ປູກ-ຄຸ້ມຄອງ-ປົກປັກຮັກສາໃຫ້ເປັນສີຂຽວທົ່ວທຸກແຫ່ງ
Development - management - green preservation everywhere: ປູກ-ຄຸ້ມຄອງ-ປົກປັກຮັກສາໃຫ້ເປັນສີຂຽວທົ່ວທຸກແຫ່ງ
* ໂອກາດຖະແຫລງຂ່າວ ການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ໃຫ້ອຸດົມສົມບູນຈະສາມາດຕອບສະໜອງ ຄວາມຮຽກຮ້ອຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນ ປ່າໄມ້ໄດ້ຢ່າງຍືນຍົງ ແລະ ບໍ່ມີວັນບົກແຫ້ງເຮັດໃຫ້ ຊັບພະຍາກອນປ່າໄມ້, ເຊ່ິງເປັນສ່ວນປະກອບອັນ ສຳຄັນ ເຂົ້າ ໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນການ ປົກປັກຮັກສາ ສິ່ງແວດລ້ອມໃຫ້ນັບມື້ນັບ ຂະຫຍາຍຕົວຂຶ້ນເລື້ອຍໆ.
ຍຸດທະສາດປ່າໄມ້ ໄດ້ກຳນົດແຈ້ງ ຄາດໝາຍສູ້ຊົນໃນປີ 2020 ຈະຍົກລະດັບຄວາມ ປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ຕາມທິດການພັດທະນາ ແບບຍືນຍົງ ແລະ ການເຕີບໂຕສີຂຽວ ຂອງອົງການສະຫະ ປະຊາຊາດ ຫລື ເທົ່າກັບ 16,5 ລ້ານເຮັກຕາ, ໃນນັ້ນປ່າ ສະ ຫງວນ 4,7 ລ້ານເຮັກຕາ, ປ່າປ້ອງກັນ 8,2 ລ້ານເຮັກຕາ, ປ່າຜະລິດ 3,1 ລ້ານເຮັກຕາ, ຟື້ນຟູປ່າທຳມະຊາດ 6 ລ້ານເຮັກຕາ ແລະ ປ່າປູກ 5 ແສນເຮັກຕາ ດ້ວຍການສົ່ງເສີມ ທຸກພາກສ່ວນເສດຖະກິດ, ຜູ້ປະກອບການ ແລະ ພາກສ່ວນຕ່າງໆໃນ ສັງຄົມໃຫ້ເຂົ້າຮ່ວມປູກຕົ້ນໄມ້ ຕາມທ່າແຮງ ແລະ ເງື່ອນໄຂຕົວຈິງ.
ໃນທ້າຍອາທິດຜ່ານມາ, ຢູ່ທີ່ເດີ່ນທາດຫລວງ ນະຄອນຫລວງວຽງຈັນ ກໍໄດ້ເປີດງານວາງສະແດງ ແລະ ຈໍາໜ່າຍເບ້ຍໄມ້, ຕົ້ນໄມ້ ເພື່ອເປັນການ ສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບ ວັນເດັກສາກົນ 1 ມິຖຸນາ ໃຫ້ມີບັນຍາກາດຟົດຟື້ນ ເຊິ່ງເບ້ຍໄມ້-ຕົ້ນໄມ້ຊະນິດ ແລະ ຂະໜາດຕ່າງໆ ໃຫ້ຜູ້ສົນໃຈຈະນໍາ ໄປປູກສາມາດເລືອກ ຊື້ຕາມໃຈໃນລາຄາ ທີ່ສົມເຫດສົມຜົນ, ງານວາງສະແດງ ແລະ ຈໍາ ໜ່າຍເບ້ຍໄມ້-ຕົ້ນໄມ້ ຈະດໍາເນີນໄປຈົນເຖິງຕົ້ນເດືອນມິຖຸນາ.
