Visit Oudomxay, Laos: ຕາດ​ນ້ຳ​ກັດ ອຸດົມໄຊ
Now day : Thứ Năm, ngày 17 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

Visit Oudomxay, Laos: ຕາດ​ນ້ຳ​ກັດ ອຸດົມໄຊ


ລາຄາ: 5.550.000 LAK | Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more




  • Tours Infor

Visit Oudomxay, Laos: ຕາດ​ນ້ຳ​ກັດ ອຸດົມໄຊ

ແຂວງນີ້ໄດ້ແຍກອອກມາຈາກແຂວງຫຼວງພະບາງເມື່ອປີ ຄ.ສ. 1963 ໃນເມື່ອກ່ອນທີ່ຕັ້ງແຂວງນີ້ມີຊື່ວ່າແຂວງລ້ານຊ້າງ ຄ.ສ. 1965 ຈຶ່ງປ່ຽນຊື່ມາເປັນແຂວງເມືອງໄຊ ຄ.ສ. 1967 ຈຶ່ງປ່ຽນຊື່ເປັນແຂວງອຸດົມໄຊມາຈົນເຖິງປັດຈຸບັນນີ້. ຕໍ່ມາໃນປີ ຄ.ສ. 1991 ຈຶງໄດ້ໂອນເມືອງປາກທາ ແລະ ເມືອງຜາອຸດົມ ໃຫ້ໄປຂຶ້ນກັບການປົກຄອງຂອງແຂວງບໍ່ແກ້ວ.



ແຂວງ​ອຸດົມ​ໄຊ​ໄດ້​ພັດ​ທະນາ ​ແລະ ບຸກ​ເບີກ​ສະຖານ​ທີ່​ທ່ອງ​ທ່ຽວ​ໃໝ່​ແບບ​ ອະນຸລັກ​ທຳ​ມະ​ຊາດນັ້ນ​ກໍ​ຄື “ຕາດ​ນ້ຳ​ກັດ​ໂຢລະ​ພາ” ​ເຊິ່ງ​ເຮົາ​ສາມາດ​ເວົ້າ​ໄດ້​ເຕັມ​ປາກ​ວ່າ ຕາດ​ດັ່ງກ່າວ​ນີ້​ງາມ​ບໍ່​ໜ້ອຍໜ້າ​ຕາດ​ໃດໆ ​ເລີຍ​ພາຍ​ໃນ​ປະ​ເທດ ຫຼື​ ເວົ້າ​ໄດ້​ວ່າບໍ່​ເປັນ​ສອງ​ຮອງ​ຕາດ​ໃດໆ ​ໃນ​ຂົງ​ເຂດ​ອາ​ຊຽນ​ເຮົາ​ນີ້. ຕາດ​ນ້ຳ​ກັດ​ໄດ້​ເປີດ​ໂຕ​ໃຫ້​ນັກ​ທ່ອງ​ງທ່ຽວ​ເຂົ້າ​ຊົມ​ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ​ຕຸລາ 2014 ທີ່​ຜ່ານ​ມາ​​ເພື່ອ​ກຽມພ້ອມ​ການ​ຕ້ອນຮັບ ນັກ​ທ່ອງ​ທ່ຽວ​ທີ່​ຈະ​ມາ​ທ່ຽວ​ຊົມ​​ເນື່ອງ​ໃນ​ແຂວງ​ອຸດົມ​ໄຊຈະ​ໄດ້​ຈັດງານ ມະຫະກຳ​ກິລາແຫ່ງ​ຊາດຄັ້ງ​ທີ່ 10 ທີ່​ຈະ​ມາ​ຮອດ​ມໍ່ໆ​ນີ້!
 

