Visit Savanakhet, Laos: ປ່າສະຫງວນແຫ່ງຊາດເຊບັ້ງນວນ (ແຂວງ ສາລະວັນ)
Now day : Thứ Ba, ngày 22 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

Visit Savanakhet, Laos: ປ່າສະຫງວນແຫ່ງຊາດເຊບັ້ງນວນ (ແຂວງ ສາລະວັນ)


ລາຄາ: 1.660.000 LAK | Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more

  • Tours Infor

Visit Savanakhet, Laos: ປ່າສະຫງວນແຫ່ງຊາດເຊບັ້ງນວນ  (ແຂວງ ສາລະວັນ)

ປ່າສະ­ຫງວນແຫ່ງຊາດເຊບັ້ງນວນ ແມ່ນສະ­ຖານ­ທີ່ທ່ອງທ່ຽວແຫ່ງຫນຶ່ງທີ່ນອນໃນຂອບເຂດ ແຂວງສາ­ລະວັນ, ໂດຍສະເພາະແມ່ນສະ­ຫວັນຂອງນັກທ່ອງທ່ຽວຜູ້ທີ່ມັກສຳ­ຜັດກັບທຳມະຊາດເປັນຊີ­ວິດຈິດ­ໃຈດ້ວຍກິດ­ຈະ­ກຳການຍ່າງປ່າ.
ສະ­ຖານ­ທີ່ທ່ອງທ່ຽວແຫ່ງນີ້ ມີເນື້ອ­ທີ່ທັງຫມົດເຖິງ 1,260 ກິໂລຕາແມັດ, ກວມເອົາທາງທິດ­ຕາ­ເວັນ­ຕົກສຽງເຫນືອຂອງແຂວງສາ­ລະວັນເປັນສ່ວນໃຫຍ່ ແລະອີກສ່ວນຫນຶ່ງຂອງແຂວງ ສະ­ຫວັນນະເຂດ, ຖືກຄົ້ນພົບ ແລະ ປະ­ກາດເປັນປ່າສະ­ຫງວນແຫ່ງຊາດ ຢ່າງເປັນທາງການໃນວັນທີ 29 ຕຸ­ລາ 1993, ກວມເອົາ 6 ຕົວເມືອງຄື ເມືອງສອງຄອນ, ອາດສະ­ພັງທອງ (ສອງຕົວເມືອງນີ້ ແມ່ນຂຶ້ນກັບແຂວງສະ­ຫວັນນະເຂດ), ເມືອງວາ­ປີ, ສາ­ລະວັນ, ຕຸ້ມລານ ແລະ ລະ­ຄອນເພັງ (ແຂວງສາ­ລະວັນ), ມີ 60 ກວ່າຫມູ່ບ້ານທີ່ມີປະ­ຊາ­ກອນອາ­ໄສຢູ່ເປັນຈຳ ­ນວນຫລາຍ ແລະ ປະ­ຊາຊົນສ່ວນໃຫຍ່ແມ່ນຢຶດຖືອາ­ຊີບການເຮັດນາ, ຫາປາ ແລະ ຫາເຄື່ອງປ່າຂອງດົງ ເພື່ອສ້າງລາຍໄດ້ໃຫ້ແກ່ຄອບ­ຄົວເນື່ອງຈາກວ່າປ່າສະ­ຫງວນແຫ່ງຊາດດັ່ງ­ກ່າວນີ້ ມີຄວາມອຸ­ດົມ­ສົມ­ບູນອັນປະ­ກອບດ້ວຍປ່າ­ໄມ້ປົກຫຸ້ມຫລາຍເຖິງ 87% ໃນນັ້ນ ເປັນປະ­ເພດປ່າ­ດົງດິບ ກວມ 39%, ປ່າໂຄກ 21%, ປ່າປະ­ສົມ 27% ແລະອື່ນໆອີກ 12%, ສຳ­ລັບຈຳ­ນວນປະ­ຊາກອນສັດ­ປ່າທີ່ອາ­ໄສຢູ່ໃນເຂດປ່າສະ­ຫງວນແຫ່ງນີ້ ປະ­ຈຸບັນທາງພາກ­ສ່ວນກ່ຽວ­ຂ້ອງຍັງບໍ່ສາ­ມາດເກັບກຳຂໍ້ມູນ ແລະສຶກສາສຳຫລວດຢ່າງລະ­ອຽດເທື່ອແຕ່ກໍ່ມີສັດ­ປ່າຫລາຍ ຊະ­ນິດອາ­ໄສຢູ່ບໍ່ວ່າຈະເປັນປະ­ເພດສັດເລືອຄານ, ສັດປີກ, ສັດ­ລ້ຽງລູກດ້ວຍນ້ຳນົມ ແລະ ອື່ນໆ.


