Visit Da Nang: ອະລັງການ ແມ່ນ້ຳຮ່ານ
ທຳມະຊາດໄດ້ປະທານໃຫ້ແກ່ດ່ານັງ ແມ່ນ້ຳຮ່ານທີ່ມີຄວາມງາມຢ່າງຍອດຍິ່ງ ແລະ ຜູ້ຄົນ
ດ່ານັງໄດ້ເຮັດໃຫ້ແມ່ນ້ຳສາຍນີ້ ກາຍເປັນຜົນງານປະດິດແຕ່ງດ້ານສິລະປະດ້ວຍການສະແດງ ແຂ່ງຂັນຍິງບັ້ງໄພດອກລະດັບສາກົນຊຶ່ງສ້າງຂຶ້ນເພື່ອເປັນເຄື່ອງໝາຍສະເພາະຂອງຕົນ.
“ງານລ້ຽງ”ແຫ່ງສີສັນ
ເມື່ອປີ 2008 ໂດຍເລີ່ມຈາກຄວາມຄິດສ້າງສັນພິເສດໜຶ່ງຂຶ້ນ ເພື່ອເຮັດໃຫ້ດ່ານັງກາຍເປັນ “ນະຄອນແຫ່ງກິລາ ແລະ ທ່ອງທ່ຽວ”, ດັ່ງນັ້ນ ອຳນາດການປົກຄອງດ່ານັງໄດ້ສະເໜີ ແລະ ນາຍົກລັດຖະມົນຕີກໍໄດ້ຕົກລົງເລືອກເອົາເປັນທ້ອງຖິ່ນໜຶ່ງດຽວໃນທົ່ວປະເທດຈັດຕັ້ງການແຂ່ງຂັນ ຍິງບັ້ງໄພດອກສາກົນ (DIFC). ຜ່ານການຈັດຕັ້ງ 4 ຄັ້ງ ທີ່ໄດ້ຮັບຜົນສຳເລັດ, ມາຮອດປັດຈຸບັນນີ້, DIFC ໄດ້ກາຍເປັນເຫດການສິລະ ປະ-ວັດທະນະທຳໃຫຍ່ອັນໜຶ່ງໃນລະດັບພາກພື້ນ ແລະ ສາກົນຊຶ່ງສະແດງອອກສີສັນສະເພາະຂອງນະຄອນຢູ່ຊາຍຝັ່ງທະເລພາກກາງ ແລະ ກໍ ເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສຳລັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.
ເພື່ອກະກຽມໃຫ້ແກ່ເຫດການພິເສດດັ່ງກ່າວ, ດ່ານັງໄດ້ເລືອກແມ່ນ້ຳຮ່ານ ຊຶ່ງເປັນແມ່ນ້ຳທ່ີໄຫຼຜ່ານນະຄອນເປັນສະຖານທີ່ສະແດງຄວາມ
ງາມອັນສຸດຍອດ ແລະ ປະທັບໃຈຂອງ “ງານລ້ຽງ” ຍິງບັ້ງໄພດອກສາກົນ.
ຜ່ານການແຂ່ງຂັນຍິງບັ້ງໄພດອກ 4 ຄັ້ງຜ່ານມາ, ມີເລື່ອງເທບນິຍາຍຕ່າງໆ ກ່ຽວກັບ ປະເທດຊາດບ້ານເມືອງ ໄດ້ຮັບການສະແດງຢູ່ເທິງແມ່ນ້ຳຮ່ານ ຕາມລຳດັບ. ຍັງຈຳ ໄດ້ວ່າ ໃນ DIFC ຄັ້ງທຳອິດ ທີ່ໄດ້ຈັດຂຶ້ນເມື່ອປີ 2008, ແມ່ນ້ຳຮ່ານໄດ້ສະຫວ່າງ ສະໄຫວໄປດ້ວຍສີສັນຕ່າງໆນາໆ ແລະ ຍິບຍັບຢ່າງໜ້າມະຫັດສະຈັນຂອງບັ້ງໄພດອກ ພາຍໃຕ້ຫົວເລື່ອງ “ວາດຟ້ອນຕຽນຊາ” ໂດຍຜ່ານການສະແດງ ທີ່ໜ້າຈັບໃຈຂອງ 4 ທິມເຂົ້າຮ່ວມຄື: ຫວຽດນາມ, ການາດາ, ເມເລເຊຍ ແລະ ຮົ່ງກົງ(ຈີນ). ວາດຟ້ອນ ດັ່ງກ່າວເວົ້າເລື່ອງລາວກ່ຽວກັບນາງຕຽນຊາທີ່ສວຍງາມອ່ອນໂຍນໄດ້ບືນຕົວຂຶ້ນພ້ອມ ກັບດ່ານັງຕະຫຼອດເວລາແຫ່ງການພັດທະນາ.
