ກົງພັດນຳ້ ຢູ່ ນ່າເຄືອງ - Visit Sapa in Viet Nam
Now day : Thứ Năm, ngày 24 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ກົງພັດນຳ້ ຢູ່ ນ່າເຄືອງ - Visit Sapa in Viet Nam


ລາຄາ: 2.350.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່
ນອນ: ໂຮງແຮມ 3*
ເວລາ: 5 ມື້ 4 ຄືນ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777





  • Tours Infor
ເມື່ອມາຍັງ ບ້ານ ນ່າເຄືອງ (ຕາແສງ ບ້ານບໍ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ) ນັກທ່ອງທ່ຽວ ບໍ່ສະເພາະແຕ່ປະທັບໃຈ ຕໍ່ສາຍ ແມ່ນຳ້ ເນີ້ມມູ ທີ່ໃສສ່ອງໄຫຼລ່ອງ ຢູ່ລະຫວ່າງກາງ ເຂດພູຜາປ່າ ໄມ້ ທີ່ມີຄວາມງາມແບບດັ້ງເດີມເທ່ົານັ້ນ, ຫາກຍັງປະທັບໃຈ ຕໍ່ ຮູບພາບຂອງ  ກົງພັດນຳ້ 25 ໜ່ວຍ ເໝືອດັ່ງກົງກວຽນຍັກ ກຳ ລັງ ປິ່ນໝູນວຽນ ຕະຫຼອດມື້ ຕະຫຼອດຄືນ ເພື່ອເອົານຳ້ຫົດໃຫ້ ແກ່ທົ່ງນາອີກດ້ວຍ.
“ຈັກສູບນຳ້” ແດນເມື່ອງ

ສຳລັບຊົນເຜົ່າ ຜູ້ໄທ, ເມື່ອງ, ໄຕ່, ນຸ່ງ ທີ່ດຳລົງຊີວິດຢູ່ ເຂດໄຕ ບັກ (ພາກຕາເວັນຕົກສ່ຽງເໜືອ), ກົງພັດນ້ຳ ເໝືອນດັ່ງເຄື່ອງມື ຊ່ວຍຊາວກະສິກອນ ເອົານຳ້ ຈາກແມ່ນ້ຳລຳເຊ ຢູ່ລຸ່ມຂຶ້ນຫົດໃຫ້ ບັນດາທົ່ງນາ ຢູ່ເທິງສູງ. ຕາມທົ່ງນາໃຫຍ່ຕ່າງໆ ເຊ່ັນ: ເມື່ອງ ແທງ (ດ້ຽນບຽນ), ເມື່ອງ ຫຼໍ່ (ອຽນບ໋າຍ), ແຂກທາງໄກ ໄທຕ່າງ ເມືອງ ບາງຄັ້ງອາດໄດ້ເຫັນ ກົງພັດນຳ້ ທີ່ໝູນວຽນ ຕະຫຼອດວັນ ຄືນ ເພື່ອເອົານຳ້ຂຶ້ນຫົດໃຫ້ແກ່ ທົ່ງນາ ຊຶ່ງເຂົ້າກຳລັງມານ. 


Visit Sapa in Viet Nam: ການທ່ອງທ່ຽວ ພູຟານຊີຟານເປັ ນພູທີ່ສູງທີ່ສຸດໃນຫວຽດນາມສູງກ່ວາໝູ່ໃນ - ມຸງຂອງບ້ານ


