Visit Viet Nam: ຢ້ຽມຊົມສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island”
Now day : Thứ Ba, ngày 22 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

Visit Viet Nam: ຢ້ຽມຊົມສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island”


ລາຄາ: 1.200.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777




  • Tours Infor


 


ຢ້ຽມຊົມສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island”
ສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” (ຄິງຄອງ:ເກາະກະໂຫຼກຫົວລີງ) ໄດ້ຄະນະຄຸ້ມຄອງເຂດທ່ອງທ່ຽວ ຈ່າງອານ (ນິງບິ່ງ) ກໍ່ສ້າງຄືນມາຕາມແບບດັ້ງເດີມ. ສິ່ງດັ່ງກ່າວ ເຮັດໃຫ້ມໍລະດົກ ໂລກ ຈ່າງອານ, ເຂດດິນແດນນ້ຳຖ້ວມ ເວິນລອງ, ເຂດພັກຜ່ອນ ຊັ້ນສູງ Emeralda ມີຄວາມຈັບໃຈເປັນຢ່າງຍິ່ງ ສຳລັບນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ.
ໝູ່ບ້ານຂອງຄົນພື້ນເມືອງຢູ່ໃຈກາງເຂດມໍລະດົກໂລກ


 Visit Trang An-Ninh Binh: ທົວລາວ - ຫວຽດນາມ (ນິງບິງ)




ກວ່າໜຶ່ງເດືອນຫຼັງຈາກໜັງ “Kong: Skull island” ໄດ້ເປີດສະແດງຢູ່ໂຮງໜັງ, ວັນທີ 15 ເມສາ 2017, ຄະນະຄຸ້ມຄອງເຂດມໍລະດົກໂລກຈ່າງອານ ໄດ້ເປີດສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ພິເສດ, ນັກສະແດງ 50 ຄົນທີ່ເຄີຍສະແດງເປັນຄົນພື້ນເມືອງຢູ່ໃນໜັງ ໄດ້ເຊີນມາ ແລະ ແຕ່ງຕົວ ເປັນຄົນພື້ນເມືອງເພື່ອສ້າງຈຸດພິເສດໃຫ້ແກ່ສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island”. ສິ່ງດັ່ງກ່າວ ເຮັດໃຫ້ນັກ ທ່ອງທ່ຽວເມື່ອມາທີນີ້ ຮູ້ສຶກປະທັບໃຈເປັນຢ່າງຍິ່ງ. ຜູ້ໃດກໍ່ຢາກ “ເຫັນກັບຕາ, ບາຍດ້ວຍມື” ຄົນພື້ນເມືອງທີ່ມາຈາກ ໂຮລີວູດ ນີ້.
ບ້ານຄົນພື້ນເມືອງໄດ້ກໍ່ສ້າງຄືນມາບົນເນື້ອທີ່ປະມານ 10 ເຮັກຕາ, ພ້ອມກັບການເຂົ້າຮ່ວມສະແດງເປັນຄົນພື້ນເມືອງຂອງຄົນທ້ອງຖິ່ນກວ່າ 50 ຄົນ. ໝູ່ບ້ານແຫ່ງນີ້ ມີຕູບທັງໝົດ 36 ຫຼັງ, ສ່ວນຫຼາຍໄດ້ກໍ່ສ້າງດ້ວຍໄມ້ໄຜ່ ແລະ ໄມ້ເຮ້ຍ.

ຕາມຄົນພື້ນເມືອງ ຫງວຽນຫຶວວັນ ແລ້ວ, ເຖິງວ່າ ເວລາປະກົດຂຶ້ນ ຢູ່ໃນໜັງຍັງບໍ່ທັນໄດ້ 1 ນາທີ, ແຕ່ຄົນພື້ນເມືອງຈຳນວນດັ່ງກ່າວ ຕ້ອງເຮັດວຽກກັບຄະນະຖ່າຍທຳໃນເວລາກວ່າໜຶ່ງເດືອນ.