ຢ່າງ­ໃດກໍ່ຕາມ ນອກ­ຈາກຄວາມອຸ­ດົມ­ສົມ­ບູນຂອງປ່າ­ໄມ້ ແລະ ສັດ­ປ່າແລ້ວກໍ່ຍັງມີສາຍນ້ຳເຊບັ້ງນວນ ອັນປຽບເຫມືອນສາຍ­ເລືອດຂອງປະ­ຊາ­ຊົນທີ່ອາໄສຢູ່ໃນເຂດດັ່ງ­ກ່າວ ເມື່ອເວົ້າ ເຖິງລະ­ບົບພູມສັນ­ຖານກໍ່ຄື ເຂດພູ­ມິປະ­ເທດທີ່­ຢູ່ອ້ອມຂ້າງປ່າສະຫງວນແຫ່ງຊາດເຊບັ້ງນວນກໍ່ອຸ­ດົມ­ສົມ­ບູນບໍ່ວ່າຈະເປັນຫນ້າຜາທີ່ສູງຊັນ ເຊິ່ງເຫມາະສົມໃນການປີນໄຕໃຝ່ຫາປະ­ສົບການ ຂອງບັນ­ດານັກປີນພູທັງ­ຫລາຍ, ຖ້າຫາກນັກທ່ອງທ່ຽວຄົນໃດສົນ­ໃຈຢາກໄປສຳ­ຜັດທີ່ປ່າສະ­ຫງວນແຫ່ງນີ້ ກໍ່ສາ­ມາດຕິດ­ຕໍ່ສອບຖາມຂໍ້ມູນລາຍລະ­ອຽດຕ່າງໆໄດ້ທີ່ພະແນກທ່ອງທ່ຽວແຂວງ ສາ­ລະວັນຮັບ­ຮອງຈະບໍ່ຜິດຫວັງ.

