ຮູບຈຳລອງ ນະຄອນຫລວງເກົ່າເຫ້ວໃນ ງື້ລາມວຽນ (Visit Hue on Viet Nam)
Now day : Chủ nhật, ngày 27 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ຮູບຈຳລອງ ນະຄອນຫລວງເກົ່າເຫ້ວໃນ ງື້ລາມວຽນ (Visit Hue on Viet Nam)


ລາຄາ: 1.900.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 4 ມື້ 3 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao - ດຕໍ່ເລົາ: (+85) 62022545777




  • Tours Infor

Visit Hue on Viet Nam: ຮູບຈຳລອງ ນະຄອນຫລວງເກົ່າເຫ້ວໃນ ງື້ລາມວຽນ

ໃນມູມນ້ອຍແຫ່ງໜຶ່ງ ຂອງເມືອງ 9, ມີທໍາເລໜຶ່ງ ທີ່ແສນໂດດເດັ່ນ ຊຶ່ງ ມີແມ່ ນ້ຳເຮືອງ ໄຫລອອ້ມເໝືອນໃນຝັນ, ມີຮວ່າງແທ່ງ (ກຳແພງ ລາຊະວັງ), ວັດ ທຽນມູ້ທີ່ເກົ່າແກ່ ແລະ ສຸສານ ຂອງກະສັດ ຢາລອງ, ກະສັດມິງມາງ ແລະ ກະ ສັດອື່ນໆ ຊຶ່ງ ທັງໝົດໄດ້ ຕົບແຕ່ງສ້າງຄືນໃໝ່ ຕາມແບບສະຖາ ປັດຕະຍະກຳ ຂອງນະຄອນຫຼວງເກົ່າເຫວ້ ຕາມມາດຕາສ່ວນ 1/700. ນັ້ນກໍ່ຄື: ງື້ລາມ ວຽນ. ງື້ລາມວຽນ ເປັນຜົນງານ, ເປັນກິດຈະການຄູ່ໃຈ ຂອງ ທ່ານຫງວຽນແທງຕຸ່ງ ລູກຫລານຄົນເມືອງ ເຫວ້ ທີ່ພັດພາກຫ່າງໄກຈາກ ບ້ານເກີດເມືອງ ນອນ.

ຫງວຽນແທງຕຸ່ງ ເຄີຍໃຊ້ຊີວິດຢູ່ເມືອງເຫວ້ ໃນໄວເດັກເປັນ ພຽງຫ້າປີ, ແຕ່ຄວາມສວຍສົດງົດງາມຂອງເມືອງເກົ່າເຫວ້ ໄດ້ ຝັງເລິກ ຢູ່ໃນມະໂນຄະຕິຂອງລາວຢູ່ສະເໝີ. ຄວາມນຶກຄິດຢາກຟື້ນຄືນ ນະນອນເຫວ້ ທີ່ເກົ່າແກ່ ແຕ່ສະຫງົບງຽບ, ເຕັມ ໄປດ້ວຍສີສັນວັດທະນະທໍາ, ປະຫວັດສາດ ຂອງຜືນແຜ່ນດິນ ທີ່ເຄີຍເປັນສະຖານທີ່ຕັ້ງ ຂອງພະລາດຊະວັງແຫ່ງລາຊະວົງ ຫງວຽນ ຕະຫຼອດ 4 ສະຕະວັດຜ່ານມາ ໄດ້ກາຍເປັນແຮງ ບັນດານໃຈ ຊຸກຍູ້ ໃຫ້ລາວ ປະຕິບັດ ແນວຄວາມຄິດສ້າງສັນນີ້ ປະກົດຜົນເປັນຈິງ. 



ທ່ານຕຸ່ງ ໄດ້ກໍ່ສ້າງ ງື້ລາມວຽນ ແຕ່ປີ 2002 ແລະ ສຳເລັດ ໃນປີ 2007 ດ້ວຍການໃຊ້ວັດຖຸດິບຄື: ຫີນອ່ອນບົດ ປະສົມກັບ ຊີມັງ. ນັບແຕ່ນັ້ນມາຮອດປັດຈຸບັນ, ໄດ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຫຼາຍແສນ ເທື່ອຄົນ ເຂົ້າມາທ່ຽວຊົມ ແລະ ເມື່ອຊົມແລ້ວ ທຸກຄົນຮູ້ສຶກຕົກຕະລຶງ ແລະ ປະທັບໃຈຫລາຍ ເໝືອນກັບວ່າ ເມືອງຫຼວງເກົ່າເຫວ້ ພວມປະກົດຕົວ ຢູ່ຕໍ່ໜ້າຕົນ ແທ້ໆ. ນັ້ນແມ່ນຮູບຄວັດແກະສະຫລັກ ທີ່ລວດລາຍ ແລະ ເສັ້ນໂຄ້ງທີ່ລະອຽດປານີດ ຢູ່ໃນ ງື້ລາມວຽນ ຜ່ານ ການສ້າງຟື້ນຄືນກໍາແພງນະຄອນເຫວ້, ຫໍໄຫວ້ທ້າຍຮວ່າ, ຫງໍໂມນ, ວັງເຈື່ອງແຊັງ, ສຸສານກະສັດຕືດຶກ ແລະ ອື່ນໆ.

