Laos Travel - Visit Khammouane, ແຂວງຄຳມ່ວນ
Now day : Thứ Bảy, ngày 26 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

Laos Travel - Visit Khammouane, ແຂວງຄຳມ່ວນ


ລາຄາ: 850.000 LAK | Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more





  • Tours Infor

ແຂວງຄໍາມ່ວນ, ເຊິ່ງກວມເອົາພື້ນທີ່ຂອງ 16.315 ຕາລາງກິໂລແມັດ (6,299 sq mi) ແລະເປັນສ່ວນໃຫຍ່ຂອງພູມິປະເທດເປັນພູເຂົາປ່າໄມ້, ແມ່ນຊາຍແດນໂດຍ ແຂວງບໍລິຄໍາໄຊ ໄປທາງທິດເຫນືອແລະ Northwest, ຫວຽດນາມ ພາກຕາເວັນອອກ, ແຂວງສະຫວັນນະເຂດ ໄປທາງທິດໃຕ້ແລະ ປະເທດໄທ ກັບ ທິດຕາເວັນຕົກ.

Visit Khammouane, ແຂວງຄຳມ່ວນ
ຫມາຍຄວາມວ່າ: ລົດໃຫຍ່
 ລາຄາ: 850.000 LAK
ເລີ່ມຕົ້ນ: ຕິດຕໍ່ເລົາ
ເວລາມື້ 2 ຄືນ
ນອນໂຮງແຮມ 3*
 ຕິດຕໍ່ເລົາ: (+85) 62022545777

ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
3. ອີເມວ: Ideasaobang2007@gmail.com

ແຜນນຳທ່ຽວແຂວງຄຳມ່ວນ 3ມື້ 3ຄືນ
ວັນ
ເວລາ
ສະຖານທີ່ທ່ອງທ່ຽວ ແລະ ທີ່ພັກ
ມື້ທີ 1
ຕອນເຊົ້າ
ອອກເດີນທາງໄປຄຳມ່ວນ
ຕອຍທ່ຽງ
ຊົມຖ້ຳນາງແອ່ນ
ກິນເຂົ້າທ່ຽງ
ຕອນຄ່ຳ
ເລາະແຄມຂອງຄຳມ່ວນ
ກິນເຂົ້າຄ່ຳ
ພັກທີ່ໂຮງແຮມ
ມື້ທີ 2
ຕອນເຊົ້າ
ກິນເຂົ້າເຊົ້າ
ໄປຊົມຖ້ຳພະ
ຕອນທ່ຽງ
ກິນເຂົ້າທ່ຽງ
ພະທາດສີໂຄດຕະບອງ
ຕອນຄ່ຳ
ເລາະຕະລາດຫຼັກ2 ຊື້ຂອງຝາກ
ກິນເຂົ້າຄ່ຳ
ພັກທີ່ໂຮງແຮມ
ມື້ທີ 3
ຕອນເຊົ້າ
ກິນເຂົ້າເຊົ້າ
ອອກເດີນທາງ
ຕອນທ່ຽງ
ແວ່ທ່ຽວຖ້ຳກອງລໍ
ຕອນຄ່ຳ
ກິນເຂົ້າຄ່ຳ
ພັກທີ່ໂຮງແຮມ




ສະຖານທີ່ທ່ອງທ່ຽວ        
    
1. ພະທາດສີໂຄດຕະບອງ (ແຂວງຄໍາມ່ວນ)        
ພະທາດສີໂຄດຕະບອງ (ແຂວງຄໍາມ່ວນ) ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດ ເມືອງຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 13 ໃຕ້ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ. ເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກ, ເສດຕະສັດເຮັດ ດ້ວຍ ເງິນ ແລະ ຄໍາ, (Read more ...)



