Visit Khammouane, Laos: ຖ້ຳກອງລໍ
Now day : Thứ Hai, ngày 21 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

Visit Khammouane, Laos: ຖ້ຳກອງລໍ


ລາຄາ: 850.000 LAKLand tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more




  • Tours Infor
Visit Khammouane, Laos: ຖ້ຳກອງລໍ
 

ກອງລໍ ຄືຖ້ຳນ້ຳລອດທີ່ໃຫຍ່ທີ່ສຸດແຫ່ງຫນຶ່ງຂອງໂລກ (national geographic) ເປັນຄວາມຍິ່ງໃຫຍ່ທີ່ທຳມະຊາດສ້າງຂຶ້ນມາເພື່ອ ທ້າທາຍຕົວຂອງມັນເອງ ຖ້ຳນ້ຳລອດແຫ່ງນີ້ເປັນສ່ວນຫນຶ່ງຂອງລະບົບນິເວດປ່າຫີນບູນທີ່ຕັ້ງຢູ່ແຂວງຄຳມ່ວນ ໃນເຂດປ່າສະຫງວນແຫ່ງ ຊາດພູຫີນບູນ.

ຄວາມອາລັງການຂອງຖ້ຳແຫ່ງນີ້ເກີນກວ່າຈະບັນຍາຍໄດ້ ສະນັ້ນ ຕ້ອງໃຊ້ຈິນຕະນາການຢ່າງດຽວລອງຄິດຕາມວ່າແມ່ນ້ຳທັງສາຍ (ແມ່ນ້ຳຫີນບູນ) ຖືກກືນຫາຍເຂົ້າໄປໃນພິພົບດ້ວຍໄລຍະທາງກວ່າ 7 ກິໂລແມັດທີ່ ສັບຊ້ອນ. ພາຍໃນຖ້ຳເຕັມໄປດ້ວຍຫີນງອກຫີນ ຍ້ອຍຂະຫນາດໃຫຍ່ມີນ້ຳຕົກພາຍໃນມີໂຄ້ງ ແມ່ນ້ຳຊະນິດເກືອບຫັກສອກ. ຕົວຖ້ຳຂະຫນາດເທົ່າກັບລາວŒໄອ-ເຕັກ ຍັງບໍ່ທັນລວມ ຫາດຊາຍແກ້ງຫີນ ແລະ ຄວາມຫລາກຫລາຍທາງຊີວະພາບອື່ນໆທີ່ເຊື່ອງຊ້ອນ. ປະຈຸບັນ ເປັນທີ່ຫນ້າຍິນດີທີ່ຊາວບ້ານໄດ້ເຂົ້າມາມີ ສ່ວນຮ່ວມໃນການຈັດການການທ່ອງທ່ຽວໂດຍຊຸມຊົນ ນອກຈາກຈະໄດ້ຕື່ນຕາກັບຄວາມງາມຂອງຖ້ຳແລ້ວຊາວບ້ານກໍມີຄວາມຢູ່ດີກິນດີ ຂຶ້ນຈາກການທ່ອງທ່ຽວ.


ສິ່ງທີ່ຕື່ນເຕັ້ນທີ່ສຸດເມື່ອໄດ້ຮູ້ວ່າ: ຊາວບ້ານໄດ້ໃຊ້ຖ້ຳນ້ຳລອດແຫ່ງນີ້ເປັນເສັ້ນທາງຄົມມະນາຄົມມາຊ້ານານ ກ່ອນການທ່ອງທ່ຽວມາ ເຖິງ ເນື່ອງຈາກຫມູ່ບ້ານນາຕານ ເຊິ່ງມີທີ່ຕັ້ງຢູ່ອີກຟາກຂອງປາກຖ້ຳນັ້ນບໍ່ມີຖະຫນົນເຂົ້າອອກ ເນື່ອງຈາກຖືກປິດລ້ອມດ້ວຍສາຍພູຫີນ ບູນທີ່ສູງຊັນ ດັ່ງນັ້ນຊາວບ້ານຈິ່ງຕ້ອງໃຊ້ເຮືອຫາງຍາວເປັນພາຫະນະໃນການເດີນທາງສູ່ໂລກພາຍນອກເປັນໄລຍະທາງກວ່າ 7 ກິໂລ ແມັດພາຍໃນຖ້ຳທຸກໆມື້. ເຊິ່ງຖ້າຕີລາຄາໃນມິຕິຮັບໃຊ້ສັງຄົມແລ້ວຖ້ຳແຫ່ງນີ້ ຈິ່ງເປັນເຫມືອນເສັ້ນທາງຄົມມະນາຄົມ (ໃຕ້ພິພົບທີ່ສວຍ ງາມທີ່ສຸດໃນໂລກ) ຂອງຊາວບ້ານສ່ວນມິຕິຂອງຜູ້ມາໃຫມ່(ນັກທ່ອງທ່ຽວ)ຖ້ຳແຫ່ງນີ້ຄືສິ່ງທີ່ທຳມະຊາດໄດ້ພິສູດໃຫ້ມະນຸດເຫັນວ່າ "ທຳ ມະຊາດຍິ່ງໃຫຍ່ສະເຫມີ".

