​​​​​​​ວັງ​ວຽງ​ປະ​ມານ - ສະຖານທີ່ທ່ອງທ່ຽວ ວັງວຽງ “ກຸ້ຍຫລິນເມືອງລາວ” - Visit Vang Vieng Laos
Now day :

- Hotline: +85 620 225 - 45 777

[giaban]Price: 1500.000 LAK [/giaban]
[tomtat]
ລາຄາ: 1500.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777


[/tomtat]
[mota]


ເມືອງວັງວຽງ ແຂວງວຽງຈັນ ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນສັດຕະວັດທີ່19.ຖ້ຳຈັງເຄີຍໃຊ້ເປັນປ້ອມປ້ອງກັນ ແລະ ຕ້ານສັດຕູຂອງພວກຈີນຫໍ້ທີ່ມາປຸ້ນສະດົມປະຊາຊົນ(ຈີນຢູນນານຖ້ຳຈັງເປັນຖ້ຳຂະໜາດໃຫຍ່ແລະເປັນຖ້ຳແຫ່ງດຽວທີ່ມີໄຟຟ້າຕິດຕັ້ງຢູ່ພາຍໃນຖ້ຳ, ເຊິ່ງໃນອາດີດປະຊາຊົນແຖວນັ້ນເຊື່ອວ່າຖ້ຳແຫ່ງນີ້ເປັນຖ້ຳສັກສິດຖ້າໃຜເຮັດສິ່ງບໍ່ດີບໍ່ງາມໃນຖ້ຳຈະເກີດອາການຈັງ ເຊິ່ງອາການຈັງໄດ້ກາຍມາເປັນຊື່ຂອງຖ້ຳ ”ຖ້ຳຈັງ” ເມື່ອເຂົ້າໄປໃນຖ້ຳແລ້ວຈະໄດ້ສຳຜັດກັບອາກາດເຢັນສະບາຍທ່າມກາງຫິນຍ້ອຍຫິນງອກອັນງົດງາມ ແລະ ເມື່ອມີແສງໄຟຟ້າສາດສ່ອງເກີດມີສີສັນເປັ່ງປະກາຍເຮັດໃຫ້ພາຍໃນເບິ່ງລຶກລັບຄືດັ່ງເມືອງໃນເທບນິຍາຍທີ່ມີສະເໜ່ຊວນຫຼົງໄຫຼ.




