ທະເລເກ໋ືອຫຼ່ໍ ຄອຍຖ້າຕ້ອນຮັບ - Visit Nghe An in Viet Nam
ໂດຍຕັ້ງຢູ່ໃນເຂດທ່ອງທ່ຽວ-ວັດທະນະທຳຂອງດິນແດນເງ້ ອານ, ແຕ່ດົນມາແລ້ວ ຊາຍຫາດ ເກື໋ອຫຼ່ໍໄດ້ກາຍເປັນຈຸດທ່ອງ ທ່ຽວທີ່ອ່າວຄະນິງຫາ, ດຶງດູດແຂກຄົນຈຳນວນຫຼາຍຈາກທຸກ ສາລະທິດມາພັກຜ່ອນຢ່ອນຄາຍອາລົມ ເມື່ອລະດູຮ້ອນວຽນມາ.
ພວກຂ້າພະເຈົ້າມາຮອດເກ໋ືອຫຼ່ໍ ໃນຊຸມມື້ຕົ້ນເດືອນ 7 ເຊິ່ງນີ້ ເຄີຍແມ່ນຍາມທີ່ມີຜູ້ຄົນຈຳນວນຫຼາຍທີ່ສຸດ ມາທ່ອງທ່ຽວໃນລະດູໜຶ່ງ. ບົນ ເສັ້ນທາງອອກສູ່ຊາຍຫາດ, ລົດລາງທຸກປະເພດ ນຳສົ່ງແຂກທ່ອງທ່ຽວຈາກສາລະທິດໄປມາຢ່າງບ່ໍຂາດສາຍ.
ໝູ່ຜູ້ໜຶ່ງເຕືອນຂ້າພະເຈົ້າວ່າ, ຖ້າໄດ້ມາຮອດທະເລເກື໋ອຫຼ່ໍ ຄວນລຸກແຕ່ເຊົ້າໆ ເພື່ອຮັບຕ້ອນອາລຸນວັນໃໝ່ ເພາະນັ້ນ ແມ່ນຈຸດຂະນະທີ່ສ້າງ
ຄວາມປະທັບໃຈເປັນພິເສດ ອັນໄດ້ ມາຈາກການປະສົມກົມກຽວກັນ ລະຫວ່າງເມກເຝື້ອ ແລະ ນ່ານນ້ຳ. ຈັ່ງແມ່ນຄັກເອົາແທ້ເອົາວ່າເມື່ອໄດ້ ເຫັນປະຈັກຕາ ພາບພົດສຸລີຍັນໂຜ່ຕົວຂຶ້ນ ຈາກໜ້ານຳ້ທະເລ ອັນກວ້າງໃຫຍ່ໄພສານ. ທ້ອງຟ້າແດງຮຸ່ງດ້ວຍແສງຕາເວັນສ່ອງສອດໄປທົ່ວ ສາລະທິດ ສ້າງຄວາມຮູ້ສຶກ ຍາກທີ່ຈະບອກໄດ້ຖືກ. ເຮືອແພຕຶກປາມືກ ໃນຍາມຄ່ຳຄືນເຂົ້າທຽບຫາດຊາຍ ຢ່າງຕ່ໍເນື່ອງ ພາໃຫ້ທະເລ ແຫ່ງນີ້ ອຶກກະທຶກນຶກນອງຍ້ອນການຄ້າຂາຍ ສິນທະເລ ຂອງຊາວປະມົງ ພາຍຫຼັງຄືນໜຶ່ງກັບມາແຕ່ການ ຈັບຫາປາ.
ເມື່ອຕາເວັນຂຶ້ນສູງ, ພວກຂ້າພະເຈົ້າລາຈາກຊາຍຫາດ ເດີນໄປຕາມຖະໜົນບິ່ງມິງ ບ່ອນທີ່ຖືກອ້ອມຮອບດ້ວຍປ່າໄມ້ ກັ້ນບັງຊາຍ ເພື່ອໄປເຖິງ ເກາະລານເຈົາດ້ວຍລົດໂອໂຕໄຟຟ້າ. ສິ່ງທີ່ ໄດ້ເຫັນໄດ້ພົບ ບົນເສັ້ນທາງ ພາໃຫ້ທຸກຄົນສາມາດວາດພາບ ໄດ້ເຖິງພາບພົດຂອງເກ໋ືອຫຼ່ໍ ໃນ ອະນາຄົດອັນໃກ້ໆນີ້ ຈະແມ່ນ ຕົວເມືອງໃຫຍ່ດ້ວຍລະບົບໂຮງແຮມ, ເຮືອນພັກເກີດຂຶ້ນ ລຽນລ້າຍຊ້າຍລຽບຕາມສອງຟາກທາງ ພ້ອມໆກັບ ສະຖານທີ່ບັນເທີງເລີງຫຼິ້ນ ທີ່ຈັບອົກຈັບໃຈອີກຫຼາຍແຫ່ງ.