 ຕາດ​ນ້ຳ​ກັດ​ນີ້​ຢູ່​ໃນ​ເຂດ​ປ່າ​ສະຫງວນເກືອ​ບ 6,000 ​ເຮັກຕາ ​ທີ່​ອຸດົມສົມບູນ​​ໄປ​ດ້ວຍ​ຊີວະ​ນານາ​ພັນ, ຕົ້ນ​ໄມ້​ໃຫຍ່​ສູງ​ອາຍຸ​ຫຼາຍ​ຮ້ອຍ​ປີ ເຊິ່ງຜູ້​ບຸກ​ເບີກເພີ່ນ​ກໍ​ເລີຍ​ພັດທະນາ​ ​ແລະ ສ້າງ​ແຫຼ່ງທ່ອງ​ທ່ຽວ​ແບບ​ອະນຸລັກ​ທີ່​ມີ​ ກິດຈະກຳ​ໃຫ້​ເຮັດ​ອັນ​ຫຼາກ​ຫຼາຍ: ການ​ສ້າງ​ເຮືອນຕົ້ນ​ໄມ້​ເພື່ອ​ເບິ່ງ​ສັດ, ຂ້າມຂົວ​ທີ່​ເຮັດ​ດ້ວຍ​ສາຍ​ສະ​ລິງ ປະສົມ​ກັບ​ໄມ້​ທີ່​ສ່ວນ​ງາມ​ ເພື່ອ​ເຊື່ອມ​ຕໍ່​ສອງ​ປ່າ​ເຂົ້າ​ຫາ​ກັນ, ​ໂຫນ​ສະ​ລິງ​ທີ່​ມີ​ຄວມ​ຍາວ 3,000 ​ແມັດ, ຂີ່​ລົດ​ເສືອ​ພູ​ເຂົາ​ເລາະ​ຕາມ​ປ່າ, ປີນ ​ແລະ ປ່ອຍ​​ໂຕຂຶ້ນ​ລົງ​ໜ້າ​ຜາ​(ຕາດ)ອັນ​ສູງ​ຊັນ, ການ​ເດີນ​ປ່າ​​ແບບ​ຄ້າງ​ຄືນທີ່​ມີ​ຣີຊອດ  ​ແລະ ​ໂຮມ​ສະ​ເຕ ກັບ​ປະຊາຊົນ​ໄວ້​ຮອງ​ຮັບ. ແຕ່​ອັນ​ທີ່​ເປັນ​ພະ​ເອກຂອງ​ປ່າ​ສະຫງວນ ​ບໍລິ​ເວນ​ນີ້​ແມ່ນ​ເປັນຕາ​ດນ້ຳ​ກັດທີ່​ ສວຍງາມ​ທີ່​ສຸດທີ່​ມີໜ້າ​ຜາ​ສູງ​ເຖິງ 50 ​ແມັດ ​ເຊິ່ງມີ​ນ້ຳ​​ໃສ​ເຢັນໄຫຼ​​ຈາກ​ເທິງ​ພູ​ຕະຫຼອດ​ປີ ລຸ່ມ​ລົງ​ມາຕີ​ນຜາ​ກໍ​ເປັນ​ອ່າງ​ນ້ຳ​ໃຫ້​ລອຍ​ຫຼິ້ນ​ຕາມ​ໃຈ​ມັກ ​ເຫັນ​ແລ້ວ​ກໍ​ເປັນຕາ​ອອນຊອນ​ແທ້ໆ.


 ຈຸດ​ດີ​ຂອງ​ແຫຼ່ງທ່ອງ​ທ່ຽວ​ຕາດ​ນ້ຳ​ກັດ​ ບໍ່​ສະ​ເພາະ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ​ທີ່​ສວຍ​ງາມ​​ເທົ່າ​ນັ້ນແຕ່ ມັນ​ຍັງ​ໄດ້​ສ້າງ​ລາຍ​ຮັບ​ໃຫ້​​ແຂວງ, ປະຊາຊົນ​ທ້ອງ​ຖິ່ນໃຫ້​ມີລາ​ຍຮັບ ​ແລະ ວຽກ​ເຮັດ​ງານ​ທຳຈາກ​ທີ່​ເຄີຍ​ເກັບ ​ເຄື່ອງ​ປ່າ​ຂອງ​ດົງ​ແບບ​ເອກະ​ເທດ​ ໃຫ້​ຫັນ​ມາ​ມີ​ສ່ວນ​ຮ່ວມ​ອະນຸລັກ ​ແລະ ​ເກັບ​ເຄື່ອງ​ປ່າ​ຂອງ​ດົງ​ແບບ​ຍືນ​ຍົງ, ນອກ​ນັ້ນ ຜູ້ສຳປະ​ທານ ​ເຊິ່ງ​ແມ່ນ ​ທ່ານ ສົມ​ເພັດ​ ມ້າວ​ປະ​ເສີດ ປະທານ​ບໍລິສັດ ARI ​ເຊິ່ງ​ໄດ້ສຳ​ປະທານ​ເຂດ​ດັ່ງ​ກ່າວ​ເປັນ​ເວລາ 45 ປີ ​ເພີ່ນ​ ​ໄດ້​ເຮັດ​ສັນຍາ​ສຳ​ປະທານ​ປ່າ​ແບບ​ອະນຸລັກ ​​ແລະ​ຍືນ​ຍົງ​ໃຫ້​ເປັນ​ແຫຼ່ງທ່ອງ​ທ່ຽວ ​ຕົກ​ທອດ​ສູ່ລຸ້ນລູກ​ຫຼານ ​ເພີ່ນ​ໄດ້​ສົມທົບ​ກັບ​ພາກສ່ວນ​ອຳນາດ​ ການ​ປົກ​ຄອງ​ທ້ອງ​ຖິ່ນ​ ​ແລະ ​ເຈົ້າ​ໜ້າ​ທີ່​ປ່າ​ໄມ້ ຕັ້ງ​ສູນ ​ແລະ ຈຸດ ​ເຝົ້າ​ເວ​ນຍາມ​​ເພື່ອ​ບໍ່​ໃຫ້​ມີ​ການ​ລັກ​ລອບ​ລ່າ​ສັດປ່າ ​ແລະ ຕັດ​ໄມ້​ດັ່ງ​ນີ້​ເປັນ​ຕົ້ນ.



Nếu bạn có câu hỏi về chuyền du lịch Lào, Việt Nam hãy để lại thông tin của bạn chúng tôi sẽ trả lời

https://blogger.googleusercontent.com/img/b/R29vZ2xl/AVvXsEgb7opSqkpAvUY6nWqSkq7NQHFzj5znxdgVd40e_GaMDkPx2EyLu2sV_4kCbvISQ-GjJ4JTbDouBR0DgEBDXjSJH4Ma4pIsWM9kwMp5zkCqPvRcRqyPw3aQgdmwGDqEcn1QZPp-SLbG_mM2/s200/PDS_7602.jpg

BACK TO TOP