2. ຖ້ຳພະ ຫຼື ຖ້້ຳຊ້າງ

ຖ້ຳພະ ຫລື ຖ້ຳຜາຊ້າງ: ຕັ້ງຢູ່ໃນເຂດເມືອງມະຫາໄຊ ບໍລິເວນບ້ານນາຊາງ ຫ່າງຈາກເມືອງທ່າແຂກ ປະມານ 17 ກິໂລແມັດ. ຖ້ຳພະ ຫລື ຖ້ຳຜາຊ້າງ ເປັນຖ້ຳທີ່ຕັ້ງຢູ່ເທິງໜ້າຜາ ຂອງພູເຂົາ ນັກທ່ອງທ່ຽວຕ້ອງຍ່າງຕີນຂຶ້ນໄປ ພາຍໃນເປັນຖ້ຳຂະໜາດນ້ອຍບໍ່ເລິກ ເປັນທີ່ຕັ້ງຂອງພະພຸທົດຮູບຫລວງຫລາຍ ແຕ່ທີ່ໂດດເດັ່ນທີ່ສຸດຄືອົງພະພຸດທະຮູບສະໄໝສົງຄາມໂລກ ເປັນຖ້ຳທີ່ພະສົງນິຍົມເດິນທາງມານະມັດສະການ ທາງລັດຖະບານ ຈຶ່ງອອກກົດໃຫ້ນັກທ່ອງທ່ຽວທຸກຄົນຕ້ອງຖອດເກີບ ກ່ອນເຂົ້າຖ້ຳ ສຳລັບສຸພາບສະຕີ ຕ້ອງແຕ່ງຕົວໃຫ້ຮຽບຮ້ອຍເທົ່ານັ້ນ ດ້ານໃຕ້ຂອງຖ້ຳບັງ ມີໂພງຖ້ຳທີ່ສາມາດນັ່ງເຮືອເຂົ້າໄປຊົມຫີນງອກຫີນຍ້ອຍໄດ້ອີກ ດ້ວຍມີຄວາມເລີກປະມານ 100 ແມັດ (Read more ...)

3. ຖ້ຳກອງລໍ

ກອງລໍ ຄືຖ້ຳນ້ຳລອດທີ່ໃຫຍ່ທີ່ສຸດແຫ່ງຫນຶ່ງຂອງໂລກ (national geographic) ເປັນຄວາມຍິ່ງໃຫຍ່ທີ່ທຳມະຊາດສ້າງຂຶ້ນມາເພື່ອ ທ້າທາຍຕົວຂອງມັນເອງ ຖ້ຳນ້ຳລອດແຫ່ງນີ້ເປັນສ່ວນຫນຶ່ງຂອງລະບົບນິເວດປ່າຫີນບູນທີ່ຕັ້ງຢູ່ແຂວງຄຳມ່ວນ ໃນເຂດປ່າສະຫງວນແຫ່ງ ຊາດພູຫີນບູນ. (Read more ...)



4. ຖ້ຳນາງແອ່ນ

ຖ້ຳນາງແອ່ນເປັນຖ້ຳທີ່ເກົ່າແກ່ທີ່ທຳມະຊາດສັນສ້າງຂື້ນຢ່າງສວຍສົດງົດງາມ ແລະເປັນທີ່ໜ້າອັດສະຈັັນ.ເປັນເວລາຫລາຍລ້ານປີແລ້ວ ຈົນມາຮອດໃນສະໃໝລາວຕົກເປັນຫົວເມືອງຂື້ນຂອງຟຮັ່ງ .ທ່ານ ໂຟຣມາເຊ ຄົນຟຮັ່ງ ໄດ້ເປັນຄົນຄົ້ນພົບ ແລະທ່ານກໍ່ໄດ້ລົງສໍາຫລວດສະພາບພາຍໃນຖ້ຳເປັນຄົນທຳອິດໃນປີ ຄ.ສ 1927 ໂດຍ ທ່ານ ໂຟຼຣມາເຊ ໄດ້ມີການແຕ້ມແຜນທີ່ການສໍາຫລວດຈາກທິດຕາເວັນອອອກຫາທິດຕາເວັນຕົກອີກດ້ວຍ.ຄົນຍັງເອີ້ນອີກຊື່ໜື່ງວ່າ ຖ້ຳນົກແອ່ນ ຍ້ອນ 20 ກ່ວາປີ (Read more ...)
5. ຖ້ຳຂຸນນ້ຳໂດນ
ແຂວງຄຳມ່ວນ ທີ່ເປັນເຂດລື ຊື່ທາງດ້ານທຳມະຊາດ ແລະ ວັດ­ທະ­ນະ­ທຳທີ່ຫລາກຫລາຍບໍ່ວ່າຈະເປັນພະ­ທາດສີໂຄດຕະບອງ, ຖ້ຳກອງລໍ ແລະ ອື່ນໆ ນອກ­ຈາກນັ້ນ ຍັງມີຖ້ຳອີກແຫ່ງຫນຶ່ງຄືກັນ, ແຕ່ມັນຈະເປັນຖ້້ຳທີ່ກວມ ແລະ ໂອບກອດເອົາແມ່­ນ້ຳຢູ່ທາງກ້ອງທີ່ໄຫລຜ່ານ, ນັ້ນກໍ່ຄືຂຸນນ້ຳໂດນທີ່ເປັນຊື່ເອີ້ນຂອງ ຖ້ຳແຫ່ງນີ້ມາແຕ່ສະ­ໄຫມບູ­ຮານ ທັງເປັນສະ­ຖານ­ທີ່ທ່ອງທ່ຽວທາງດ້ານທຳມະຊາດທີ່ມີປາແປກປະ­ຫລາດຫລາຍຊະ­ນິດອາໄສຢູ່ພື້ນແມ່­ນ້ຳ, ເຮົາອາດຈະໄດ້ເຫັນເມື່ອຜ່ານເຂົ້າໄປໃນຖ້ຳແຫ່ງນີ້.