ປີ 2010, ຄວາມຕື່ນເຕັ້ນໄດ້ເພີ່ມຂຶ້ນທະວີຄູນເມື່ອບັນດາບັ້ງໄພດອກທີ່ມາຈາກຝຣັ່ງ, ສ.ອາເມລິກາ, ຍີ່ປຸ່ນ, ປອກຕຸຍການ ແລະ ທິມເຈົ້າ ພາບຫວຽດນາມໄດ້ສະຫວ່າງສະໄຫວໄປທົ່ວຢ່າງຍິ່ງໃຫຍ່ ແລະ ສະຫງ່າງາມ. ໃນການແຂ່ງຂັນບັ້ງໄພດອກຄັ້ງນີ້ ປະສານກັບສຽງດົນຕີ ຣອກ ແອນໂຣນທີ່ຟົດຟື້ນ, ທິມ ສ.ອາເມລິກາ ໄດ້ເຮັດໃຫ້ຜູ້ຊົມ ຫຼົງໄຫຼໄປກັບສາກຍິງບັ້ງໄພດອກ ທ່ີໃສ່ຫົວເລື່ອງວ່າ “ສິ່ງປະຕິຫານ ຂອງແມ່ນ້ຳ ຮ່ານ - ສິ່ງປະຕິຫານຂອງໄຟ“. ໃນຂະນະດຽວກັນ, ການສະແດງລີລາອັນເພີດເພີນ ແລະ ເກົ່າແກ່, ທິມຝຣັ່ງກໍໄດ້ດູດດຶງໃຈຜູ້ຊົມ ດ້ວຍສາກ ການຍິງບັ້ງໄພດອກ ທີ່ສະທ້ອນໃຫ້ເຫັນເລື່ອງລາວຄວາມຮັກ ລະຫວ່າງ “ເທບນິຍາຍເອົາເກີ ແລະ ລາກລອງກວນ” ຂອງຊາວຫວຽດນາມ.
ສ່ວນທິມປອກຕຸຍການ ກໍນຳມາສະແດງໃນງານ DIFC ປີ 2010 ພາຍໃຕ້ຫົວເລື່ອງ: “ມັງກອນ ແລະ ໄຟ-ບ່ອນເກີດຂອງ ເລື່ອງລາວທີ່ ສືບແຕ່ບູຮານນະການ”.
ໄປພ້ອມກັບສາກການຍິງບັ້ງໄພດອກແມ່ນການປະສານສົມທົບຢ່າງຄ່ອງແຄ້ວ ແລະ ດຶງດູດໃຈຈາກທຳນອງດົນຕີ ບາງຄັ້ງອອນຊອນ, ບາງຄັ້ງ ກໍຟົດຟື້ນ ແລະ ເຕັມໄປດ້ວຍພະລັງແຫ່ງຊີວິດ. ຊຶ່ງທັງໝົດນັ້ນໄດ້ປະສານເຂົ້າຫາກັນກໍ່ໃຫ້ເກີດແສງ-ສີ-ສຽງທ່ີໜ້າອັດສະຈັນເທິງແມ່ນ້ຳຮ່ານ, ເຮັດໃຫ້ຜູ້ຄົນຫຼົງໄຫຼກັບງານລ້ຽງຂອງແສງສີ ແລະ ສຽງດົນຕີໃນຍາມຄຳ່ຄຳ.
ການສະແດງຍິງບັ້ງໄພດອກສາກົນບໍ່ພຽງແຕ່ສະໜິດຕິດພັນຄວາມງົດງາມຂອງບັ້ງໄພດອກ ແລະ ແມ່ນ້ຳຮ່ານເທົ່ານັ້ນ, ແຕ່ຍັງຜູກມັດນ້ຳໃຈ
ແລະ ພື້ນຖານວັດທະນະທຳຕ່າງໆເຂົ້າຫາກັນ. ທ່ານ ໂຈ ກາຢາລ (Joe Ghazzal) (ຊາວມາເລເຊຍ), ຫົວໜ້າໜ່ວຍປຶກສາປະຈຳປີ ຂອງ DIFC ໃຫ້ຮູ້ວ່າ: “ເມື່ອຄັດເລືອກທິມເຂົ້າຮ່ວມການແຂ່ງຂັນ, ພວກຂ້າພະເຈົ້າກໍໄດ້ພິຈາລະນາເຖິງຄວາມກົມກຽວກັນ ລະຫວ່າງຕາ ເວັນອອກ - ຕາເວັນຕົກ. ການສົມສ່ວນລະຫວ່າງບັນດາທິມອາຊີ ແລະ ເອີຣົບຈະຊ່ວຍໃຫ້ຜູ້ຊົມສາມາດສຳນຶກໄດ້ການເຊື່ອມຕໍ່ອັນເປັນເອກະ ລັກ ລະຫວ່າງແບບລີລາການສະແດງສິລະປະຂອງຕາເວັນອອກ ແລະ ຕາເວັນຕົກ.

