ສະຖາບັນສົງ ຈຸກເລີມຢ໋າກເຕີມ - Visit Quang Ninh
Now day : Thứ Năm, ngày 24 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ສະຖາບັນສົງ ຈຸກເລີມຢ໋າກເຕີມ - Visit Quang Ninh


ລາຄາ: 3.300.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່
ນອນ: ໂຮງແຮມ 3*
ເວລາ: 5  ມື້ 4 ຄືນ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777



  • Tours Infor

Visit Quang Ninh: ສະຖາບັນສົງ ຈຸກເລີມຢ໋າກເຕີມ

ພ້ອມກັບສະຖາບັນສົງຈຸກເລີມອຽນຕື໊, ວິຫານເກື່ອໂອງ, ສະຖາບັນສົງ ຈຸກເລີມຢ໋າກເຕີມ ໄດ້ກາຍເປັນຈຸດນັດໝາຍ ທີ່ບໍ່ຄວນພາດ ຂອງນັກ ທ່ອງທ່ຽວໃນຕະຫຼອດການເດີນທາງທ່ອງທ່ຽວ ແຫ່ງຄວາມ ເຊື່ອຖືທາງໃຈ ຂອງເຂົາເຈົ້າເມື່ອມາຮອດ ແຂວງ ກວ່າງນິງ.



ສະຖາບັນບັນສົງຈຸກເລີມຢ໋າກເຕີມ(ວັດກ໋າຍເບົ່າ), ໜຶ່ງໃນຈຳນວນ ສະຖາບັນສົງແຫ່ງໃຫຍ່ທີ່ສຸດ ຢູ່ແຂວງ ກວ່າງນິງ ມີທີ່ຕັ້ງມໍ່ໆກັບຫາດຊາຍ ຢ່າຍ ຢູ່ອ່າວບ໋າຍຕືລອງ ຂອງແຂວງກວ່າງນິງ. ນີ້ເປັນທີ່ຮູ້ຈັກເຖິງ ເໝືອນດັ່ງບ່ອນດຶງດູດຈັບໃຈ ພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ ເນື່ອງຈາກ ຄວາມງາມແບບທຳທະຊາດ ໄດ້ຕັ້ງຢູ່ໂດຍເຈດຕະນາ ປະສົມປະສານກັບຄວາມປານີດແນບນຽນ ຢ່າງ ປະສົມກົມກົມກຽວ ທາງສະຖາປັດຕະຍະກຳຂອງກິດຈະກຳຕ່າງໆ ຢູ່ແຫ່ງນີ້. ອາດຈະເວົ້າໄດ້ວ່າ ບໍ່ຄ່ອຍມີ ວັດແຫ່ງອື່ນມີພູມີສາດທີ່ ສະດວກສະບາຍ ຄືສະຖາບັນ ສົງຈຸກເລີມຢ໋າກເຕີມ ກັບທາງຫຼັງອີງໃສ່ພູ, ທາງໜ້າມຸ່ງສູ່ທະເລ ແລະໄດ້ກາຍເປັນໜຶ່ງໃນວັດຫຼາຍຫຼັງ ທີ່ມີ ຈຸດທີ່ຕັ້ງງາມທີ່ສຸດໃນລະບົບ ວັດວາອາຮາມ ຂອງຫວຽດນາມ. ຈາກ ຫ້ອງທຳມະ, ນັກທ່ອງທ່ຽວ ສາມາດມອງເຫັນເກາະໃຫຍ່, ນ້ອຍນັບຮ້ອຍ ໜ່ວຍ ຕັ້ງສະຫຼັບສັບຊ້ອນກັນ ຢູ່ເທິງອ່າວບ໋າຍຕືລອງ ຊຶ່ງສ້າງຄວາມຮູ້ສຶກ ສະຫງົບໃຈໃນແຕ່ລະເມື່ອຂຶ້ນມາ ທ່ຽວຊົມພາບວັດ.