ໃນລະ­ດູ­ແລ້ງ ສາຍນ້ຳດັ່ງກ່າວໄຫລໃສເຢັນຜ່ານລອດກ້ອງປາກຖ້ຳຂຸນນ້ຳໂດນ ມີຄວາມຍາວປະ­ມານ 3 ກິໂລແມັດ ບາງບ່ອນຕື້ນຈົນແນມເຫັນຮອດໂຕປາ ຫລື ບາງບ່ອນເລິກແນມ ລົງໄປເປັນສີ­ຂຽວອຸ່ມທຸ່ມ, ພິ­ເສດເຮົາຈະໄດ້ເຫັນປາທີ່ແປກໃຫມ່ຄ້າຍ­ຄືກັນກັບປາກາລັງ, ປາ­ປ່ານ ແລະ ອື່ນໆ. ນອກນັ້ນ ເຮົາຍັງຈະໄດ້ເຫັນປາບໍ່ມີຕາຫລືປາຕາ­ບອດ. ປາຊະ­ນິດດັ່ງ­ກ່າວ ຄ້າຍ­ຄືກັນກັບປາ­ສ້ອຍມີຂະຫນາດນ້ອຍ ແລະ ໂຕອ່ອນແຫລວ ມັນສາ­ມາດຍຶດເກາະກັບສະ­ຖານ­ທີ່ໃດກໍ່ໄດ້ໃນພື້ນນ້ຳ ເພື່ອຫາອາ­ຫານ ແລະ ຫລົບລີກ ຈາກສັດທີ່ມາທຳ­ຮ້າຍໄດ້ດີ, ສ່ວນໂຕຂອງມັນເປັນສີ­ຂາວແຊກເຫລືອງອ່ອນແຕ່ຫົວຮອດຫາງ, ເຖິງວ່າມັນຈະແນມບໍ່ເຫັນ ແຕ່ມັນອາ­ໄສປະ­ສາດສຳ­ຜັດທີ່ມະ­ຫັດ­ສະ­ຈັນຂອງມັນເປັນຕົວຊ່ວຍໃນການຫາອາ­ຫານ, ປາຊະ­ນິດນີ້ ມັນຢູ່ກັນເປັນຫມູ່ ແລະ ອາ­ໄສໃນຖ້ຳຢູ່ເຂດນ້ຳເລິກປະມານ 150 ແມັດ ຫລື ຫລາຍກວ່ານັ້ນ ແຕ່ບາງຄັ້ງມັນຈະຂຶ້ນມາບ່ອນຕື້ນໆໃຫ້ເຮົາເຫັນ ຖ້າຫາກເຮົາບໍ່ກວນນ້ຳແຮງ, ສາເຫດຄົງເປັນຍ້ອນພວກມັນດຳລົງຊີ­ວິດໃນສະ­ພາບແວດລ້ອມທີ່ຄວບຄຸມໄປດ້ວຍຄວາມມືດນັ້ນເອງ, ຕາມການບອກ­ເລົ່າຂອງຊາວ­ບ້ານຜູ້ຊຳ­ນານໃນເຂດນີ້ເພິ່ນເວົ້າວ່າ ເມື່ອປີ 1998 ນັກສຳຫລວດ ຊາວຝຣັ່ງກຸ່ມຫນຶ່ງໄດ້ຄົ້ນພົບຕະ­ກຸນສັດຊະນິດຫນຶ່ງ ທີ່ບໍ່ມີເຂດໃດຄ້າຍ­ຄື ໂດຍສະ­ເພາະກໍ່ເປັນປາຕາ­ບອດຊະ­ນິດນີ້ເປັນເທື່ອທຳອິດທີ່ໄດ້ຄົ້ນພົບໃນແຂວງຄຳມ່ວນ ເຊິ່ງເປັນປາສາຍພັນທີ່ຫາຍາກໃນ ສປປ ລາວ, ພາຍໃນຖ້ຳຈະໄດ້ຍິນສຽງຂອງນົກ ແລະ ເຈຍບາງ ຊະ­ນິດທີ່ສົ່ງສຽງຮ້ອງໃຫ້ໄດ້ຍິນ ແລະ ຈະມີສຽງສະ­ທ້ອນກັບຄືນມາເມື່ອເຮົາລົມກັນແຮງແດ່ຈັກຫນ້ອຍ, ແຕ່ກໍ່ເປັນ­ຕາຢ້ານເພາະຖ້ຳມັນມືດມິດອ້ອມໄປດ້ວຍອຸບມົງຂອງເພ­ດານຖ້ຳ, ບາງຄັ້ງກໍ່ໄດ້ໃຊ້ໄຟເຍືອງທາງເຖິງວ່າຈະເປັນຍາມກາງ­ເວັນກໍ່ຕາມ.

