Visit Yen Tu Pagoda in Quang Ninh: ມາຍັງເຂດດິນຂອງພະພຸດທະເຈົ້າ- ມະນັດສະການມາຍັງເຂດດິນຂອງພະພຸດທະເຈົ້າ
ເລີ່ມແຕ່ວັນທີ 10 ເດືອນຈຽງ ເຖິງເດືອນສາມ (ຕາມຈັນທະປະຕິທິນ) ຂອງແຕ່ລະປີ, ງານບຸນ ອຽນຕື (ຢູ່ຕາແສງ ອວງບີ໋, ແຂວງ ກວາງນິງ) ໄດ້ດຶງດູດສາສະນິກະຊົນ ຈຳນວນຫຼາຍໝື່ນຄົນ ມາເຕົ້າໂຮມກັນຢູ່ບ່ອນທີ່ຖືວ່າ ເປັນເຂດແຄ້ວນດິນແດນຂອງພະພຸດທະເຈົ້າ.
ງານບຸນລະດູບານໃໝ່ ອຽນຕື
ແຕ່ໃດໆມາ, ໃນສາມັນຊົນມີຄຳທີ່ວ່າ “ສ້າງບຸນກຸສົນ, ຖືສິນກິນເຈ ນັບຮ້ອຍປີ/ຖ້າຍັງບໍ່ທັນໄປເຖິງ ອຽນຕື ຖືວ່າຍັງບໍ່ທັນບວດສຳເລັດ ພະ ອໍລະຫັນ”. ອຽນຕື ເປັນສະຖານທີ່ ມີທັດສະນີຍະພາບ ທີ່ມີຊື່ສຽງ, ມີ ວັດວາອາຮາມ, ພະທາດຫຼາຍແຫ່ງ ຕັ້ງຊ່ອນຕົວຢູ່ຕາມ ກ້ອງກົກໄມ້ ໃຫຍ່ ຊຶ່ງຕິດພັນກັບຊື່ສຽງ ຂອງ ເຟີດຮວ່າງ ເຈິ່ນເຍິນຕົງ (ອົງກະສັດ ເຈິ່ນເຍິນຕົງ) (1258 – 1308), ຜູ້ສ້າງຕັ້ງ ແລະ ເຜີຍແຜ່ນິກາຍ ຈຸກເລິມ ອຽນຕື ຂອງ ຫວຽດນາມ. ຕົ້ນປີໃໝ່ ໄປເອົາບຸນ ຢູ່ອຽນຕື ບໍ່ພຽງ ແຕ່ ເປັນໂອກາດ ໃຫ້ສາສະນິກະຊົນ ແລະ ນັກທ່ອງທ່ຽວທົ່ວທຸກ ສາ ລະທິດ ມາຍັງດິນແດນຂອງພະພຸດທະເຈົ້າ ເພື່ອຂໍພອນປີໃໝ່ ຈົ່ງ ແຕ່ມີ ຄວາມສະຫງົບສຸກ, ແຕ່ຍັງເປັນໂອກາດ ສະແດງເຖິງຄວາມ ຮູ້ບຸນຄຸນ ຕໍ່ ເຟີດຮວ່າງ ເຈິ່ນເຍິນຕົງ ອີກດ້ວຍ.
ງານບຸນລະດູບານໃໝ່ ອຽນຕື ປີນີ້ໄດ້ຈັດຂຶ້ນຢູ່ວັດ ຈິ່ງ. ພາຍໃນງານ ໄດ້ ມີພິທີຂະບວນແຫ່ ໂດຍການເຂົ້າຮ່ວມ ຂອງ ສາສະນິກະຊົນ ກວ່າ 100 ຄົນ, ເພື່ອຂໍພອນໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນ ໄດ້ໃຊ້ ຊີວິດໃນຄວາມຢູ່ເຢັນເປັນສຸກ, ພິທີເລີ່ມດ້ວຍການຈ້ຳກາ ເທື່ອ ທຳອິດ ໃນປີໃໝ່ ເພື່ອຂໍພອນໃຫ້ມີໂຊກລາບ. ຈາກນັ້ນແມ່ນລາຍການສະແດງສິລະປະ ກັບລາຍການຟ້ອນກອງ, ເຊີດມັງກອນ ດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ໃນໂອກາດຕົ້ນປີໃໝ່.
ມາຍັງເຂດດິນຂອງພະພຸດທະເຈົ້າ
ການມາຍັງ ເຂດແຄ້ວນດິນແດນ ຂອງພະພຸດທະເຈົ້າ ຂອງ ພວກຂ້າ ພະເຈົ້າ ເລີ່ມຈາກວັດ ຢາຍອວານ ຂຶ້ນເຖິງ ວັດ ຮວາຮຽນ, ຢຸດເຊົາຖະຫວາຍທູດທຽນ ຕໍ່ຮູບປັ້ນຂອງ ເຟີດຮວ່າງ ເຈິ່ນເຍິນຕົງ ຢູ່ພູ ອານ ກີ່ຊິງ ແລະ ສິ້ນສຸດແມ່ນຢູ່ວັດ ດົ່ງ.
