Visit Savanakhet, Laos: ແກ້ງກຸ - ແກ້ງກຸ. (ແຂວງ ສາລະວັນ)
Now day :

- Hotline: +85 620 225 - 45 777

[giaban]ລາຄາ: 1.660.000 LAK  [/giaban]

 [tomtat]
ລາຄາ: 1.660.000 LAK | Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more





[/tomtat]
Visit Savanakhet, Laos: ແກ້ງກຸ - ແກ້ງກຸ. (ແຂວງ ສາລະວັນ)
[mota]

ແກ້ງກຸ ເປັນແກ້ງຫີນກັ້ນລໍານໍ້າເຊໂດນ ເຖີງຈະມີນໍ້າຕົກທີ່ບໍ່ສູງຊັນຫຼາຍ ແຕ່ກໍ່ເປັນນໍ້າຕົກທີ່ມີບໍລິເວນກວ້າງ, ປະຊາຊົນຊາວເມືອງວາປີ, ສາລະວັນ ແລະ ຄົງເຊໂດນ ຈະພາກັນໄປຫຼີນໄປທ່ຽວຈໍານວນຫຼາຍໃນຊ້ວງເທດສະການປີໃໝ່ລາວ ແກ້ງກຸ ມີທີ່ຕັ້ງ ຫ່າງຈາກເທດສະບານເມືອງວາປີ (ວາປີໃໝ່) ໄປທາງທິດຕາເວັນອອກຊ່ຽງເໜືອປະມານ 5 ກມ ແລະ ຫ່າງຈາກເສັ້ນທາງເລກ 15 ປະມານ 3 ກມ

ແກ້ງກຸ. (ແຂວງ ສາລະວັນ)

ແກ້ງກຸຕັ້ງຢູ່ບ້ານພູມສະຫວັນ, ເມືອງວາປີ, ແຂວງສາລະວັນ, ຫ່າງຈາກເທດສະບານເມືອງ 7 ກມ. ໂດຍມີການເປີດນຳໃຊ້ ເລີ່ມແຕ່ປີ 1995 ເລົ່າກັນວ່າຄາວແຕ່ກີ້ ມີຄອບຄົວພໍ່ເຖົ້າຜູ້ໜຶ່ງ ຊື່ວ່າ: ພໍ່ເຖົ້າກຸ ຄອບຄົວຂອງລາວ ເປັນຄອບຄົວທີ່ທຸກຍາກ ແລະ ການດຳລົງຊີວິດ ຂອງເພິ່ນແມ່ນການເຮັດນາ, ເຮັດສວນ ແລະ ຊອກຫາສັດປ່າ. ພໍ່ເຖົ້າກຸ ໄດ້ຕັ້ງຖິ່ນຖານ ຢູ່ແຄມແມ່ນນ້ຳເຊໂດນ ຢູ່ເຂດບໍລິເວນແກ້ງໃຫຍ່ ເພາະວ່າເຂດນີ້ມີຄວາມອຸດົມສົມບູນ ແລະ ມີສັດສາວາສິ່ງອາໄສຢູ່ເຊັ່ນ: ປູ, ປາ, ຫ້ອຍ, ກຸ້ງ ແລະ ພືດພັນຕ່າງໆ. ໃນແຕ່ລະມື້ ຄອບຄົວພໍ່ເຖົ້າກຸ ແລະ ເພິ່ນເອງໄດ້ລົງຫາປາຢູ່ຕາມແກ້ງ, ມີມື້ໜຶ່ງພໍ່ເຖົ້າກຸ ໄດ້ລົງຫາປາຜູ້ດຽວຢູ່ແກ້ງ ໃນຄະນະທີ່ລາວ ແນມຫາປາຢູ່ນ້ຳນັ້ນ, ບັງເອີນລາວພັດໝື່ນຫີນລົ້ມ ເຮັດໃຫ້ລາວເສຍຊີວິດຄາທີ່ ແລະ ຫຼາຍປີຕໍ່ມາປະຊາຊົນ ພາຍໃນບ້ານຈິ່ງພາກັນເອີ້ນແກ້ງນີ້ວ່າ: ແກ້ງກຸ ເທົ່າທຸກວັນນີ້.

Visit Savanakhet, Laos: ແກ້ງກຸ - ແກ້ງກຸ. (ແຂວງ ສາລະວັນ)
ແກ້ງກຸ ເປັນແກ້ງຫີນກັ້ນລໍານໍ້າເຊໂດນ ເຖີງຈະມີນໍ້າຕົກທີ່ບໍ່ສູງຊັນຫຼາຍ ແຕ່ກໍ່ເປັນນໍ້າຕົກທີ່ມີບໍລິເວນກວ້າງ, ປະຊາຊົນຊາວເມືອງວາປີ, ສາລະວັນ ແລະ ຄົງເຊໂດນ ຈະພາກັນໄປຫຼີນໄປທ່ຽວຈໍານວນຫຼາຍໃນຊ້ວງເທດສະການປີໃໝ່ລາວ ແກ້ງກຸ ມີທີ່ຕັ້ງ ຫ່າງຈາກເທດສະບານເມືອງວາປີ (ວາປີໃໝ່) ໄປທາງທິດຕາເວັນອອກຊ່ຽງເໜືອປະມານ 5 ກມ ແລະ ຫ່າງຈາກເສັ້ນທາງເລກ 15 ປະມານ 3 ກມ
ການເດີນທາງ ແຂວງ ບໍລິຄຳໄຊ,  ພາສາລາວ, ລາວ,
Laos, ແຂວງສາລະວັນ, ພາສາລາວ, ພາສາລາວm, ພາສາລາວm ລາວ, ລາວ, Tours, Tour Laos, Tour Lào-Lào, 
[/mota]

BACK TO TOP