Visit Luang Prabang: ນ້ຳຕົກຕາດ ກວາງຊິ - ຫລວງພະບາງ
ນ້ຳຕົກຕາດກວາງຊີ ແມ່ນນ້ຳຕົກຕາດໜຶ່ງທີ່ສວຍງາມທີ່ສຸດໃນແຂວງຫລວງພະບາງ, ເປັນນ້ຳຕົກຫີນປູນຂະໜາດໃຫຍ່ສູງປະມານ 7 0 ແມັດ ມີສາຍນ້ຳໄຫລອາບມາຕາມໜ້າຜາຜ່ານໂຂດຫີນນ້ອຍໃຫຍ່ ຮູບຊົງແປກຕາລົງສູ່ແອ່ງນ້ຳເບື້ອງລຸ່ມ ມີນ້ຳຕະຫລອດປີແຕ່ໃນລະດູຮ້ອນນ້ຳຂ້ອນຂ້າງນ້ອຍ ສະພາບປ່າມີຄວາມຮົ່ມເຢັນ ດ້ານລຸ່ມມີຂົວ ແລະ ເສັ້ນທາງເດີນຊົມອ້ອມຮອບນ້ຳຕົກ
ທີ່ຕັ້ງ ນ້ຳຕົແຫ່ງນີ້ຢູ່ຫ່າງຈາກຕົວເມືອງຫລວງພະບາງໄປທາງທິດຕະເວັນຕົກສຽງໃຕ້ປະມານ 32 ກິໂລແມັດ ເມື່ອເຖິງບ່ອນຈອດລົດຕ້ອງຍ່າງຕີນຂຶ້ນໄປອີກປະມານ 300 ແມັດຈະເຖິງຕົວນ້ຳຕົກຕາດ
ຕິດຕໍ່ ແລ PHANANGHONGTRAVEL
|
1. ຕິດຕໍ່ ແລ: (+85)62022545777.
|
|
3. ອີເມວ: Ideasaobang2007@gmail.com
|
ການເດີນທາງ ສາມາດເໝົາລົດ 3 ລໍ້ ຫລື ລົດສອງແຖວ ຈາກໃນຕົວເມືອງຫລວງພະບາງ ຫລື ຖ້າຢາກສະດວກສະບາຍໄປກວ່ານັ້ນກໍສາມາດເຊົ່າລົດຕູ້ປັບອາກາດ ຊຶ່ງມີທັງແບບເຊົ່າເໝົາຄັນ ຫລື ຫາກເດິນທາງມານ້ອຍຄົນກໍສາມາດຊື້ປີ້ໂດຍສານລົດຕູ້ ຈາກຕົວແທນບໍລິສັດທ່ອງທ່ຽວໄດ້ທຸກແຫ່ງ ຊຶ່ງກໍຈະຕ້ອງໄປກັບຜູ້ຮ່ວມທາງຄົນອື່ນໆ ທີ່ມີຈຸດໝາຍດຽວກັນ ຕະຫລອດເສັ້ນທາງເປັນຖະໜົນປູຢາງ ສາມາດຊົມວິວທິວທັດນະ ຫມູ່ບ້ານຊົນນະບົດຕ່າງໆ ໃຊ້ເວລາເດິນທາງປະມານ 45 ນາທີ
ນ້ຳຕົກຕາດທອງ
ຕາດທອງໃນເມືອງພູຄູນແຂວງຫລວງພະບາງເປັນອີກເຂດຫນຶ່ງທີ່ສຳຄັນຂອງຫລາຍໆນ້ຳຕົກຕາດ, ແຕ່ບ່ອນນີ້ ອາດຈະແຕກຕ່າງຈາກບ່ອນອື່ນຍ້ອນເປັນແຫລ່ງທ່ອງທ່ຽວທີ່ສາມາດ ເຂົ້າເຖິງທຳມະຊາດໃນເຂດປ່າດົງດິບໄດ້ຕາມອັດທະຍາໄສ ດ້ວຍການບໍລິການອັນເປັນກັນເອງຂອງພໍ່ຄ້າຊາວຂາຍໃນເຂດນັ້ນ, ພ້ອມທັງອາບ ແລະ ເບິ່ງນ້ຳທີ່ໄຫລມາຈາກຕີນພູຜ່ານໂງ່ນຫີນລົງມາ ແລະ ກິນອາກາດສົດໆພາຍໃນປ່າພາຍໃຕ້ຮົ່ມສີຂຽວທີ່ຫາເບິ່ງຍາກໃນເຂດເມືອງເຫມືອ.