ເມື່ືອເວົ້າເຖິງການປູກໄມ້ ບໍ່ວ່າໄມ້ຊະນິດໃດຈະເປັນ ການປູກໄວ້ຮົ່ມ, ປະດັບເອ້ສວຍງາມ, ເພື່ອກິນໝາກ ກໍຄືເປັນໄມ້ອຸດສາຫະກຳລ້ວນ ແຕ່ຕ້ອງມີຄຸ້ມຄອງ, ບົວລະບັດ ແລະ ປົກປັກຮັກສາເອົາຈິງເອົາຈັງ ຈຶ່ງບັນລຸຜົນຕາມເປົ້າ ໝາຍທີ່ວາງໄວ້ໄດ້. ຜ່ານມາຫລາຍບ່ອນປະຕິບັດໄດ້ດີ, ແຕ່ກໍ່ ຍັງມີຄໍາຄິດຄໍາເຫັນ ຈໍານວນໜຶ່ງເຫັນວ່າບາງ ບ່ອນຍັງບໍ່ທັນດີເທົ່າທີ່ຄວນ ເຊິ່ງປະການສໍາຄັນ ກໍແມ່ນຂອດການຄຸ້ມຄອງ-ບົວລະບັດ ແລະ ປົກປັກຮັກສາເບ້ຍໄມ້, ຕົ້ນໄມ້ທີ່ປູກລົງໄປ, ໂດຍສະ ເພາະໃນການປູກປະດັບເອ້ ເພື່ອຄວາມສວຍງາມ ແລະ ໃຫ້ຮົ່ມໃນເຂດທາງຫລວງບາງ ເສັ້ນຍັງ ບໍ່ ທັນ ບັນລຸເປົ້າໝາຍການສ້າງເຂດສີຂຽວ. ເຖິງຢ່າງໃດການປູກໄມ້ປີນີ້ ກໍມີຄໍາສັ່ງມອບໝາຍ ຄວາມຮັບຜິດຊອບ ຂາດຕົວໃຫ້ພາກ ສ່ວນທ້ອງຖິ່ນ ກ່ຽວຂ້ອງໂດຍກົງ, ເຊື່ອວ່າການປູກ-ຄຸ້ມຄອງ-ບົວລະບັດ ແລະ ປົກປັກຮັກສາ ຈະດໍາເນີນໄປຕາມ
ເປົ້າໝາຍທີ່ວາງໄວ້.
ການປູກໄມ້ ແລະ ຟື້ນຟູປ່າ ເຖິງວ່າມີຂະແໜງການກ່ຽວຂ້ອງ ຮັບຜິດຊອບໂດຍກົງ, ແຕ່ວຽກງານດັ່ງກ່າວ ກໍແມ່ນຄວາມຮັບຜິດຊອບ ຂອງຄົນລາວທຸກຄົນ ທີ່ຈະຕ້ອງປະກອບສ່ວນ. ທັງນີ້, ກໍຍ້ອນວ່າປ່າໄມ້ ແມ່ນຊັບພະຍາກອນ ທໍາມະຊາດອັນລໍ້າຄ່າ, ເປັນມໍລະດົກຕົກທອດ ຈາກບັນພະ ບຸລຸດຂອງ ພວກເຮົາ; ປ່າໄມ້ເປັນເຫງົ້າພະລັງ ຂອງລະບົບນິເວດທຳມະຊາດ ແລະ ມີບົດບາດສຳຄັນ ທີ່ສຸດຕໍ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອ້ອມ, ຕໍ່ການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ຊີວິດນາໆພັນ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຕໍ່ການ ປ້ອງກັນການປ່ຽນແປງດິນຟ້າອາກາດ; ປ່າໄມ້ຍັງປະກອບສ່ວນ ຢ່າງໃຫຍ່ຫລວງຕໍ່ການ ພັດທະນາຊີວິດການ ເປັນຢູ່ຂອງປະຊາຊົນໃນຊົນນະບົດ ເຊິ່ງບໍ່ພຽງແຕ່ນຳໃຊ້ໄມ້ ເພື່ອປຸກສ້າງເຮືອນຊານເທົ່ານັ້ນ, ແຕ່ຍັງອາໄສເປັນ ແຫລ່ງທຳມາຫາກິນ, ເປັນ ແຫລ່ງ ຊອກຫາຢາພື້ນເມືອງ ແລະ ເຄື່ອງປ່າ ຂອງດົງເພື່ອສ້າງລາຍຮັບ ໃຫ້ຄອບຄົວປະກອບ ສ່ວນເຂົ້າໃນການແກ້ໄຂຄວາມທຸກ ຍາກເປັນກ້າວໆ. ດັ່ງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາ ຄົບຮັກເວົ້າວ່າ: “ປ່າໄມ້ຄືຄຳຂຽວຂອງຊາດ”.
Nếu bạn có câu hỏi về chuyền du lịch Lào, Thái Lan, Việt Nam hãy để lại thông tin của bạn chúng tôi sẽ trả lời