ຫວຸ້ງຈົ່ວ - ແຜ່ນດິນທີ່ສະຫງົບງຽບ - Visit Quang Binh in Viet Nam
Now day :

- Hotline: +85 620 225 - 45 777

giaban] ລາຄາ: 1.900.000 LAK[/giaban]
 [tomtat]
ລາຄາ: 1.900.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 4 ມື້ 3 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao - ດຕໍ່ເລົາ: (+85) 62022545777


[/tomtat]
[mota]
Visit Quang Binh in Viet Nam  ຫວຸ້ງຈົ່ວ - ແຜ່ນດິນທີ່ສະຫງົບງຽບ

ຫວຸ້ງຈົ່ວຂື້ນກັບຕາແສງກວ່າງດົງ, ເມືອງກວ່າງແຈກ, ແຂວງ ກວ່າງບິ່ງ. ພູມີສາດແຫ່ງນີ້ໄດ້ “ທ່າເສືອນັ່ງມັງກອນກອດ”. ຕ່ໍໜ້າແມ່ນທະເລ ຕາເວັນອອກ, ມີເກາະອ໋ຽນບັງຢູ່ທາງໜ້າ, ສ່ວນທາງຫຼັງອີງໃສ່ສາຍພູ ແຮ່ວງເຊີນ. ນີ້ແມ່ນບ່ອນພັກເຊົາ ຕະຫຼອດກາລະນານຂອງນາຍພົນ ອະພິນິຫານຂອງຊາດ ຫວຽດນາມນັ້ນຄື ພົນເອກ ຫວໍງວຽນຢາບ.



ຫວຸ້ງຈົ່ວແມ່ນໜຶ່ງໃນຈຳນວນທັດສະນີຍະພາບທີ່ສວຍງານ ນອນ ຢູ່ໃນອ່າວຮ່ອນລາ. ຕາມປຶ້ມ “ດ້າຍນາມຢື ເດ້ຍຈີເອືອກ ບຽນ”(ສະໄໝລາຊະວົງຫງວຽນ)ຂອງນັກວັດທະນະທຳກາວ ຊວນຢູກ, ແຫ່ງນີ້ຖືກເອີ້ນວ່າ ແມ່ນອ່າວລາເຊີນ, ເປັນເຂດທີ່ ຂຶ້ນຊ່ືລືນາມຍ້ອນມີຂອງທະເລພິເສດເພື່ອຖະຫວາຍຂຶ້ນລາ ຊະວົງ. ຜະລິດຕະພັນພິເສດຢູ່ນີ້ ນອກຈາກຮັງແອ່ນ, ຫອຍ ແຄງ, ກຸ້ງມັງກອນ ຍັງມີ ຫອຍນາງພູ່(ເປືອກຄືຈານນ້ອຍ ມີ 9 ຮູ).
ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
2. Facebook: ກົດທີ່ນີ້
3. ອີເມວ: 
Ideasaobang2007@gmail.com
ຢ້ຽມຢາມ ແຂວງຜົ້ງສາລີ  ຄລິກທີ່ນີ້   ຫຼື  ຄລິກທີ່ນີ້ (Facebook)
vung-chua-dao-yen.jpg


ຫ່າງຈາກຫວຸ້ງຈ່ົວປະມານ 1 ຫຼັກແມ່ນເກາະອ໋ຽນ ຫຼື ຍັງເອີ້ນ ວ່າແມ່ນ “ຮ່ອນນົ່ມ”( ຕາມກະແສລົມ). ເກາະອ໋ຽນມີເນື້ອທີ່ 10 ເຮັກຕາ, ແມ່ນບ່ອນທີ່ມີນົກແອ່ນມາຢູ່ອາໄສຫຼາຍກວ່າໝົດ ແຂວງກວາງບິ່ງ. ຢືນຢູ່ ເທິງເກາະເບິ່ງເຂົ້າດິນຕ່ໍແຜ່ນຈະເຫັນ ຊາຍຫາດທີ່ຂາວສະອາດຢັ່ງຢາຍໄປທົ່ວ, ລານຫີນຖືກຄື້ນທະ ເລກັດເຊາະເປັນຫຼາກຫຼາຍຮູບແບບຕ່າງກັນ. ແຕ່ດົນນານມາ ແລ້ວ ເປັນເວລານັບຮ້ອຍປີກ່ອນ, ຢູ່ເປີ້ນພູມີ ວັດຫຼັງໜຶ່ງ ແລະ ທາດແຫ່ງໜຶ່ງເປັນບ່ອນສັກສິດທີ່ສຸດ. ຜ່ານການຜັນແປຫຼາຍ ຢ່າງມາດຽວນີ້ ເຫຼືອພຽງແຕ່ ຮ່ອງຮອຍຂອງພື້ນວັດ ແລະ ທາດ ເທົ່ານັ້ນ. ຊື່ເອີ້ນຫວຸ້ງຈົ່ວແມ່ນໝາຍເຖິງ ເຂດດິນນ່ານຟ້າທີ່ສັກສິດ ແຫ່ງນີ້ລະ. 