ປ່າ​ສະ­ຫງວນ​ແຫ່ງ​ຊາດເຊ​ບັ້ງ​ນວນ ແມ່ນ​ສະ­ຖານ­ທີ່​ທ່ອງທ່ຽວ​ແຫ່ງ​ຫນຶ່ງ​ທີ່​ນອນ​ໃນ​ຂອບເຂດ ແຂວງ​ສາ­ລະ​ວັນ, ໂດຍ​ສະເພາະ​ແມ່ນ​ສະ­ຫວັນ​ຂອງ​ນັກທ່ອງ​ທ່ຽວ​ຜູ້​ທີ່​ມັກ​ສຳ­ຜັດ​ກັບ​ທຳມະ​ຊາດ​ເປັນ​ຊີ­ວິດ​ຈິດ­ໃຈ​ດ້ວຍກິດ­ຈະ­ກຳ​ການ​ຍ່າງ​ປ່າ.
ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງນີ້ ມີ​ເນື້ອ­ທີ່​ທັງ​ຫມົດ​ເຖິງ 1,260 ກິ​ໂລ​ຕາ​ແມັດ, ກວມ​ເອົາ​ທາງ​ທິດ­ຕາ­ເວັນ­ຕົກ​ສຽງ​ເຫນືອ​ຂອງ​ແຂວງ​ສາ­ລະ​ວັນ​ເປັນ​ສ່ວນ​ໃຫຍ່ ແລະອີກ​ສ່ວນ​ຫນຶ່ງ​ຂອງ​ແຂວງ ສະ­ຫວັນ​ນະ​ເຂດ, ຖືກ​ຄົ້ນ​ພົບ ແລະ ປະ­ກາດ​ເປັນ​ປ່າ​ສະ­ຫງວນ​ແຫ່ງຊາດ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ຕຸ­ລາ 1993, ກວມ​ເອົາ 6 ຕົວ​ເມືອງ​ຄື ເມືອງ​ສອງ​ຄອນ, ອາດ​ສະ­ພັງ​ທອງ (ສອງ​ຕົວ​ເມືອງນີ້ ແມ່ນ​ຂຶ້ນ​ກັບ​ແຂວງ​ສະ­ຫວັນນະ​ເຂດ), ເມືອງ​ວາ­ປີ, ສາ­ລະ​ວັນ, ຕຸ້ມ​ລານ ແລະ ລະ­ຄອນ​ເພັງ (ແຂວງ​ສາ­ລະ​ວັນ), ມີ 60 ກວ່າຫມູ່​ບ້ານ​ທີ່​ມີ​ປະ­ຊາ­ກອນ​ອາ­ໄສ​ຢູ່ເປັນ​ຈຳ ­ນວນ​ຫລາຍ ແລະ ປະ­ຊາຊົນ​ສ່ວນ​ໃຫຍ່​ແມ່ນ​ຢຶດ​ຖື​ອາ­ຊີບການ​ເຮັດ​ນາ, ຫາ​ປາ ແລະ ຫາເຄື່ອງ​ປ່າ​ຂອງ​ດົງ ເພື່ອ​ສ້າງ​ລາຍໄດ້​ໃຫ້​ແກ່​ຄອບ­ຄົວ​ເນື່ອງ​ຈາ​ກວ່າປ່າ​ສະ­ຫງວນ​ແຫ່ງ​ຊາດ​ດັ່ງ­ກ່າວ​ນີ້ ມີ​ຄວາມ​ອຸ­ດົມ­ສົມ­ບູນ​ອັນ​ປະ­ກອບດ້ວຍ​ປ່າ­ໄມ້​ປົກ​ຫຸ້ມ​ຫລາຍ​ເຖິງ 87% ໃນ​ນັ້ນ ເປັນ​ປະ­ເພດ​ປ່າ­ດົງດິບ ກວມ 39%, ປ່າ​ໂຄກ 21%, ປ່າ​ປະ­ສົມ 27% ແລະ​ອື່ນໆ​ອີກ 12%, ສຳ­ລັບ​ຈຳ­ນວນ​ປະ­ຊາກອນ​ສັດ­ປ່າ​ທີ່​ອາ­ໄສ​ຢູ່​ໃນ​ເຂດ​ປ່າສະ­ຫງວນ​ແຫ່ງ​ນີ້ ປະ­ຈຸ​ບັນ​ທາງພາກ­ສ່ວນ​ກ່ຽວ­ຂ້ອງ​ຍັງ​ບໍ່​ສາ­ມາດເກັບ​ກຳ​ຂໍ້​ມູນ ແລະສຶກ​ສາ​ສຳຫລວດ​ຢ່າງ​ລະ­ອຽດ​ເທື່ອແຕ່​ກໍ່ມີ​ສັດ­ປ່າ​ຫລາຍ ​ຊະ­ນິດ​ອາ­ໄສ​ຢູ່​ບໍ່ວ່າ​ຈະ​ເປັນ​ປະ­ເພດ​ສັດ​ເລືອ​ຄານ, ສັດ​ປີກ, ສັດ­ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ ແລະ ອື່ນໆ.
ຢ່າງ­ໃດ​ກໍ່​ຕາມ ນອກ­ຈາກຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ປ່າ­ໄມ້ ແລະ ສັດ­ປ່າ​ແລ້ວ​ກໍ່​ຍັງ​ມີ​ສາຍ​ນ້ຳເຊ​ບັ້ງ​ນວນ ອັນ​ປຽບ​ເຫມືອນສາຍ­ເລືອດ​ຂອງ​ປະ­ຊາ­ຊົນ​ທີ່​ອາໄສ​ຢູ່​ໃນ​ເຂດ​ດັ່ງ­ກ່າວ ເມື່ອ​ເວົ້າ ເຖິງ​ລະ­ບົບ​ພູມ​ສັນ­ຖານ​ກໍ່​ຄື ເຂດພູ­ມິ​ປະ­ເທດ​ທີ່­ຢູ່​ອ້ອມ​ຂ້າງ​ປ່າ​ສະຫງວນ​ແຫ່ງ​ຊາດ​ເຊ​ບັ້ງ​ນວນ​ກໍ່ອຸ­ດົມ­ສົມ­ບູນບໍ່​ວ່າ​ຈະ​ເປັນ​ຫນ້າຜາ​ທີ່​ສູງ​ຊັນ ເຊິ່ງ​ເຫມາະ​ສົມ​ໃນການ​ປີນ​ໄຕ​ໃຝ່​ຫາ​ປະ­ສົບ​ການ​ ຂອງບັນ­ດາ​ນັກ​ປີນ​ພູ​ທັງ­ຫລາຍ, ຖ້າຫາກ​ນັກ​ທ່ອງ​ທ່ຽວ​ຄົນ​ໃດ​ສົນ­ໃຈຢາກ​ໄປ​ສຳ­ຜັດ​ທີ່​ປ່າ​ສະ­ຫງວນແຫ່ງ​ນີ້ ກໍ່​ສາ­ມາດ​ຕິດ­ຕໍ່​ສອບ​ຖາມຂໍ້​ມູນ​ລາຍ​ລະ­ອຽດ​ຕ່າງໆ​ໄດ້​ທີ່​ພະແນກ​ທ່ອງ​ທ່ຽວແຂວງ ​ສາ­ລະ​ວັນຮັບ­ຮອງ​ຈະ​ບໍ່​ຜິດ​ຫວັງ.