ງື້ລາມວຽນ ດ້ວຍການສະຖາປານິກ ນະຄອນຫລວງເກົ່າ ເຫ້ວນີ້ ກໍ່ມີທິດຫັນໜ້າ ໄປສູ່ທິດໃຕ້ເໝືອນຢູ່ໃນພະລາຊະວັງ, ຮູບພາບ ນະຄອນຫລວງເກົ່າ ປະກົດຕົວຂຶ້ນ ຍ້ອນຖືກອ້ອມຮອບດ້ວຍ ແມ່ນ້ຳເຮືອງ, ມີພູ ງື້ບິ່ງ, ມີເກາະ ໂກ່ນເຮ້ນ ແລະ ໂກ່ນຢ໊າວຽນ ຢູ່ໃນທ່າໂຕມັງກອນ ແລະ ເສືອໂຄ່ງຄອຍເຝົ້າ ຢູ່ສອງຟາກຊ້າຍ-ຂວາ ເພື່ອປ້ອງກັນເມືອງຫລວງເກົ່າ. 


Viet Nam travel: Visit Hue-ຫວຽດນາມ, ການເດີນທາງກັບພະລາຊະວັງ Hue
ສິ່ງທີ່ປະທັບໃຈທີ່ສຸດ ຂອງ ງື້ລາມວຽນ ແມ່ນການຟື້ນຄືນ ໃຫ້ເຫັນ ຢ່າງລະອຽດ, ແນບນຽນ ແລະ ຕົວຈິງ ບັນດາ ກິດຈະ ການຕົ້ນຕໍ ຂອງນະຄອນຫລວງເກົ່າເຫ້ວ ໂດຍສະເພາະ ຢ່າງຍິ່ງ ແມ່ນ ກຳແພງລາຊະວັງ ແລະ ຕື໊ເກີມແທ່ງ(ວັງຫ້າມ). ກິງແທ່ງ (ກຳແພງເມືອງ), ຮວ່າງແທ່ງ ແລະ ຕື໊ເກີມແທ່ງ ທັງສາມ ຖືກຈໍາກັດເຂດໂດຍວົງອ້ອມ ນອກໃຫຍ່, ໃນນ້ອຍ, ຖືກຈັດວາງ ຢູ່ໃຈກາງຂອງກຸງເກົ່າເຫວ້ ຕາມ ທິດເໜືອ-ໃຕ້ ຊຶ່ງສ້າງເປັນ ຈຸດເດັ່ນ ໃຫ້ແກ່ແບບສະຖາປັດຕະຍະກຳ ທີ່ເປັນ ເອກະລັກ ສ່ອງແສງເຖິງອຳນາດ ແລະ ອິດທິພົນສູງສຸດ. 

ນອກຈາກເປັນຜູ້ທີ່ຕິດພັນກັບ ນະຄອນເກົ່າເຫ້ວ, ອີກຢ່າງຊໍ້າພັດເປັນຜູ້ສ້າງ ງື້ລາມວຽນ ທ່ານ ຫງວຽນແທງຕຸ່ງ ຍັງເປັນ ຜູ້ໜຶ່ງ ທີ່ມີຄວາມຮູ້ຢ່າງເລິກເຊິ່ງ ກ່ຽວກັບເຫວ້ ເໝືອນກັບນັກຄົ້ນຄວ້າ ປະຫວັດສາດ-ວັດທະນະທຳເຫວ້ ຢ່າງແທ້ຈິງ. ເມື່ອ ນັກທ່ອງທ່ຽວ ມາຢ້ຽມຊົມ ທ່ານເອງຈະເປັນຜູ້ບັນຍາຍຢ່າງລະອຽດ ຖີ່ຖ້ວນທຸກຢ່າງໃນ ງື້ລາມວຽນ ບ່ອນທີ່ດິນຈີ່ ແຕ່ລະ ກ້ອນໃນສວນແຫ່ງນີ້ ລ້ວນແຕ່ບັນຈຸຮ່ອງຮອຍ ວັດທະນະທໍາ ທີ່ມີສີສັນສະເພາະຂອງເຫ້ວ. 

