[giaban]Price: 1500000 LAK [/giaban]
[tomtat]
ລາຄາ: 1500.000 LAK|Land tour: ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
[/tomtat]
[mota]
ດ້ວຍພູມສັນຖານແລະບັນຍາກາດຂອງເມືອງວັງວຽງທີ່ໂອບອ້ອມໄປດ້ວຍພູຜາແລະສາຍນ້ຳເຮັດໃຫ້ວັງວຽງຖືກຍ້ອງຍໍໃຫ້ຄ້າຍຄື: ເມືອງກຸ້ຍຫຼິນຂອງປະເທດຈີນ. ໂດຍສະເພາະໃນຕອນເຊົ້າທີ່ສາຍໝອກລອຍພາດຜ່ານຂຸນເຂົາແລະແມ່ນ້ຳຊອງອັນກວ້າງໃຫຍ່. ຖ້າທ່ານ ໄດ້ພັກແຄມນ້ຳຕ້ອງຢ່າພາດໃນການຕື່ນແຕ່ເຊົ້າເພື່ອຊົມຈັກເທື່ອໜຶ່ງ, ເຊິ່ງເປັນເລື່ອງແປກແຕ່ມີຈິງທີ່ເມືອງວັງວຽງຍັງມີຄູ່ແຝດທີ່ມີພູມສັນຖານແລະບັນຍາກາດຄ້າຍຄືເມືອງກຸ້ຍຫຼິນ.
ປັດຈຸບັນເມືອງວັງວຽງໄດ້ເປີດຕົວເປັນສະຖານທີ່ຍອດນິຍົມຂອງບັນດານັກທ່ອງທ່ຽວເຊິ່ງປະກອບມີກິດຈະກຳອັນຫຼາຍໆຢ່າງຂອງເມືອງວັງວຽງບໍ່ວ່າຈະເປັນແບບພະຈົນໄພ, ບໍ່ວ່າຈະເປັນພາຍຄາຍັກ, ຂີ່ກົງເບັງ, ປິນໄຕ່ທ່ຽວຖ້ຳງາມເປັນຕົ້ນ. ແຕ່ສຳລັບຄົນມັກນອນເອນກາຍອີ່ມເອີບໄປດ້ວຍບັນຍາກາດແລະທຳມະຊາດເມືອງວັງວຽງເປັນດັ່ງສະຫວັນບົນດິນຂອງທ່ານ. ລ່ອງນ້ຳຊອງດ້ວຍເຮືອຄາຍັກຈຸດເດັ່ນແມ່ນ້ຳຊອງອາດຈະບໍ່ມີຄວາມຍິ່ງໃຫຍ່ແລະເປັນທີ່ຮູ້ຈັກດີຂອງຜູ້ຄົນທົ່ວໄປ.
Visit Vang Vieng in Lao: Tours ລາວ ຄົ້ນພົບ Vang Vieng
ປະກາດ ປະກາດ ວຽງຈັນ ປຣແກຣມທົວລາວກັບ ທ່ອງທ່ຽວ
| |
ຫມາຍຄວາມວ່າ: ລົດໃຫຍ່
|
ລາຄາ: 1.600.000 LAK
|
ເລີ່ມຕົ້ນ: ລາວ
|
ເວລາ: 3 ມື້ 2 ຄືນ
|
ນອນ: ໂຮງແຮມ
|
ຕິດຕໍ່ເລົາ: (+85) 62022545777
|
ຕິດຕໍ່ ແລ PHANANGHONGTRAVEL
|
1. ຕິດຕໍ່ ແລ: (+85)62022545777.
