ຮຽນຮູ້, ຄົ້ນພົບ - ວັດ ສີສະເກດ ວຽງຈັນ - Visit Wat Sisak Vientiane
Now day : Thứ tư, ngày 23 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ຮຽນຮູ້, ຄົ້ນພົບ - ວັດ ສີສະເກດ ວຽງຈັນ - Visit Wat Sisak Vientiane


ລາຄາ:1000.000 LAK|Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 5 ມື້ 4 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more





  • Tours Infor

ວັດ ສີສະເກດ ວຽງຈັນ, ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງ.
ແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ, ເອກະພາບ ອັນໜຶ່ງອັນດຽວກັນ ໃນສະໄໝລັດຊະການ

ປະກາດ ປະກາດ ວຽງຈັນ ປຣແກຣມທົວລາວກັບ ທ່ອງທ່ຽວພ້ອມກິດຈະກຳເຕັມອິ່ມ 
ປະກາດ ປະກາດ ວຽງຈັນ ປຣແກຣມທົວລາວກັບ ທ່ອງທ່ຽວ
ຫມາຍຄວາມວ່າ: ລົດໃຫຍ່
 ລາຄາ: 1.000.000 LAK
ເລີ່ມຕົ້ນ: ລາວ
ເວລາມື້ 2 ຄືນ
ນອນໂຮງແຮມ
 ຕິດຕໍ່ເລົາ: (+85) 62022545777
ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
3. ອີເມວ: Ideasaobang2007@gmail.com

ພຣະເຈົ້າຟ້າງຸ່ມ ຊື່ງເປັນອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານ ມີຄວາມເຂັ້ມແຂງ ປະມານ 400 ກວ່າປີ,ຈົນມາຮອດ
ໄລຍະອານາຈັກລາວລ້ານຊ້າງ ແບ່ງອອກເປັນ 3 ອານາຈັກ ໃນປີ ພສ 2250 (ຄສ 1707) ແລະ

ພສ 2256 ( ຄສ 1713) ຄື: ອານາຈັກລາວລ້ານຊ້າງວຽງຈັນ, ອານາຈັກລາວລ້ານຊ້າງຫລວງພຣະບາງ ແລະ ອານາຈັກ
ລາວລ້ານຊ້າງຈຳປາສັກ. ມາເຖິງ ປີ ພສ 2321 (ຄສ 1778) ສາມອານາຈັກລາວລ້ານຊ້າງ ກໍໄດ້ຖືກຮຸກຮານ ຈາກ ເຈົ້າຕາກສິນ
ກັບແມ່ທັບເອກ ພຣະມະຫາກະສັດເສີກ (ກຸງທົນບູລີ) ແລະ ຈົນໄດ້ຕົກເປັນປະເທດສະຣາດ ຫລືວ່າຫົວເມືອງ ສ່ວຍ ຂອງກຸງ
ຣັດຕະນະໂກສິນ ເຖິງປີ ພສ 2436 (ຄສ1893)ປະມານ 100 ກວ່າປີ. ຕອນນັ້ນ ພຣະເຈົ້າອະນຸວົງສ໌ ກໍຄືກັບຣາດຊະວົງອົງອື່ນໆ

ໂດຍສະເພາະຣາຊະວົງໃນກະສັດແຫ່ງອານາຈັກລາວລ້ານຊ້າງວຽງຈັນໄດ້ຖືກກວດຕ້ອນໄປເປັນຕົວປະກັນຢູ່ກຸງທົນບູລີ.ໃນປີ ພສ 2347
(ຄສ 1804) ຣັດຊະການທີ II ຂອງກຸງຣັດຕະນະໂກສິນ ຈຳເປັນຕ້ອງຕັ້ງ ພຣະເຈົ້າອະນຸວົງສ໌ ໃຫ້ຄອງນະຄອນຫລວງວຽງຈັນ
ຈັນທະບູລີສີສະຕະນາຄະນາຫຸດອຸດຕະມະລາຊະທານີ ອານາຈັກລາວລ້ານຊ້າງວຽງຈັນຕໍ່ໄປ.

