ທ່ອງທ່ຽວ ເມືອງ ຮອຍອັນ- ດານັ່ງ ສະຖານທີ່ໆໜ້າດຶງດູດໃຈ (Visit Da Nang - Hoi An)
Now day : Thứ Bảy, ngày 12 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ທ່ອງທ່ຽວ ເມືອງ ຮອຍອັນ- ດານັ່ງ ສະຖານທີ່ໆໜ້າດຶງດູດໃຈ (Visit Da Nang - Hoi An)


ລາຄາ: 1.900.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່
ນອນ: ໂຮງແຮມ 3*
ເວລາ: 5  ມື້ 4 ຄືນ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777




  • Tours Infor

ທ່ອງທ່ຽວ ເມືອງ ຮອຍອັນ- ດານັ່ງ ສະຖານທີ່ໆໜ້າດຶງດູດໃຈ

ຮອຍອັນ ເປັນເມືອງທີ່ຕັ້ງຢູ່ແມ່ນ້ຳທູໂບນ ເຄີຍເປັນທີຮູ້ຈັກໃນນາມຊື່ວ່າ: ຟາຍຟູ່ , ເຊິ່ງແຕ່ກ່ອນມີພໍ່ຄ້າມາຈາກປະເທດຢີ່ປຸ່ນ, ຈີນ, ໂປຕຸຍເກດ, ອີຕາລີ…ໃນສະວັດຕະວັດທີ່ 16-17. 
ເປັນສູນກາງການຄ້າທີ່ສຳຄັນໃນເອເຊຍຕາເວັນອອກສ່ຽງໃຕ້ ເຊິ່ງເປັນທ່າເຮືອທີ່ສຳຄັນຂອງເມືອງ. ບໍ່ໜ້າແປກໃຈທີ່ເມືອງຮອຍອັນທີ່ໄດ້ຈັດເຂົ້າເປັນເມືອງກາງຄືນທີ່ສວຍງາມຈັດຂື້ນອັນດັບທີ 20 ເປັນເມືອງທີ່ມີຄວາມແຕກຕ່າງ ແລະ ເປັນທີ່ດຶງດູດໃຈໃຫ້ແກ່ຄົນທົ່ວໂລກ.



ດານັ່ງ ເປັນເມືອງທີ່ສວຍງາມ ອີກໜຶ່ງຈູດໝາຍປາຍທາງຂອງນັກທ່ອງທ່ຽວບ່ອນທີ່ໜ້າປະທັບຢູ່ໃນຫວຽດນາມ. ເມືອງນີ້ສະຖານທີ່ທ່ອງທ່ຽວເອກະລັກແມ່ນ: ນ້ຳທະເລ ທີ່ມີຊື່ສຽງໂດ່ງດັງນັກທ່ອງທ່ຽວເຂົ້າມາຫຼາຍ, ມີຊາຍຫາດນ້ອຍ ,ສະພານເກົ່າແກ່ໃນສະໄໝສົງຄາມທີ່ສະຫຼັກຊື່ກາປະທັບປະເທດຝຣັ່ງເສດໃນພູເຂົາບາຣາຮິວ ແລະ ທະເລທີ່ເຕັມດ້ວຍປາກະລັງຫຼາກຫຼາຍສີສັນງາມຕາ.

