Viet Nam travel: Visit Trang An-Ninh Bình: ທົວລາວ - ຫວຽດນາມ (ນິງບິງ) 3 ມື້ 2 ຄືນ

ນິງບິງ ຕັ້ງຢູ່ທາງພາກໄຕ້ຂອງຮາໂນຍຖ້າເດີນທາງໄປອີກປະມານ 90 KM ຈະຖືວ່າເປັນພາກເໜືອຂອຫວຽດນາມ.
ຜືນແຜ່ນດິນນີ້ອຸດົມສົມບູນແລະເຕັມໄປດ້ວຍທຳມະຊາດທີ່ສວຍສົດງົດງາມອ້ອມຮອບພູປະກອບມີ 3 ຂົງເຂດຄື: ເຂດເນີນພູ,ເຂດພູດອຍ ແລະ ເຂດທົ່ງພຽງ ເຮັດໃຫ້
ຂົງເຂດນີ້ເປັນແຫຼ່ງທ່ອງທ່ຽວແບບທຳມະຊາດ ແລະ ຊຸ່ມຊື່ນໄປດ້ວຍອາກາດເຢັນສະບາຍແລະສົດຊື່ນ ແລ້ວກໍ່ຍັງມີ ສັດ ແລະ ພືດຫຼາກຫຼາຍສະນິດທີ່ບັນທືກໃຫ້ເປັນຕຳນານເລົ້າສືບຕໍ່ກັນມາ ຂອງຫວຽດນາມ ແລ້ວກໍ່ຍັງມີປ່າໄມ້ໃຫຍ່ອີກ 4 ແຫ່ງໃນນິງບິງເຊັ່ນ :
ແຜ່ນດິນນິງບິງອ້ອມຮອບດ້ວຍພູເຂົາ,ຫີນປູນ ທີ່ເປັນກຳແພງອ້ອມເມືອງໄວ້ສະນັ້ນເມືອງນີ້ຈື່ງໄດ້ຖືກແຕ່ງຕັ່ງເປັນເມືອງຫຼວງຂອງຫວຽດນາມພາຍໄຕ້ການນຳພາຂອງ 3 ເຈົ້າລາສະວົງຄື : ດິງ , ເລ່ , ລີ .
ໃນປີ 968 – 1010 ສະຖານທີ່ແຫ່ງນີ້ເອີ່ນວ່າ : ນະຄອນຫຼວງທີ່ເຂັ່ມແຂງແລະແຂງແກ່ນ. ມີວັດຖຸບູຮານຖືກທຳລາຍຫັກພັງເພຢູ່ໃນເມືອງຮົວລູ່ ຕັ່ງຢູ່ພື້ນທີ່ມີທິວທັດທີ່ສວຍສົດງົດງາມ ຈາງອານ ມີພືນທີ່ກວມເອົາ 13- 87 KM. ແລະຍັງເປັນສະຖານທີ່ມີເອກະລັກສະເພາະ ແລະມີຮູບວາດທີ່ສະແດງໃຫ້ເຫັນເຖິງສະໄໝສົງຄາມຫວຽດນາມຕໍ່ສູ້ກັບປະເທດ
ຈີນ. ແລ້ວກໍ່ຍັງເປັນບ່ອນອາໃສຂອງລູກຫຼານເຈົ້າຊີວິດ. ແລະ ສຸສານ,ວັດເຈດີ ທີ່ເກົ່າແກ່.
ມາສຳພັດຄວາມງາມຂອງທຳມະຊາດ ແລະ ວັດຖຸບູຮານ ດີນແດນແຫ່ງນີ້ເປັນດິນແດນທີ່ອຸດົມສົມບູນ ແລ ະສັກສິດ ຕາມເລື່ອງເລົ່າຂອງຕຳນານທີ່ສືບຕໍ່ກັນມາວ່າບ່ອນນີ້ເປັນປ້ອມປາການຂອງເຈົ້າຊີວິດແລະເປັນເມືອງປະຫວັດສາດຂອງແຜ່ນດິນນີ້.
