ບ້ານ ຍ່າຫຼາ - ມາຮອດປະເທດຫວຽດນາມ(Visit Ha Giang in Viet Nam)
Now day : Thứ Năm, ngày 24 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ບ້ານ ຍ່າຫຼາ - ມາຮອດປະເທດຫວຽດນາມ(Visit Ha Giang in Viet Nam)


ລາຄາ: 2.350.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່
ນອນ: ໂຮງແຮມ 3*
ເວລາ: 5 ມື້ 4 ຄືນ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777





  • Tours Infor

Visit Ha Giang in Viet Nam: ບ້ານ ຍ່າຫຼາ - ມາຮອດປະເທດຫວຽດນາມ

ບ້ານ ທາ ແລະ ຮ້າແທ່ງ ຢູ່ຕາແສງ ເຟືອງໂດ້ (ນະຄອນ ຮ່າຢາງ)ນັກທ່ອງທ່ຽວທັກເອີ້ນຊື່ວ່າ “ບ້ານ ຍ່າຫຼາ” (ບ້ານມຸງ ຫຍ້າ). ບ້ານ ສອງແຫ່ງແມ່ນຕັ້ງໃກ້ກັນ ປຸກແບບເຮືອນຮ້ານ ກວ່າ 200 ຫຼັງ ປຸກ ຢູ່ແຄມຫ້ວຍ ຕຽນ ທີ່ໃສເຢັນ, ພ້ອມກັບວິຖີຊີິວິດ ແບບຊົນນະບົດ ຂອງ ຊົນເຜົ່າ ໄຕ່ ຊຶ່ງສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ ເມື່ອມາທີ່ນີ້.
ອາກາດທີ່ຮ້ອນຂອງເຂດພູສູງ, ພວກຂ້າພະເຈົ້າໄດ້ອ້າຍ ຖ່ວນ, ພະນັກງານຫ້ອງວັດທະນະທຳນະຄອນ ຮ່າຢາງ ພາໄປຢາມ ບ້ານ ທາ ແລະ ຮ້າແທ່ງ. ຫຼັງຈາກທີ່ມາຮອດບ້ານ ຮ້າແທ່ງ, ພວກ ຂ້າ ພະເຈົ້າຮູ້ສຶກປະທັບໃຈຕໍ່ສີເຫຼືອງ ຂອງ ບັນດາທົ່ງນາຂັ້ນໄດ ພາຍ ຫຼັງ ເກັບກ່ຽວເຂົ້າ.


ບ້ານສອງປຸກຢູ່ແຄມຫ້ວຍ ຕຽນ, ນ້ຳຫ້ວຍ ຖືກນຳໃຊ້ເພື່ອຮັບ ໃຊ້ ໃຫ້ແກ່ການເຮັດນາ ແລະ ການດຳລົງຊີວິດຂອງປະຊາຊົນຢູ່ທີ່ ນີ້, ສະນັ້ນ ເຮືອນຜູ້ໃດກໍ່ມີໜອງ. ເພື່ອເຮັດໜອງ, ຊົນເຜົ່າໄຕ່ ຢູ່ ຕາ ແສງ ເຟືອງໂດ້ ພຽງແຕ່ຂຸດດິນ, ເອົາຫີນຖົມເປັນຄູກັ້ນນຳ້. ແຕ່ລະ ໜອງ ແມ່ນລ້ຽງປາບູ່ ຊຶ່ງທີ່ເໝາະກັບ ອາກາດໃນທ້ອງຖິ່ນ, ທັງມີ ຄຸນຄ່າດ້ານເສດຖະກິດສູງອີກດ້ວຍ.