 ເດີນທາງສູ່ເມືອງ ຮອຍອັນ ດານັ່ງ ທ່ຽວທ່ຽວສະຖານທີ່ສວຍງາມ
ຈຸດທ່ອງທ່ຽວ
▶️ ພູແຮ່ງເຊິນ
▶️ ເມືອງຮອຍອັນ ເມືອງເກົ່າແກ່
▶️ ພູເຂົາບາຣາຮີວ
▶️ ແມ່ນ້ຳອັນ ແລະ ສະພານເກົ່າແກ່
▶️ ທະເລຊາຍລີ່ເຄ
▶️ ເາະເຊິນຈາ
ນີ້ເປັນຮູບ ແລະ ຮູ້ກ່ຽວກັບສະຖານທີ່ຈະໄປທ່ອງທ່ຽວ
1. ຮອຍອັນ ເມືອງບູຮານທີ່ສວຍງາມໃນຍາມລາຕີ
ຮອຍອັນ ເປັນເມືອງທີ່ຕັ້ງຢູ່ແມ່ນ້ຳ ທູໂບນ ເຄີຍເປັນທີຮູ້ຈັກໃນນາມຊື່ວ່າ: ຟາຍຟູ່ ເຊິ່ງແຕ່ກ່ອນມີພໍ່ຄ້າມາຈາກປະເທດຢີ່ປຸ່ນ, ຈີນ, ໂປຕຸຍເກດ, ອີຕາລີ… ໃນສະວັດຕະວັດທີ່ 16-17 ເປັນສູນກາງການຄ້າທີ່ສຳຄັນໃນເອເຊຍຕາເວັນອອກສ່ຽງໃຕ້. ເຊິ່ງເປັນທ່າເຮືອທີ່ສຳຄັນຂອງເມືອງ ບໍ່ໜ້າແປກໃຈທີ່ເມືອງຮອຍອັນທີ່ໄດ້ຈັດເຂົ້າເປັນເມືອງກາງຄືນທີ່ສວຍງາມ ຈັດຂື້ນອັນດັບທີ 20 ເປັນເມືອງທີ່ມີຄວາມແຕກຕ່າງ ແລະ ເປັນທີ່ດຶງດູດໃຈໃຫ້ແກ່ຄົນທົ່ວໂລກ.


2. ທະເລຊາຍທີ່ດານັ່ງ


ທະເລໃນດານັ່ງ ເປັນບ່ອນທີ່ມີ 4 ລະດູ : ບໍ່ມີມົນລະພິດ, ຄວາມເຄັມຢູ່ 60%, ມີຄວາມປອດໄພສູງ, ມີເກາະເຊິນຈາທີ່ມີປະກາລັງ ພືດ ແລະ ສັດຫຼາຍຊະນິດ. ເປັນເກາະຂະໜາດໃຫຍ່ເໝາະແກ່ການຄົນທີ່ຈະມາພັກຜ່ອນຢ່ອນໃຈເພີດເພີນກັບຫຼາຍກິດຈະກຳເຊັ່ນ : ຕົກປາ , ດຳນ້ຳເບິ່ງປາກະລັງ, ຂີ່ສະກີໂຕ້ຄື້ນ ,ຊົມປະກາລັງໃນເຮືອດຳນ້ຳ . ໃນນີ້ ຍັງມີວາລະສານຂອງ Herald ທ້າຍອາທິດທີ່ຈັດອັນໃຫ້ທະເລແຫ່ງນີ້ໃນອັນດັບທີ 10 ເປັນທະເລທີ່ຊາວຕ່າງຊາດນິຍົມໄປທ່ຽວແຫ່ງເອເຊຍ.

ຊາຍຫາກບີເຄ່ ເປັນຊາຍຫາດຂາວທີ່ງາມ, ຍາວ ,ນ້ຳໃສ, ຄື້ນທະເລທີ່ຫງຽບສະຫງົບ. ແຕ່ນ້ຳຈະອູ່ນຕະຫຼອດປີ, ມີຕົ້ນໝາກພ້າວແຄມທະເລເໝາະສົມສຳຫຼັບການພັກຜ່ອນທຸກໆລະດູ. 
ທຳມະຊາດໄດ້ປະທານໃຫ້ແກ່ດ່ານັງ ແມ່ນ້ຳຮ່ານທີ່ມີຄວາມງາມຢ່າງຍອດຍິ່ງ ແລະ ຜູ້ຄົນ
ດ່ານັງໄດ້ເຮັດໃຫ້ແມ່ນ້ຳສາຍນີ້ ກາຍເປັນຜົນງານປະດິດແຕ່ງດ້ານສິລະປະດ້ວຍການສະແດງ ແຂ່ງຂັນຍິງບັ້ງໄພດອກລະດັບສາກົນຊຶ່ງສ້າງຂຶ້ນເພື່ອເປັນເຄື່ອງໝາຍສະເພາະຂອງຕົນ. (Read more ...)