ຫນ້າ­ຜາຫີນປູນສູງຊັນປະມານ 300 ແມັດ ຢູ່ຂ້າງນອກທາງ ເຂົ້າຖ້ຳບັນ­ດານັກທ່ອງທ່ຽວສາມາດຂີ່ເຮືອທ່ຽວປ່ານາໆຊະ­ນິດໄດ້ໃນລະ­ດູ­ແລ້ງ ສະ­ຖານ­ທີ່ດັ່ງກ່າວເຫມາະສົມກັບການເຂົ້າໄປໃນຖ້ຳດ້ວຍການລົງອາບ­ນ້ຳ, ລອຍ­ນ້ຳຫລິ້ນຢ່າງສະ­ບາຍ ແລະ ບໍ່ເປັນເງື່ອນ­ໄຂອັນແສນສຳ­ລານສຳ­ລັບການກິນເຂົ້າປ່າຢູ່ໃນອ້ອມກອດຂອງທຳມະຊາດທີ່ເຕັມໄປດ້ວຍປ່າ­ໄມ້ໃຫ້ຄວາມຮົ່ມເຢັນ ແລະ ສົດ­ຊື່ນຊີ­ວິດຊີ­ວາ. ສະເພາະລະ­ດູ­ຝົນເຊັ່ນນີ້ ປະ­ລິ­ມານນ້ຳເພີ່ມຂຶ້ນອັນເປັນເຫດໃຫ້ແມ່ນ້ຳກວ້າງ ແລະ ເລິກນັບວ່າເປັນຄວາມສະ­ດວກອີກຢ່າງຫນຶ່ງໃນການຂີ່ເຮືອເລາະຊົມ ແລະ ກໍ່ມີຫໍບູ­ຊາຂະ­ຫນາດນ້ອຍຕັ້ງຢູ່ເປັນຈຸດທີ່ຊາວ­ບ້ານໃນທ້ອງ­ຖິ່ນເຊື່ອກັນວ່າ ເປັນສະ­ຖານ­ທີ່ສັກ­ສິດໃນເຂດຖ້ຳແຫ່ງນີ້.

