ແຂວງຈຳປາສັກ (ຄຳເຄົ້າ: ແຂວງຈຳປາສັກດ໌[໑], ອັງກິດ: Champasak) ເປັນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໃໝບູຮານ ເປັນທີ່ຕັ້ງຂອງອານາຈັກຈຳປາສັກ ເຄີຍຢູ່ໃນເຂດອານາຈັກຂອມບູຮານ ແຂວງນີ້ເປັນທີ່ຕັ້ງຂອງມໍລະດົກ
ນໍ້າຕົກຕາດຟານ ກໍາເນີດມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ,
ແຂວງຈຳປາສັກ, ຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12 ກິໂລແມັດ, ມີເດີ່ນຮາບພຽງເນື້ອທີ່
3.250 ຕາແມັດ ແລະ ມີສາລາຮ້າງ 1 ຫຼັງ (ເຮັດດ້ວຍໄມ້) ແລະ ມີເນື້ອທີ່ສະຫງວນທັງໜົດ 16 ເຮັກຕາ, ກັບ 3.250
ຕາແມັດ, ຕາດຟານ ໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ.
ໃນແຕ່ລະປີ ເມື່ອຮອດເດືອນ 3 ປະຊາຊົນໃນບ້ານດັ່ງກ່າວ ເຄີຍຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອ
ບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ) ຕາດຟານ ຕັ້ງຢູ່ທິດໃຕ້ຂອງບ້ານຫຼັກ 38 ໄລ
ຍະຫ່າງປະມານ 1 ກິໂລແມັດ, ສາມາດນຳພາຫະນະເຂົ້າ-ອອກ, ໄດ້ຢ່າງສະດວກສະບາຍ, ຕາດແຫ່ງນີ້ ນອນໃນປ່າປ້ອງ
ກັນ ກັບແຫຼ່ງນ້ຳ 2.415 ເຮັກຕາ, ເປັນຕາດສູງຊັນປະມານ 120 ແມັດ,ລັກສະນະເປັນນ້ຳສອງສາຍຄື: ສາຍຫ້ວຍບັງລຽງ
ແລະ ສາຍຫ້ວຍຈິບຕົກໃສ່ຫ້ວຍ
ດຽວກັນ, ບາງບ່ອນກໍ່ເປັນສວນກະເຟ, ໝາກແໜ່ງຂອງປະຊາຊົນບ້ານຫຼັກ 40 ນັບແຕ່
ປາກນ້ຳຕົກຕາດລົງມາສອງຟາກຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນປ່າເຫວຊັນ ຂື້ນ-ລົງຍາກ, ສ່ວນບ່ອນທີ່ເປັນເນີນຈ້າຍ
ແລະ ບ່ອນທີ່ເປັນຮາບພຽງ ກໍ່ເປັນສວນກະເຟ, ໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40. ເອີ້ນຕາດ
ຟານ ກໍ່ຍ້ອນວ່າ: ໃນເມື່ອກ່ອນ ເວົ້າລວມ ປະເພດສັດປ່າ; ຟານ ແມ່ນຫຼາຍກ່ວາສັດອື່ນ, ມັນໄດ້ທ່ຽວຊອກຫາກີນ ແລະ
ໄດ້ໄລ່ຢອກກັນຫຼິ້ນ ຂ້າມໄປ - ມາ ຕາມຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກແຮງ ເຮັດໃຫ້
ນ້ຳໃນຫ້ວຍຫຼາຍ ແລະ ໄຫຼແຮງ, ແຕ່ຟານ ຍັງຂ້າມໄປມາໃນສາຍຫ້ວຍດັ່ງກ່າວ, ດ້ວຍຄວາມຂາດສະຕິ ຟານໂຕໜຶ່ງ
ຖືກນ້ຳພັດຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້, ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວ
ບ້ານຫຼັກ 38 (ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງພາກັນໃສຊື່ ແລະ ເອີ້ນຕາດນີ້
ວ່າ "ຕາດຟານ" ຈົນເທົ່າທຸກວັນນີ້.
ແຫລ່ງ: ອົງການພັດທະນາການທ່ອງທ່ຽວ
ປະກາດ ປະກາດ ຈຳປາສັກ ປຣແກຣມທົວລາວກັບ ທ່ອງທ່ຽວ
|
ຫມາຍຄວາມວ່າ: ລົດໃຫຍ່
|
ລາຄາ: 2.500.000 LAK
|
ເລີ່ມຕົ້ນ: ລາວ
|
ເວລາ: 5 ມື້ 4 ຄືນ
|
ນອນ: ໂຮງແຮມ
|
ຕິດຕໍ່ເລົາ: (+85) 62022545777
|
ຕິດຕໍ່ ແລ PHANANGHONGTRAVEL
|
1. ຕິດຕໍ່ ແລ: (+85)62022545777.
|
|
3. ອີເມວ: Ideasaobang2007@gmail.com
|
Champasak, Champasak ຈຳປາສັກ ປຣແກຣມທົວລາວກັບ, Laos, Tour Lào-Lào, Tours, Tours ລາວ, ຈຳປາສັກ,
Visit Packse - Champasak: ນໍ້າຕົກຕາດຟານ (ຈໍາປາສັກ)
ນໍ້າຕົກຕາດຟານ ກໍາເນີດມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ,
ແຂວງຈຳປາສັກ, ຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12 ກິໂລແມັດ, ມີເດີ່ນຮາບພຽງເນື້ອທີ່
|