືອກສະຖານທີ່ແຫ່ງນີ້ເປັນທີ່ພຳນັກເນື່ອງຈາກພະອົງຊົງມັກຄວາມຫງຽບສະຫງົບເປັນທຳຊາດ ແລະ ໄດ້ໃຊ້ເວລາວ່າງເກືອບທັງໝົດໄປກັບການຊົງພະອັກສອນ ລວມທັງໃຊ້ເປັນສະຖານທີ່ພົບປະ ເສວະນາກັບບັນດາກຸ່ມບຸກຄົນ ທີ່ມີໃຈຮັກຊາດ ມີເຈດຈຳນົງໃນການສ້າງສັນຄວາມເປັນເອກະລາດ ອິດສະຫລະພາບ ແລະ ລວມປະເທດລາວໃຫ້ເປັນເອກພາບ ພາຍຫລັງຈາກທີ່ກອງທັບຍີ່ປຸ່ນເຂົ້າຍຶດຄອງວຽງຈັນ ແລະ ກຽມເຂົ້າຍຶດຫລວງພະບາງ ເຈົ້າເພັດຊະລາດໄດ້ໃຫ້ ເສນາບໍດີ 2 ນາຍ ພ້ອມດ້ວຍເຈົ້າແຂວງຫລວງພະບາງໄປເຊີນທະຫານຍີ່ປຸ່ນເຂົ້າມາໃນເມືອງ.

ຈາກນັ້ນ, ເຈົ້າມະຫາຊີວິດພະເຈົ້າສີສະຫວ່າງວົງສ໌ ກໍໄດ້ປະກາດໃຫ້ລາວເປັນເອກະລາດ ແລະ ເຂົ້າຮ່ວມວົງໄພບູນ ໃນສົງຄາມມະຫາອາຊີບູລະພາ ກັບກອງທັບຍີ່ປຸ່ນ ແຕ່ເມື່ອຍີ່ປຸ່ນປະລາໄຊ ໃນສົງຄາມ ແລະ ຝຣັ່ງໄດ້ຫວນກັບຄືນເຂົ້າມາປົກຄອງລາວອີກຄັ້ງ ໂດຍການຍິນຍອມຂອງເຈົ້າມະຫາຊີວິດ ສະເດັດພະເຈົ້າສີສະຫວ່າງວົງສ໌ ແຕ່ເຈົ້າເພັດຊະລາດ ຊົງບໍ່ເຫັນດ້ວຍ ແລະ ໄດ້ໃຫ້ ທ້າວ ໂງ່ນ ຊະນະນິກອນ ໄປຕິດຕໍ່ກັບແຂວງຄຳມ່ວນ, ສະຫວັນນະເຂດ, ປາກເຊ ແລະ ສາລະວັນ ເພື່ອລວມກັນເປັນໜຶ່ງດຽວ ກັບ ອານາຈັກຫລວງພະບາງ ເມື່ອໄດ້ຮັບຄຳຕອບ ເຈົ້າເພັດຊະລາດ ໄດ້ຊົງປະກາດຢ່າງເປັນທາງການໃນການລວມປະເທດລາວ ມີລັດຖະບານຕັ້ງຢູ່ທີ່ນະຄອນວຽງຈັນເຈົ້າມະຫາຊີວິດສະເດັດເຈົ້າສີສະຫວ່າງວົງສ໌ ໄດ້ໃຫ້ລັດຖະມົນຕີມຫາດໄທ ຂອງລັດບານຫລວງພະບາງ ຊຶ່ງມີເຈົ້າເພັດຊະລາດ ເປັນນາຍົກລັດຖະມົນຕີ ໂທລະເລກມາຍັງ ເຈົ້າເພັດຊະລາດ ເພື່ອແຈ້ງຄຳສັ່ງປົດອອກຈາກຕຳແໜ່ງ ມະຫາອຸປະຣາດ ແລະ ນາຍົກລັດຖະມົນຕີ ໃນວັນທີ່ 10 ທັນວາ ຄ.