6. ທາດຕຸມພະວັງ ບ້ານນາວາງ
ພຣະ ທາດຕູມພະວັງ ຕັ້ງຢູ່ບ້ານນາວາງເຫນືອ ເມື່ອງ ຫນອງບົກ ແຂວງ ຄຳມ່ວນ ໃນເຂດແຄມ ແມ່ນ້ຳເຊບັ້ງໄຟ ເຊິ່ງເປັນແມ່ນ້ຳສາຍເລືອດທີ່ຫລໍ່ລ້ຽງ ຄົນລາວເຮົາມາແຕ່ບູຮານຫລືສະໄຫມດຶກດຳບັນ ຈົນເຖິງເທົ່າທຸກວັນນີ້ ແຕ່ສະພາບຫລາຍຢ່າງກໍວິວັດຈະເລີນຂຶ້ນຕາມການເວລາ ແຕ່ສີລະປະຮີດຄອງປະເພນີອັນດີງາມ ກໍວິວັດທະນາການຕາມການເວລາເຊັ່ນດຽວກັນ ແລະ ບາງໄລຍະບາງເວລາ ລະບົບການເມືອງ ຫລື ລະບອບການປົກຄອງ ກໍມີຜົນກະທົບຕໍ່ຮີດຄອງປະເພນີ ແລະ ວັດທະນະທັມຢ່າງປາສະຈາກບໍໄດ້, ພຣະທາດຕູມພະວັງ ຕັ້ງຢູ່ໃນຂົງເຂດ ອານາຈັກສີໂຄດຕະບອງ ແຫ່ງທຳອິດ ທີ່ຕັ້ງຢູ່ຫ່າງຈາກປາກແມ່ນ້ຳເຊບັ້ງໄຟ ປະມານ 15 ກີໂລແມັດ ໃນເຂດ ບ້ານສະດືແລະບ້ານຫນອງເຮືອທອງ ໃນບໍດົນມານີ້ມີການຂຸດພົບ ວັດຖຸມີຄ່າສະໄຫມຕັ້ງອານາຈັກ ສີໂຄດຕະບອງ ແລະສິ່ງທີ່ຍັງຫລົງເຫລືອຢູ່ກໍ ແມ່ນດີນຈີ່ ແລະສິ່ງເສດເຫລືອເລັກນ້ອຍ ແຕ່ຫນ້າເສຍດາຍພາກສວ່ນທີ່ກ່ຽວຂ້ອງ ກັບລະເລີຍຍ້ອນຂາດແຫລ່ງທຶນຫລື ຄວາມຮູ້ວິຊາການ ໃນການປົກປັກຮັກສາ ມູນມໍລະດົກອັນດີງາມແນວນີ້ໄວ້. ສ່ວນພຣະທາດຕູມພະວັງ ຕັ້ງຫຍັບຂຶ້ນມາຈາກ ອານາຈັກສີໂຄດຕະບອງ ບໍເຖິງ ສິບຫລັກກິໂລແມັດ ບາງເທື່ອອາດແມ່ນສ້າງສະໄຫມດຽວກັນ ຍ້ອນວ່າ ຕັ້ງຢູ່ໄກ້ກັບພຣະທາດພະນົມ ບໍເຖິງສີບຫລັກກີໂລແມັດ ເຊິ່ງ ແມ່ນພຣະທາດທີ່ຄົນລາວລ້ານຊ້າງສ້າງໄວ້ ແຕ່ດວ້ຍຜົນກະທົບຈາກເມືອງການປົກຄອງ ການລ່າອານານິຄົມຈິ່ງ ເຮັດໃຫ້ດິນລາວແຍກອອກເປັນສອງຕອນໃຫຍ່ໆ ຄືລາວຝັ່ງຊ້າຍປົກຄອງດວ້ຍຄົນລາວແທ້ໆ ແລະລາວຝັ່ງຂວາ ຄືໄທອີສານແມ່ນໄທປົກຄອງ ນັ້ນເອງ, ຕາມການບອກເລົ່າຂອງຄົນເຖົ້າຄົນແກ່ ຕາມສອງຝາກຝັ່ງແມ່ນ້ຳຂອງບໍລິເວນໄກ້ຄຽງ ເລົ່າຂານສືບໆຕໍ່ກັນມາວ່າ: ການສ້າງພຣະທາດຕຸມພະວັງ ແມ່ນເອົາດິນເສດເຫລືອ ຈາກການສ້າງພຣະທາດພະນົມ ມາສ້າງ ຍ້ອນປະຊາຊົນທີເຫລື້ອມໃສສັດທາ ໃນພຣະພູດທະສາສະຫນາ ໄດ້ນຳເອົາດິນຈີ່ດີນຫນຽວ ນ້ຳປູນ ນ້ຳແຊ່ຫນັງ ເຊິ່ງເປັນສ່ວນປະກອບໃນການກໍ່ສ້າງ ຂອງຄົນລາວລ້ານຊ້າງ ສະໄຫມນັ້ນໃຊ້ກໍ່ສ້າງ ນ້ຳໄປສ້າງພຣະທາດພະນົມທີ່ມາຈາກທຸກສາລະທິດ ແຕ່ພວກທີ່ລ່ອງຕາມລຳເຊບັ້ງໄຟ ໄປຊ້າບໍທັນໄດ້ຂ່າວວ່າສ້າງສຳເລັດແລ້ວຈິ່ງໄດ້ ເອົາເຄືອງຂອງເຫລົ່ານັ້ນວາງໄວ້ແຄມເຊບັ້ງໄຟ ແລະເອົາແຕ່ເຄື່ອງຄ້ຳຂອງຄູນໄປສົມທົບໃນການສະຫລອງ, ແລະກັບມາສ້າງພຣະທາດຕຸມພະວັງ ໄວ້ເປັນສັນຍາລັກຈົນເທົ້າເຖິງທຸກວັນນີ້ ບໍລິເວນບ້ານດັ່ງກ່າວກໍ່ໄດ້ໃສ່ຊື່ວ່າ:ບ້ານນາວາງ ແລະບໍລິເວນບ້ານ ແຫ່ງນີ້ກໍເປັນບ້ານອຸປະຖາກອຸປະຖັມ ພຣະທາດພະນົມ ຍ້ອນສະໃຫມ່ນັ້ນແມ່ນເປັນຈຸດສູນກາງ ຂອງການສຶກສາຮ່ຳຮຽນຂອງຄົນລາວລ້ານຊ້າງ ສອງຝັ່ງຂອງຕະຫລອດມາ ຈົນຮອດສະໄຫມຝລັ່ງ ແລະ ສະຫຍາມແບ່ງແຍກດິນລາວ ສອງຝາກຝັ່ງປັນກັນປົກຄອງຈິງເຮັດໃຫ້ຄົນລາວ ຕັດແຍກທາງດ້ານການປົກຄອງຈົນເຖິງທຸກວັນນີ້, ສຳລັບພຣະທາດພະນົມ ຍັງມີບ້ານທີ່ຮັກສາບັ້ງຈຸ້ມຫລື ຫນັງສືຜູກໃບລານ ທີ່ເວົ້າເຖິງພິທີການສະເຫລີມສະຫລອງ ພຣະທາດພະນົມຫລືຜູ້ນຳພາພິທີນັ້ນກໍຄື:ຊາວບ້ານດົງທ່າ, ບ້ານດົງເທິງ ເຊິ່ງຕັ້ງຢູ່ໃນຂົງເຂດ ດິນແດນແຂວງສະຫວັນນະເຂດ., ສຳລັບການສະເຫລີມສະຫລອງ ພຣະທາດພະນົມ, ພຣະທາດຕູມພະວັງ ແລະ ພຣະທາດສີໂຄດຕະບອງ ແມ່ນສະຫລອງມື້ດຽວກັນຄື: ເດືອນສາມເພັງຂອງທຸກໆປີ