Visit Savanakhet, Laos: ແກ້ງກຸ - ແກ້ງກຸ. (ແຂວງ ສາລະວັນ)
ປ່າສະ­ຫງວນແຫ່ງຊາດເຊບັ້ງນວນ ແມ່ນສະ­ຖານ­ທີ່ທ່ອງທ່ຽວແຫ່ງຫນຶ່ງທີ່ນອນໃນຂອບເຂດ ແຂວງສາ­ລະວັນ, ໂດຍສະເພາະແມ່ນສະ­ຫວັນຂອງນັກທ່ອງທ່ຽວຜູ້ທີ່ມັກສຳ­ຜັດກັບທຳມະຊາດເປັນຊີ­ວິດຈິດ­ໃຈດ້ວຍກິດ­ຈະ­ກຳການຍ່າງປ່າ.
ການເດີນທາງ ແຂວງ ບໍລິຄຳໄຊ,  ພາສາລາວ, ລາວ,
Laos, ແຂວງສາລະວັນ, ພາສາລາວ, ພາສາລາວm, ພາສາລາວm ລາວ, ລາວ, Tours, Tour Laos, Tour Lào-Lào, 
https://blogger.googleusercontent.com/img/b/R29vZ2xl/AVvXsEg8g-V0Ju8_fAoB5wala-ZgnY2k9OINIrqaknR1Woj6egfOq9z1AFNrbz25e82dHUrnbK1AkgtTJYtrYL1Cj0aO6_tTtd6oo6dP2BdmUxSPCLR8Dvk21vSiCMALLrPIRWIdOY6PM56Yv5pA/s200/cropped-champasak061.jpg

BACK TO TOP