ຖ່ຳກອງລໍ

ກອງລໍ ຄືຖ້ຳນ້ຳລອດທີ່ໃຫຍ່ທີ່ສຸດແຫ່ງຫນຶ່ງຂອງໂລກ (national geographic) ເປັນຄວາມຍິ່ງໃຫຍ່ທີ່ທຳມະຊາດສ້າງຂຶ້ນມາເພື່ອ ທ້າທາຍຕົວຂອງມັນເອງ ຖ້ຳນ້ຳລອດແຫ່ງນີ້ເປັນສ່ວນຫນຶ່ງຂອງລະບົບນິເວດປ່າຫີນບູນທີ່ຕັ້ງຢູ່ແຂວງຄຳມ່ວນ ໃນເຂດປ່າສະຫງວນແຫ່ງ ຊາດພູຫີນບູນ.

ຄວາມອາລັງການຂອງຖ້ຳແຫ່ງນີ້ເກີນກວ່າຈະບັນຍາຍໄດ້ ສະນັ້ນ ຕ້ອງໃຊ້ຈິນຕະນາການຢ່າງດຽວລອງຄິດຕາມວ່າແມ່ນ້ຳທັງສາຍ (ແມ່ນ້ຳຫີນບູນ) ຖືກກືນຫາຍເຂົ້າໄປໃນພິພົບດ້ວຍໄລຍະທາງກວ່າ 7 ກິໂລແມັດທີ່ ສັບຊ້ອນ. ພາຍໃນຖ້ຳເຕັມໄປດ້ວຍຫີນງອກ, ຫີນ ຍ້ອຍຂະຫນາດໃຫຍ່, ມີນ້ຳຕົກພາຍໃນ, ມີໂຄ້ງ ແມ່ນ້ຳຊະນິດເກືອບຫັກສອກ. ຕົວຖ້ຳຂະຫນາດເທົ່າກັບລາວŒໄອ-ເຕັກ ຍັງບໍ່ທັນລວມ ຫາດຊາຍ, ແກ້ງຫີນ ແລະ ຄວາມຫລາກຫລາຍທາງຊີວະພາບອື່ນໆທີ່ເຊື່ອງຊ້ອນ. ປະຈຸບັນ ເປັນທີ່ຫນ້າຍິນດີທີ່ຊາວບ້ານໄດ້ເຂົ້າມາມີ ສ່ວນຮ່ວມໃນການຈັດການການທ່ອງທ່ຽວໂດຍຊຸມຊົນ ນອກຈາກຈະໄດ້ຕື່ນຕາກັບຄວາມງາມຂອງຖ້ຳແລ້ວຊາວບ້ານກໍມີຄວາມຢູ່ດີກິນດີ ຂຶ້ນຈາກການທ່ອງທ່ຽວ.
ສິ່ງທີ່ຕື່ນເຕັ້ນທີ່ສຸດເມື່ອໄດ້ຮູ້ວ່າ: ຊາວບ້ານໄດ້ໃຊ້ຖ້ຳນ້ຳລອດແຫ່ງນີ້ເປັນເສັ້ນທາງຄົມມະນາຄົມມາຊ້ານານ ກ່ອນການທ່ອງທ່ຽວມາ ເຖິງ ເນື່ອງຈາກຫມູ່ບ້ານນາຕານ ເຊິ່ງມີທີ່ຕັ້ງຢູ່ອີກຟາກຂອງປາກຖ້ຳນັ້ນບໍ່ມີຖະຫນົນເຂົ້າອອກ ເນື່ອງຈາກຖືກປິດລ້ອມດ້ວຍສາຍພູຫີນ ບູນທີ່ສູງຊັນ ດັ່ງນັ້ນຊາວບ້ານຈິ່ງຕ້ອງໃຊ້ເຮືອຫາງຍາວເປັນພາຫະນະໃນການເດີນທາງສູ່ໂລກພາຍນອກເປັນໄລຍະທາງກວ່າ 7 ກິໂລ ແມັດພາຍໃນຖ້ຳທຸກໆມື້. ເຊິ່ງຖ້າຕີລາຄາໃນມິຕິຮັບໃຊ້ສັງຄົມແລ້ວຖ້ຳແຫ່ງນີ້ ຈິ່ງເປັນເຫມືອນເສັ້ນທາງຄົມມະນາຄົມ (ໃຕ້ພິພົບທີ່ສວຍ ງາມທີ່ສຸດໃນໂລກ) ຂອງຊາວບ້ານ, ສ່ວນມິຕິຂອງຜູ້ມາໃຫມ່(ນັກທ່ອງທ່ຽວ)ຖ້ຳແຫ່ງນີ້ຄືສິ່ງທີ່ທຳມະຊາດໄດ້ພິສູດໃຫ້ມະນຸດເຫັນວ່າ "ທຳ ມະຊາດຍິ່ງໃຫຍ່ສະເຫມີ".
ການເດີນທາງໂດຍສັງເຂບຕໍ່ລົດສອງແຖວຈາກທ່າແຂກ (ຄິວລົດຫລັກ2) ຂຶ້ນໄປທາງເລກທີ 13ໃຕ້ສູ່ບ້ານທາງແບ່ງຈາກບ້ານທາງ ແບ່ງໃຫ້ຕໍ່ລົດສອງແຖວສາຍທາງແບ່ງŒຫລັກຊາວບອກຄົນຂັບວ່າລົງບ້ານນາຫີນ. ຈາກບ້ານນາຫີນສາມາດຂີ່ລົດສອງແຖວໄປຍັງຖ້ຳໂດຍ ກົງໃຊ້ເວລາທັງຫມົດປະມານ 4-5ຊົ່ວ ໂມງ (ໄລຍະທາງເກືອບ 200ກິໂລແມັດຈາກທ່າແຂກ).

