[giaban] ລາຄາ: 2.150.000 LAK[/giaban]
[tomtat]
ລາຄາ: 2.150.000 LAK | Land tour: ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່
ເວລາ: 5 ມື້ 4 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao-ດຕໍ່ເລົາ: (+85) 62022545777
[/tomtat]
[mota]
ນັກທ່ອງທ່ຽວຈາກສາລະທິດເມື່ອມາຮອດນະຄອນໂຮ່ຈີມິນ ມັກຈະເລືອກຈະຕຸລັດຊົມລົມຊົນປາຣີເປັນສະຖານທີ່ແຫ່ງ ທຳອິດ ເພື່ອການຄົ້ນພົບນະຄອນ. ນີ້ແມ່ນສະຫນາມຫລວງ ຂະໜາດນ້ອຍ ຕັ້ງຢູ່ ໃຈກາງຂອງນະຄອນໂຮ່ຈີມິນ, ບ່ອນທີ່ ມີກິດຈະການ ສະຖາປັດຕະຍະກຳທີ່ລືຊື່ສອງແຫ່ງຄື: ໂບດ ດຶກບ່າປາຣີ ແລະ ສູນກາງໄປສະນີ. ຊຶ່ງແມ່ນບັນດາຈັກຂຸພະ ຍານທີ່ມິດງຽບ ຕໍ່ຊີວິດທີ່ສະຫງົບສຸກ ແລະ ທັງມີຊີວິດຊີວາຢູ່ທີ່ແຫ່ງນີ້.
ຈະຕຸລັດຊົມລົມຊົນປາຣີເຊື່ອມຕໍ່ລະຫວ່າງເສັ້ນທາງໂດ່ງເຂີຍ ແລະ ເລຢ໊ວນ ຢູ່ເມືອງ 1, ບ່ອນທີ່ມີໂບດດຶກບ່າທີ່ເກົ່າແກ່ ຄຶກຂືມມີອາຍຸ 135 ປີ ຕັ້ງຢູ່ໃຈກາງນະຄອນ.
ເພື່ອຈຸດປະສົງລອກແບບໂບດດຶກບ່າປາຣີຢູ່ຝຮັ່ງ, ໂບດດຶກບ່າ ໄຊງ່ອນຖືກຄົນຝຣັ່ງລົງມືກໍ່ສ້າງເມື່ອວັນທີ 7 ຕຸລາ 1877 ແລະ ສຳເລັດໃນປີ 1888 ໂດຍອີງໃສ່ການອອກແບບຂອງ ນັກສະ ຖາປານິກ J.Bourad. ໂບດແຫ່ງນີ້ມີການ ສະຖາປັດຕະຍະກຳ ຕາມແບບ ໂຣມ(Roman), ປະສົມປະສານກັບແບບ ໂກຕິກ (Gothic), ມີລວງຍາວ 93 ແມັດ, ລວງກວ້າງ 35 ແມັດ ແລະ ຂອບຫຼັງຄາສູງ 21 ແມັດ.
ເພື່ອຈຸດປະສົງລອກແບບໂບດດຶກບ່າປາຣີຢູ່ຝຮັ່ງ, ໂບດດຶກບ່າ ໄຊງ່ອນຖືກຄົນຝຣັ່ງລົງມືກໍ່ສ້າງເມື່ອວັນທີ 7 ຕຸລາ 1877 ແລະ ສຳເລັດໃນປີ 1888 ໂດຍອີງໃສ່ການອອກແບບຂອງ ນັກສະ ຖາປານິກ J.Bourad. ໂບດແຫ່ງນີ້ມີການ ສະຖາປັດຕະຍະກຳ ຕາມແບບ ໂຣມ(Roman), ປະສົມປະສານກັບແບບ ໂກຕິກ (Gothic), ມີລວງຍາວ 93 ແມັດ, ລວງກວ້າງ 35 ແມັດ ແລະ ຂອບຫຼັງຄາສູງ 21 ແມັດ.
ດິນຂໍທີ່ໃຊ້ມຸງຫຼັງຄາໂບດລວມມີ 3 ຊະນິດຕົ້ນຕໍຄື: ດິນຂໍສອງຊັ້ນດິນຂໍຜູ້ ແລະ ດິນຂໍແມ່ຂວ້ຳຫນ້າໃສ່ກັນໃຊ້ມຸງຫຼັງຄາຕຳ່, ດິນຂໍເກັດປາມຸງເຂດຫຼັງຄາກາງ ແລະ ດິນຂໍແດງທີ່ນຳເຂົ້າ ຈາກຝຣັ່ງ ມຸງເຂດຫ້ອງທຳມະ. ດິນຂໍທຸກປະເພດ ລ້ວນແຕ່ ມີລັກສະນະມຸງໄດ້ງ່າຍ, ແໜ້ນໜາ, ທົນທານກັບແດດກ້າ ຝົນ ຕົກ ແລະ ສາມາດນຳໃຊ້ໄດ້ຍາວນານ.