3. “ນະຄອນໃນເມກ” ເທິງຈອມພູ ບ່ານ່າ

ນະຄອນທີ່ມີຄວາມງາມເໝືອນດັ່ງໃນຝັນ,  ອອກແບບຕາມສະ ຖາປັດຕະຍະກຳ ເອີຣົບ, ຕັ້ງຢູ່ເທິງຈອມພູ ບ່ານ່າ ໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ຈັບໃຈສຳລັບນັກທ່ອງທ່ຽວ ເມື່ອມາເຖິງນະຄອນ ດ່າໜັງ. 

ພູ ບ່ານ່າ ຫ່າງຈາກໃຈກາງນະຄອນ ດ່າໜັງໄປທາງທິດ ຕາເວັນ ຕົກ ປະມານ 30 ກິໂລແມັດ, ຂຶ້ນກັບສາຍພູຫຼວງ (ເຈື່ອງເຊີນ), ໃນລະດັບຄວາມສູງ 1.487 ແມັດເມື່ອທຽບກັບໜ້ານຳ້ທະເລ ແລະ ເປັນໜຶ່ງໃນ ບັນດາຈອມພູສູງທີ່ ສຸດ, ສວຍງາມທີ່ສຸດຂອງ ພາກກາງ ຫວຽດນາມ ດ້ວຍອາກາດທີ່ສົດໃສ, ປອດໂປ່ງ, ເຢັນ ຕະຫຼອດປີ.
ປີ 2007, ກຸ່ມບໍລິສັດ Sun Group ໄດ້ລົງທຶນ, ກໍ່ສ້າງເຂດພັກ ຜ່ອນ ບ່ານ່າ Hills, ເຮັດໃຫ້ຈອມພູ ບ່ານ່າ ກາຍເປັນໜຶ່ງໃນບັນ ດາ ແຫຼ່ງທ່ອງທ່ຽວທີ່ປະທັບໃຈທີ່ສຸດຂອງ ດ່າໜັງ ດ້ວຍກິດຈະ ກຳຫຼາຍແຫ່ງມີສະຖາປັດຕະຍະກຳພິເສດ ທີ່ເປັນສັນຍາຫຼັກ ຂອງ ຝຣັ່ງ ແລະ ລະບົບກະເຊົ້າລອຍຟ້າ ທີ່ທັນສະໄໝລະດັບ ໂລກ.  
ແຕ່ກ່ອນ, ເພື່ອພິສິດຈອມພູ ບ່ານ່າ, ນັກທ່ອງທ່ຽວຕ້ອງຜ່ານຜ່າໄລຍະທາງ 15 ກິໂລແມັດ ຕາມເສັ້ນທາງຄົດລ້ຽວ ທີ່ເຕັມໄປ ດ້ວຍຄວາມອັນຕະລາຍ, ປະຈຸບັນໃຊ້ເວລາພຽງ 30 ນາທີ ດ້ວຍ ກະເຊົ້າລອຍຟ້າ ກໍເຖິງຈອມພູ ບ່ານ່າ.  (ອ່ານເພີ່ມເຕີມທີ່ນີ້ ...)
 
https://blogger.googleusercontent.com/img/b/R29vZ2xl/AVvXsEhXGCwHb0D1HfjhcClbs8_SPBNw2Ll5gGcojQh6OgEyfyS2ijhRV2eCadiaYo1dM2N7Z3LyojD9TeK6IXELos25DmmTlflh8eI4FCKxGJIGXHtCPpiYFyfXLm2gvdrdIg7rdIixtSVqFe7s/s200/mot+goc+bai+bien.jpg

BACK TO TOP