ສະຖານທີ່ທ່ອງທ່ຽວແຫ່ງນີ້ ເປັນຈຸດດຶງດູດນັກທ່ອງທ່ຽວແຫ່ງສຳຄັນຍ້ອນອາກາດເຢັນສະບາຍປະກອບກັບພູຜາປ່າໄມ້ທີ່ປົກຄຸມເປັນຜູ້ຜະລິດອາກາດສົດໆທັງສອງຟາກທາງ
ນັບຕັ້ງແຕ່ ບ່ອນຈອດລົດຈົນຮອດນ້ຳຕົກປະມານ 200 ແມັດ, ຮົ່ມເຢັນສະບາຍບວກກັບສາຍນ້ຳທີ່ທະຍອຍກັນຢັງຢາຍລົງມາຈາກຕີນພູສູງຄ່ອຍໆໄຫລລີນລົງມາຕາມຮ່ອງຫ້ວຍລົງຕາມຮ່ອງຫີນເປັນຊັ້ນໆບັນດານັກທ່ອງທ່ຽວສາມາດອາບນ້ຳໄດ້ຢ່າງສະບາຍຢູ່ກ້ອງນ້ຳຕົກ,
ເປັນນ້ຳທີ່ໄຫລຜ່ານຮາກໄມ້ທຳມະຊາດ, ໄຫລຜ່ານຕົ້ນໄມ້ແບບສົດໆຄືຈັ່ງຊີ້, ນັກທ່ອງທ່ຽວບາງກຸ່ມພະຍາຍາມ ຍ່າງຂຶ້ນໄປຕາມເນີນພູ ເພື່ອໄປ ເບິ່ງຈຸດທີ່ນ້ຳໄຫລອອກມາຈາກຜາຫີນ, ເພາະສາຍນ້ຳດັ່ງກ່າວ ແມ່ນໄຫລໂຮມເອົານ້ຳຫລາຍຕໍ່ຫລາຍບ່ອນມາຈວບກັນຢູ່ບ່ອນດຽວເປັນນ້ຳທີ່ໄຫລມາຈາກແຕ່ລະຮ່ອມພູ ແລະ ຜາຫີນມາລົງໃສ່ບ່ອນພະລາດຫີນໃຫຍ່ທາງເບື້ອງເທິງເຮັດໃຫ້ສັດປ່ານາໆ ຊະນິດທີ່ອາໃສໃນເຂດນັ້ນ ອອກມາກິນນ້ຳ, ອັນຫລາຍກວ່າຫມູ່ແມ່ນນົກ ແລະ ແມງກະ ເບື້ອນາໆຊະນິດມີຫລາກຫລາຍສີນັບວ່າ ເປັນແມງໄມ້ທີ່ປະດັບເອ້ຢ້ອງໃນຕາດແຫ່ງນີ້ ໃນເມື່ອມັນພົບຜູ້ຄົນທີ່ຂຶ້ນໄປມັນກໍ່ຈະແຕກຕື່ນເປັນບາງຄັ້ງຄາວ, ແຕ່ໂດຍລວມ ແລ້ວມັນຈະຄຸ້ນໃຫ້ຄົນເຮົາໄດ້ໃກ້ກັບມັນຫລາຍຂຶ້ນເພາະໃນສະຖານທີ່ແຫ່ງນີ້ ເປັນເຂດອານຸຮັກມັນບໍເຄີຍຖືກທຳຮ້າຍ ສະນັ້ນ ຈິ່ງບໍ່ເປັນອຸປະສັກໃດເລີຍໃນຍາມພໍ້ຄົນຜ່ານໄປ-ມາ, ສຽງນ້ຳປະສານກັບສຽງນົກ ແລະ ແມງໄມ້ຮ້ອງສະຫນັ່ນຫວັ່ນໄຫວປາກົດວ່າ ເວົ້າກັນຈົນຊິບໍ່ໄດ້ຍິນພຸ້ນລະ! ສິ່ງເຫລົ່ານັ້ນ ຈະເຮັດໃຫ້ທ່ານເພີດເພີນກັບມັນຈົນບາດຂາກັບຮອດຊິບໍ່ຈື່ທາງເພາະມັນຈະມີຫລາຍທາງຂຶ້ນŒລົງ ແຕ່ກໍ່ຕ້ອງໄດ້ລະວັງຢ້ານມື່ນຫີນຕົກລົງມາກໍ່ເປັນໄດ້ ສະນັ້ນ ກໍ່ຕ້ອງອາໄສຜູ້ສຳນານທາງເປັນພິເສດພາໄປ.