ຝາຜະໜັງໂບດປະກອບດ້ວຍສອງສ່ວນ, ສ່ວນພື້ນໄດ້ກໍ່ດ້ວຍ ຫີນກ້ອນໃຫຍ່ ແລະ ສ່ວນຝາຜະໜັງໄດ້ກໍ່ດ້ວຍດິນຈີ່ເຜົາ. ຊຶ່ງ ເປັນປະເພດດິນຈີ່ທີ່ຜະລິດຢູ່ພາຍໃນປະເທດເມື່ອ ສະຕະວັດ ທີ XIX, ມີຄວາມຄົງທົນ, ບໍ່ຕິດຂີ້ຝຸ່ນ, ເປັນໄຄ ແລະ ສີບໍ່ປ່ຽນແປງ ໄປຕາມການເວລາ. ຝາຜະໜັງໂບດ ມີຄວາມໜາ 65 ຊມ, ສາ ມາດກັນຄວາມຮ້ອນ, ກັນສຽງ ແລະ ກັນຄວາມເນືອງນັນ ຈາກທາງນອກອີກດ້ວຍ.
ການຕົກແຕ່ງພາຍໃນສະຖານທີ່ບູຊາ ໄດ້ຮັບການອອກແບບ ເປັນຫ້ອງກາງໃຫ່ຍ ແລະ ສອງຫ້ອງກາງນ້ອຍ ແລະ ຕໍ່ດ້ວຍຫ້ອງສວດມົນແບ່ງເປັນສອງແຖວ ສາມາດບັນຈຸ ໄດ້ປະມານ 1.200 ຄົນ, ມີລະບຽງແລ່ນອ້ອມຂ້າງຫໍທຳມະ. ມີ 56 ປ່ອງຢ້ຽມແກ້ວສີ ອ້ອມຮອບຝາຜະໜັງຢູ່ເບື້ອງຫຼັງໂບດມີຮູບ ພາບ ພັນລະນາເຖິງຕົວລະຄອນ ຫຼື ເຫດການຕ່າງໆໃນຜູກຄຳ ພີເປັນໜຶ່ງໃນບັນດາຈຸດຄວາມເປັນເອກະລັກຂອງໂບດ.
ໂບດດຶກບ່າໄຊງ່ອນເປັນໜຶ່ງໃນຈຳນວນໂບດສອງແຫ່ງຢູ່ຫວຽດນາມ ໄດ້ຖືກຍົກຂຶ້ນເປັນຫໍທຳມະສະພາໃນປີ 1960. ຈາກນັ້ນ, ຊື່ເອີ້ນທາງການຂອງໂບດດັ່ງກ່າວແມ່ນຫໍທຳມະສະພາດຶກບ່າ ໄຊງ່ອນ (Basilica of Our Lady of the Immaculate Conception), ແຕ່ຍ້ອນວ່າຊື່ເອີ້ນໂບດດຶກບ່າໄຊງ່ອນ ໄດ້ກາຍ ເປັນຄວາມຄຸ້ນເຄີຍຂອງທ້ອງຖິ່ນແຫ່ງນີ້ແລ້ວ.
ປັດຈຸບັນ, ໂບດດຶກບ່າໄຊງ່ອນໄດ້ກາຍເປັນ ໜຶ່ງໃນບັນດາ ສັນຍາລັກສະຖາປັດຕະຍະກຳທີ່ໂດດເດັ່ນຂອງໄຊງ່ອນ. ຊຶ່ງບໍ່ ພຽງແຕ່ເປັນບ່ອນທີ່ສະຫງວນໃຫ້ແກ່ຊາວກາໂຕລິກມາເຮັດ ພິທີ, ອະທິຖານວິ່ງວອນເທົ່ານັ້ນ ຫາກຍັງກໍເປັນສະຖານທີ່ ທ່ອງທ່ຽວທີ່ໜ້າຈັບໃຈສຳລັບນັກທ່ອງທ່ຽວເມື່ອມາຮອດນະຄອນໂຮ່ຈີມິນອີກດ້ວຍ.
Nếu bạn có câu hỏi về chuyền du lịch Lào, Việt Nam hãy để lại thông tin của bạn chúng tôi sẽ trả lời
[/mota]
Tours