ທ່ຽວຊົມ ງື້ລາມວຽນ ທ່ານຕຸ່ງໄດ້ແນະນຳ ໃຫ້ຮູ້ແຈ້ງ ກ່ຽວກັບ ກິດຈະການ ຈໍາລອງ ກໍາແພງເມືອງເກົ່າເຫວ້( ກິງແທ່ງເຫວ້) ຊຶ່ງປະກອບດ້ວຍ 8 ປະຕູ ຫັນໜ້າໄປທາງທິດເໜືອ, ທິດໄຕ້, ທິດຕາເວັນອອກ, ທິດຕາເວັນຕົກ, ທິດຕາເວັນອອກສ່ຽງໄຕ້, ທິດຕາເວັນອອກສຽ່ງເໜືອ, ທິດຕາເວັນຕົກສຽ່ງໄຕ້ ແລະ ທິດຕາເວັນຕົກສ່ຽງເໜືອ ຊຶ່ງ ອອກແບບ ກໍ່ສ້າງຕາມແບບ ສະຖາປັດຕະຍະກຳ ຢູ່ໃນທ່າປ້ອງກັນ ແລະ ບຸກ ໂຈມຕີ. ງໍ້ໂມນ ແມ່ນ ປະຕູໂຂງ ໃຫຍ່ ທັງເປັນໂສມໜ້າຂອງ ດ້າຍໂນ້ຍ. ດ້າຍໂນ້ຍ ມີ 5 ປະຕູ, 9 ຫຼັງຄາ ແລະ 100 ເສົາ ທັງໝົດ ຊຶ່ງເປັນສັນຍາລັກ ໃຫ້ແກ່ ຄວາມໝັ້ນຄົງ ແລະ ຍືນນານ.