ພຣະເຈົ້າ ອະນຸວົງສ໌ ນັບວ່າເປັນວິຣະກະສັດ ອົງສຳຄັນໃນຣາດຊະວົງ ແຫ່ງອານາຈັກລາວລ້ານຊ້າງ. ພຣະອົງເປັນກະສັດ ສະຫລຽວ
ສະຫລາດ ກ້າຄິດກ້າທຳ ກ້າຕັດສິນພຣະໄທ ທັງສາຍພຣະເນດກວ້າງໄກ ພະອົງໄດ້ນຳພາໄພ່ຟ້າລາດສະດອນເຕົ້າໂຮມຄວາມສາມັກຄີ
ສ້າງບ້ານແປງເມືອງຄືນໃໝ່ ໄດ້ປະຕິສັງຂອນ ປູຊະນິຍະສະຖານຄືນໃໝ່ເຊັ່ນ: ພຣະທາດຫລວງ, ຫໍພຣະແກ້ວ… ແລະໄດ້ສ້າງ
ວັດສີສະເກດ ທີ່ມີຄວາມສຳຄັນທາງດ້ານປະຫວັດສາດ ວິວັດທະນາການ ຂອງປະຊາຊົນລາວ, ທາງດ້ານວັດທະນະທຳ,ອຸດົມຄະຕິ,
ຄວາມອາດສາມາດ ໃນອະດີດທີ່ຜ່ານໄປທີ່ໄດ້ສະແດງອອກທາງດ້ານ ປະຕິມາກຳສິນ,ຈິດຕະກຳສິນ ແລະອື່ນໆອີກ.
ວັດສີສະເກດ ແຕ່ຊື່ທີ່ຈາລຶກໄວ້ໃນແຜ່ນສິລາວ່າ: ” ສະຕະສະຫັສສາຣາມ ” (ແປວ່າ ວັດແສນ) ແຕ່ຄົນທັງຫລາຍເອີ້ນວ່າ:
” ວັດສີສະເກດ ” ສ້າງຂຶ້ນ ເມື່ອປີ ພສ 2361 (ຄສ 1818 ) ວັດນີ້ໃນອະດີດຕັ້ງຢູ່ຕິດກັບບໍລິເວນພຣະຣາດຊະວັງຫລວງດ້ານ
ຕາເວັນອອກສ່ຽງເໜືອ ແລະ ຕັ້ງຢູ່ດ້ານໃນກຳແພງບູຮານວຽງຈັນຊັ້ນໃນ ປັດຈຸບັນນີ້ ເບື້ອງທ່າຕິດກັບຖະໜົນ ໄຊເຊດຖາທິຣາດ
ເບື້ອງທົ່ງຕິດກັບ ທະນາຄານພັດທະນາອາຊີ ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ.
ວັດສີສະເກດນີ້ສ້າງໄດ້ 10 ປີກໍຖືກສົງຄາມ ພຣະນັ່ງເກົ້າເຈົ້າຢູ່ຫົວ ຣັດຊະການທີ III ຂອງກຸງຣັດຕະນະໂກສິນ ເຂົ້າມາຮຸກຮານ
ແລະ ມ້າງເພທຳລາຍ ພ້ອມກັບການທຳລາຍນະຄອນຫລວງວຽງຈັນ ແຕ່ຫລັງສົງຄາມໄດ້ຜ່ານພົ້ນໄປ ປະຊາຊົນລາວ ກໍໄດ້ຟຶ້ນຟູ
ວັດໃຫ້ຄືນດີດັ່ງເກົ່າ ໂດຍຮັກສາຮູບລັກສະນະການກໍ່ສ້າງເດີມໄວ້ທຸກຢ່າງ.
ໃນວັດສີສະເກດ ແມ່ນມີສິ່ງຢັ້ງຢືນທາງດ້ານມໍລະດົກ,ວັດທະນະທຳ ໃຫ້ຄຸນຄ່າທາງດ້ານສິລະປະ,ສະຖາປັດຕະຍະກຳສິນ,


ປະຕິມະກຳສິນ, ຈິດຕະກຳສິນ… ຫລາຍຢ່າງເຊັ່ນ:


ກົມມະລຽນ ຫລື ສາລາຈົງກົມອ້ອມຮອບທັງ 4 ທິດ ແມ່ນວັດຖຸກໍ່ສ້າງທີ່ມີເຕັກນິກທາງດ້ານວິທະຍາສາດ,ຫົວຄິດປະດິດສ້າງຂອງ

ຄົນລາວເຮົາບູຮານ ເພື່ອຮັບໃຊ້ສັງຄົມຕາມຍຸກສະໄໝ ເຊິ່ງເປັນສິລະປະແບບໃໝ່ຂອງອານາຈັກລ້ານຊ້າງວຽງຈັນ ໃນຕົ້ນສະຕະວັດ

ທີ XIX ກົມມະລຽນ ມີຄວາມຍາວເບື້ອງລະ 55 ແມັດ, ເສົາມີ 60 ຕົ້ນ ເສົາແຕ່ລະຕົ້ນຫ່າງກັນ 2,80 ແມັດ, ຫລັງຄາມຸງ
ດ້ວຍດິນຂໍ. ກົມມະລຽນ ສີ່ ດ້ານນີ້ຈະມີ ມຸກ ຊຶ່ງເປັນປະຕູທາງເຂົ້າທັງ ສີ່ ເບື້ອງ, ສີໜ້າຂອງມຸກເຮັດດ້ວຍໄມ້ເນື້ອດີແກະສະລັກ
ເປັນຮູບພຣະພຸດໂພທິສັດ ມີຮູບນົກ ແລະຮູບດອກໄມ້ຊະນິດຕ່າງໆ.


ສະເພາະຝາຜະໜັງຂອງກົມມະລຽນ ມີຊ່ອງກຸດທີ່ເປັນຮູບໃບໂພ ມີຈຳນວນທັງໝົດ 3,420 ຊ່ອງ, ແຕ່ລະຊ່ອງມີພຣະພຸດທະຮູບ

ນ້ອຍປາງມາຣະວິໄຊ 2 ອົງທີ່ເຮັດດ້ວຍປະທາຍເພັດລວມຈຳນວນທັງໝົດມີ 6,840 ອົງທີ່ປະດິດສະຖານຢູ່ໃນຊ່ອງກຸດຂອງ

ກົມມະລຽນ, ຖ້ານລຸ່ມຕິດຝາກົມມະລຽນທັງສີ່ດ້ານ ມີພຣະພຸດທະຮູບປາງມາຣະວິໄຊ ທີ່ເຮັດດ້ວຍປະທາຍເພັດ ມີຈຳນວນ 120 ອົງ.
ແຕ່ປີພ.ສ 2495-2512 (ຄ.ສ 1952-1969 ) ການສະສົມ ແລະທ້ອນໂຮມເອົາວັດຖຸບູຮານໄດ້ຈາກວັດເກົ່າທີ່ຖືກສົງຄາມສັກດີນາ
ຕ່າງດ້າວເຂົ້າມາທຳລາຍມ້າງເພໃນປາງສົງຄາມກວາດລ້າງປຸ້ນສະດົມ ເມືອງວຽງຈັນ ປະຕິມະກຳ ທີ່ເຫລືອເມື່ອນັ້ນປະຊາຊົນລາວ
ບັນດາເຜົ່າຈຶ່ງໄດ້ມີໂອກາດທ້ອນໂຮມໄວ້ຢູ່ໃນສິມ ແລະ ກົມມະລຽນ ເຊັ່ນ: ພຣະພຸດທະຮູບທີ່ເຮັດດ້ວຍຫີນຊາຍ(ສະຕະວັດທີ 11-13)
ສິລະປະສະໄໝຊາຍຟອງ, ພຣະພຸດທະຮູບທີ່ເຮັດດ້ວຍທອງສຳລິດ (ສະຕະວັດທີ 15 -18 ) ສິລະປະລ້ານຊ້າງ,ພຣະພຸດທະຮູບ,
ຫີບພຣະຄຳພີ,ຮາງຫົດສົງທີ່ເຮັດດ້ວຍ ໄມ້ (ສະຕະວັດທີ 17-19 ) ແລະສິລາຈາລຶກ ເປັນແຜ່ນຫີນສີນໍ້າຕານທີ່ມີຄວາມສຳຄັນ