ຖ້ຳ​ຈັງ ຕັ້ງ​ຢູ່​ຫ່າງ​ຈາກ​ຕົວ​ເມືອງ​ວັງ​ວຽງ​ປະ​ມານ1-2 ກິ​ໂລ​ແມັດ ທາງ​ທີ່​ຈະ​ເດິນທາງ​ໄປ​ຍັງ​ຖ້ຳ​ຈັງ ນັກ​ທ່ອງ​ທ່ຽວ​ຈະ​ຕ້ອງ​ຍ່າງ​ຜ່ານ​ຂົວ​ຂ້າມ​ແມ່ນ້ຳ​ຊອງ ຊຶ່ງ​ເປັນ​ເອກ​ລັກ​​ອີກ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ວັງ​ວຽງ ເນື່ອງ​ຈາກຂົວຂ້າມ​ຈະ​ມີ​ສີ​ສົ້ມ​ສະ​ດຸດ​ຕາ ສ່ວນ​ການເດິນທາງ​ຂຶ້ນ​ໄປ​ຖ້ຳ​ຈັງ​ນັ້ນ ຈະ​ຕ້ອງ​ຍ່າງ​ຂຶ້ນ​ບັນ​ໄດ​ປະ​ມານ 150 ຂັ້ນ ເປັນ​ທາງ​ລາດ​ຊັນ ເມື່ອ​ຍ່າງ​ຂຶ້ນ​ໄປ​ເຖິງ​ກໍ່​ຈະ​ພົບ​ກັບ​ຖ້ຳ​ຈັງ ຊຶ່ງ​ແບ່ງ​ເປັນ 2 ທາງ​ແຍກ​ນຳກັນ​ຄື ຖ້ຳ​ຝັ່ງ​ຊ້າຍ​ມື ເມື່ອ​ຍ່າງ​ເຂົ້າໄປ​ກໍ່​ຈະ​ໄປ​ເຖິງ​ຈຸດ​ຊົມ​ວິວ ຈາກ​ຈຸດ​ນີ້​ສາມາດ​ເບິ່ງເຫັນ​ວິວ​ແມ່ນ້ຳ​ຊອງ ກັບ​ທົ່ງ​ນາ​ສີ​ຂຽວ ກັບ​ທຳມະຊາດ​ທີ່​ສົມບູນ​ຂອງ​ເມືອງ​ວັງ​ວຽງ​ໂດຍ​ຈະ​ສາມາດ​ເບິ່ງເຫັນ​ໄດ້​ທັງ​ເມືອງ ສ່ວນ​ໂຊນ​ຂວາ​ມື ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ສຳ​ຜັດ​ກັບ​ຫີນ​ງອກ​ຫີນ​ຍ້ອຍ​ໃນ​ຮູບ​ລັກ​ສະນະ​ຕ່າງໆ ພາຍ​ໃນ​ຖ້ຳ​ອາ​ກາດ​ເຢັນ​ສະບາຍ ແລະ​ຈະ​ມີ​ນ້ຳ​ໄຫລ​ອອກຈາກ​ປາກ​ຖ້ຳ​ສູ່​ແມ່ນ້ຳ​ດ້ານ​ລຸ່ມ


Visit Vang Vieng  in Lao: Tours ລາວ ຄົ້ນພົບ Vang Vieng

ປະກາດ ປະກາດ ວຽງຈັນ ປຣແກຣມທົວລາວກັບ ທ່ອງທ່ຽວ
ຫມາຍຄວາມວ່າ: ລົດໃຫຍ່
 ລາຄາ: 1.600.000 LAK
ເລີ່ມຕົ້ນ: ລາວ
ເວລາມື້ 2 ຄືນ
ນອນໂຮງແຮມ
 ຕິດຕໍ່ເລົາ: (+85) 62022545777
ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
3. ອີເມວ: Ideasaobang2007@gmail.com

ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ທຳມະຊາດ ທິວທັດ​ພູຜາປ່າດົງ ຫ້ວຍ​ນ້ຳລຳທານເຊັ່ນແມ່ນ້ຳ​ຊອງ ໄຮ່​ນາ​ແບບ​ຂັ້ນ​​ໄດ ແລະ​ຫມູ່ບ້ານ​ຊົນເຜົ່າ​ພື້ນ​ເມືອງ​ເຜົ່າ​ຕ່າງ ໆ ຊຶ່ງ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ຕ່າງ​ຫລົງ​ໄຫລ​ແວະ​ວຽນ​ກັນ​ມາ​ທ່ອງ​ທ່ຽວ​ຢ່າງ​ບໍ່​ຂາດ​ສາຍ


