ສປປ ລາວ ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງປະທານປະເທດຫວຽດນາມ
Now day :

- Hotline: +85 620 225 - 45 777

[tintuc]

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ຕໍ່ການຈາກໄປຂອງ ສະຫາຍ ເຈິ່ນ ດ້າຍ ກວາງ  ປະທານປະເທດ ຫວຽດນາມ ເຊິ່ງມີເນື້ອໃນວ່າ: 


ບັນດາສະຫາຍທີ່ຮັກແພງ, ໃນນາມຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດ ຊຶ້ງຕໍ່ການຈາກໄປຢ່າງບໍ່ມີມື້ຫວນກັບຄືນມາຂອງສະຫາຍ ເຈິ່ນ ດ້າຍ ກວາງ, ກໍາມະການຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ສະໄໝ ທີ X, XI, XII, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ XI, XII; ປະທານປະເທດແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ.

ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນຂອງ ສະຫາຍ ເຈິ່ນ ດ້າຍ ກວາງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສສ ຫວຽດນາມ ຕະຫຼອດຊີວິດຂອງການເຄື່ອນໄຫວປະຕິວັດຂອງທ່ານ, ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຂອງຫວຽດນາມ. ສະຫາຍ ເຈິ່ນ ດ້າຍ ກວາງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດມາ.  ການຈາກໄປຂອງ ສະຫາຍ ເຈິ່ນ ດ້າຍ ກວາງ  ບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ  ແຕ່ຍັງເປັນການສູນເສຍເພື່ອນສະຫາຍທີ່ໃກ້ຊິດສະໜິດສະໜົມຜູ້ໜຶ່ງຂອງພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າອີກດ້ວຍ.  ໃນຊ່ວງເວລາອັນໂສກເສົ້ານີ້,  ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,  ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ແລະ ສູນກາງແນວລາວສ້າງຊາດຂໍແບ່ງເບົາຄວາມທຸກໂສກ ແລະ ສົ່ງຄວາມ ເຫັນອົກເຫັນໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ  ແລະ ຜ່ານບັນດາສະຫາຍເຖິງປະຊາຊົນຫວຽດນາມອ້າຍນ້ອງ  ໂດຍສະເພາະມາຍັງຄອບຄົວ, ຍາດຕິພີ່ນ້ອງ  ແລະ ເພື່ອນມິດຂອງ ສະຫາຍ ເຈິ່ນ ດ້າຍ ກວາງ  ມາໃນໂອກາດນີ້ດ້ວຍ. ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ແລະ ຂໍໃຫ້ເຖິງດວງວິນຍານຂອງ ສະຫາຍ ເຈິ່ນ ດ້າຍ ກວາງ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ!

Nếu bạn có câu hỏi về chuyền du lịch Lào, Thái Lan, Việt Nam hãy để lại thông tin của bạn chúng tôi sẽ trả lời

[/tintuc]

BACK TO TOP