ພວກຂ້າພະເຈົ້າມາກກັບສະຖາບັນສົງ ກົງກັບເວລາສາສະນິກະຊົນ ແລະ ນັກທ່ອງທ່ຽວຈາກທົ່ວທຸກ ສາລະທິດນັບຫຼາຍພັນຄົນ ພວມກະກຽມ ໃຫ້ແກ່ງານບຸນໃຫຍ່ ລະນຶກວັນປະສູດຂອງພະພຸດທະເຈົ້າ ປີ 2557, ດັ່ງນັ້ນ ພວກຂ້າພະເຈົ້າມີໂອກາດໄດ້ເຂົ້າຮ່ວມພິທີລອຍກະທົງ ຢູ່ເທິງອ່າວບ໋າຍຕືລອງ. ໃນບັນຍາກາດວັດທະນະທຳ ແຫ່ງຄວາມເຊື່ອຖື ທາງໃຈ ເຈືອຈານກັບພາບພົດທຳມະຊາດ ແລະ ນ້ຳໃສໃຈຈິງຂອງ ບັນດາແຂກຄົນຢູ່ສະຖາບັນສົງ, ທັງໝົດນັ້ນ ໄດ້ສ້າງຄວາມປະທັບໃຈ ສຳລັບ ພວກຂ້າພະເຈົ້າເປັນຢ່າງແຮງ.



ຕາມເຈົ້າອາວາດ ແຮ້ງຫຍ໊າ, ຜູ້ໄດ້ຕິດພັນກັບສະຖາບັນສົງຈຸກເລີມ ຢ໋າກເຕີມແລ້ວ, ນີ້ແມ່ນສະຖາບັນສົງ ແຫ່ງໃຫຍ່ທີສອງຢູ່ແຂວງ ກວ່າງນິງ. ເມື່ອປີ 2007, ສະຖາບັນສົງໄດ້ຮັບການສ້າງຕັ້ງ ຢູ່ເທິງພື້ນທີ່ ຂອງ ວັດຟຸກລິນ, ແມ່ນວັນຫຼັງນ້ອຍແຫ່ງໜຶ່ງ ຊຶ່ງໄດ້ຮັບການກໍ່ສ້າງ ແຕ່ສະໄໝລາຊະວົງເຈີ່ນ, 



ຫ່າງຈາກນີ້ 700 ປີ. ເມື່ອປີ 2005, ອຳນາດ ການປົກຄອງເມືອງເວີນໂດ່ນມີນະໂຍບາຍກໍ່ສ້າງ ເຂດທ່ອງທ່ຽວແຫ່ງ ຄວາມເຊື່ອຖືຂອງເມືອງ ສະໜິດຕິດພັນກັບພາບລວມຂອງສາຍການ ທ່ອງທ່ຽວຈິດວິນຍານຢູ່ໃນບໍລິເວນ ຂອງແຂວງກວ່າງນິງ. ເນື່ອງຈາກນັ້ນ, ສະຖາບັນສົງຈຸກເລີມ ຢາກເຕີມ ໄດ້ຮັບການສ້າງຕັ້ງ ຢູ່ເທິງພື້ນຂອງ ວັດຫຼັງນີ້ ຊຶ່ງກວມເອົາເນື້ອທີ່ດິນ ກວ້າງ 20 ເຮັກຕາ. ເມື່ອເດືອນຕຸລະ 2007, ສະຖາບັນໄດ້ເລີ່ມລົງມືກໍ່ສ້າງ ແລະ ຮອດເດືອນຕຸລາ 2009 ຈຶ່ງສະຫຼອງການສຳເລັດຢ່າງເປັນທາງການ.



