Laos Travel - Visit Khammouane: ຖ້ຳພະ ຫຼື ຖ້້ຳຊ້າງ, ຖ້ຳພະ-ໜອງປາຝາ(ແຂວງຄໍາມ່ວນ).
ຖ້ຳພະ ຫລື ຖ້ຳຜາຊ້າງ: ຕັ້ງຢູ່ໃນເຂດເມືອງມະຫາໄຊ ບໍລິເວນບ້ານນາຊາງ ຫ່າງຈາກເມືອງທ່າແຂກ ປະມານ 17 ກິໂລແມັດ.
ຖ້ຳພະ ຫລື ຖ້ຳຜາຊ້າງ ເປັນຖ້ຳທີ່ຕັ້ງຢູ່ເທິງໜ້າຜາ ຂອງພູເຂົາ ນັກທ່ອງທ່ຽວຕ້ອງຍ່າງຕີນຂຶ້ນໄປ ພາຍໃນເປັນຖ້ຳຂະໜາດນ້ອຍບໍ່ເລິກ ເປັນທີ່ຕັ້ງຂອງພະພຸທົດຮູບຫລວງຫລາຍ ແຕ່ທີ່ໂດດເດັ່ນທີ່ສຸດຄືອົງພະພຸດທະຮູບສະໄໝສົງຄາມໂລກ ເປັນຖ້ຳທີ່ພະສົງນິຍົມເດິນທາງມານະມັດສະການ ທາງລັດຖະບານ ຈຶ່ງອອກກົດໃຫ້ນັກທ່ອງທ່ຽວທຸກຄົນຕ້ອງຖອດເກີບ ກ່ອນເຂົ້າຖ້ຳ ສຳລັບສຸພາບສະຕີ ຕ້ອງແຕ່ງຕົວໃຫ້ຮຽບຮ້ອຍເທົ່ານັ້ນ ດ້ານໃຕ້ຂອງຖ້ຳບັງ ມີໂພງຖ້ຳທີ່ສາມາດນັ່ງເຮືອເຂົ້າໄປຊົມຫີນງອກຫີນຍ້ອຍໄດ້ອີກ ດ້ວຍມີຄວາມເລີກປະມານ 100 ແມັດ
ຖ້ຳພະ-ໜອງປາຝາ(ແຂວງຄໍາມ່ວນ)
ຖ້ຳພະ-ໜອງປາຝາ: ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳ. ຕັ້ງຢູ່ໃກ້ກັບ ບ້ານນາຂ້າງຊ້າງ, ຂຶ້ນລົດໄປຕາມທາງເລກທີ 12 ເຊິ່ງຫ່າງຈາກຕົວ ເມືອງທ່າແຂກ ໄປທາງທິດຕາເວັ້ນອອກສຽງເໜືອ 14 ກິ ໂລແມັດ. ໃນຖ້ຳມີພະພຸດທະຮູບ ຈຳນວນຫຼວງຫຼາຍເຖິງ 229 ອົງ ທີ່ມີອາຍຸເກົ່າແກ່ກວ່າ 600 ປີ. ສ່ວນຢູ່ໜ້າຖ້ຳ ມີປາຝາທີ່ສວຍງາມ. ສະນັ້ນ, ເພິ່ນຈຶ່ງໃສ່ຊື່ວ່າ “ຖ້ຳພະ-ໜອງປາຝາ”.
ບໍລິເວນຖ້ຳພະ-ໜອງປາຝາ ແມ່ນຖ້ຳສອງຊັ້ນຢອງກັນຢູ່ ເຊິ່ງຊັ້ນທີ່ ຢູ່ຂ້າງເທິງແມ່ນຖ້ຳແຫ້ງ ທີ່ມີພະພຸດທະຮູບຂະໜາດໃຫຍ່ ແລະ ນ້ອຍເກົ່າ ແກ່ປະດິດສະຖານຢູ່ຕາມພັກຄ້າຍຄືຂັ້ນໄດ. ສ່ວນຖ້ຳທີ່ຢູ່ດ້ານລຸ່ມ ແມ່ນຖ້ຳນ້ຳ ທີ່ມີສາຍນ້ຳຈາກໜອງປາຝາ ໄຫຼຜ່ານທະລຸເຂົ້າໄປໃນຖ້ຳ. ຖ້ຳທັງສອງ ຂັ້ນນີ້ ມີຄວາມຍາວປະມານ 200 ແມັດ ເຊິ່ງເປັນຖ້ຳທີ່ມີຄວາມສວຍງາມ, ເຕັມໄປດ້ວຍຫີນຍ້ອຍຫຼາຍຂະໜາດ ແລະ ຮູບຮ່າງແຕກຕ່າງກັນ ຢັ່ງຢາຍ ກັນຢູ່ເປັນຍ່ານ.