ສ 1945 ເຈົ້າເພັດຊະລາດ ກັບມາພຳນັກທີ່ວັງຊຽງແກ້ວຕາມເດີມ ເມື່ອກອງທັບຝຣັ່ງຍຶດໄດ້ ທ່າແຂກ, ວຽງຈັນ ແລະ ກຽມເຂົ້າຍຶດຫລວງພະບາງ ເຈົ້າເພັດຊະລາດ, ເຈົ້າບຸນຍະວັດ ເຈົ້າແຂວງຫລວງພະບາງ ພ້ອມທັງສະມາຊິກໃນຄະນະກູ້ຊາດທັງໝົດ ໄດ້ຫລົບລີ້ໜີໄພເຂົ້າມາຢູ່ໃນປະເທດໄທ ແລະ ເຈົ້າເພັດຊະລາດໄດ້ຕັ້ງລັດຖະບານລາວອິດສະຫລະ ທີ່ກຸງເທບ ເພື່ອກູ້ຊາດຈາກຝຣັ່ງ ພາຍຫລັງຈາກທີ່ປະເທດລາວໄດ້ຮັບເອກກະລາດ. ເຈົ້າສຸວັນນະພູມາ ນາຍົກລັດຖະມົນຕີ ແລະ ພະຍາເພັງ ພົງສະຫວັນ ປະທານສະພາຜູ້ແທນລາຊະດອນ ລວມທັງອົງສັງຄະນາຍົກຂອງລາວ ໄດ້ມີຫນັງສືໄປເຊີນ ເຈົ້າເພັດຊະລາດ ກັບຄືນສູ່ປະເທດໂດຍໃຫ້ເຫດຜົນວ່າ ບັດນີ້ປະເທດລາວ ເປັນເອກກະລາດ ມີອິດສະຫຼະພາບ ແລະ ມີຄວາມເປັນເອກະພາບຕາມທີ່ພະອົງປາດຖະຫນາທຸກປະການແລ້ວ ເຈົ້າເພັດຊະລາດ ກັບມາພຳນັກທີ່ວັງຊຽງແກ້ວ ຫລັງເຂົ້າໄປກາບບັງຄົມທູນລາ ພະບາດສົມເດັດພະເຈົ້າຢູ່ຫົວພູມິພົນອະດຸນຍະເດດແລະ ຈອມພົນປ.ພິບູນສົງຄາມ ໂດຍໃຊ້ເວລາພຳນັກລີ້ໄພທາງການເມືອງຢູ່ໃນປະເທດໄທ ເປັນໄລຍະເວລາເຖິງ 10 ປີ ເມື່ອສະເດັດມາເຖິງເມືອງຫລວງພະບາງໄດ້ຮັບແຕ່ງຕັ້ງໃຫ້ເປັນມະຫາອຸປາດດັ່ງເດີມ ວັນທີ່ 14 ຕຸລາ ຄ.ສ 1959 ເຈົ້າເພັດຊະລາດ ສິ້ນພະຊົນດ້ວຍພະອາການເສັ້ນເລືອດໃນສະຫມອງແຕກ ທີ່ວັງຊຽງແກ້ວ ຫລື ທີ່ພະລາດຊະວັັງສີສຸວັນ ທີ່ຫໍຄຳແຫ່ງນີ້ ຂະນະມີພະຊົນມາຍຸ 69 ປີ 7 ເດືອນ 12 ມື້.

ປັດຈຸບັນ ວັງຊຽງແກ້ວ ໄດ້ຖືກດັດແປງເປັນໂຮງແຮມ ເດິແກນດ໌ ຫລວງພະບາງ ແລະ ຍັງຄົງຮັກສາຕົວອາຄານທີ່ປະທັບໃນສະພາບເດີມ ແລະ ເປີດໃຫ້ນັກທ່ອງທ່ຽວທົ່ວໄປເຂົ້າຊົມໄດ້ຕະຫລອດມື້.

[/mota]

BACK TO TOP