7. ປ່າສະຫງວນແຫ່ງຊາດພູຫີນປູນ

ປ່າສະ­ຫງວນແຫ່ງຊາດພູຫີນປູນ (ຄຳເຄົ້າ: ປ່າສງວນແຫ່ງຊາຕພູຫີນປູນ[໑]) ຕັ້ງຢູ່ແຂວງຄຳມ່ວນ ພາກກາງ­ຂອງລາວເປັນດິນແດນທີ່ອຸ­ດົມ­ສົມ­ບູນໄປດ້ວຍທຳມະຊາດ ແລະ ຊີ­ວະນາໆພັນ ມີຫີນປູນທີ່ເປັນຈອມຊໍ່ຊອນສະຫລັບຊັບ­ຊ້ອນກັນ ແລະ ມີຮ່ອມພູທີ່ລຶກລັບ ຫ່າງໄກຈາກໂລກພາຍ ນອກບັນ­ດາຖ້ຳ ແລະ ສາຍນ້ຳລຳທານທີ່ເກີດຂຶ້ນແບບມະຫັດສະຈັນ ພ້ອມທັງນ້ຳອອກບໍ່ຕ່າງໆນຳອີກ.

ພູຫີນປູນ ເປັນເຂດພູສູງລຽນກັນຂຶ້ນເປັນຊັ້ນໆມີລັກ­ສະ­ນະສູງຊັນມີເຫວເປັນບາງບ່ອນ ແລະ ມີນ້ຳອອກບໍ່ທີ່ໄຫລມາຕາມຮ່ອມພູລົງສູ່ຫ້ວຍດ້ານລຸ່ມທັງຫມົດນີ້ ແມ່ນປົກຄຸມໄປດ້ວຍປ່າ­ໄມ້ຂຽວສະອຸ່ມຕະ­ຫລອດປີ ນັບວ່າເປັນບ່ອນເຕົ້າ­ໂຮມຂອງຝູງສັດທຸກຊະ­ນິດກໍ່ວ່າໄດ້ທີ່ອາ­ໄສໃນເຂດປ່າ­ດົງອັນຕຶບ­ຫນາແບບນີ້, ທັງເປັນເຮືອນຮັງຂອງພວກມັນມາແຕ່ດຶກດຳບັນ, ນອກນັ້ນ ຍັງມີຖ້ຳນຳອີກເປັນທີ່ພັກອາ­ໄສຂອງຊີ­ວະນາໆພັນທີປະ­ກອບດ້ວຍພືດຜັກ ແລະ ພັນສັດຫລາກຫລາຍຊະ­ນິດ, ນອກ­ຈາກເສືອ, ທະ­ນີ ທີ່ຫນ້າຮັກ ແລະ ເຈຍຫລາຍຊະ­ນິດແລ້ວ ໃນເຂດສາຍ­ພູແຫ່ງນີ້ຍັງມີສັດປະ­ເພດຕ່າງໆທີ່ລ້ຽງລູກດ້ວຍນ້ຳນົມຜ່ານການສຳຫລວດ ໂດຍຄະ­ນະທີມງານນັກວິ­ທະ­ຍາສາດ ເມື່ອບໍ່ດົນມານີ້ຊີ້ໃຫ້ເຫັນວ່າແຂວງຄຳມ່ວນມີຊື່ສຽງແລະທ່າ­ແຮງ ທາງດ້ານຊັບພະ­ຍາກອນທຳມະຊາດທີ່ຫລາກຫລາຍເປັນພື້ນ­ຖານໃຫ້ແກ່ການພັດທະນາເສດ­ຖະ­ກິດ-ສັງ­ຄົມຂອງແຂວງ, ທັງເປັນທາງຜ່ານສິນ­ຄ້າຂອງບັນ­ດາປະ­ເທດອ້ອມຂ້າງນຳອີກ.