|
3. ອີເມວ: Ideasaobang2007@gmail.com
|
ຖ້າທຽບກັບແມ່ນ້ຳຂອງແຕ່ສຳລັບນັກພະຈົນໄພທີ່ມັກຮັກໃນການລ່ອງແກ້ງສາຍນ້ຳຊອງແຫ່ງນີ້ອາດຈະເປັນສາຍນ້ຳແຫ່ງສະເໜ່ແລະເປັນທີ່ນິຍົມຫຼາຍກວ່າສາຍນ້ຳອື່ນໆໃນປະເທດລາວເພາະສາຍນ້ຳຊອງເປັນພຽງສາຍນ້ຳພຽງແຫ່ງດຽວໃນປະເທດລາວທີ່ມີບໍລິການລ່ອງແກ້ງຢ່າງຄົບວົງຈອນນັກເດີນທາງແບບແບັກແພັກເກີ້ຈຳນວນບໍ່ໜ້ອຍເລືອກວັງວຽງເປັນເມືອງທ່ອງທ່ຽວອັນດັບໜຶ່ງຫຼາຍກວ່າວຽງຈັນຫຼືຫຼວງພະບາງເສຍອີກ. ເພາະເມືອງນ້ອຍໆກາງຂຸນເຂົາແຫ່ງນີ້ພວກເຂົາຈະຮັບທັງຄວາມສະໜຸກສະໜານຄວາມຕື່ນເຕັ້ນປະທັບໃຈແລະຊື່ນຊອບທຳມະຊາດອັນສວຍງາມຂອງກຸ້ຍຫຼິນແຫ່ງເມືອງລາວທີ່ມີໃຫ້ໄດ້ສຳຜັດຕະຫຼອດໝົດທັງປີ. ກິດຈະກຳລ່ອງຄາຍັກເທິງແມ່ນ້ຳຊອງຈະໃຊ້ເວລາປະມານ 4-6 ຊົ່ວໂມງ, ເຊິ່ງຖ້າໄປລ່ອງໃນໄລຍະລະດູແລ້ງນີ້ຈະໃຊ້ເວລາອ່າວດົນກວ່າ. ແຕ່ສຳລັບລະດູຝົນການລ່ອງຄາຍັກແມ່ນຈະມີທັງຄວາມໄວແລະຄວາມແຮງເຊິ່ງຈະມ່ວນທີ່ສຸດເລີຍ.
ການລ່ອງຄາຍັກແມ່ນ້ຳຊອງມີໄລຍະທາງປະມານ 20 ກິໂລແມັດ. ໃນໄລຍະທຳອິດ ເປັນເສັ້ນທາງຊົມທຳມະຊາດສອງຝັ່ງແມ່ນ້ຳຍັງບໍ່ມີແກ້ງໃຫຍ່ໆ. ໃຫ້ຄວາມຮູ້ສຶກຕື່ນເຕັ້ນປານໃດຈາກນັ້ນຈະເຖິງບ່ອນພັກບໍລິເວນປາກຖ້ຳຊ້າງ, ເຊິ່ງນອກຈາກຈະໄດ້ແວ່ພັກຮັບປະທານອາຫານແລ້ວຈະໄດ້ທ່ຽວຊົມບັນດາຖ້ຳໃນບໍລິເວນນີ້ນໍາອີກ. ບໍ່ວ່າຈະເປັນຖ້ຳຊ້າງ, ຖ້ຳຫຼຸບ, ຖ້ຳຫອຍແລະຖ້ຳນ້ຳ. ຈາກນັ້ນລ່ອງຕໍ່ໄປຍັງບໍລິເວນຖ້ຳນອນນັບເປັນຈຸດແວ່ພັກອີກແຫ່ງໜຶ່ງທີ່ຄົນສ່ວນຫຼາຍ. ເພາະເປັນຈຸດຫ້ອຍໂຫນໂຕນນ້ຳເຮຮາ.
ຈາກຖ້ຳນອນປະມານ 5 ກິໂລແມັດ. ເປັນເສັ້ນທາງໄລຍະສຸດທ້າຍທີ່ທ່ານຈະໄດ້ສຳຜັດກັບແກ້ງເລັກແກ້ງນ້ອຍແລະບັນຍາກາດອັນງົດງາມຂອງສາຍນ້ຳຊອງແລະເມືອງວັງວຽງ, ເຊິ່ງເມື່ອເຖິງບໍລິເວນຕົວເມືອງວັງວຽງບໍລິເວນຖາວອນສຸກຣີສອດເປັນອັນສິ້ນສຸດການປະຈົນໄພເທິງສາຍນ້ຳຊອງສາຍນ້ຳແຫ່ງຕຳນານທີ່ພ້ອມຈະສ້າງເລື່ອງລາວແຫ່ງຄວາມສຸກໃຫ້ແກ່ຜູ້ມາຢ້ຽມຢາມເມືອງວັງວຽງແຫ່ງນີ້.
ຈາກນັ້ນ, ກໍ່ທ່ຽວຊົມຖ້ຳງາມໃນວັງວຽງເມືອງວັງວຽງນອກຈາກຈະເປັນເມືອງທີ່ສວຍງາມທີ່ຖືກໂອບອ້ອມດ້ວຍໜ່ວຍພູແລະຜາຫິນອັນສະຫຼັບຊ້ອນພ້ອມທັງສາຍນ້ຳຊອງທີ່ແສນງາມແລ້ວຍັງມີຖ້ຳທີ່ໜ້າທ່ອງທ່ຽວຈຳນວນຫຼວງຫຼາຍເຊັ່ນ: ຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູຄຳ, ຖ້ຳນ້ຳ, ຖ້ຳນອນ ແລະຜາຕັ້ງ.