ອ້າຍ ຫງວຽນວັນກວ່ຽນ, ຜູ້ຄຸ້ມຄອງການທ່ອງທ່ຽວ ຂອງ ບ້ານ ທາ ໃຫ້ຮູ້ວ່າ ກ່ອນນີ້ ໜຶ່ງເດືອນ, ຖ້າພວກຂ້າພະເຈົ້າມາຢູ່ທີ່ນີ້ ຈະໄດ້ ເຫັນກັບຕາຄວາມຟົດຟື້ນຂອງການເກັບກ່ຽວເຂົ້າ ຂອງຊາວເຜົ່າ ໄຕ່. ຫຼັງຈາກເຂົ້າບ້ານ, ພວກຂ້າພະເຈົ້າຮູ້ ສຶກປະທັບໃຈຕໍ່ຄວາມ ສວຍສົດງົດງາມ ຂອງ ບັນດາເຮືອນຮ້ານ ທີ່ໄດ້ມຸງດ້ວຍ ໃບເຕີຍ ແລະ ຄວາມໃກ້ຊິດສະໜິດສະໜົມ ຂອງ ຊາວ ບ້ານຢູ່ທີ່ນີ້.

ພວກຂ້າພະເຈົ້າແວ່ຢາມເຮືອນພໍ່ເຖົ້າ ຫງວຽນດຶກທິ່ນ ຢູ່ບ້ານ ຮ້າ ແທ່ງ. ພໍ່ເຖົ້າ ທິ່ນ ເລົ່າສູ່ຟັງວ່າ: “ຊົນເຜົ່າໄຕ່ ຢູ່ບ້ານ ຮ້າແທ່ງ ໄດ້ ເລືອກເອົາດິນແດນແຫ່ງນີ້ ເພື່ອດຳລົງຊີວິດຕັ້ງແຕ່ດົນແລ້ວ. ເຮືອນ ຫຼັງນີ້ ພໍ່ຂ້ອຍປຸກຂຶ້ນມາ, ປະຈຸບັນ ຫາກໍ່ປ່ຽນຫຼັງຄາ 5 ເທື່ອເທ່ົາ ນັ້ນ”. ຫຼັງຄາເຮືອນ ຂອງ ຊາວເຜົ່າໄຕ່ ຢູ່ທີ່ນີ້ ມຸງ ດ້ວຍ ໃບລານ ມີຄວາມໜາແຕ່20-40 ຊມ, ມີຄວາມທົນທານແຕ່ 5-10 ປີ.



ເຮືອນຮ້ານຂອງພໍ່ເຖົ້າ ຫງວຽນດຶກທິ່ນ ເປັນບ່ອນທ່ອງທ່ຽວທີ່ຈັບ ໃຈສຳລັບນັກທ່ອງທ່ຽວ ເພື່ອຊອກຮູ້ວັດທະນະທຳ ເມື່ອມາທີ່ນີ້. ຕາມຮີດຄອງປະເພນີ ຂອງ ຊົນເຜົ່າ ໄຕ່, ເຕົາໄຟຈະຕັ້ງຢູ່ກາງ ເຮືອນ, ເປັນບ່ອນແຕ່ງຢູ່ຄົວກິນ, ເປັນບ່ອນສົນທະນາ ແລະ ໃຫ້ ຄວາມອົບອຸ່ນໃນລະດູໜາວ. ຢູ່ລະບຽງ ຈະມີ ເສື່ອ ແລະ ຜ້າຫົ່ມ ກຽມພ້ອມເພື່ອຮັບໃຊ້ນັກທ່ອງທ່ຽວທີ່ມາພັກຜ່ອນ. ພໍ່ເຖົ້າ ທິ່ນ ໃຫ້ຮູ້ວ່າ ແຕ່ໃດໆ ມາ, ຊົນເຜົ່າ ໄຕ່ ຍາມໃດກໍ່ມີຄວາມຮັກ ແຂກ ແພງຄົນທີ່ມາຢ້ຽມຢາມ. ເຈົ້າຂອງເຮືອນ ຈະກະກຽມເຄື່ອງ ທີ່ດີ ທີສຸດ, ອາຫານເຍື່ອງໃດທີ່ແຊບທີສຸດເພື່ອ ຕ້ອນຮັບແຂກ.