ພາຍໃນກໍາແພງພະລາຊະວັງເຫວ້ ປະກອບມີ ຮວ່າງແທ່ງ ແລະ ຕື໊ເກີມແທ່ງ ເອີ້ນລວມວ່າ ດ້າຍໂນ້ຍ. ສະເພາະ ຮວ່າງ ແທ່ງ ມີພາລະບົດບາດ ປົກປ້ອງ ພະລາຊະວັງ, ຫໍໄຫວ້ ບັນພະບູລຸດ ຂອງລາຊະວົງ ຫງວຽນ ແລະ ປົກປ້ອງ ຕື໊ເກີ້ມແທ່ງ ຊຶ່ງເປັນສະຖານທີ່ ສໍາລັບສະເພາະອົງກະສັດ ແລະ ບັນດາ ສະມາຊິກພະບໍລົມວົງສານຸວົງ. ຢູ່ພາຍໃນ ດ້າຍໂນ້ຍ ປະ ກອບດວ້ຍ ບັນດາ ຫໍບູຊາບັນພະບຸລຸດ ຂອງ ເຈົ້າຊີວິດ ແລະ ທັງໝົດ ໄດ້ ຖືກຈັດວາງຢ່າງເປັນລະບຽບ ຮຽບຮ້ອຍເໝືອນ ຕົວຈິງ. 
Viet Nam travel: Visit Hue-ຫວຽດນາມ, ການເດີນທາງກັບພະລາຊະວັງ Hue
ລ່ອງຕາມ ກະແສ ແມ່ນ້ຳເຮືອງຢາງ ໃນຮູບຈໍາລອງ ໄຫຼຜ່ານກໍາແພງເ ມືອງເກົ່າເຫວ້ ພວກຂ້າພະເຈົ້າ ສືບຕໍ່ຮັບຊົມບັນດາ ກິດຈະການອື່ນໆ ທີ່ຢູ່ນອກກໍາແພງພະລາດຊະວັງເຊັ່ນ: ຂົວເຈື່ອງຕ່ຽນ, ທ່ານ້ຳເວີນເລົາ, ສາລາ ເທືອງບາກ, ວັດທຽນ ມູ້, ຫໍຮ່ອນແຈ໋ນ ແລະ ອື່ນໆ ຜູ້ໃດກໍ່ຮູ້ສຶກວ່າແມ່ນສະຖາປານິກທີ່ເໝືອນຈິງທຸກຢ່າງ, ເໝືອນຢູ່ໃນຄວາມຝັນ, ແຕ່ມີລັກສະນະ ເຄັ່ງຂຶມ, ສະຫງ່າງາມຫລາຍ. ພິເສດ, ມີນັກຄົ້ນຄວ້າ ກ່ຽວກັບວັດທະນະທໍາ ເຫວ້ບາງຄົນ ໄດ້ໃຫ້ ທັດສະນະວ່າ, ຜົນສຳ ເລັດໃຫຍ່ຫລວງທີ່ສຸດຂອງ ງື້ລາມວຽນນັ້ນແມ່ນ ການ ປະຕິສັງຂອນ ສ້າງໃຫ້ພວກເຮົາເຫັນຄືນ ກິດຈະການ ຕ່າງໆ ທີ່ຖືກ ທໍາລາຍ ຈາກສົງຄາມໄປແລ້ວໃນເມື່ອກ່ອນ.
ທ່ານຕຸ່ງເວົ້າວ່າ, ງື້ລາມວຽນ ຈະ ຊ່ວຍໃຫ້ນັກ ທ່ອງທ່ຽວຫລາຍຄົນ ເຖິງວ່າ ໄດ້ຮູ້ຈັກ ຫລື ໄດ້ຟັງມາແດ່ແລ້ວ ແຕ່ຍັງບໍ່ເຄີຍ ມາ ເມືອງເຫວ້ຈັກເທື່ອ ຈະມີໂອກາດໄດ້ທ່ຽວຊົມບັນດາ ສະຖາປັດຕະຍະກຳ ແລະ ຄວາມສວຍງາມສະຫງ່າ ຂອງ ນະຄອນຫຼວງເກົ່າເຫວ້. ສໍາລັບຜູ້ທີ່ເຄີມມາ ເມືອງຫລວງເກົ່າເຫວ້ແລ້ວ, ໂດຍຜ່ານ ງື້ລາມວຽນ ຊຶ່ງເປັນສະຖານທີ່ແຫ່ງໜຶ່ງ ທີ່ສາມາດ ມະໂນພາບ ມໍລະດົກໂລກແຫ່ງນີ້ ຢ່າງຄົບຖ້ວນ ກວມລວມຕື່ມອີກ. ນອກຈາກລູກຫລານ ຄົນເມືອງເຫວ້ ທີ່ຢູ່ ຫ່າງໄກແລະ ນັກທ່ອງທ່ຽວຕ່າງປະເທດແລ້ວ, ນັກທ່ອງທ່ຽວທີ່ມາ ທ່ຽວຊົມ ງື້ລາມວຽນ ແຫ່ງນີ້ ສ່ວນຫລາຍຈະແມ່ນ ນັກ ຮຽນ, ນັກສຶກສາ ເຂົາເຈົ້າມາທີ່ນີ້ ເພື່ອຈຸດປະສົງ ຊອກຮູ້ປະຫວັດສາດ ວັດທະນະທໍາ ຂອງຫວຽດນາມ ເວົ້າລວມ, ຂອງ ນະຄອນເກົ່າເຫວ້ໂດຍສະເພາະ. ທ້າວ ຫງວຽນມິງດັງ, ນັກສຶກສາ ມະຫາວິທະຍາໄລ ວິທະຍາສາດ ສັງຄົມ ແລະ ມະນຸດ ວິທະຍາ ນະຄອນໂຮ່ຈີມິນໄດ້ ສະແດງຄວາມຮູ້ສຶກວ່າ: “ນ້ອງເອງບໍ່ເຄີຍມາເມືອງ ເຫ້ວແຫ່ງນີ້ ຈັກເທື່ອ, ແຕ່ໂດຍຜ່ານ ງື້ລາມວຽນ ນ້ອງ ສາມາດຮູ້ ແລະ ເຂົ້າໃຈເລິກເຊິ່ງຕື່ມ ກ່ຽວກັບປະຫວັດ ແລະ ຄວາມມະຫັດສະຈັນ ຂອງຜືນແຜ່ນດິນ ທີ່ແສນສວຍສົດງົດງາມແຫ່ງນີ້ ໂດຍສະເພາະຢ່າງຍິ່ງແມ່ນ ບັນດາ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ແລະ ມີຄຸນຄ່າ ທາງດ້ານປະຫວັດສາດ, ວັດທະນະທຳ ທີ່ຍືນຍົງຄົງຕົວ ແລະ ຜ່ານພົ້ນຫຼາຍສະຕະວັດມາແລ້ວ...”.                            

https://blogger.googleusercontent.com/img/b/R29vZ2xl/AVvXsEhTS6rBuyxQnCpbv31loSfTlSHB8nynvoR9ZgRS7J9T9VBnROLkPKDz0xdWOFpb4IzxNp0He3HAlLaTaBhWOKCNk4CifxYUlAD0XT2QU3_9GNQ0sNFU7x-HlRqlkIGTNadpwaVvJf_IBm_v/s200/ThumbnailImage+%25281%2529.jpg

BACK TO TOP