ພຣະປະທານ ອົງແສນ
ປະດິສະຖານຢູ່ໃນສິມສີສະເກດ

ໃຫ້ຄຸນຄ່າທາງດ້ານຕົວອັກສອນສາດ,ປະຫວັດສາດ ທີ່ບັນທືກວັດຖຸອຸປະກອນໃນການກໍ່ສ້າງວັດສີສະເກດ.
ນຈຸດໃຈກາງຂອງກົມມະລຽນອ້ອມຮອບທັງສີ່ດ້ານນັ້ນ ແມ່ນທີ່ຕັ້ງຂອງສິມ ເປັນຮູບສີ່ຫລ່ຽມຍາວ ມີເນື້ອທີ່ 296,56 ຕາແມັດ

(ຍາວ 25,40 ແມັດ,ກວ້າງ 15,70 ແມັດ) ຢູ່ໃນສິມມີພຣະພຸດທະຮູບອົງແສນ ເປັນພຣະປະທານ ປາງມາຣະວິໄຊ ພຣະພຸດທະຮູບອົງນີ້ຫລໍ່ຂຶ້ນໃນສະໄໝອານາຈັກລາວລ້ານຊ້າງ ຈະເລີນຮຸ່ງເຮື່ອງທັງເປັນພຣະພຸດທະຮູບທີ່ມີຄຸນຄ່າ ສຳຄັນທາງດ້ານປະຫວັດສາດ,

ສາສະໜາ ວັດທະນະທຳຂອງລາວ ເຮັດດ້ວຍທອງສຳລິດ ( ໂລຫະປະສົມມີ ຄຳ,ເງິນ,ທອງ,ຊື່ນ..) ມາຮອດໃນສະໄໝລັດຊະການ
ພຣະເຈົ້າ ອະນຸວົງສ໌ ຈຶ່ງໄດ້ສັ່ງໃຫ້ນາຍຊ່າງເອົາປະທາຍເພັດໂອບ,ປະດັບປະດາ ແລະ ຮູບຊົງຍັງແມ່ນແບບເດີມ ຕ່າງແຕ່ມີຂະໜາດໃຫຍ່
ກວ່າເກົ່າ.

ລຸ່ມຖ້ານຂອງພຣະເຈົ້າອົງແສນ ແມ່ນຮາວທຽນທີ່ສ້າງຂຶ້ນໃນປີ ພສ 2361 (ຄສ 1818) ມີລວງສູງ 1,88 ແມັດ,ກວ້າງ 2,10 ແມັດ

ຮາວທຽນນີ້ແມ່ນໃຊ້ສຳລັບຕິດທຽນບູຊາ ໃນພິທີກຳທາງສາສະໜາ, ຊຶ່ງເປັນສິລະປະສະກຸນຊ່າງລາວລ້ານຊ້າງວຽງຈັນແກະສະຫລັກ

ທີ່ໂດດເດັ່ນປານີດພິສະດານສວຍງາມໃນສະໄໝລັດຊະການພຣະ ເຈົ້າອະນຸວົງສ໌ ຮາວທຽນນີ້ຖືວ່າເປັນມໍລະດົກອັນລໍ້າຄ່າຂອງປະຊາຊົນ
ລາວບັນດາເຜົ່າ ແຕ່ອະດີດຈົນເຖິງປັດຈຸບັນ ແລະ ທັງເປັນອຸປະກອນຊະນິດໜຶ່ງຊຶ່ງເປັນຫລັກຖານທາງປະຫວັດສາດ, ສາສະໜາ
ວັດທະນະທຳທີ່ເປັນເອກະລັກຂອງຊາດລາວໂດຍແທ້. ຮາວທຽນນີ້ຍັງເປັນປະຕິມາກຳສິນໃຫ້ຄວາມສົນໃຈຈາກນັກຄົ້ນຄວ້າ ຊາວລາວ
ແລະ ຊາວຕ່າງປະເທດອີກດ້ວຍ. ໃນປີ ພສ 2473 (ຄ.ສ 1930 ) ມະຫາອຸປະລາດ ( ສະເດັດເຈົ້າບຸນຄົງ ) ໄດ້ໃຫ້ນາຍຊ່າງ
ຈຳລອງຮາວທຽນແລ້ວໄດ້ເອົາໄປວາງສະແດງຢູ່ ປາຣີ (ປະເທດຝຣັ່ງເສດ) ແລະ ໂອຊາກະ (ປະເທດຍີ່ປຸ່ນ) ແລ້ວນຳມາໄວ້ຢູ່ໃນ
ຫໍພຣະແກ້ວວຽງຈັນ ຈົນເຖິງປັດຈຸບັນນີ້.

