ພະທາດສີໂຄດຕະບອງ (ແຂວງຄໍາມ່ວນ) - Laos Travel - Visit Khammouane
Now day :

- Hotline: +85 620 225 - 45 777

[giaban] ລາຄາ: 850.000 LAK[/giaban]
 [tomtat]
ລາຄາ: 850.000 LAKLand tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more





[/tomtat]
[mota]
Laos Travel - Visit Khammouane, ພະທາດສີໂຄດຕະບອງ (ແຂວງຄໍາມ່ວນ) 

ພະທາດສີໂຄດຕະບອງ (ແຂວງຄໍາມ່ວນ) ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດ ເມືອງຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 13 ໃຕ້ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ.



 ເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກເສດຕະສັດເຮັດ ດ້ວຍ ເງິນ ແລະ ຄໍາ,ປາຍເສດຕະສັດມີໂຄມແກ້ວ (ສະເພາະເສດຕະສັດສູງ 2 ແມັດ),ບໍລິເວນຕີນພະທາດ ກ້ວາງດ້ານລະ 25 ແມັດສູງ 30 ແມັດ). ພະທາດນີ້ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີVIVIII. ພະທາດໜ່ວຍນີ້ເປັນ ບ່ອນບັນຈຸກະດູກອັດ ຖິຂອງພະພຸດທະເຈົ້າ ໃນສັດຕະວັດ ທີ VI. 



ໃນນີ້ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງຢືນຢ່າງສະຫງ່າລາສີ. ພົງສາວະດານ ກ່າວເຖິງພະທາດ ໜ່ວຍນີ້ວ່າ: ໃນ ສັດຕະວັດທີ XVI, ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້ພຸດທະສາສະໜານິກາຍຫິນະຍານໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດໃນສັດຕະວັດທີ່ 16 (ຄ.ສ 15201-1747 ໄດ້ສັ່ງໃຫ້ມີການບູລະນະພະທາດໜ່ວຍ ນີ້). ໃນ ຄ.ສ 1539ການປະຕິສັງຂອນເປັນແບບສິລະປະລ້ານຊ້າງໂດຍເພີ່ມແບບປະຕິມະກຳທີ່ຕິດດອກບົວໃສ່ ຈອມທາດ. ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ບູລະນະຈົນເປັນແບບດັ່ງທີ່ເຫັນໃນປະຈຸບັນນີ້. 


ມາເຖິງປີ ຄ.ສ 1806. ຕໍ່ ມາ,ໃນສະໄໝການປົກຄອງຂອງເຈົ້າ ອານຸວົງ ພະທາດໜ່ວຍນີ້ກໍ່ໄດ້ຮັບໄພ ແລະ ການທໍາລາຍຈາກສົງຄາມຈົນຖືກປ່ອຍປະລະໃຫ້ພະທາດສີໂຄດເສົ້າໝອງ ຢ່າງສິ້ນເຊີງ. ໃນສະໄໝ ທີ່ຝຣັ່ງຄອບຄອງອິນດູຈີນ ໃນປີຄ.ສ 1893 ຫາ 1949ປະຊາຊົນຄໍາມ່ວນ ໄດ້ຮ່ວມກັນສ້າງວິຫານ ໃສ່ດ້ານເໜືອຂອງພະທາດແລ້ວກໍ່ນິມົນເອົາພະພິກຂຸສົງ ມາຈໍາວັດຕະຫຼອດມາ. ພາຍຫຼັງປະກາດເອກະລາດລາວ ໃນວັນ ທີ່ 12 ຕຸລາ 1945




ຊາວພຸດກໍ່ໄດ້ພາກັນບູລະນະພະທາດໜ່ວຍນີ້ດ້ວຍຄວາມສັດທາເຫຼື້ອມໃສ. ໃນປີ 1950 ປະຊາຊົນລາວ ເຊິ່ງດໍາລົງຊີວິດໃນບ້ານ ແລະ ເມືອງທີ່ຢູ່ອ້ອມແອ້ມພະ ທາດສີໂຄດຕະບອງໄດ້ພາກັນມາຖາກຖາງອະນາໄມເຄືອໄມ້ໃບຫຍ້າ ແລະ ຂູດໂໝກສີດຳອອກ. ຖັດນັ້ນມາຫຼາຍສິ່ງ ຫຼາຍຢ່າງ ອ້ອມຂ້າງພະທາດໄດ້ຮັບການກໍ່ສ້າງຄືນໃໝ່ ໂດຍສະ ເພາະແມ່ນ ສິມ ໃນຊຸມປີ 1970 ແລະ ມີພະໃຫ່ຍອົງພະປະທານສະຖິດຢູ່ພາຍໃນໄວ້ໃຫ້ຄົນສັກກາລະບູຊາ. ໃນຊຸມປີ 2010ເພີ່ນໄດ້ສ້າງຮູບປັ້ນພະຍາສີໂຄດຕະບອງ ທີ່ຢືນຢ່າງ ສະຫງ່າຜ່າເຜີຍໃນບໍລິເວນເດີ່ນພະທາດນີ້

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ



Khammuane, Laos,  ແຂວງຄຳມ່ວນ, ທ່ອງທ່ຽວລາວ, ພາສາລາວ, ລາວ, 

Laos Travel - Visit Khammouane, ພະທາດສີໂຄດຕະບອງ (ແຂວງຄໍາມ່ວນ) 

ພະທາດສີໂຄດຕະບອງ (ແຂວງຄໍາມ່ວນ) ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດ ເມືອງຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 13 ໃຕ້ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ.
ໃນຊຸມປີ 2010, ເພີ່ນໄດ້ສ້າງຮູບປັ້ນພະຍາສີໂຄດຕະບອງ ທີ່ຢືນຢ່າງ ສະຫງ່າຜ່າເຜີຍໃນບໍລິເວນເດີ່ນພະທາດນີ້. ປະຈຸບັນ​ນີ້, ພະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ກາຍເປັນສັນຍາລັກຂອງແຂວງ. “ຄົນທີ່ເດີນທາງໄປ ແຂວງ ຄຳມ່ວນ ບໍ່ໄດ້ ໄປກາບໄຫ້ວພະທາດສີໂຄດຕະບອງຖືວ່າບໍ່ໄດ້ໄປຮອດ, ໄປເຖິງແຂວງຄຳມ່ວນ”.​​​​
ຖ້າທ່ານມີຄໍາຖາມກ່ຽວກັບ  ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ, ພວກເຮົາຈະຕອບ

[/mota]

BACK TO TOP