ອາດເປັນແນວນັ້ນ, ໃນເມື່ອສຳຜັດກັບບັນດາທິມທີ່ເຂົ້າຮ່ວມແຂ່ງຂັນ, ພວກຂ້າພະເຈົ້າ ກໍຮູ້ໄດ້ເຖິງຄວາມແຕກຕ່າງລະຫວ່າງສອງພາກ. ບັນ ດາທິມຈາກອາຊີເວລາໃດກໍເວົ້າໜ້ອຍ ແລະ ເລິກລັບ, ກົງກັນຂ້າມບັນດາທິມຕາເວັນຕົກທ່ີມັກສະແດງຄວາມສຸດອົກສຸດໃຈ ແລະ ຕະຫຼົກ ຢູ່ສະ ເໝີ ແລະ ພ້ອມແລ້ວທີ່ຈະເຜີຍອອກຄວາມລັບກ່ຽວກັບຄືນສະແດງຂອງເຂົາເຈົ້າ. ດ້ວຍເຫດນັ້ນ DIFC ຄັ້ງຜ່ານມາ ຍາມໃດກໍເປັນການປະ ສົມປະສານເຂົ້າຫາກັນລະຫວ່າງສອງກະແສສິລະປະ ແລະ ວັດທະນະທຳຕາເວັນອອກ-ຕາເວັນຕົກ. ນັ້ນແມ່ນຄວາມເລິກລັບ, ງຽບສະຫງົບ ແລະ ອ່ອນໂຍນຂອງພາກຕາເວັນອອກກັບຄວາມສົດໃສ, ຟົດຟື້ນ ແລະ ເປີດເຜີຍຂອງພາກຕາເວັນຕົກ. ແຮງບັນດານໃຈສອງຢ່າງທີ່ມີຄວາມແຕກຕ່າງນັ້ນ ໄດ້ຮັບການສະແດງຢູ່ເທິງແມ່ນ້ຳຮ່ານ ແລະ ສ້າງເປັນ “ງານລ້ຽງ“ ບັ້ງໄພດອກທີ່ເຕັມໄປ ດ້ວຍຄວາມດຶງດູດໃຈ ແລະ ໃໝ່ອ່ຽມຢູ່ສະເໝີ.
ມາຮອດປັດຈຸບັນນີ້ ສາມາດຢັ້ງຢືນໄດ້ວ່າ DIFC ໄດ້ກາຍເປັນເຄື່ອງໝາຍທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ. ເມື່ອກ່າວເຖິງ DIFC, ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດຈະຕ້ອງຄິດເຖິງນະຄອນດ່ານັງທີ່ມີຄວາມງາມ, ສະຫງົບງຽບ ແລະ ເຕັມໄປດ້ວຍແຮງບັນດານໃຈ ເທິງຝັ່ງ ແມ່ນ້ຳຮ່ານ.
DIFC 2012- ສີສັນແຫ່ງດ່ານັງ
ເຖິງເວລານັດໝາຍ, ປີ 2012, ດ່ານັງໄດ້ສືບຕໍ່ຈັດງານ DIFC ຄັ້ງທີ 5 ພາຍໃຕ້ຫົວເລື່ອງ: “ສີສັນແຫ່ງດ່ານັງ” ໂດຍມີການເຂົ້າຮ່ວມ
ຂອງ 4 ທິມທີ່ເຄີຍຊະນະເລີດໃນຄັ້ງຜ່ານມາຄື: ທິມຈາກປະເທດການາດາ (ປີ 2008), ສປ ຈີນ (2009), ຝຣ່ັງ (2010), ອີຕາລີ(2011) ແລະ ດ່ານັງ-ທິມເຈົ້າພາບຫວຽດນາມ).
