Xiengkhoang: ແຫຼ່ງທ່ອງທ່ຽວຊຽງຂວາງ ກຽມຂຶ້ນເປັນມໍລະດົກໂລກ.
Now day : Thứ Hai, ngày 14 tháng 04 năm 2025

- Hotline: +85 620 225 - 45 777

Xiengkhoang: ແຫຼ່ງທ່ອງທ່ຽວຊຽງຂວາງ ກຽມຂຶ້ນເປັນມໍລະດົກໂລກ.


ປັດຈຸບັນ, ແຂວງຊຽງຂວາງ ກຳລັງກະກຽມທົ່ງໄຫຫີນຂຶ້ນເປັນມໍລະດົກໂລກ ໂດຍອົງການອຸຍແນັດສະໂກ(UNESCO) ຫຼັງສຳເລັດການສຳຫຼວດ ແລະ ຂຶ້ນທະບຽນທົ່ງໄຫຫີນ 11 ແຫຼ່ງ ໃນ 4 ເມືອງຄື: ເມືອງແປກ, ຜາໄຊ, ພູກູດ ແລະ ເມືອງຄຳ ເປັນຕົວແທນທີ່ໂດດເດັ່ນໃຫ້ແກ່ທົ່ງໄຫຫີນທັງໝົດຂອງແຂວງ ທີ່ມີຫຼາຍກວ່າ 28 ແຫຼ່ງ.


ໃນການກະກຽມດັ່ງກ່າວ, ໄດ້ມີການຈັດກອງປະຊຸມລາຍງານຜົນຄວາມຄືບໜ້າຂຶ້ນໃນວັນທີ 11 ຕຸລາ 2018 ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ກອງປະຊຸມດັ່ງກ່າວ ຈະດຳເນີນເປັນເວລາ 2 ມື້, ໄດ້ມີລາຍງານກຽມຄວາມພ້ອມດ້ານພື້ນທີ່ທັງໝົດ 11 ແຫຼ່ງຄື:

ແຫຼ່ງທີ 1 ບ້ານນາໂອ.
ແຫຼ່ງທີ 21 ພູເກັງ ເມືອງແປກ.
ແຫຼ່ງທີ 25 ບ້ານສອງຮັກ.
ແຫຼ່ງທີ 28 ບ້ານນາຄວນ ເມືອງພູກູດ.
ແຫຼ່ງທີ 2 ບ້ານນາໂຄ້.
ແຫຼ່ງ 3 ແລະ 8 ບ້ານຊຽງດີ ເມືອງຜາໄຊ.
ແຫຼ່ງທີ 23 ບ້ານນໍ້າຮົ່ມ.
ແຫຼ່ງ 24 ພູຊ້າງ ບ້ານຊາງ ເມືອງຄຳ.
ແຫຼ່ງທີ 12 ແລະ 52 ບ້ານຜາແກ້ວ ເມືອງແປກ.
ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄະນະກຳມະການລະດັບຊາດ ເພື່ອມໍລະດົກ ໄດ້ກ່າວເປີດກອງປະຊຸມວ່າ: ໃນກອງປະຊຸມຄັ້ງນີ້, ພວກເຮົາຕ້ອງພ້ອມກັນກວດກາ,ປະເມີນແຫຼ່ງມໍລະດົກໃນດ້ານຕ່າງໆ ໂດຍສະເພາະພື້ນທີ່ຂອງທົ່ງໄຫຫີນ 11 ແຫຼ່ງ ທີ່ຈະສະເໜີເປັນມໍລະດົກໂລກ, ພວກເຮົາຈະໄດ້ຮ່ວມກັນຄຸ້ມຄອງມໍລະດົກແຫຼ່ງດັ່ງກ່າວພ້ອມທັງສັງເກດ ແລະ ຕີລາຄາຂະບວນການໃນການກຽມຄວາມພ້ອມຢູ່ເລື້ອຍໆ, ອີງໃສ່ການມີສ່ວນຮ່ວມຂອງປະຊາຊົນຂັ້ນບ້ານມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທ້າຍແນວໃດ ຈະຕ້ອງພ້ອມກັນຊອກຫາວິທີ່ແກ້ໄຂຢ່າງເໝາະສົມ.

ທ່ານໄດ້ກ່າວອີກຕື່ມວ່າ: “ບັດດາທ່ານທີ່ເຂົ້າຮ່ວມໃນມື້ນີ້, ຕ້ອງໄດ້ເອົາໃຈໃສ່ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການກະກຽມດ້ານຕ່າງໆປະສົບຜົນສຳເລັດຕາມຈຸດປະສົງ ໃນລະລະດັບຄາດໝາຍທີ່ວາງໄວ້”.

 ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ

ຮູບພາບຈາກ: .nomadasaurus.com


Nếu bạn có câu hỏi về chuyền du lịch Lào, Thái Lan, Việt Nam hãy để lại thông tin của bạn chúng tôi sẽ trả lời

BACK TO TOP