ເຂດປ່າສະ­ຫງວນແຫ່ງຊາດພູຫີນປູນ ປະ­ກອບດ້ວຍທິວທັດຂອງພູທີ່ຊໍ່ຊ້ອນຢ່າງຫລວງຫລາຍຕາມຮ່ອມພູ ຖ້າຫາກເຮົາຈະເດີນ­ທາງເຂົ້າໄປໃນຈຸດທີ່ຕັ້ງ ແລະ ສະ­ຖານ­ທີ່ທ່ອງທ່ຽວອື່ນໆ ທ່ານສາ­ມາດເຂົ້າໄປເຖິງໄດ້ ໂດຍໃຊ້ທາງເລກທີ 13 ໃຕ້ ຫລື ຈາກບ້ານນາຫີນຕາມທາງເລກ 8 ບາງຄັ້ງອາດຈະຂີ່ລົດຈາກເມືອງທ່າແຂກຕາມທາງເລກທີ 12 ຢູ່ທາງທິດ­ໃຕ້ ຖ້າຈະເດີນທາງຈາກນະ­ຄອນ­ຫລວງວຽງຈັນ ໄປທ່ຽວຊົມເຂດພູຫີນປູນທ່ານສາ­ມາດຂັບລົດໄປຕາມທາງເລກທີ 13 ໃຕ້ ປະ­ມານ 4 ຫລື 5 ຊົ່ວ­ໂມງກໍ່ເຖິງແລ້ວ ພິ­ເສດຈະໄດ້ເຮັດກິດ­ຈະ­ກຳໄດ້ບໍ່ວ່າຈະເປັນການທ່ຽວປ່າ, ລ່ອງແພ, ປີນເຂົາ ແລະ ທ່ຽວຊົມຖ້ຳພູຫີນປູນໄດ້ຕາມສະ­ບາຍ ເພາະເປັນສະ­ຖານ­ທີ່ທ່ອງທ່ຽວທີ່ມີຊື່ສຽງແລະມີຖ້ຳໃຫຍ່ທີ່ມະ­ຫັດ­ສະ­ຈັນໃນເຂດປ່າສະ­ຫງວນ ແຫ່ງນີ້

