Feast of the pagoda: ພິທີການວັດ ເບີ່ງໂລກໃນແງ່ດີ ພາໃຫ້ສັກສີສູງສົ່ງ
Now day : Thứ Bảy, ngày 12 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

Feast of the pagoda: ພິທີການວັດ ເບີ່ງໂລກໃນແງ່ດີ ພາໃຫ້ສັກສີສູງສົ່ງ


ລາຄາ: 1.000.000 LAK |Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more



  • Tours Infor

Feast of the pagoda: ພິທີການວັດ ເບີ່ງໂລກໃນແງ່ດີ ພາໃຫ້ສັກສີສູງສົ່ງ

  ການບໍລິຈາກເງິນ, ຄໍາ, ວັດຖຸປັດໄຈຕ່າງໆໃຫ້ແກ່ວັດ ຫຼື ທະນຸບໍາລຸງພຸດທະສາສະໜາ ຄືວິທີເຮັດບຸນທີ່ຄົນສ່ວນຫຼາຍໂດຍສະເພາະແມ່ນປະຊາຊົນລາວຊາວພຸດທີ່ໄດ້ປະຕິບັດສືບທອດກັນມາແຕ່ດົນນານຈົນອາດເຮັດໃຫ້ຫຼົງລືມໄປວ່າຍັງມີວິທີເຮັດບຸນອື່ນໆອີກຫຼາຍຮູບແບບ ເຊິ່ງຈະສົ່ງຜົນໃຫ້ຈິດໃຈອິ່ມເອີບຜ່ອງໃສ ແລະ ໄດ້ອານິສົງຜົນບຸນບໍ່ຕ່າງກັນຄື:

          ຍີ້ມສ້າງບຸນ: ຄືການມອບຮອຍຍີ້ມທີ່ຈິງໃຈຖືເປັນການເຮັດບຸນທີ່ງ່າຍທີ່ສຸດ ແລະ ໄດ້ອານິສົງບໍ່ໜ້ອຍໄປກວ່າການເຮັດບຸນແບບອື່ນໆເພາະທຸກຄັ້ງທີ່ທ່ານມອບຮອຍຍີ້ມໃຫ້ຜູ້ອື່ນກໍ່ຈະໃຫ້ເກີດຄວາມສຸກໃນໃຈຂອງຜູ້ຮັບສະເໝີ ດີບໍ່ດີອາດປ່ຽນຄວາມໝອງໝົ່ນທີ່ເຂົາເຈົ້າມີໃຫ້ກາຍເປັນຄວາມສົດໃສອີກຄັ້ງ ເພາະຮອຍຍີ້ມທີ່ຈິງໃຈ ບໍ່ເຄີຍທໍາຮ້າຍໃຜນອກຈາກຈະເຮັດໃຫ້ໂລກມີຄວາມສຸກແລ້ວຊິບໍ່ໃຫ້ໄດ້ບຸນໄດ້ແນວໃດ.
ຄໍາຍ້ອງຍໍຊື່ນຊົມ: ພຽງຄໍາເອີຍຍ້ອງສັ້ນໆທີ່ອອກຈາກໃຈຂອງທ່ານຈະເຮັດໃຫ້ຜູ້ຮັບມີຄວາມສຸກໄດ້ຫຼາຍກວ່າທີ່ທ່ານຄິດອາດຈະເປັນການສ້າງກໍາລັງໃຈໃຫ້ກັບເຂົາເຈົ້າໂດຍສະເພາະໃນຍາມທີ່ທໍ້ແທ້ວິຕົກກັງວົນທ່ານຈະຊ່ວຍເພີ່ມພະລັງໃຫ້ເຂົາເຈົ້າໂດຍບໍ່ຮູ້ຕົວ.
          ເບິ່ງໂລກໃນແງ່ດີ: ການຄິດບວກເປັນສິ່ງທີ່ເຮັດໄດ້ງ່າຍໆໃນຊີວິດປະຈໍາວັນທັງເຮັດໃຫ້ຈິດໃຈຂອງທ່ານຜ່ອງໃສ ບໍ່ຕ້ອງເປັນທຸກກັບການຫວາດລະແວງ ຈັບຜິດຄິດຮ້າຍຜູ້ອື່ນ ແມ່ນແຕ່ໃນຍາມທີ່ທ່ານກໍາລັງທຸກຍ້ອນຄົນອື່ນການເບິ່ງໂລກໃນແງ່ດີຈະຊ່ວຍໃຫ້ທ່ານຫາຍຈາກຄວາມທຸກໄວຂື້ນເມື່ອຈິດໃຈເປັນສຸກກຸສົນຜົນບຸນກໍ່ຈະເກີດ.
          ໃຫ້ອະໄພ: ການໃຫ້ອະໄພຄືກຸສົນຍິ່ງໃຫຍ່ກວ່າການທອດກະຖິນເພາະເປັນການປົດໂສ້ແຫ່ງຄວາມບາດໝາງເຊິ່ງກັນ ແລະ ກັນ, ອະໂຫສິກໍາໃຫ້ແກ່ຜູ້ທີ່ເຮັດໃຫ້ທ່ານເຈັບຊໍ້າ ຫຼື ສ້າງຄວາມບໍ່ພໍໃຈຕ່າງໆນາໆ ແລ້ວທ່ານຈະສໍາຜັດໄດ້ເຖິງຄວາມສະບາຍອົກສະບາຍໃຈຢ່າງບໍ່ເຄີຍເປັນມາກ່ອນ.
          ການໃຫ້: ໃຫ້ສິ່ງດີໆທັງນໍ້າໃຈ, ໃຫ້ຄວາມເຄົາລົບ, ໃຫ້ເມດຕາກະລຸນາ, ໃຫ້ຄໍາອວຍພອນ ຂື້ນຊື່ວ່າໃຫ້ແລ້ວມີແຕ່ຈະເຮັດໃຫ້ຜູ້ຮັບ ແລະ ຜູ້ໃຫ້ເອງມີຄວາມສຸກທັງສອງຝ່າຍ.
ຊ່ວຍວຽກເຮືອນບຸນ-ເຮືອນດີ: ເຖິງທ່ານບໍ່ມີເງີນມີຄໍາຈະໄປຄໍ້າຊູແຕ່ກໍ່ມີຈິດອາສາຊ່ວຍເຫຼືອວຽກງານໃນງານເຮືອນບຸນ, ເຮືອນດີ, ບຸນຢູ່ວັດ, ກິດຈະກໍາການກຸສົນ ເຖິງວ່າຈະອິດເມື່ອຍແຕ່ສິ່ງທີ່ໄດ້ຮັບຄືຄວາມອິ່ມອົກອິ່ມໃຈ, ໄດ້ປະສົບການ ແລະ ເປັນທີ່ຮັກແພງຂອງສາທາລະນະຊົນ.
ຮັກສາສິນຫ້າ: ເຖິງວ່າທ່ານຈະເຮັດບຸນຕັກບາດ, ຍົກຍອດຊໍ່ຟ້າ, ສ້າງວັດສ້າງວາ ແຕ່ວ່າຈິດໃຈຍັງອິດສາບັງບຽດ, ສໍ້ຫຼາດບັງຫຼວງ, ນອກໃຈຄອບຄົວກໍ່ຖືວ່າບໍ່ມີຄ່າຫຍັງເລີຍ, ສິນຫ້າຄືຂໍ້ປະຕິບັດທີ່ເປັນກຸສົນເພາະເປັນສິ່ງທີ່ສ້າງຄວາມຜາສຸກແກ່ສັງຄົມຢ່າງແທ້ຈິງບໍ່ວ່າຈະເປັນການບໍ່ບຽດບຽນຊີວິດຜູ້ອື່ນ, ບໍ່ຂີ້ລັກ, ບໍ່ຜິດຜົວຜິດເມຍ, ບໍ່ຂີ້ຕວົະຫຼອກຫຼວງ ແລະ ບໍ່ເສບຢາເສບຕິດ-ສິງອະບາຍຍະມຸກ.
ນີ້ແຫຼະເພິ່ນຈຶ່ງເວົ້າວ່າ: ສະຫວັນຢູ່ໃນອົກ ນະຮົກຢູ່ໃນໃຈ ບໍ່ວ່າບຸນ ຫຼື ບາບ ມັນກໍ່ເລີ່ມທີ່ໂຕເຮົາເອງທັງນັ້ນ.
ຂໍຂອບໃຈຂໍ້ມູນຈາກປື້ມວາລະສານມະຫາຊົນ
ຖ້າທ່ານມີຄໍາຖາມກ່ຽວກັບ ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ, ພວກເຮົາຈະຕອບ

https://blogger.googleusercontent.com/img/b/R29vZ2xl/AVvXsEiMIhMZPJ-w7ekkVsm1CVhBYirP8Q4xdBgL7_zHT1tU1PaBKnKeYnIlQubb9hh3xJinW9Q2iR_jA3OpS4SeJu8BUDLOMP6somgc2wO_mTqSqH2slMLuwzDPRxLZZfXBapgUnehIZiE0X31a/s200/khaovadsavan.jpg

BACK TO TOP