ໃນປີ 2004, ລຸງບຸນນົງ ຊາວບ້ານນາຂ້າງຊ້າງ ເຫັນຝູງເຈຍບິນເຂົ້າ-ບິນອອກຮູຕາມຜາ ທີ່ສູງ 28 ກວ່າແມັດ, ລາວປີນໜ້າຝາຂຶ້ນໄປຈົນພົບ ປາກຖ້ຳ ທີ່ມີຄວາມກ້ວາງ 15 ແມັດ. ລາວໄດ້ພົບເຫັນພະພຸດທະຮູບຈຳນວນຫຼວງຫຼາຍ, ຕໍ່ມາອຳນາດການປົກຄອງ ແລະ ຊາວບ້ານ ຈຶ່ງໄດ້ທຳພິ ທີຄາລະວະ ແລະ ປົກປັກຮັກສາພະພຸດທະຮູບອັນລ້ຳຄ່າເຫຼົ່ານີ້ໄວ້ ໃນສະຖານທີ່ດັ້ງເດີມ. ພະພຸດທະຮູບເຫຼົ່ານີ້ ແມ່ນມໍລະດົກຕົກທອດມາແຕ່ຍຸກສະ ໄໝ ຂອງອານາຈັກສີໂຄດຕະບອງ ແລະ ລ້ານຊ້າງ.
ແຫລ່ງ: ອົງການພັດທະນາການທ່ອງທ່ຽວ
Khammuane, Laos, ແຂວງຄຳມ່ວນ, ທ່ອງທ່ຽວລາວ, ພາສາລາວ, ລາວ,
Laos Travel - Visit Khammouane: ຖ້ຳພະ ຫຼື ຖ້້ຳຊ້າງ, ຖ້ຳພະ-ໜອງປາຝາ(ແຂວງຄໍາມ່ວນ).
ຖ້ຳພະ ຫລື ຖ້ຳຜາຊ້າງ ເປັນຖ້ຳທີ່ຕັ້ງຢູ່ເທິງໜ້າຜາ ຂອງພູເຂົາ ນັກທ່ອງທ່ຽວຕ້ອງຍ່າງຕີນຂຶ້ນໄປ ພາຍໃນເປັນຖ້ຳຂະໜາດນ້ອຍບໍ່ເລິກ ເປັນທີ່ຕັ້ງຂອງພະພຸທົດຮູບຫລວງຫລາຍ ແຕ່ທີ່ໂດດເດັ່ນທີ່ສຸດຄືອົງພະພຸດທະຮູບສະໄໝສົງຄາມໂລກ ເປັນຖ້ຳທີ່ພະສົງນິຍົມເດິນທາງມານະມັດສະການ ທາງລັດຖະບານ ຈຶ່ງອອກກົດໃຫ້ນັກທ່ອງທ່ຽວທຸກຄົນຕ້ອງຖອດເກີບ ກ່ອນເຂົ້າຖ້ຳ ສຳລັບສຸພາບສະຕີ ຕ້ອງແຕ່ງຕົວໃຫ້ຮຽບຮ້ອຍເທົ່ານັ້ນ ດ້ານໃຕ້ຂອງຖ້ຳບັງ ມີໂພງຖ້ຳທີ່ສາມາດນັ່ງເຮືອເຂົ້າໄປຊົມຫີນງອກຫີນຍ້ອຍໄດ້ອີກ ດ້ວຍມີຄວາມເລີກປະມານ 100 ແມັດ
|
ຖ້າທ່ານມີຄໍາຖາມກ່ຽວກັບ ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ, ພວກເຮົາຈະຕອບ