ແຕ່ຫຼາຍທີສຸດ, ງາມທີສຸດ ທົ່ວເຂດ ໄຕບັກ ອາດຈະແມ່ນ ນ່າ ເຄືອງ. ຕາມທ່ານ ລໍ່ວັນກາກ, ຊາວທ້ອງຖິ່ນໃຫ້ຮູ້ວ່າ ແຕ່ລະປີ, ເມື່ອເຖິງເດືອນ 9 ຂອງ ທຸກປີ, ເພື່ອໃຫ້ທົ່ງນາ ກວ້າງກວ່າ 10 ເຮັກຕາ ມີນ້ຳພຽງພໍ, ຊາວທ້ອງຖິ່ນ ໄດ້ຮ່ວມກັນສ້າງກົງພັດນຳ້ ລຽບຕາມແຄມແມ່ນຳ້ ເນີ້ມມູ ເພື່ອເອົານຳ້ຂຶ້ນ ຫົດໃຫ້ແກ່ທົ່ງນາ. ມາຮອດປັດຈຸບັນ, ມີກົງພັດນຳ້ 25 ໜ່ວຍ ໄດ້ສ້າງຂຶ້ນ ຢ່າງຕິດ ຕໍ່ກັນ ລຽບຕາມແຄມແມ່ນຳ້ ເນີ້ມມູ.


ເພື່ອສ້າງ ກົງພັດນຳ້, ຊາວເຜົ່າຜູ້ໄທ ຢູ່ ນ່າເຄືອງ ໄດ້ເລືອກທ່ອນ ໄມ້ ເພື່ອເຮັດເພົາຕັ້ງຕາມລວງຂວາງ. ທ່ອນໄມ້ນີ້ ຕ້ອງເບົາ, ມີ ຄວາມທົນທານ ແລະ ສາມາດຕ້ານທານກັບກະແສນຳ້ ໄດ້້ດີ. ແຕະກົງພັດນຳ ້ເຮັດຈາກ ຕົ້ນ “ເວົ່າ” (ຕະກູນດຽວກັນ ກັບ ໄມ້ ໄຜ່) ທີ່ມີລຳຊື່. ໄມ້ເຮັ້ຍແກ່ ຜ່າບາງໆ ແລ້ວສານເປັນ ແຜ່ນຮູບ ສີ່ແຈສາກ ເພື່ອເປັນໃບພັດ, ເມື່ອນຳ້ໄຫຼກະທົບໃສ່ ບັນດາແຜ່ນ ແຕະນີ້ ຈະສ້າງແຮງ ຍູ້ໃຫ້ກົງພັດນຳ້ປິ່ນ ແລະ ສົ່ງນຳ້ ຂຶ້ນສູງ.


ກົງພັດນຳ້ ຢູ່ບ້ານ ນ່າງເຄືອງ ມີຄວາມສູງປະມານ 6 ແມັດ, ແຕ່ ລະປີ ປະຊາຊົນ ໄດ້ນຳໃຊ້ກົງພັດນ້ຳ ນີ້ ກ່ອນລະດູນຳ້ແກ່ງ. ເມື່ອ ນຳ້ແກ່ງມາ, ກົງພັດນຳ້ ມັກຖືກນ້ຳ ສຸເອົາໄປ. ສະນັ້ນ ເມື່ອ ຮອດ ເດືອນ 9 ຂອງທຸກປີ, ປະຊາຊົນ ໃນບ້ານຕ້ອງສ້າງ ບັນດາກົງພັດ ນຳ້ ຂຶ້ນມາໃໝ່.


ຊົນເຜົ່າຜູ້ໄທ ຖືກົງພັດນຳ້ ດັ່ງກ່າວເປັນ ຈັກສູບນຳ້ຂະໜາດໃຫຍ່ ໃນການນຳເອົານຳ້ ເຂົ້າສູ່ທົ່ງນາ. ບັນດາກົງພັດນຳ້ເຫຼົ່ານີ້ ໄດ້ ປິ່ນໝູນວຽນທັງເວັນທັງຄືນ ເພື່ອສົ່ງນຳ້ຂຶ້ນທົ່ງນາ, ເປັນຮູບພາບ ທີ່ແສນງາມ ຊຶ່ງດຶງດູດໃຈນັກທ່ອງທ່ຽວ ເປັນຈຳນວນນັບຫຼາຍ ພັນຄົນທີ່ມັກຊອກຮູ້, ຄົ້ນພົບ.

