ປະຫວັດສາດລາວດຶກດຳບັນ ຕອນ: “ເມືອງຊວາ” ຊຽງທອງ ຫລວງພະບາງ
Now day : Thứ Hai, ngày 28 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ປະຫວັດສາດລາວດຶກດຳບັນ ຕອນ: “ເມືອງຊວາ” ຊຽງທອງ ຫລວງພະບາງ


ລາຄາ: 2.200.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເວລາມື້ 3 ຄືນ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777






  • Tours Infor


Visit Luang Prabang: ປະຫວັດສາດລາວດຶກດຳບັນ ຕອນ: “ເມືອງຊວາ” ຊຽງທອງ ຫລວງພະບາງ

ປະຫວັດສາດລາວດຶກດຳບັນ ຕອນ: “ເມືອງຊວາ” ຊຽງທອງ ຫລວງພະບາງ:  ໄດ້ຄົ້ນພົບວ່າ ພວກມອນ ຂະແມ ກໍ່ອາດມີອິດທິພົນທາງການເມືອງ ທີ່ຄຸມໄປເຖີງດິນຕອນນີ້ ຈື່ງມີເລື່ອງ ເມັງ ມອນ ຂອມ ກ່າວໃນເລື່ອງທ້າວຮຸ່ງທ້າວເຈືອງ ຕີເອົາເມືອງຊວາ ສຳຫລັບກຸ່ມໄຕລາວແມ່ນກຸ່ມຄົນທີ່ເວົ້າພາສາໄຕ ກຸ່ມຄົນນີ້ຢູ່ດິນເມືອງຊຽງດົງຊຽງທອງມາດົນນານໂດຍປະປົນກັບພວກລາວະ ຕໍ່ມາໄດ້ມີບົດບາດການເມືອງຂື້ນພາຍຫລັງຂຸນລໍມາຕີເອົາເມືອງຊວາເມື່ອປະມານ ສະຕະວັດທີ່ VIII


ຈາກຕຳນານບູຮານຄືພື້ນຂຸນບໍຣົມ ພົງສາວະດານຫລວງພະບາງແລະ ຫນັງສືອຸຣັງຄະທາດ ກ່າວວ່າ ເມືອງຫລວງພະບາງ ເດີມແທ້ນັ້ນຊື່ວ່າເມືອງຊວາ ຫລື ຊະວາ ຕາມວົງກະສັດອົງ1 ຊື່ວ່າ ນັນທາ ໄດ້ເປັນໃຫຍ່ປົກຄອງເປັນຄັ້ງທຳອິດເຊີ່ງເລື່ອງເລົ່າກັນມາມີດັ່ງນີ້:


ມີຍັກຕົນ1ຊື່ວ່ານັນທາ ມາຈາກເມືອງລົງກາໄດ້ເປັນໃຫຍ່ຍູ່ເມືອງຊວາ ຕໍ່ມາເມື່ອນັນທາຕາຍແລ້ວ ເມັຍນັນທາຊື່ວ່າ ນາງ ພາລາເທວີ ໄດ້ໄປແຕ່ງດອງກັບເຈົ້າ ອິນທະປັດຖານະຄອນແລະນາງ ກາງຮີ ລູກສາວນາງພາລາເທວີ ໄດ້ໄປເອົາກັບທ້າວພຸດທະເສນ ລູກຊາຍຂອງເຈົ້າພະຍາເມືອງອິນທະປັດຖານະຄອນແລ້ວມາເປັນໃຫຍ່ຢູ່ເມືອງຊວາສືບມາ
ພາຍຫລັງວົງກະສັດ”ນັນທາ“ທີ່ເປັນໃຫຍ່ຢູ່ເມືອງຊວາສີ້ນສຸດລົງແລ້ວ ວົງກະສັດທີ່2ແມ່ນ ວົງ”ພະຍານາກ” ໄດ້ຂື້ນມາເປັນໃຫຍ່ຢູ່ເມືອງຊວາສືບມາ ວົງພະຍານາກນີ້ກໍ່ສືບເນື່ອງມາຈາກວົງນັນທາຕຳນານອຸຣັງຄະທາດກ່າວວ່າ ວົງຕະກູນພະຍານາກນີ້ມີຖິ່ນຖານດັ່ງເດີມຢູ່ບໍລິເວນ ຫນອງກະແສແສນຍ່ານກໍ່ຄືຕາມໂຫລ້ງແມ່ນຳ້ຂອງແລະສາຂາແມ່ນຳ້ຂອງ ແມ່ນຳ້ຂອງແມ່ນບໍລິເວນ ”ພູກາງສີ” ພູສີແຂວງຫລວງພະບາງ ສີໂຄດຕະບອງ ຫນອງຫານຫລວງ (ສາກົນນະຄອນ) ແລະ ຫນອງຫານນ້ອຍ (ອຸດອນທານີ)
ເມື່ອວົງພະຍານາກສີ້ນສຸດລົງ ວົງ ”ຈັນທະພານິດ” ໄດ້ເປັນໃຫຍ່ຍູ່ເມືອງຊວາແທນ ຈາກພົງສາວະດານເມືອງຫລວງພະບາງໄດ້ກ່າວໄວ້ວ່າ ຈັນທະພານິດ ແມ່ນພໍ່ຄ້າ ຂື້ນໄປຈາກວຽງຈັນ ໄດ້ເປັນໃຫ່ຍ ປົກຄອງເມືອງຊວາຕໍ່
ພື້ນຂຸນບໍຣົມກ່າວວ່າ: ນັບແຕ່ຂຸນລໍມາປົກຄອງອານາຈັກລ້ານຊ້າງມາເຖີງສະໄຫມພະຍາລັງທິລາດເປັນເຈົ້າແຜ່ນດິນລ້ານຊ້າງ ເມື່ອປີ ຄສ 1271 ໄດ້ມີເຈົ້າກະສັດປົກຄອງລ້ານຊ້າງ ສືບທອດກັນມາກ່ອນແລ້ວໄດ້ 22 ອົງ ປົກຄອງເມື່ອໃດນັ້ນບໍ່ໄດ້ກ່າວແລະພື້ນຂຸນບູລົມແຕ່ລະສະບັບກ່າວເຖີງ ຊື່ກະສັດ 22 ອົງນັ້ນບໍ່ຄືກັນອາດສະຫລຸບໄດ້ດັ່ງນີ້:
1 ຂຸນລໍ
2 ຂຸນຊວາ
3 ຂຸນຊວາລາວ
4 ຂຸນສູງ
5 ຂຸນເຂັດ
6 ຂຸນຄຸ້ມ
7 ຂຸນຄີບ
8 ຂຸນຄອບ
9 ຂຸນຄົວ
10 ຂຸນຄານ
11 ຂຸນແພງ
12 ຂຸນເພັງ
13 ຂຸນເພີງ
14 ຂຸນພີ
15 ຂຸນຄຳ
16 ຂຸນຮຸ່ງ
17 ທ້າວໂມ
18ທ້າວຍຸງ
19 ທ້າວເຢີກ
20 ທາວພິນ
21 ທ້າວພາດ
22 ທ້າວຫ່ວາງ
ພະຍາລັງທິລາດເປັນຜູ້ທີ່ 23 ຄອງບັນລັງລະຫວ່າງປິ 1271-1316
ຖ້າທ່ານມີຄໍາຖາມກ່ຽວກັບ ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ,ພວກເຮົາຈະຕອບ
https://blogger.googleusercontent.com/img/b/R29vZ2xl/AVvXsEiG3A2dJ7XH3LISfbzrsfHWu3GMt4_qQKsBOCr5wu127iLkKIJT3wjRSf2Vkpj44svHasEryHYX7I61nlaO7jfFMWjbH1NjubNmJ3Vmme_eFP9AY1XJ8KtWIHhpvEe8-j5DA_S2o1LKkzIG/s200/prabang_s.jpg

BACK TO TOP