ຄ່າເຮືອເຂົ້າຖ້ຳປະມານ 1 ແສນກີບກຳນົດໃຫ້ຂີ່ບໍ່ເກີນ 3 ຄົນ. ຄ່າພັກໃນບ້ານປະຊາຊົນປະມານ 50.000 ກີບຕໍ່ຄົນລວມຄາບເຂົ້າ ແລງ, ເຂົ້າເຊົ້າ ແລະ ມິດໄມຕີຂອງຊາວບ້ານ. ນອກນັ້ນຍັງມີບ້ານພັກພ້ອມດ້ວຍຮ້ານອາຫານຈຳນວນຫຼາຍຫຼັງໄວ້ຕ້ອນຮັບແຂກຜູ້ມາຢ້ຽມຊົມອິກດ້ວຍ.
ແຫລ່ງ: ອົງການພັດທະນາການທ່ອງທ່ຽວ 
Khammuane, Laos,  ແຂວງຄຳມ່ວນ, ທ່ອງທ່ຽວລາວ, ພາສາລາວ, ລາວ, 
Laos Travel - Visit Khammouane, Laos: ຖ້ຳກອງລໍ
ກອງລໍ ຄືຖ້ຳນ້ຳລອດທີ່ໃຫຍ່ທີ່ສຸດແຫ່ງຫນຶ່ງຂອງໂລກ (national geographic) ເປັນຄວາມຍິ່ງໃຫຍ່ທີ່ທຳມະຊາດສ້າງຂຶ້ນມາເພື່ອ ທ້າທາຍຕົວຂອງມັນເອງ ຖ້ຳນ້ຳລອດແຫ່ງນີ້ເປັນສ່ວນຫນຶ່ງຂອງລະບົບນິເວດປ່າຫີນບູນທີ່ຕັ້ງຢູ່ແຂວງຄຳມ່ວນ ໃນເຂດປ່າສະຫງວນແຫ່ງ ຊາດພູຫີນບູນ.
ຖ້າທ່ານມີຄໍາຖາມກ່ຽວກັບ  ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ, ພວກເຮົາຈະຕອບ

https://blogger.googleusercontent.com/img/b/R29vZ2xl/AVvXsEgHB0WR0YmqEHU-4WH6TNz5W4Rn5CC4XS37G-XCIQKgV-5eMxcZC66BPYae87UxFxOE3ZVwViYtHZnkTiBop_6gI_Jm5BR5_OVqvXpMZukaVeW34z95GkE1i61wKDTWAtqPe4IgYlFvBB4t/s200/eaaaa.png

BACK TO TOP