ທະເລຫວຸ້ງຈົ່ວຖືກອ້ອມຮອບດ້ວຍເກາະ 3 ໜ່ວຍຄື: ຮ່ອນລາ, ຮ່ອນຢ໋ໍ, ຮ່ອນນົ່ມສ້າງເປັນຮູບ 3 ລ່ຽມ ເໝືອນຄືວ່າທຳມະຊາດ ໄດ້ຕັ້ງໄວ້ໂດຍເຈຕະນາ ອັນໄດ້ສ້າງໃຫ້ເຂດນີ້ ມີຄວາມ ສະອອນໃຈເປັນພິເສດ ໂດຍສະເພາະແມ່ນໃນຍາມອາລຸນ ຫຼື ຍາມ ອັດສະດົງລົງແລງ. ແຕ່ຈອມພູຖ້ໍເຊີນ ສ່ອງສາຍຕາໄປທາງ ທະເລ ຈະເຫັນທິວທັດເປັນທີ່ດູດດື່ມຈັບໃຈທີ່ສຸດ, ນ່ານນ້ຳໃສສ່ອງ ກັບ ທ້ອງຟ້າສີຄາມພາໃຫ້ຄົນເຮົາຮູ້ສຶກ ສະຫວາດສະເຫວີຍໃຈ. ພູຖ້ໍຕິດຕ່ໍກັບພູສູ໋ ແລະ ພູແຫຼມຣົ່ງໂປໂລອອກເຖິງໜ້າທະເລສ້າງເປັນຮູບທະນູ ທີ່ໝັ້ນທ່ຽງອ້ອມຮອບເຂດດິນຫວຸ້ງຈົ່ວ, ຕີນ ພູແມ່ນຊາຍຫາດຂາວກວ້າງສຸດສາຍຕາ, ຕົ້ນໄມ້ໃບຫຍ້າຂຽວ ສົດງົດງາມຍ້ອນມີຮ່ອງນ້ຳໄຫຼລົງຕະຫຼອດປີ.

ເຂດຂຸມສົບຂອງພົນເອກຫວໍງວຽນຢາບຕັ້ງຢູ່ເປີ້ນພູຖ້ໍຂອງສາຍ ພູແຮ່ວງເຊີນ, ພູມີສາດກ້ຽງຮາບ, ທາງຫົວ ອີງໃສ່ພູ, ທາງຕີນ ຢຽດສູ່ທະເລ, ຕ່ໍໜ້າແມ່ນເກາະອ໋ຽນ ຈັ່ງແມ່ນບ່ອນສຸຂະຕິເອົາແທ້. ດ້ວຍທິວທັດທີ່ ສວຍງາມ ສະອອນໃຈ ແລະ ມີຄວາມສັກສິດ, ຫວຸ້ງຈົ່ວຈະແມ່ນຈຸດທ່ອງທ່ຽວໃໝ່ສຳລັບແຂກຄົນຢູ່ພາຍໃນ ກ່ໍຄືຕ່າງປະເທດ.

ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
2. Facebook: ກົດທີ່ນີ້
3. ອີເມວ: 
Ideasaobang2007@gmail.com
ຢ້ຽມຢາມ ແຂວງຜົ້ງສາລີ  ຄລິກທີ່ນີ້   ຫຼື  ຄລິກທີ່ນີ້ (Facebook)

[/mota]

BACK TO TOP