ເກາະລານເຈົາຕັ້ງຢູ່ແປະກັບຝັ່ງທະເລ, ຊາວທ້ອງຖິ່ນຍັງເອີ້ນ ວ່າແມ່ນ “ຣູ໋ກອກ” ເພາະເກາະມີຮູບຊົງຄືກັບຄັນຄາກໂຕຍັກໃຫຍ່ພວມບືນຕົວ ອອກສູ່ທະເລ. ສິ່ງທີ່ເປັນຕາງຶດຢູ່ເກາະໜ່ວຍ ນີ້ແມ່ນເວລານ້ຳຂຶ້ນ, ທົ່ວທັງເຂດຕີນເກາະຈົມລົງນ້ຳທະເລ, ສ່ວນເວລານ້ຳລົດລົງ, ທາງທິດ ຕາເວັນຕົກຂອງເກາະ ພັດ ເຊື່ອມຕ່ໍກັບດິນຕ່ໍແຜ່ນ ເຮັດໃຫ້ມັນກາຍເປັນແຫຼມ,
ທາງທິດ ຕາເວັນອອກແມ່ນພູຫີນ ທີ່ເປັນຜາສູງຊັນ ຫຼື ເປັນ ໂກນຫີນກະ ບຸກກະບ້ຳໄປ ໃນຮູບຕ່າງໆນາໆແລ່ນອອກສູ່ທະເລ. ຢືນຢູ່ ເທິງຈອມເກາະ, ສາມາດທອດສາຍຕາຊົມເບິ່ງທົ່ວທັງບໍລິເວນໜຶ່ງ ອັນກວ້າງໃຫຍ່ ລວມທັງພາບພົດເທສະບານ ແລະ ທ່າກຳ ປັ່ນເກ໋ືອຫຼ່ໍ.

ຫ່າງຈາກເກ໋ືອຫຼ່ໍບ່ໍໄກປານໃດແມ່ນຊາຍຫາດເກ໋ື້ອໂຫ້ຍ. ນີ້ ເປັນບ່ອນທີ່ຍັງຮັກສາໄວ້ເຊິ່ງຄວາມປະຖົມປະຖານ, ສະຫງົບງຽບກົງກັນຂ້າມກັບ ບັນຍາກາດນຶກນອງຢູ່ເກ໋ືອຫຼ່ໍ. ເລາະຫຼິ້ນຢູ່ ໃຕ້ຮົ່ມຊຸ້ມຕົ້ນສົນ ຍາມໃດກ່ໍສົ່ງສຽງດັງວີ່ໆ, ແຕ່ນີ້ ສາມາດເບິ່ງ ໄປຮອດເກາະງື ຫ່າງຈາກຝັ່ງ ປະມານ 4 ຫຼັກ ມັນປຽບເໝືອນກຳແພງກັ້ນບັງ ໃຫ້ທະເລເກ໋ືອຫຼ່ໍ ມີຄວາມສະຫງົບປອດໄພຕະຫຼອດປີ. ຈາກເກ໋ືອໂຫ້ຍ ເຮົາກັບຄືນມາ ນະຄອນວິງ ເພື່ອໄປ ຢາມບ້ານເກີດເມືອງນອນຂອງລຸງໂຮ່, ຢ້ຽມຊົມອະນຸສອນສະຖານ ບູຊາທ່ານນາງ ຮ່ວາງທິລວານ(ມານດາຂອງລຸງໂຮ່), ຫຼື ໄປ ງີຊວນ(ຮ່າຕິ້ງ) ບ້ານເກີດຂອງນັກກະວີຜູ້ຍິ່ງໃຫຍ່ຫງວຽນຢູ, ໄປທັດສະນາຈອນຫໍ “ກຸຍ” ເທິງພູງູ໊ມ້າ, ບ່ອນບູຊາພະນາງຫຼຽວ ແຫ້ງ, ຂຸນພົນເຈີ່ນກວກຕ໋ວນ ແລະ ທ່ານຮ່ວາງເມື່ອຍ.