ຝາສິມທັງສີ່ເບື້ອງຈະເປັນຊ່ອງກຸດລວມທັງໝົດມີ 1,026 ຊ່ອງ, ແຕ່ລະຊ່ອງກຸດ ບັນຈຸພຣະພຸດທະຮູບນ້ອຍ ຊ່ອງລະ 2 ອົງ

ຮວມທັງໝົດມີຈຳນວນ 2,052 ອົງ ແລະ ຝາຜະໜັງຂອງສິມມີຮູບແຕ້ມໃສ່ຝາຜະໜັງເລື່ອງພື້ນເມືອງຊາດົກເລື່ອງ: ພະລະສັງຂະຫຍາ

ຊຶ່ງຕົວລະຄອນເອກແມ່ນເຈົ້າຊາຍໂບກຂະລະພັດ ການແຕ້ມແຕ່ງນີ້ ເປັນສີມືຊ່າງຂອງນັກຈິດຕະກຳສິນລາວເຮົາໃນສະໄໝນັ້ນ
ໄດ້ພັນລະນາເຖິງທີ່ຕັ້ງຂອງພະລາດຊະວັງ ຫໍ,ໂຮງ, ພຸດທະປະຫວັດຂອງພຣະພຸດທະເຈົ້າ, ການດຳລົງຊີວິດຂອງໄພ່ຟ້າລາດສະດອນ,
ພາບທຳມະຊາດ.

ສິມສີສະເກດ ແມ່ນສະຖານທີ່ສຳຄັນ, ສັກສິດ ປະດິດສະຖານພຣະພຸດທະຮູບປະທານ (ອົງແສນ), ພຣະພຸດທະຮູບປາງຕ່າງໆ,

ວັດຖຸທີ່ສຳຄັນທີ່ຮັບໃຊ້ພິທີກຳທາງສາສາໜາ ເປັນບ່ອນປະຕິບັດສາສະນາກິດຂອງພຣະພິກຂຸສົງ, ສະຖານທີ່ສູດປະຕິໂມກ ແລະ

ໃຊ້ໃນພິທີບວດ ນອກຈາກນັ້ນ ໃນເມື່ອກ່ອນຈະໃຊ້ໃນພິທີດື່ມນໍ້າສັດຈະ ໃນການປົກຄອງບ້ານເມືອງໃນສະໄໝກ່ອນ.
ສິມ ແລ ະກົມມະລຽນສີສະເກດ ແມ່ນສະຖາປັດຕະຍະກຳສິນລາວ ຊຶ່ງປະກອບມີ ປະຕິມະກຳສິນ,ຈິດຕະກຳສິນ…ທີ່ເປັນຂໍ້ມູນ
ຫລັກຖານທາງບູຮານຄະດີ ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານປະຫວັດສາດ,ວັດທະນະທຳ, ສາສະໜາ, ຄວາມເຊື່ອຖືທີ່ປະຕິບັດ
ຮີດຄອງປະເພນີ, ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ອາດີດຈົນເຖິງປັດຈຸບັນ ໃຫ້ຍືນຍົງຄົງຕົວກັບຊົນຊາດລາວ
ຕະຫລອດໄປ.

ວັດ​ສີສະ​ເກດ ​ເປັນ​ວັດ​ທີ່​ມີ​ຄວາມ​ສຳຄັນ​ທາງ​ປະຫວັດສາດ ​ເພາະວ່າ​ເປັນ​ວັດ​ດຽວທີ່​ລອດ​ພົ້ນຈາກ​ການ​ຈູດ​ເຜົາ​ທຳ ລາຍ​ຂອງ​ສັກ​ຕີ​ນາ​ຕ່າງ​ດ້າວ​ທີ່​ມາ​ຮຸກ​ຮານ​ລາວ ​ໃນ​ລະຫວ່າງ​ປີ ຄສ 1827-1828.