Visit Sapa in Viet Nam: ການທ່ອງທ່ຽວ ພູຟານຊີຟານເປັ ນພູທີ່ສູງທີ່ສຸດໃນຫວຽດນາມສູງກ່ວາໝູ່ໃນ - ມຸງຂອງບ້ານ


ຜ່ານປະສົບການຕົວຈິງ ກັບເຄື່ອງມືບູຮານ

ທ່ານ ລໍ່ວັນກາກ ໃຫ້ຮູ້ວ່າ ໃນເບື້ອງຕົ້ນ ປະຊາຊົນໃນບ້ານ ແປກ ໃຈ ທີ່ສຸດ ຍ້ອນມີນັກທ່ຽວ ຫຼາຍຄົນມາຢ້ຽມຊົມ ແມ່ນ້ຳ ເນີ້ມມູ ພ້ອມຖ່າຍຮູບ, ຖ່າຍວີດີໂອ ກັບ ກົງພັດນຳ້.


ເຫັນວ່າ ແຂກ ທີ່ມາມີຄວາມຕ້ອງການດ້ານການກິນດື່ມ ແລະ ເຊົາເຄື່ອງນຸ່ງ ຂອງ ຊົນເຜົ່າ ເພື່ອຖ່າຍຮູບ, ຄອບຄົວ ທ່ານກາກ ແລະ ຄອບຄົວອື່ນໆ ຢູ່ໃນບ້ານ ໄດ້ປຸກຕູບ ຢູ່ຂ້າງແມ່ນຳ້ ເນີ້ມມູ ແລະ ໃກ້ໆ ກັບກົງພັດນຳ້, ລົງທຶນຊື້ ຊຸດຊົນເຜົ່າ ຜູ້ໄທ ແລະ ນຳ ບັນດາລາຍການອາຫານ ປະຈຳ ທ້ອງຖິ່ນ ໄປຈຳໜ່າຍ ຢູ່ບ່ອນ ກົງພັດນຳ້ ເພື່ອບໍລິການແຂກ.
ບ້ານ ນ່າເຄືອງ, ຕາແສງ ບ້ານບໍ ຄຶກຄື້ນມ່ວນຊື່ນທີສຸດ ໃນຊຸມມື້ ທ້າຍສັບປະດາ. ນັກທ່ອງທ່ຽວ ເປັນສ່ວນຫຼາຍແມ່ນ ຂ້າລັດຖະ ການ ທີ່ມາຈາກ ນະຄອນ ລາຍເຈົາ ແລະ ຊາປາ (ນະຄອນລາວ ກາຍ). ບ້ານ ນ່າເຄືອງ ຫ່າງຈາກສະຖານທີ່ ທ່ອງທ່ຽວຊາປາ ພຽງ 40 ກິໂລແມັດ, ເພາະສະນັ້ນ, ຫຼາຍບໍລິສັດ ບໍລິການຜູ້ນຳ ທ່ຽວ ໄດ້ເປີດບໍລິການ ນຳ ນັກທ່ອງທ່ຽວຂ້າມຮ່ອມພູ ຮວ່າງລຽນ ເຊີນ ທີ່ໃຫຍ່ສູງ ມາຍັງແຂວງ ລາຍເຈົາ ເພື່ອຄົ້ນພົບເຂດດິນນີ້.

https://blogger.googleusercontent.com/img/b/R29vZ2xl/AVvXsEglJgb-ydor_hcuAmZqydLyWLAb9i1pnVP6vwZ-RT7H-zwhguTcGryleToe1V_tlpu1idC5Prs3vh0sMvXuf9SXME9S2waSXkI3nR9j7UD-dlbYBAuM0gKCMCjJH9XpedR6gOZm3rVI4DIZ/s200/1463729618_ruong-bac-thang-2.jpg

BACK TO TOP