ລາຈາກເກ໋ືອໂຫ້ຍ, ພວກຂ້າພະເຈົ້າກັບມາເກ໋ືອຫຼ່ໍ ແວ່ຢາມຕະຫຼາດສິນທະເລ ຕັ້ງຢູ່ໃນຄຸ້ມງີຖຸຍ. ກ່ໍເພາະວ່າ ຍາມນີ້ເປັນໄລຍະທີ່ແຂກ ທ່ອງທ່ຽວມາຫຼາຍກວ່າໝູ່ໝົດໃນລະດູຮ້ອນ, ສະນັ້ນ ຕະຫຼາດກ່ໍໄດ້ຈັດຕະຫຼອດມື້ ຕັ້ງແຕ່ 6 ໂມງເຊົ້າຈົນເຖິງເດິກດື່ນ ທ່ຽງຄືນ. ນະແຫ່ງນີ້ ຖ້ວມລົ້ມໄປດ້ວຍສິນທະເລນາໆ ປະເພດ ໂດຍຊາວປະມົງຫາມາໄດ້ຄື: ປາທູ, ກຸ້ງ, ກະປູ, ຫອຍ…ຕອບສະໜອງກັບຄວາມຮຽກຮ້ອງ ດ້ານ ການກິນຢູ່ ແລະ ສັ່ງຊື້ ຂອງ ແຂກທ່ອງທ່ຽວ. ຈຸດເອກະລັກຂອງຕະຫຼາດແຫ່ງນີ້ແມ່ນນ້ຳໃຈຮັບບໍລິການແຂກຄົນຢ່າງສຸດໃຈ ຂອງຊາວທ້ອງຖິ່ນ, ເຂົາເຈົ້າ ຫ້າວຫັນປະຈຳຢູ່ເຕົາໄຟ ປິ້ງປາປິ້ງກຸ້ງເພື່ອຊ່ວຍໃຫ້ຜູ້ຊື້ສາມາດຈັດຫ່ໍແລ້ວນຳໄປຮອດບ້ານໄດ້ຢ່າງສະບາຍ.
ລຽບຕາມຝັ່ງທະເລທີ່ມີຄວາມຍາວ 10 ກິໂລແມັດ, ໃນນັ້ນ 8,2 ກິໂລແມັດແມ່ນຊາຍຫາດທີ່ນີ້ມນວມ ຂາວສະອາດ, ມີຄວາມ ເນີນຄ້ອຍ ແລະ ກະແສນ້ຳຂຽວເຢັນໃສສ່ອງຕະຫຼອດປີ, ເກ໋ືອ ຫຼ່ໍໄດ້ກາຍເປັນບ່ອນເຊີນຊວນແຂກທ່ອງທ່ຽວໄຫຼຫຼັ່ງກັນມາ ໂຮມຢູ່ຊາຍຫາດສາມແຫ່ງຄື: ຊອງງື, ລານເຈົາ, ຊວນເຮືອງ ນັບມື້ນັບຫຼາຍ. ເຖິງແມ່ນວ່າແສງແດດຈະອົບເອົ້າຢູ່ ແຕ່ມັນກ່ໍ ຍິ່ງເຮັດໃຫ້ທຸກຄົນລະຫຼິ້ນໃນກະແສຟອງທະເລ ມີຄວາມຮູ້ສຶກ ສະໜຸກສຸກໃຈຂຶ້ນຊັກໄຊ້, ສ່ວນພວກເດັກນ້ອຍພັດເມົາກັບການປ່ອຍວ່າວ, ຄູນຊາຍສ້າງເປັນກຳແພງ, ຫໍຜາສາດຕ່າງໆ ນາໆ, ໄກຈາກຝັ່ງແມ່ນເຮືອບຸກຜ່າຄື້ນທະເລ ແລ່ນໄປລຸດໆ. ຍາມອັດສະດົງລົງແລງ, ຮ້ານອາຫານ, ຮ້ານກິນດື່ມຈັດວາງໂຕະຕັ່ງຢາຍໄປຮອດ ແຄມນ້ຳ ພ້ອມແລ້ວທີ່ໃຫ້ການບໍລິການລູກຄ້າ ຜູ້ທີ່ເອົາໃຈຍາກທີ່ສຸດ ກ່ໍບ່ໍອາດຕິໄດ້. ທາງຟາກເບື້ອງພຸ້ນ ຂອງຖະໜົນບິ່ງມິງກ່ໍເລີ່ມແຈ້ງ ສະຫວ່າງໄປດ້ວຍດອກໄຟທຸກ ຮູບແບບ, ນັ້ນແມ່ນບ່ອນຈັບໃຈສຳລັບພວກໄວໜຸ່ມ ຢາກຂີ່ລົດຖີບຄູ່ ຫຼື ລົດໄຟຟ້າ ເພື່ອເລາະຫຼິ້ນ ຕາມສະບາຍ.
ອາດເວົ້າໄດ້ວ່າ, ພວກຂ້າພະເຈົ້າໄດ້ມີວັນເວລາ ພັກຜ່ອນຢ່ອນໃຈຢ່າງສົມປະສົງ, ໄດ້ສະເຫວີຍຄວາມສວຍສົດງົດງາມທຸກປະການທີ່ຟ້າແຖນ ໄດ້ບັນດານໃຫ້ແກ່ເຂດດິນ ກ່ໍຄືຜູ້ຄົນທີ່ປ່ຽມລົ້ມໄປດ້ວຍຄວາມເອື້ອອາລີແຂກຄົນ ຂອງແຖບຖິ່ນດິນແດນເງ້ອານນີ້.