ວັດ​ສີສະ​ເກດ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປີ ຄສ 1818​ ​ໂດຍ​ການ​ນຳພາ​ຂອງ​ເຈົ້າອານຸວົງ, ກະ​ສັດ​ອົງ​ສຸດ​ທ້າຍ​ຂອງຣາຊະ​ວົງວຽງຈັນ ​ແລະ ມີ​ຄວາມ​ພິ​ເສດ​ທີ່​ສຸດ​ ​ເນື່ອງ​ຈາກ​ວ່າ​ເປັນ​ວັດ​ທີ່ບັນຈຸ​ຫໍ​ໄຕ​ປີດົກ, ກຸດຕິ​ຂອງ​ເຈົ້າ​ເພັດຊະຣາຊ ​ແລະ ຢູ່​ຕາມ​ຝາ​ດ້ານ​ໃນ​ຂອງ​ສິມ​ກໍ່​ມີ​ຮູ​ບ​ແຕ້ມ​ລວດລາຍງົດ​ງາມ. ບໍລິ​ເວນ​ວັດ​ມີ​ກົມ​ມະລຽນອ້ອມ​ສີ່​ດ້ານ, ​ແຕ່​ລະ​ດ້ານ​ມີ​ພຣະພຸດທະ​ຮູບ​ນ້ອຍ​ທີ່​ເຮັດ​ດ້ວຍ​ປະທາຍ​ເພັດ ລວມມີ 120 ອົງ. ສ່ວນ​ຢູ່​ຂ້າງ​ອຸ​ໂບສົດ​ມີ​ພຣະພຸດທະ​ຮູບ​ປະທານ​ອົງ​ໃຫຍ່​ອັນ​ສັກສິດ, ຢູ່​ຂ້າງ​ກ້ຳຊ້າຍ ​ແລະ ຂວາ​ຂອງ​ພຣະປະທານ ກໍ​ມີ​ພຣະພຸດທະ​ຮູບ​ທອງ​ຫລໍ່ ປາງ​ຫ້າມ​ຍາດ 2 ອົງ ​ເຊິ່ງ​ເຈົ້າອານຸວົງ​ໄດ້​ສ້າງ​ໄວ້​ເທົ່າ​ກັບ​ເລົ່າ​ຄີງ​ຂອງ​ເພິ່ນ​ເອງ. ນອກ​ນັ້ນຢູ່​ຕາມ​ຊ່ອງ​ຝາ​ດ້ານ​ໃນ​ສິມ​ກໍ​ຍັງ​ມີ​ພຣະພຸດທະ​ຮູບອົງ​ນ້ອຍໆ ລວມທັງໝົດ 2052 ອົງ ​ເຊິ່ງ​ໃນ​ນັ້ນ​ເຮັດ​ດ້ວຍ​ເງິນ​ບຸ 276 ອົງ. 
(​ເວລາ​ເປີດ​ໃຫ້​ເຂົ້າທ່ຽວຊົມ​ແມ່ນ​ເລີ່​ມ​ແຕ່ 8:00-17:00 ​ໂມງ ຂອງ​ທຸກໆມື້).
ວຽງຈັນ, Viêng Chăn, Vientiane, Wat Sisaket, Pagoda, Đền chùa, Du lịch Lào, 

ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
3. ອີເມວ: Ideasaobang2007@gmail.com
ຖ້າທ່ານມີຄໍາຖາມກ່ຽວກັບ ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ,ພວກເຮົາຈະຕອບ
https://blogger.googleusercontent.com/img/b/R29vZ2xl/AVvXsEikplSSTi7jWy8Yu3eszo7oCviSDRZc1mcjzrchbNQLPsHcpWSnKmZw9wSlgn1-adPImFUkBJZcwfzr1dzgC8utd2RAaApTwkOyNFs_-WmHPGd0BluBOIoSSa1wNl1gbDJJwldkfpCaCOTG/s200/23170_lg_1.jpeg

BACK TO TOP