ຈຸດທ່ອງທ່ຽວລາວ - ນິງບິງ(ທົວລາວ - ຫວຽດນາມ (ນິງບິງ) 3 ມື້ 2 ຄືນ)
1 . ຈ່າງອ່ານ ເມືອງມໍລະດົກໂລກ
2 . ຕ໋າມກ໊ວກ
3 . ວັດບ໋າຍດິງ (ວັດທີ່ໃຫຍ່ທີ່ສຸດໃນ ASIa)
4 . ວັດບູຮານບ່າຍດິງ
5 . ເຈົ້າຊີວິດດິງ
6 . ເຈົ້າຊີວິດເລ່
7 . ບ່ອນຝັງສົບເຈົ້າຊີວິດເລ
8 . ສວນນົກທົ່ງຍາມ
9. ບິກດ໋ອງ
ທົວລາວ - ຫວຽດນາມ (ນິງບິງ)
|
▶️ຫມາຍຄວາມວ່າ: ລົດໃຫຍ່
|
▶️ ລາຄາ: 1.200.000 LAK
|
|
▶️ ເວລາ: 3 ມື້ 2 ຄືນ
|
▶️ນອນ: ໂຮງແຮມ 3*
|
▶️ ຕິດຕໍ່ເລົາ: (+85) 62022545777;
|
ກຳໜົດການດັ່ງຕໍ່ໄປນີ້
|
ວັນ | ເວລາ | ຈຸດໄປທ່ຽວ |
ມື້ທີ 1 | ຕອນເຊົ້ົາ | ອອກເດີນທາງ ລາວ ຫວຽດ |
ຕອນທ່ຽງ | ພັກກນເຂົ້າ |
ໄປທ່ຽວສຸສານແລະຫໍໄຫວ້ຂອງ ເຈົ້າຊີວິດ ດິງ ເລ່ |
ຕອນຄ່ຳ | ກິນອາຫານຄ່ຳ |
ນອນ ທີ່ໂຮງແຮງ |
ມື້ທີ 2 | ຕອນເຊົ້ົາ | ກິນເຂົ້າເຊົ້າ |
ໄປທ່ຽວຖ້ຳຕ໋າມກົ໊ກ |
| ຖ້ຳ ບິກດ໋ອງ |
ຕອນທ່ຽງ | ພັກກິນເຂົ້າ |
| ໄປທ່ຽວວັດ ບ໋າຍດິງ |
ຕອນຄ່ຳ | ວັດ ບ໋າຍດິງ ທີ່ເກົ່າແກ່ອີກສະຖານທີ່ໜຶ່ງ |
ກິນເຂົ້າຄ່ຳ |
ນອນພັກທີ່ ໂຮງແຮງ |
ມື້ທີ 3 | ຕອນເຊົ້ົາ | ກິນເຂົ້າເຊົ້າ |
ໄປທ່ຽວ ຈ່າງອ່ານ |
ໄປສວນນົກ ທົ່ງຍ່າມ |
ຕອນທ່ຽງ | ກິນເຂົ້າທ່ຽງ |
ອອກເດີນທາງກັບລາວ |
| |
ຖ່າຍພາບແລະຮຽນຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວ.
1 . ຈ່າງອ່ານເປັນເມືອງມໍລະດົກທາງດ້ານວັດທະນະທຳຂອງອົງກອນຢູເນສໂກ.
ຈ່າງອ່ານເປັນເມືອງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ ທຳມະຊາດ,ພູເຂົາ,ເຖົ້າລຶກລັບ ແລະ ທ່ຽວຊົມນຳ້ທະເລທີ່ງຽບສະຫງົບແລະ ພືດພັນນາໆຫຼາຍສະນິດທີ່ຂຽວສົດງົດງາມ ກົດເກນຂອງ V ເປັນມໍລະດົກໂລກທາງດ້ານວັດທະນະທຳທີ່ສະແດງໃຫ້ເຫັນເຖິງສະໄໝກ່ອນໄດ້ກ່າວມາຕາມປະຫວັດສາດແລະປະຊາຊົນໄດ້ປະຕິສຳພັນກັບທຳມະຊາດແລະປັບຕົວເຂົ້າກັບການປ່ຽນແປງຂອງສະພາບແວດລ້ອມໃດດີ.
ຢ່າງໜ໋ອຍ 30.000 ປີ ໃນສະຕາວັດທີ່ 10 ຢູ່ໃນເມືອງຮົວລູ່, ປະຊາຊົນໄດ້ພາກັນພັດທະນາແລະອະນຸລັກທາງດ້ານວັດທະນະທຳແລະທຳມະຊາດໄດ້ຢ່າງກົມກືນ. (
ອ່ານເພີ່ມເຕີມ ...)