ຕາດທອງເປັນຕາດທີ່ຖືກສ້າງຂຶ້ນໂດຍທຳມະຊາດໄດ້ຮັບການພັດທະນາມາເປັນສະຖານທີ່ການທ່ອງທ່ຽວໃຫມ່ຂອງເຂດເທດສະບານເມືອງພູຄູນ ແຂວງຫລວງພະບາງ ແຕ່ປີ 2006 ເປັນຕົ້ນມາ ເພື່ອຂະຫຍາຍສະຖານທີ່ດັ່ງກ່າວ ໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ຫນ້າຈັບໃຈຂອງຜູ້ທີ່ໄດ້ເຫັນໃນແຕ່ລະປີ ດັ່ງນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງຈິ່ງໄດ້ບູລະນະປົວແປງ ແລະ ກໍ່ອານຸຍາດໃຫ້ພໍ່ຄ້າຊາວຂາຍ, ນັກທຸລະກິດມາລົງທຶນດ້ານການບໍລິການໃນເຂດອ້ອມຮອບບໍລິເວນນ້ຳຕົກ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວທັງເປັນການສົ່ງເສີມຕະຫລາດການທ່ອງທ່ຽວພາຍໃນແຂວງໃຫ້ມີບາດກ້າວຂະຫຍາຍຕົວໃຫມ່, ເຮັດໃຫ້ນັກທ່ອງທ່ຽວທີ່ ເຂົ້າມາທ່ຽວໃນເມືອງຫລວງພະບາງໄດ້ຮູ້ຈັກສະຖານທີ່ດັ່ງກ່າວນີ້ຕື່ມອີກ.
Laos , Luang Prabang , Luang Prabang ຫຼວງ ປຣແກຣມທົວລາວ , Tour Lào-Lào , Tours , Tours ລາວ , ຫຼວງພະບາງ
ນ້ຳຕົກຕາດກວາງຊີ ແມ່ນນ້ຳຕົກຕາດໜຶ່ງທີ່ສວຍງາມທີ່ສຸດໃນແຂວງຫລວງພະບາງ, ເປັນນ້ຳຕົກຫີນປູນຂະໜາດໃຫຍ່ສູງປະມານ 7 0 ແມັດ ມີສາຍນ້ຳໄຫລອາບມາຕາມໜ້າຜາຜ່ານໂຂດຫີນນ້ອຍໃຫຍ່ ຮູບຊົງແປກຕາລົງສູ່ແອ່ງນ້ຳເບື້ອງລຸ່ມ ມີນ້ຳຕະຫລອດປີແຕ່ໃນລະດູຮ້ອນນ້ຳຂ້ອນຂ້າງນ້ອຍ ສະພາບປ່າມີຄວາມຮົ່ມເຢັນ ດ້ານລຸ່ມມີຂົວ ແລະ ເສັ້ນທາງເດີນຊົມອ້ອມຮອບນ້ຳຕົກ
|
ຖ້າທ່ານມີຄໍາຖາມກ່ຽວກັບ ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ,ພວກເຮົາຈະຕອບ