ອາດຈະແມ່ນຍ້ອນໄດ້ຮຽນການສະແດງຊຸດໜຶ່ງກັບຄະນະຖ່າຍທຳທີ່ມາຈາກ ໂຮລີວູດ, ບັນດາຄົນພື້ນເມືອງຢູ່ໃນໝູ່ບ້ານແຫ່ງນີ້ ຈຶ່ງ ເຮັດໃຫ້ນັກທ່ອງທ່ຽວເມື່ອມາທີ່ນີ້ ຜູ້ໃດກໍ່ຮູ້ສຶກຄືຫຼົງເຂົ້າໄປ “ບ້ານຄົນພື້ນເມືອງ” ຢູ່ໃນໜັງ “Kong: Skull island”.

 Visit Trang An-Ninh Binh: ທົວລາວ - ຫວຽດນາມ (ນິງບິງ)


  
ຈ່າງອານ ໃນສາຍຕາຂອງທ່ານຜູ້ຊົມສາກົນ
ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ກວ່າ 90 ກິໂລແມັດ ໄປທາງທິດໄຕ້, ປີ 2014, ເຂດທັດສະນີຍະພາບ ຈ່າງອານ ໄດ້ອົງການ ຢູແນສໂກ ຮັບຮອງເປັນມໍລະດົກວັດທະນະທຳ ແລະ ທຳມະຊາດ ໂລກ ແຫ່ງທຳອິດຂອງ ຫວຽດນາມ ແລະ ເປັນອັນດຽວຢູ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ໃນສາຍຕາຂອງຜູ້ກຳກັບການສະແດງໜັງທີ່ມາຈາກ ໂຮລີວູດ Jordan Vogt-Roberts, ຈ່າງອານ ໄດ້ປະກົດຂຶ້ນຢູ່ໃນໜັງ “Kong: Skull island” ດ້ວຍຮ່ອມພູທີ່ລຶກລັບ ແລະ ລະບົບພູຫີນປູນທີ່ຮົກເຮື້ອວ່າງເປົ່າ.
ບໍລິການທ່ອງທ່ຽວສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” ໄດ້ປະຕິບັດໂດຍບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ແລະ ສາກົນ, ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ບໍລິສັດທ່ອງທ່ຽວຈຳນວນໜຶ່ງຂອງ ຫວຽດນາມ ໄດ້ເປີດບໍລິການທ່ອງທ່ຽວສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” ພາຍຫຼັງໜຶ່ງມື້ທີ່ໜັງໄດ້ເປີດສະແດງ.



ຄວາມສວຍສົດງົດງາມແບບປະຖົມບູຮານຂອງ ຈ່າງອານ-ນິງບິ່ງປະສານສົມທົບກັບຊື່ສຽງຂອງສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” ໄດ້ສ້າງໂອກາດທີ່ດີໃຫ້ແກ່ຂະແໜງການທ່ອງທ່ຽວ ນິງບິ່ງ ເວົ້າສະເພາະ ແລະ ການທ່ອງທ່ຽວ ຫວຽດນາມ ເວົ້າລວມ.

“ ໄປຊອກຫາ Kong” ເທິງເຂດດິນແດນ ນ້ຳຖ້ວມ ເວີນລອງ
ຫຼັງຈາກໜັງ “Kong: Skull island” ໄດ້ເປີດສະແດງຢ່າງເປັນ ທາງການ, ນອກຈາກບັນດາຮູບພາບທີ່ສວຍງາມຂອງເຂດທ່ອງທ່ຽວຫຼາຍແຫ່ງຢູ່ພາກເໜືອຄື: ຈ່າງອານ, ຮ້າລອງ... ເຂດດິນແດນນ້ຳຖ້ວມ ເວີນລອງ ກໍ່ໄດ້ສ້າງຄວາມປະທັບໃຈມາໃຫ້ແກ່ທ່ານຜູ້ຊົມ. ເຂດອະນຸລັກຮັກສາທຳມະຊາດດິນນຳ້ຖ້ວມ ທີ່ມີເນື້ອທີ່ ກວ້າງ ທີສຸດຂອງເຂດທົ່ງພຽມແມ່ນຳ້ແດງ ໄດ້ນຳໃຊ້ເພື່ອຈັດການຖ່າຍພາບສູ້ຮົບທາງນຳ້ໃນໜັງ.