ຖ້ຳຈັງຕັ້ງຢູ່ໄກຈາກສະໜາມບິນເກົ່າປະມານ 500 ແມັດ. ເພິ່ນຈະເປີດໃຫ້ເຂົ້າທ່ຽວຊົມແຕ່ເວລາ 8:00 17:00 ໂມງ. ເປັນຖ້ຳແຫ່ງດຽວທີ່ມີໄຟຟ້າຕິດຕັ້ງຢູ່ພາຍໃນຖ້ຳ, ໃນອະດີດປະຊະຊາຊົນເຊື່ອວ່າຖ້ຳແຫ່ງນີ້ເປັນຖ້ຳສັກສິດ. ຖ້າໃຜເຮັດສິ່ງທີ່ບໍ່ດີບໍ່ງາມໃນຖ້ຳຈະເກີດອາການຈັງເຊິ່ງອາການຈັງໄດ້ກາຍມາເປັນຊື່ວ່າ: "ຖ້ຳຈັງ".
ຈາກນັ້ນຕ້ອງອອກແຮງຂຶ້ນຂັ້ນໄດ 147 ຂັ້ນ, ເຊິ່ງທາງຂ້າງເທິງນັ້ນມີວິວທີ່ງາມໆຂອງຂົວແລະເມືອງວັງວຽງໃຫ້ໄດ້ເບິ່ງເປັນລາງວັນສຳລັບຄົນອົດທົນຂຶ້ນຂັ້ນໄດ ນັບວ່າເປັນຈຸດຊົມວິວທິວທັດທີ່ສວຍງາມທີ່ສຸດຂອງເມືອງວັງວຽງ ອີກດ້ວຍ.
ເມື່ອເຂົ້າໄປພາຍໃນຖ້ຳຈັງຈະໄດ້ສຳຜັດກັບອາກາດເຢັນສະບາຍທ່າມກາງຫີນຍ້ອຍຫີນງອກອັນງົດງາມທີ່ສຸດ. ເມື່ອມີແສງໄຟຟ້າສາດສ່ອງເກີດມີສີສັນເປັ່ງປະກາຍເຮັດໃຫ້ພາຍໃນເບິ່ງລຶກລັບຄືດັ່ງເມືອງໃນເທບນິຍາຍທີ່ມີສະເໜ່ຊວນຫຼົງໄຫຼ. ໂດຍທ່ານສາມາດຍ່າງເລາະຊົມໄດ້ຕາມທາງຊີມັງທີ່ເຮັດໄວ້ຢ່າງດີແລະຖ້າຍ່າງໄປທາງຊ້າຍສຸດເສັ້ນທາງຈະພົບກັບຈຸດຊົມວິວທີ່ສວຍງາມ ບໍ່ນ້ອຍໜ້າບໍລິເວນປາກທາງເຂົ້າຖ້ຳ.
ກຸ້ຍຫຼິນເມືອງລາວຄືຄຳນິຍາມອັນງົດງາມທີ່ບໍ່ເກີນກວ່າຄວາມເປັນຈິງຂອງເມືອງນ້ອຍໆ. ທີ່ໂອບອ້ອມດ້ວຍພູຜາແລະສາຍນ້ຳແຫ່ງນີ້. ວັງວຽງໜຶ່ງໃນເມືອງທ່ອງທ່ຽວຍອດນິຍົມຂອງລາວໄກຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 160 ກມ. ແລະ ໃຊ້ເວລາເດີນທາງປະມານ 3 ຊົ່ວໂມງ, ເຖິງແມ່ນວ່າ: ວັງວຽງຈະເປັນພຽງເມືອງນ້ອຍໆຢູ່ກາງປ່າເຂົາລຳເນົາໄພແຕ່ໃນດ້ານການທ່ອງທ່ຽວເມືອງວັງວຽງຖືໄດ້ວ່າມີຊື່ສຽງໂດ່ງດັງແລະ ເປັນທີ່ຮູ້ຈັກບໍ່ນ້ອຍໄປກວ່າເມືອງ
Laos , Tour Vang Vieng , Vang Vièng , Viêng Chăn , Vientiane , ລາວ. Laos , ວັງວຽງປະມານ
ປະກາດ ປະກາດ ວຽງຈັນ ປຣແກຣມທົວລາວກັບ ທ່ອງທ່ຽວ
| |
ຫມາຍຄວາມວ່າ: ລົດໃຫຍ່
|
ລາຄາ: 1.600.000 LAK
|
ເລີ່ມຕົ້ນ: ລາວ
|
ເວລາ: 3 ມື້ 2 ຄືນ
|
ນອນ: ໂຮງແຮມ
|
ຕິດຕໍ່ເລົາ: (+85) 62022545777
|
ຕິດຕໍ່ ແລ PHANANGHONGTRAVEL
|
1. ຕິດຕໍ່ ແລ: (+85)62022545777.
|
3. ອີເມວ: Ideasaobang2007@gmail.com
|
Tours