ພວກ ຂ້າພະເຈົ້າມີຄວາມປະທັບໃຈ ດ້ວຍໜ່ວຍໝາກ “ຄ່ອນ” ທີ່ ຫ້ອຍຢູ່ລະບຽງເຮືອນແຕ່ລະຫຼັງທີ່ບ້ານ ທາ ແລະ ຮ້າແທ່ງ. ອ້າຍຫງວຽນ ວັນກວ່ຽນ ອະທິບາຍວ່າ ໝາກ “ຄ່ອນ” ໃນຄວາມເຊື່ອຖືຂອງຊົນ ເຜົ່າ ໄຕ່ ແມ່ນເປັນສັນຍາລັກໃຫ້ແກ່ຄວາມກິນອີ່ມ ນຸ່ງອຸ່ນ, ການ ຂະຫຍາຍຜາຍແຜ່. ທາງໃນໝາກ “ຄ່ອນ” ມີແນວປູກ 5 ຢ່າງຄື: ເຂົ້າ, ສາລີ, ໝາກຖົ່ວ, ໝາກຖົ່ວດິນ ແລະ ເມັດງາ. ຖ້ານັກ ທ່ອງ ທ່ຽວມີຄວາມສົນໃຈ, ບັນດາຊາຍໜຸ່ມຍິງສາວ ໃນບ້ານ ຈະສ້າງຕັ້ງ ທີມຫຼິ້ນໝາກ “ຄ່ອນ” ໃຫ້ນັກທ່ອງທ່ຽວໄດ້ຊົມ.
 ຍ້ອນການທ່ອງທ່ຽວ ໄດ້ສ້າງລາຍຮັບພໍສົມຄວນໃຫ້ແກ່ຊົນເຜົ່າໄຕ່ ຢູ່ທີ່ນີ້, ສະນັ້ນ ມື້ໃດມີແຂກມາຢາມບ້ານ, ໝາຍຄວາມວ່າ ມື້ນັ້ນ ບ້ານຈະ ມີງານບຸນ. ພໍ່ເຖົ້າ ຫງວຽນດຶກທິ່ນ ໄດ້ແນະນຳວ່າ “ເຂົ້າ ໜຽວ, ປີ້ງປາບູ່ ແລະ ແກງສົ້ມຕາມແບບຂອງ ຊົນເຜົ່າໄຕ່, ຕົ້ມ ຊົ້ວໄກ່, ປີ້ງໝູກິນກັບຜັກປ່າ ແມ່ນພາເຂົ້ານຳໃຊ້ເພື່ອ ຕ້ອນຮັບ ແຂກຂອງບ້ານຂ້າພະເຈົ້າ.”
ບໍລິການ homestay ຢູ່ບ້ານ ທາ ແລະ ຮ້າແທ່ງ ມີຄວາມສະດວກສະບາຍຫຼາຍ. ນັກທ່ອງທ່ຽວສາມາດນອນຕາມພື້ນເຮືອນ ທີ່ປູ ດ້ວຍໄມ້ແປ້ນ, ອາບນ້ຳຮ້ອນ. ໃນເຮືອນມີ ອິນເຕີເນັດ, ມີຊາວ ທ້ອງຖິ່ນ ແນະນຳວິທີການປຸງແຕ່ງອາຫານພື້ນເມືອງ ຂອງຊາວ ເຜົ່າໄຕ່ ຕາມຄວາມຕ້ອງການຂອງນັກທ່ອງທ່ຽວ. ຕອນຄ່ຳ, ນັກ ທ່ອງທ່ຽວຈະໄດ້ ຮັບຊົມລາຍການສະແດງສິລະປະ ວັດທະນະທຳ ຈາກບັນ ດາຍິງສາວ ທີ່ເປັນຊາວທ້ອງຖິ່ນຢູ່ທີ່ນີ້.

https://blogger.googleusercontent.com/img/b/R29vZ2xl/AVvXsEgUAyRqa75wCWw63qBBp_yHLvpdrYW83uEN2bv8nX_l9u54yYGjqHjtSedAcPFIxt2GspMybAIhllT_eIR_LFESkzEVSVShWVrylMRfyjixcTC3os1RnYiMK6a8CXu-4n_qICaAaZblIo85/s200/images+%25282%2529.jpg

BACK TO TOP