8. ດິນຈີ່ກາຍເປັນຫີນ ວັດປ່າໂຊກຄຳແສນ

ດິນຈີ່ກາຍເປັນຫີນແມ່ນດິນທີ່ ມີອາຍຸຫລາຍປີ ສະສົມ ຈົນເປັນກ້ອນແຂງຕັ້ງ ຢູ່ວັດປ່າໂຊກຄຳແສນ ເມືອງຫນອງບົກ ແຂວງຄຳມ່ວນ ວັດດັ່ງກ່າວໃນປະຈຸບັນ ແມ່ນ ເປັນສູນປະຕິບັດທັມກຳມະຖານຂອງ ພຣະສົງໃນເຂດ ເມືອງຫນອງບົກ ວັດແຫ່ງນີ້ ເປັນວັດເກົ່າແກ່ມີອາຍຸຍືນນານຫລາຍປີ ອາດຈະສ້າງຕັ້ງຂຶ້ນໃນຍຸກການກໍ່ສ້າງ ພຣະທາດພຣະນົມ ກໍ່ເປັນໄດ້ ຍ້ອນສະຖານທີ່ຕັ້ງແມ່ນຢູ່ໃນບໍລິເວນ ດຽວກັນ ແຕ່ຄົນລະຟາກຂອງ ໃນເຂດອານາຈັກສີໂຄດຕະບອງ ເປັນເສັ້ນທາງລະຫວ່າງ ພຣະທາດພະນົມ ໄປຫາວັດພຣະທາດເມື່ອງເກົ່າ ປະຈຸບັນ ເປັນອານາຈັກແຫ່ງສຸດທ້າຍ ທີ່ການເຄື່ອນຍ້າຍອານາຈັກສີໂຄດຕະບອງ ຕາມ ການບອກເລົ່າ ຂອງ ທ່ານ ດຣ ສຸເນດ ໂພທິສານ ນັກບູຮານຄະດີ ທີ່ເຄີຍເປັນອາດີດຜູ້ອຳນວຍການ ຫໍພິພິດທະພັນແຫ່ງຊາດ, ແລະເປັນຜູ້ຂຽນປະຫວັດສາດລາວ, ໄດ້ກ່າວໄວ້ວ່າ: ອານາຈັກສີໂຄດຕະບອງແຫ່ງທຳ ອິດຕັ້ງຢູ່ລະຫວ່າງ ບ້ານຫນອງເຮືອທອງ ເມືອງໄຊບູລີ ກັບບ້ານສະດື ເມືອງໜອງບົກ, ແລ້ວຍ້າຍໄປຕັ້ງບ່ອນ ສ້າງພຣະທາດພຣະນົມ ໃນປະຈຸບັນ, ແລະ ໄດ້ຍ້າຍຫຍັບຂື້ນໄປ ຕັ້ງທີ່ຈັງຫວັດນະຄອນພະນົມປະຈຸບັນ ແລະໃນເຂດນີ້ ຍັງມີດົງຫວ້ານຫລືສວນຫວ້ານ ຂອງພະຍາສີໂຄດ ໃນເຂດນະຄອນພະນົມ, ແລະຍ້ອນນ້ຳຖ້ວມ ຈິ່ງຍ້າຍຂວ້າມມາ ຕັ້ງຢູ່ຝັ່ງທ່າແຂກ ຈົນເຖິງປະຈຸບັນ, ສະນັ້ນ ສິ່ງປຸກສ້າງ ສິ່ງສະຫລັກຫັກພັງຕ່າງໆຈິ່ງມີຢ່ັງຢາຍທົ່ວໆໄປ ເປັນບໍລິເວນກວ້າງຍ້ອນອານາຈັກສິໂຄດຕະບອງເຄີຍເຮືອງອຳນາດ ມີບົດບາດ, ຈິ່ງເຫັນສິ່ງທີ່ເປັນສັນຍາລັກຈົນເທົ້າທຸກວັນນີ້, ການປົກປັກຮັກສາສົ່ງເສິມ ເປັນສິ່ງທີ່ດີ ຄົນທີ່ເປັນເຊື້ອຊາດລາວ ທັງສອງຝາກຝັ່ງແມ່ນ້ຳຂອງ ເຖິງຊິຕັດຂາດທາງສັນຊາດ ແຕ່ເລືອງມໍລະດົກວັດທະນະທຳ ມີຫລາຍອັນຍັງຄົງຮັກສາໄວ້ ໄດ້ດີສົມຄວນ. ສະນັ້ນ ຝາກເຖິງຜູ້ມີອຳນາດມີບົດບາດ ຈົ່ງຊ່ວຍກັນ ຮັກສາມໍລະດົກ ສິ່ງເກົ່າແກ່ ບໍຄວນປ່ອຍປະລະຖິ້ມ. ຍ້ອນເປັນບ່ອນດຶງດູດນັກທ່ອງທ່ຽວ ແລະເປັນເອກະລັກເອກອ້າງ ຄວາມເປັນຊາດ ໄດ້ດີທີ່ສຸດ ເຮັດໃຫ້ເຮົາຮູ້ບ່ອນໄປບ່ອນມາ ຮູ້ຫນ້າຮູ້ຫລັງ.


Book tour:
Tel: 
- Laos: (+85) 62022545777 
- Viet Nam: (+84) 165.972.60.68
E-mail: Ideasaobang2007@gmail.com
Office: Laksao - Bolykhamxay - Laos.

Khammuane, Laos, Tour Lào-Lào, Tour Laos, Tours ລາວ, ແຂວງຄຳມ່ວນ, ທ່ອງທ່ຽວລາວ, ພາສາລາວ, ລາວ, 

Laos Travel - Visit Khammouane, ແຂວງຄຳມ່ວນ

ແຂວງຄໍາມ່ວນ, ເຊິ່ງກວມເອົາພື້ນທີ່ຂອງ 16.315 ຕາລາງກິໂລແມັດ (6,299 sq mi) ແລະເປັນສ່ວນໃຫຍ່ຂອງພູມິປະເທດເປັນພູເຂົາປ່າໄມ້, ແມ່ນຊາຍແດນໂດຍ ແຂວງບໍລິຄໍາໄຊ ໄປທາງທິດເຫນືອແລະ Northwest, ຫວຽດນາມ ພາກຕາເວັນອອກ, ແຂວງສະຫວັນນະເຂດ ໄປທາງທິດໃຕ້ແລະ ປະເທດໄທ ກັບ ທິດຕາເວັນຕົກ.
ຖ້າທ່ານມີຄໍາຖາມກ່ຽວກັບ  ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ, ພວກເຮົາຈະຕອບ

https://blogger.googleusercontent.com/img/b/R29vZ2xl/AVvXsEiQSlm3dxko9L5skmbuyYrV5s8p6IoZPwienVQ1kG_edmBHu4ONNzv3b02kBWMXXCsU43puNEDggl8xXI2agIfLD-sK-NEIyiZAKlvd8OQ9aFCuzKjI5eoLbUqDqjWNNRXt-mySNRV8g1qk/s200/250px-Khammouane_Province-Laos.svg.png

BACK TO TOP