ນອນຢູ່ໃຈກາງຮ່ອມພູ, ອ້ອມຮອບດ້ວຍພູຫີນປູນທີ່ມີຮູບຊົງ ຕ່າງປະຫຼາດ, ເຂດດິນນຳ້ຖ້ວມ ເວີນລອງ ເປັນແຫຼ່ງທ່ອງທ່ຽວ ທຳມະຊາດທີ່ໜ້າຈັບໃຈ ສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ. ໄປຢ້ຽມຊົມເຂດດິນນຳ້ຖ້ວມ ເວີນລອງ ດ້ວຍ ເຮືອສະເພົາ, ນັກທ່ອງທ່ຽວຈະໄດ້ໄປທ່ຽວຊົມຖຳ້ຫຼາຍແຫ່ງ, ຊົມເບິ່ງນົກຫຼາຍໂຕທີ່ສວຍງາມ ແລະ ຫາຍາກຄື ວອກກວ່ນດຸ່ຍຈັງ (Trachypithecus delacouri).


ຂະບວນການ “ໄປຊອກຫາ Kong” ຈະພານັກທ່ອງທ່ຽວໄປເຖິງເຂດພັກຜ່ອນຊັ້ນສູງ 5 ດາວ Emeralda ຢູ່ຕາແສງ ຢາເວີນ, ເມືອງ ຢາວຽນ, ນິງບິ່ງ. ໃນໄລຍະຖ່າຍທຳໜັງ “Kong: Skull island” ຢູ່ ບຶງ ເວີນລອງ, ຄະນະນັກຖ່າຍທຳຂອງຜູ້ກຳກັບ Jordan Vogt-Robertsໄດ້ພັກຜ່ອນຢູ່ Emeralda Resort. 
ສາຍທາງເດີນ “ໄປຊອກຫາ Kong” ເທິງເຂດດິນແດນ ນ້ຳຖ້ວມ ເວີນລອງ, ມໍລະດົກວັດທະນະທຳ ແລະ ທຳມະຊາດ ໂລກ ຈ່າງອານ ແນ່ນອນວ່າ ຈະເປັນສາຍທາງເດີນທີ່ຂາດບໍ່ໄດ້ໃນແຜນການທ່ອງທ່ຽວຂອງນັກທັດສະນາຈອນພາຍໃນ ແລະ ຕ່າງປະເທດເມື່ອມາທີ່ນີ້. ໃນໄລຍະຈະມາເຖິງ, ການປະສານສົມທົບລະຫວ່າງ ວັດທະນະທຳ ຂອງຕາເວັນອອກ ແລະ ຕາເວັນຕົກຈະເຮັດໃຫ້ແຜ່ນດິນແຫ່ງນີ້ ມີໂສມໜ້າໃໝ່ໃນສາຍຕາຂອງນັກທ່ອງທ່ຽວ.


https://blogger.googleusercontent.com/img/b/R29vZ2xl/AVvXsEjmXbpIc36aTgSICt1FjLe51pfWbZf5ZFgcxvVSjm1plLaTv0lKHGyBBTShn_ow-3cuj-u8Fh5_iRkbC-IsTJpEPFJTjy3RVsCVQZoZs2K24C_DfZ9UM38o9VGe8ZTlekhcnT1eSJAhrP2R/s200/images.jpg

BACK TO TOP