ໃນກອງປະຊຸມແນະນຳກ່ຽວກັບ DIFC 2012, ທ່ານ ຫວໍຢຸຍເຄືອງ, ຮອງປະທານຄະນະກຳມະການປະຊາຊົນດ່ານັງໄດ້ຢືນຢັນວ່າ: “DIFC ໄດ້ກາຍເປັນຈຸດເດັ່ນທີ່ສຳຄັນຂອງການທ່ອງທ່ຽວໃນຊຸມປີຜ່ານມາ. ນັ້ນແມ່ນຄວາມພາກພູມໃຈຂອງອຳນາດການປົກຄອງ ແລະ ປະຊາຊົນດ່ານັງ ຍ້ອຍວ່າ DIFC ໄດ້ຮັບການຈັດຕັ້ງນັບມື້ນັບເປັນແບບມືອາຊີບ ແລະ ປະທັບໃຈກວ່າເກົ່າເພື່ອເຮັດໃຫ້ນະຄອນດ່ານັງກາຍ ເປັນເມືອງແຫ່ງກິລາ ແລະ ທ່ອງທ່ຽວເທື່ອລະກ້າວ. ທ່ານ ເຄືອງ ກ່າວວ່າຂ້າພະເຈົ້າ ກໍພວມຄອຍຖ້າ DIFC ປີນີ້ ດ້ວຍຄວາມຕ່ື່ນເຕັ້ນໃຈ ເປັນຢ່າງຍິ່ງ ຍ້ອນວ່ານີ້ແມ່ນການແຂ່ງຂັນຂອງ 4 ທິມທ່ີມີຊື່ສຽງໃນລະດັບໂລກມາແລ້ວ”.
ທ່ານ ຫວໍຢຸຍເຄືອງ ຍັງໃຫ້ຮູ້ຕື່ມອີກວ່າ ການແຂ່ງຂັນຄັ້ງນີ້ ບໍ່ໄດ້ງົບປະມານຂອງລັດທັງສິ້ນ, ແຕ່ໄດ້ທຶນມາຈາກການອຸປະຖຳຂອງບັນດາວິສາ ຫະກິດດ້ວຍຄວາມສະໝັກໃຈ. ນີ້ກໍເປັນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດໄດ້ແນະນຳເຄື່ອງໝາຍສິນຄ້າເຖິງນັກທ່ອງທ່ຽວຜູ້ທີ່ມາຊົມເບິ່ງ ໂດຍກົງນັບເປັນຫຼາຍໝື່ນຄົນ ແລະ ຜູ້ທີ່ເບິ່ງໂທລະພາບໂດຍຜ່ານພາຫະນະສື່ມວນຊົນນັບຫຼາຍລ້ານຄົນນຳອີກ
ອະທິບາຍເຖິງເຫດຜົນ ຂອງຄວາມດຶງດູດໃຈຂອງ DIFC, ທ່ານ ມາຊາມີ ນາ ກາມູຣາ (Masami Nakamura) (ຜູ້ເຮັດວຽກຢູ່ຫ້ອງການ ຜູ້ຕາງໜ້າ
ຂອງບໍລິສັດ Apex (ຍີ່ປຸ່ນ), ນະຄອນດ່ານັງ ໄດ້ເວົ້າວ່າ:“ມາກັບດ່ານັງ, ນັກ ທ່ອງທ່ຽວ ບໍ່ພຽງແຕ່ໄດ້ເບິ່ງການສະແດງບັ້ງໄພດອກທ່ີສວຍງາມເທົ່ານັ້ນ,ແຕ່ຍັງ ໄດ້ເຫັນຜະລິດຕະພັນ ທີ່ເປັນຕາປະທັບໃຈຢ່າງຍິ່ງ“. ເພື່ອພິສູດ ໃຫ້ແກ່ສິ່ງດັ່ງ ກ່າວ, ທ່ານ ມາຊາມີ ນາກາມູຣາ ໄດ້ເລົ່າໃຫ້ພວກຂ້າພະເຈົ້າຟັງວ່າ ການບໍລິ ການ ທີ່ເປັນຕາປະທັບໃຈ ຊຶ່ງຕົວລາວເອງ ໄດ້ເຂົ້າຮ່ວມຄື: ແຫ່ຂະບວນເຮືອ ດອກໄມ້ ແລະ ລອຍກະທົງເທິງແມ່ນ້ຳຮ່ານ, ງານວາງສະແດງຮູບປັ້ນດ້ວຍຫີນ, ການລະຫຼິ້ນພື້ນເມືອງ,ການສະແດງສິລະປະຂັບລຳບ່າຍຈ່ອຍ,ຕະຫຼາດຍາມຄ່ຳ ຄືນ, ຄຸ້ມຮ້ານອາຫານ, ທ່ອງທ່ຽວທັດສະນີຍະພາບຂອງດ່ານັງ… ທີ່ DIFC ປີ 2012ນີ້,ເພື່ອຮັບໃຊ້ນັກທ່ອງທ່ຽວໄດ້ຜ່ອນຄາຍ,ດ່ານັງໄດ້ຈັດການເຄື່ອນ ໄຫວໃໝ່ໆ ຫຼາຍລາຍການ ຄື:ສວນສະ ໜາມລົດສາມລໍ້ຖີບ (ຊິກໂລ)ທີ່ປະ ດັບດອກໄມ້, ສະແດງດົນຕີຢູ່ຂ້າງຖະໜົນ…ທ່ານ ເຈມ (Jame), ນັກທ່ອງທ່ຽວຊາວປອກຕຸຍການ, ຜູ້ທ່ີເຄີຍຮ່ວມງານ DIFC ປີ 2011 ໄດ້ໃຫ້ການສັງເກດດ້ວຍຄວາມຫຼັກແຫຼມ ວ່າ: “DIFC ດ່ານັງຂອງພວກເພື່ອນ ມີລວມທັງ “5 I”, ນັ້ນແມ່ນ Idea, Interesting, Innovation, Impression, International (ຄວາມຄິດທີ່ເປັນເອກະລັກ, ຄວາມຈັບ ໃຈ, ປະດິດສ້າງ, ປະທັບໃຈ ແລະ ສາກົນ.

ເພື່ອໃຫ້ DIFC ປີ 2012 ປະສົບຜົນສຳເລັດດັ່ງຄວາມຕັ້ງໃຈ, ປີນີ້ອຳນາດການປົກຄອງດ່ານັງໄດ້ປະກາດໃຊ້ແຜນການເຮັດໃຫ້ລາຄາສິນຄ້າ ເປັນປົກກະຕິ ໃນ 4 ຮູບແບບບໍລິການຄື: ພັກເຊົາ,ຂົນສົ່ງຜູ້ໂດຍສານ,ການກິນດື່ມ ແລະ ຄ່າຝາກລົດ.ບັນດາພື້ນຖານທຸລະກິດ ບໍລິການຕ້ອງໄດ້ ແຈ້ງປະກາດລາຄາຢ່າງເປີດເຜີຍເພື່ອໃຫ້ນັກທ່ອງທ່ຽວ,ປະຊາຊົນ ແລະ ບັນດາອົງການຄຸ້ມຄອງມີຄວາມສະດວກໃນການຕິດຕາມ ແລະ ກວດ ກາ. ວຽກງານດັ່ງກ່າວດ່ານັງ ປະຕິບັດໄດ້ເປັນຢ່າງດີໃນການຈັດຕັ້ງ 4 ຄັ້ງຜ່ານມາ ແລະ ໄດ້ຮັບຄຳຊົມເຊີຍຈາກນັກ ທ່ອງທ່ຽວສາກົນ.
ພ້ອມກັບການຄອງຄອຍຂອງປະຊາຊົນດ່ານັງ ແລະ ນັກທ່ອງທ່ຽວນັບເປັນຫຼາຍໝື່ນຄົນ,ທ່ານ ມາຊາມີ ນາກາມູຣາ ກໍຟ້າວຟັ່ງໃນການຕ້ອນຮັບ ພີ່ນ້ອງ ແລະ ເພື່ອນມິດຂອງຕົນທີ່ມາຈາກຍີ່ປຸ່ນເພື່ອຮັບຊົມ DIFC ປີ 2012. ລາວອວດວ່າຂ້າພະເຈົ້າໄດ້ແນະນຳກັບໝູ່ເພື່ອນ ແລະ ພີ່ນ້ອງ ຂອງຕົນຢູ່ຍີ່ປຸ່ນກ່ຽວກັບການແຂ່ງຂັນບັ້ງໄພດອກໃນປີນີ້.ຂ້າພະເຈົ້າມີຄວາມເອກອ້າງ ແລະ ເປັນກຽດຫຼາຍເມື່ອໄດ້ແບ່ງປັນກັບໝູ່ເພື່ອນຂອງຕົນ ກ່ຽວກັບການແຂ່ງຂັນຍິງບັ້ງໄພດອກລະດັບໂລກຊ່ຶງໄດ້ຈັດຂຶ້ນຢູ່ນະຄອນດ່ານັງ ທີ່ສວຍງາມແຫ່ງນີ້.