ປັດຈຸບັນ, ສະຖາບັນສົງໄດ້ກາຍເປັນກຸ່ມກິດຈະກຳທີ່ກວ້າງຂວາງ ແລະ ປອດໂປ່ງງາມຕາ ຊຶ່ງເຂັ້ມຂົ້ນ ໄປດ້ວຍສີສັນຂອງນິກາຍຈຸກເລີມ ກັບຫ້ອງທຳມະກວ້າງງ 6000 ແມັດມົນທົນ ຊຶ່ງເປັນບ່ອນຈັດການ ເຄື່ອນໄຫວທາງສາສະໜາຕົ້ນຕໍຂອງພະພິກຂຸນີ ແລະ ພຸດທະສາສະນິກະຊົນ. ເຊື່ອມຕໍ່ຫ້ອງທຳມະແມ່ນ ເຂດຫໍບູຊາ ບັນພະບຸລຸດ, ຫ້ອງບັນຍາຍ, ຫ້ອງນັ່ງສະມາທິ… ຈາກປະຕູໂຂງເຂົ້າໃນທາງເບື້ອງຂວາແມ່ນ ຫໍບູຊາ ມາຍ, ດ້ຽນ, ຫ້ອງຄຸ້ມຄອງບໍລິຫານ ແລະ ເຮືອນຮັບແຂກ...

ສອງສາມປີມານີ້, ໃນລະບົບການທ່ອງທ່ຽວແຫ່ງຄວາມເຊື່ອຖື ຂອງ ແຂວງກວ່າງນິງໄດ້ ຈັດສາຍການ ທ່ອງທ່ຽວເຖິງສະຖາບັນສົງແຫ່ງນີ້ ແລ້ວ. ຫວັງວ່າ, ໃນອະນຄົດອັນໃກ້ໆນີ້, ສະຖາບັນສົງຈຸກເລີມຢາກເຕີມ ຈະກາຍເປັນສະຖານທີ່ວັດທະນະທຳ ທາງຊີວິດຈິດໃຈ ບໍ່ພຽງແຕ່ຂອງ ຊາວກວ່າງນິງເທົ່ານັ້ນ ຫາກຍັງ ຈະເປັນຈຸດນັດໝາຍທີ່ບໍ່ອາດພາດ ຂອງແຂກທາງໄກໄທຕ່າງເມືອງອີກດ້ວຍ.

ເຈົ້າອາວາດ ແຮ້ງຫຍ໊າ ພ້ອມກັບບັນດາພະພິກສຸນີປ່ອຍລອຍກະທົງ  ຢູ່ອ່າວບ໋າຍຕືລອງ. 

ສະຖາບັນສົ່ງຈຸກເລີມຢາກເຕີມໄດ້ຊາວທ້ອງຖິ່ນມັກເອີ້ນວ່າວັດ ກ໋າຍເບົ່າ ເນື່ອງຈາກມັນໄດ້ຕັ້ງຢູ່ເທິງເກາະ ກ໋າຍເບົ່າ, ຫ່າງຈາກ ໃຈກາງ ຕາແສງ ກ໋າຍຣົ່ງ(ເມືອງເວີນໂດ່ນ)ປະມານ 4 ກິໂລແມັດ ໄປຕາມ ທາງທິດຕາເວັນອອກສຽງໃຕ້. ດ້ວຍເຫດນັ້ນ, ແຜ່ນປ້າຍໃສ່ຊື່ ສະຖາບັນສົງຍາມໃດກໍມີ ທັງຊື່ວັດກ໋າຍເບົ່າພ້ອມ, ຖືກຕາມຮີດຄອງ ປະເພນີ ຊື່ວັດຕິດພັນກັບຊື່ສະຖານທີ່ ຊຶ່ງເປັນບ່ອນດຳລົງຊີວິດ ຂອງ ຊາວທ້ອງຖິ່ນ.

ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ(+85)62022545777.
3. ອີເມວ: Ideasaobang2007@gmail.com
4. Zalo(+85) 2022454777
5. ຢ້ຽມຢາມ ແຂວງຜົ້ງສາລີ  ຄລິກທີ່ນີ້   ຫຼື  ຄລິກທີ່ນີ້ (Facebook)
https://blogger.googleusercontent.com/img/b/R29vZ2xl/AVvXsEjxh_1BRpXVZ_daf1-lEOcLJo-dzofjP7AIuOYbHLHRNZt1NkG-ItXTl0kiBpxBLR45eTSfWV3jNwOCO4c_nriIy_iluFKkrdZ9ZxSikS91la0-C7YPvqr46nzx2iigE13cWJ9kmGho-z7u/s200/bavang+1.jpg

BACK TO TOP