ວັງ​ວຽງ ເມືອງ​ແຫ່ງ​ທຳມະຊາດ ທັດ​ນີຍ​ພາບ​ອັນ​ງົດ​ງາມ​ຕະ​ການ​ຕາ​ຂອງ​ທິວ​ທັດພູຜາປາດົງ ໄຮ່​ນາ​ແບບ​ຂັ້ນ​ບັນ​ໄດ ແລະ​ຫມູ່ບ້ານ​ຊົນເຜົ່າ​ພື້ນ​ເມືອງ ແລະ ​ເຜົ່າ​ຕ່າງ ໆ ຂອງ​ລາວ ເຊັ່ນ ລາວ​ສູງ ລາວ​ເທີງ ລາວ​ມົ້ງ ໄທ​ລື້ ຊົມ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພູເຂົາ​ທີ່​ເຕັມ​ໄປ​ດ້ວຍ​ປ່າ​ນານາ​ພັນ​ທີ່​ຂຶ້ນ​ຕາມ​ທຳມະຊາດ ລະຫວ່າງ​ທາງ​ຊົມ​ຜາ​ຕັ້ງ ຊຶ່ງ​ເປັນ​ພູເຂົາ​ລູກ​ດຽວ​ທີ່​ຕັ້ງ​ຢູ່​ໂດດ​ດ່ຽວ ດ້ານ​ໜ້າ​ຂອງ​ພູເຂົາ​ມີແມ່​ນ້ຳ​ຊອງ​ໄຫລ​ຜ່ານ ພູເຂົາ​ຮູບ​ຮ່າງ​ແປກ​ຕາສະ​ຫລັບ​ຊັບ​ຊ້ອນ​ສວຍສົດງົດງາມ​ຫຼາຍນັກ​ທ່ອງ​ທ່ຽວ​ຕ່າ​ງໆຕັ້ງນາມ​ວ່າ “ກຸ້ຍ​ຫລິນ​ເມືອງ​ລາວ”


ທີ່​ຕັ້ງ ຕົວ​ເມືອງ​ວັງ​ວຽງ ຕັ້ງ​ຢູ່​ແຄມແມ່ນ້ຳ​ຊອງ ຫ່າງ​ຈາກ​ເມືອງ​ຫລວງ​ (ວຽງຈັນ) 154 ກິ​ໂລ​ແມັດ ແລະ​ຫ່າງ​ຈາກ​ເມືອງ​ຫລວງ​ພະ​ບາງ 210 ກິ​ໂລ​ແມັດ ອ້ອມ​ຮອບ​ດ້ວຍ​ພູເຂົາອັນ​ສູງຊັ່ນເບິ່ງເຫັນ​ສາຍ​ນ້ຳ​ກວ້າ​ງຕາຍ​ເນີນຂອງສາຍພູ ໂດຍ​ມີ​ພູ​ຫິນ​ປູນ​ເປັນ​ສາກ​ຫລັງ ແລະ​ໄດ້​ຊື່ວ່າ ກຸ້ຍ​ຫລິນ​ແຫ່ງ​ເມືອງ​ລາວ ເປັນ​ແຫລ່ງ​ທ່ອງ​ທ່ຽງ​ຂອງ​ປະເທດ​ລາວ ທ່ານ​ສາມາດ​ເພີດ​ເພີນໄປ​ກັບ​ທຳມະຊາດ​ໃນລະຫວ່າງ​ການເດີນທາງນຳອີກ