ວັດ ດົ່ງ ຍັງມີຊື່ວ່າ ທຽນຈຸກ, ຕັ້ງຢູ່ຈອມພູ ອຽນຕື ໃນລະດັບຄວາມສູງ 1.068 ແມັດ, ມີເມກປົກຄຸມຕະຫຼອດປີ ສ້າງເປັນພາບທິວທັດ ອັນວິ ຈິດ ພິດສະດານ ເໝືອນດັ່ງຢູ່ສະຫວັນຊັ້ນຟ້າ. ປີ 2006, ວັດໄດ້ກໍ່ ສ້າງຄືນໃໝ່ຢູ່ເທິງພື້ນທີ່ຂອງວັດຫຼັງເກົ່າ. ວັດ ຖືກຫຼໍ່ດ້ວຍທອງລ້ວນໆ, ຍາວ 1,4 ແມັດ, ພື້ນກວ້າງ 1,1 ແມັດ ແລະ ສູງເກືອບ 1,4 ແມັດ ມີ ນ້ຳໜັກ ປະມານ 70 ໂຕນ. ປີ 2012, ວັດ ດົ່ງ ໄດ້ສູນສະຖິຕິ ຫວຽດ ນາມ ຮັບຮອງວ່າ ເປັນ ວັດຫຼໍ່ດ້ວຍທອງ ໃຫຍ່ທີ່ສຸດ ແລະ ຕັ້ງຢູ່ ລະ ດັບ ຄວາມສູງສຸດ ຂອງ ປະເທດ. ນີ້ແມ່ນ ວັດ ທີ່ເປັນເອກະລັກສຸດໃນໂລກ, ໄດ້ຖືວ່າເປັນ “ສິ່ງມະຫັດສະຈັນໃໝ່” ໃນກຸ່ມປູສະນີຍະສະ ຖານ ອຽນຕື.

ປີນີ້ ນອກຈາກໄປສັກກາລະບູຊາວັດ ດົ່ງ ແລ້ວ, ວັດຫງວ້າເວິນ ກໍ ແມ່ນ ໜຶ່ງໃນລາຍການ ທ່ອງທ່ຽວ ແຫ່ງຄວາມເຊ່ືອຖືທາງຈິດໃຈ ສັງ ກັດກຸ່ມ ປູສະນີຍະສະຖານ ອຽນຕື ຊຶ່ງໄດ້ດຶງດູດນັກທ່ອງ ທ່ຽວ ຈາກ ທົ່ວທຸກສາລະທິດ ທີ່ມາທຳພິທີບູຊາອີກດ້ວຍ. ວັດ ຫງວ້າເວິນ ຕັ້ງຢູ່ ເຂດທ່ອງທ່ຽວ ປູຊະນີຍະສະຖານ ປະຫວັດສາດສະໄໝລາຊະວົງ ເຈິ່ນ ສັງກັດ ຕາແສງ ດົງຈ່ຽວ, ແຂວງ ກວາງນິງ. ນີ້ ແມ່ນກຸ່ມປູສະນີ ຍະສະຖານ ທີ່ກວ້າງຂວາງ, ມີວັດ, ທາດ ຫຼາຍຫຼັງ ຊຶ່ງ ໃນນັ້ນມີ ວັດ ຫງວ້າເວິນ ເປັນບ່ອນ ສັກກະລະບູຊາ ເຟີດຮວ່າງເຈິ່ນເຍິນຕົງ. ວັດ ຫງວ້າເວີນ ກໍເປັນສະຖານທີ່ ສິ້ນສຸດຂະບວນວິວັດການເດີນທາງຖື ສິນເປັນພະພຸດທະເຈົ້າ ຂອງ ເຟີດຮວ່າງ. ດ້ວຍເຫດນັ້ນ, ວັດ ຫງວ້າ ເວິນ ຖືວ່າເປັນ ດິນທີ່ສັກສິດຂອງ ນິກາຍຈຸກເລີມ ເວົ້າສະເພາະ ແລະ ພຸດທະສາສະໜາຫວຽດນາມ ເວົ້າລວມ.
ຕິດຕໍ່ ແລ PHANANGHONGTOURIST
1. ຕິດຕໍ່ ແລ: (+85)62022545777.
2. Facebook: ກົດທີ່ນີ້
3. ອີເມວ: Ideasaobang2007@gmail.com
ຢ້ຽມຢາມ ແຂວງຜົ້ງສາລີ ຄລິກທີ່ນີ້ ຫຼື ຄລິກທີ່ນີ້ (Facebook)
ມາຍັງອຽນຕື ບໍ່ພຽງແຕ່ເປັນການເດີນທາງໄປທ່ອງທ່ຽວເພື່ອຊົມຄວາມສວຍງາມ ຂອງພູຜາ ປ່າໄມ້ອັນກວ້າງໃຫຍ່ໄພສານ ຢູ່ ທາງ ທິດຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມເທົ່ານັ້ນ, ຫາກຍັງເປັນການມາຍັງ “ເຂດດິນທີ່ສັກກາລະບູຊາ”, “ເຂດດິນແດນທີ່ສັກສິດ”, ເປັນດິນແດນແຫ່ງການເຕົ້າໂຮມສ້າງສິ່ງສັກສິດຂອງພູຜາປ່າໄມ້ ແມ່ນ້ຳລຳເຊ ຊຶ່ງຄົນສະໄໝກ່ອນໃຫ້ການເຄົາລົບນັບຖື ແລະ ຖືກບັນທຶກໄວ້ຕາມວັດວາອາຮາມ.