ສຳຜັດເຮືອນເທິງຕົ້ນໄມ້ - Viet Nam travel
Now day : Thứ Năm, ngày 17 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ສຳຜັດເຮືອນເທິງຕົ້ນໄມ້ - Viet Nam travel


ລາຄາ: 1.900.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 4 ມື້ 3 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao - ດຕໍ່ເລົາ: (+85) 62022545777




  • Tours Infor

Viet Nam travel: ສຳຜັດເຮືອນເທິງຕົ້ນໄມ້

ໃນບັນຍາກາດທີ່ໂປ່ງໃສ ເຢັນສະບາຍ ຂອງ ທຳມະຊາດ ພາຍໃນເຮືອນ, ເຂດພັກຜ່ອນ Dao Anh Khanh Studio Tree House  ແມ່ນໜຶ່ງໃນ ຈຳນວນ ຮູບແບບ homestay ທີ່ເປັນເອກະລັກ ຢູ່ຮ່າໂນ້ຍ.



ຕາມສິລະປິນ ດ່າວ ແອງແຄ໋ງ ຜູ້ເປັນເຈົ້າຂອງ Dao Anh Khanh Studio Tree House ໃຫ້ຮູ້ວ່າ ໃນເບື້ອງຕົ້ນ ພຽງຕ້ອງການສ້າງ ສະເພາະ ຕົນເອງຢູ່, ສະນັ້ນຈິ່ງໄດ້ລົງມືສ້າງ Dao Anh Khanh Studio Tree House   ຢູ່ທີ່ ເລກ 7 ຮ່ອມ 462 ຫງອກຖຸຍ, ຢາເລີມ ກ່ອນໜ້ານີ້ 20 ປີ. ເຮືອນ 6 ຫຼັງ ຂອງ Dao Anh Khanh Studio Tree House ປຸກ ໂດຍບໍ່ມີການ ອອກແບບ ຂອງສະຖາປານິກ ແລະ ນຳໃຊ້ຈຸດພິເສດ ຂອງຕົ້ນໄມ້ທີ່ປູກ ມາເປັນເວລາດົນນານ ໃນເນື້ອ ທີ່ດິນກວ້າງ 2000 ຕາແມັດ ຢ່າງກຸ້ມຄ່າ.

ຄືກັບຊື່ເອີ້ນ, ຢູ່ທີ່ນີ້ໄດ້ລວບລວມທັງ ຈິດຕະກຳ, ດົນຕີ, ແກະ ສະຫຼັກ ຢ່າງກົມກືນກັບທຳມະຊາດ. ເມື່ອຢືນຢູ່ເທິງສູງເບ່ິງລົງ, ນັກທ່ອງທ່ຽວ ສາມາດແນມເຫັນພາບທັງໝົດ ຂອງ  Dao Anh Khanh Studio Tree House  ທີ່ຖືກປົກຄຸມໄປດ້ວຍ ສີຂຽວ ອັນສະດຸດຕາ.  Dao Anh Khanh Studio Tree House  ໄດ້ໃສ່ຊ່ື ຫ້ອງນອນຢ່າງຈັບໃຈ ຄື Zen Space Tree House, Tropical Paradise Tree House, Sky Tree House, Garden Cottage … ຢູ່ພາຍ ໃນ ຫ້ອງນອນແຕ່ລະຫຼັງຕ່າງກໍໄດ້ປະດັບປະດາ ແບບບ່ໍຊ້ຳກັນ ແລະ ມີລັກສະນະສະເພາະ ຂອງ ສິລະປິນ ດ່າວແອງແຄ໋ງ.

ປັດຈຸບັນ Dao Anh Khanh Studio Tree House ເປັນຈຸດນັດໝາຍ ທີ່ໄດ້ ຮັບຄວາມນິຍົມ ດ້ວຍລາຄາເຊົ່າ ຫ້ອງລະປະມານ 55-100 ໂດລາສະຫະລັດ. ທີ່ Dao Anh Khanh Studio Tree House ນັກທ່ອງທ່ຽວ ສາ ມາດສ່ັງອາຫານ ແຕ່ລະມື້ດ້ວຍຄວາມອົບອຸ່ນ ແລະ ຄວາມໃກ້ ຊິດ ສະໜິດສະໜົມ ຂອງ ຖັນແຖວພະນັກງານ.

ເອື້ອຍ ຫງວຽນຖຸຍຮ່າ ຊຶ່ງມາພັກຜ່ອນຢູ່ທີ່ນີ້ໄດ້ເລົ່າສູ່ຟັງວ່າ: ຂ້ອຍຮູ້  Dao Anh Khanh Studio Tree House  ຜ່ານເວັບໄຊ booking.com ສະນັ້ນຈິ່ງຕົກລົງມາແຫ່ງນີ້ ພັກມື້ໜຶ່ງແລ້ວຈະຍ້າຍ ໄປຢູ່ແຫ່ງ ອື່ນ. ແຕ່ເມື່ອໄດ້ສຳພັດຕົວຈິງ ຂ້ອຍໄດ້ຕັດສິນໃຈຢູ່ເຖິງ 2 ທິດ. ເວລາພັກຜ່ອນພາຍ ໃນບໍລິເວນສີຂຽວ ຂອງ Dao Anh Khanh Studio Tree House  ຂ້ອຍຮູ້ສຶກສະຫງົບໃຈ ແລະ ສາມາດປັບຕົນ ໃຫ້ຢູ່ ໃນ ສະພາບປົກກະຕິ. ຍິ່ງໄປກວ່ານັ້ນ ຍັງມີຄວາມຈັບໃຈ ເມື່ອ ໄດ້ ເຂົ້າຮ່ວມກິດຈະກຳສິລະປະບາງຢ່າງ ຂອງສິລະປິນ ດ່າວອານແຂ໋ງ ທີ່ Dao Anh Khanh Studio Tree House  ອີກດ້ວຍ.

ຖ້າທ່ານມີຄໍາຖາມກ່ຽວກັບ, ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ, ພວກເຮົາຈະຕອບ
https://blogger.googleusercontent.com/img/b/R29vZ2xl/AVvXsEj8rxdnDIz0oyX85JhEyJopxgakJwgvS-akJNJ8VGg5grBMy3CxQDqbbsAxoJvqF_aXAv0GYn5mxQOa8elMEAtL9GYmD29tnieQVjv2_EuciapuEbkKSI_3NAJosRh0ZnGRPYmDRP2hR4Ub/s200/13923373_1121727141207284_4001036371132133453_o.jpg

BACK TO TOP