ສະຖານທີ່ທ່ອງທ່ຽວທີ່ຂື້ຍຊື່ຂອງເມືອງວັງວຽງ
ຖ້ຳ​ຈັງ ຕັ້ງ​ຢູ່​ຫ່າງ​ຈາກ​ຕົວ​ເມືອງ​ວັງ​ວຽງ​ປະ​ມານ1-2 ກິ​ໂລ​ແມັດ ທາງ​ທີ່​ຈະ​ເດິນທາງ​ໄປ​ຍັງ​ຖ້ຳ​ຈັງ ນັກ​ທ່ອງ​ທ່ຽວ​ຈະ​ຕ້ອງ​ຍ່າງ​ຜ່ານ​ຂົວ​ຂ້າມ​ແມ່ນ້ຳ​ຊອງ ຊຶ່ງ​ເປັນ​ເອກ​ລັກ​​ອີກ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ວັງ​ວຽງ ເນື່ອງ​ຈາກຂົວຂ້າມ​ຈະ​ມີ​ສີ​ສົ້ມ​ສະ​ດຸດ​ຕາ ສ່ວນ​ການເດິນທາງ​ຂຶ້ນ​ໄປ​ຖ້ຳ​ຈັງ​ນັ້ນ ຈະ​ຕ້ອງ​ຍ່າງ​ຂຶ້ນ​ບັນ​ໄດ​ປະ​ມານ 150 ຂັ້ນ ເປັນ​ທາງ​ລາດ​ຊັນ ເມື່ອ​ຍ່າງ​ຂຶ້ນ​ໄປ​ເຖິງ​ກໍ່​ຈະ​ພົບ​ກັບ​ຖ້ຳ​ຈັງ ຊຶ່ງ​ແບ່ງ​ເປັນ 2 ທາງ​ແຍກ​ນຳກັນ​ຄື ຖ້ຳ​ຝັ່ງ​ຊ້າຍ​ມື ເມື່ອ​ຍ່າງ​ເຂົ້າໄປ​ກໍ່​ຈະ​ໄປ​ເຖິງ​ຈຸດ​ຊົມ​ວິວ ຈາກ​ຈຸດ​ນີ້​ສາມາດ​ເບິ່ງເຫັນ​ວິວ​ແມ່ນ້ຳ​ຊອງ ກັບ​ທົ່ງ​ນາ​ສີ​ຂຽວ ກັບ​ທຳມະຊາດ​ທີ່​ສົມບູນ​ຂອງ​ເມືອງ​ວັງ​ວຽງ​ໂດຍ​ຈະ​ສາມາດ​ເບິ່ງເຫັນ​ໄດ້​ທັງ​ເມືອງ ສ່ວນ​ໂຊນ​ຂວາ​ມື ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ສຳ​ຜັດ​ກັບ​ຫີນ​ງອກ​ຫີນ​ຍ້ອຍ​ໃນ​ຮູບ​ລັກ​ສະນະ​ຕ່າງໆ ພາຍ​ໃນ​ຖ້ຳ​ອາ​ກາດ​ເຢັນ​ສະບາຍ ແລະ​ຈະ​ມີ​ນ້ຳ​ໄຫລ​ອອກຈາກ​ປາກ​ຖ້ຳ​ສູ່​ແມ່ນ້ຳ​ດ້ານ​ລຸມ

Visit Vang Vieng  in Lao: Tours ລາວ ຄົ້ນພົບ Vang Vieng
Tours ລາວ, Tours ລາວ ຄົ້ນພົບ Vang Vieng, Vang Vièng, ພາສາລາວ, ລາວ, 

ລ່ອງເຮືອຄາຍັກລ່ອງນ້ຳຊອງດ້ວຍເຮືອຄາຍັກ ຈຸດເດັ່ນ ແມ່ນ້ຳຊອງອາດຈະບໍ່ມີຄວາມຍິ່ງໃຫຍ່ ແລະ ເປັນທີ່ຮູ້ຈັກດີຂອງຜູ້ຄົນທົ່ວໄປ ຖ້າທຽບກັບແມ່ນ້ຳຂອງ ແຕ່ສຳລັບນັກພະຈົນໄພ ທີ່ມັກຮັກໃນການລ່ອງແກ້ງ ສາຍນ້ຳຊອງແຫ່ງນີ້ອາດຈະເປັນສາຍນ້ຳແຫ່ງສະເໜ່ ແລະ ເປັນທີ່ຊື່ນຊອບຫຼາຍກວ່າສາຍນ້ຳອື່ນໆ ໃນປະເທດລາວ ເພາະສາຍນ້ຳຊອງເປັນພຽງສາຍນ້ຳພຽງແຫ່ງດຽວໃນປະເທດລາວ ທີ່ມີບໍລິການລ່ອງແກ້ງຢ່າງຄົບວົງຈອນ ນັກເດີນທາງແບບແບັກແພັກເກີ້ຈຳນວນບໍ່ໜ້ອຍ ເລືອກວັງວຽງ.
[/mota]

BACK TO TOP