ຄາດນັກທ່ອງທ່ຽວຈະເຂົ້າທ່ຽວຊົມເມືອງມໍລະດົກໂລກ 1,000,000 ກວ່າຄົນໃນປີ
ເມືອງມໍລະດົມໂລກຫລວງພະບາງຕັ້ງເປົ້າພາຍໃນປີ ຈະມີນັກທ່ອງທ່ຽວຕ່າງປະເທດຈະເຂົ້າມາທ່ຽວຊົມພາຍໃນແຂວງຂອງຕົນປະມານ 1.000,000 ຄົນ ຂະນະທີ່ອຳນາດການປົກແຂວງດັ່ງກ່າວເລັ່ງສ້າງສິ່ງອຳນາດຄວາມສະດວກດ້ານຂົນສົ່ງທາງບົກ, ທາງອາກາດ ແລະ ສະຖານທີ່ຮອງຮັບຢ່າງເຄັ່ງຮ້ອນເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຕິດຕໍ່ ແລ PHANANGHONGTRAVEL
|
1. ຕິດຕໍ່ ແລ: (+85)62022545777.
|
3. ອີເມວ: Ideasaobang2007@gmail.com
|
ແນວໃດກໍດີ ເຈົ້າໜ້າທີ່ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງດັ່ງກ່າວຍັງເປີດເຜີຍວ່າ: ການໄດ້ຮັບຄວາມນິຍົມຂອງເມືອງມໍລະດົກຫລວງພະບາງນັ້ນແມ່ນເປັນຜົນມາຈາກຫລາຍປັດໃຈໃນດ້ານປະຫວັດສາດ, ວັດທະນະທຳຮີດຄອງປະເພນີ, ວິຖີຊີວິດ ແລະ ທຳມະຊາດອັນດັ້ງເດີມທີ່ຕິດພັນກັນຢ່າງສະໜິດແໜ້ນ ນອກຈາກນັ້ນ ແຂວງຂອງຕົນໄດ້ມີສົນທິສັນຍາກ່ຽວກັບການປົກປັກຮັກສາມໍລະດົກຢ່າງເຄັ່ງຄັດ ໃນນັ້ນ ການກໍ່ສ້າງ ແລະ ບູລະນະສ້ອມແປງເຮືອນ, ອາຄານ, ວັດ ແລະ ສະຖານທີ່ຕ່າງໆພາຍໃນແຂວງຕ້ອງໄດ້ຮັກສາຮີດຄອງອັນດີງາມຂອງພໍ່-ແມ່ປະຊາຊົນ ແລະ ສິ່ງດັ້ງເດີມທີ່ເປັນເອກະລັກໄວ້ ສະນັ້ນຈຶ່ງໄດ້ເອົາວຽກງານການສຶກສາອົບຮົມ ແລະ ໃຫ້ຄວາມຮູ້ຕໍ່ປະຊາຊົນຢູ່ທົ່ວແຂວງຕ້ອງຮັກສາລະບຽບ ຫລື ວ່າສົນທິສັນຍາກັບອົງການ UNESCO ໄດ້ດີຫລາຍ.
ປີ 2015 ວາລະສານ (Wanderlus Magazine) ຊຶ່ງເປັນວາລະສານດ້ານການທ່ອງທ່ຽວຊັ້ນນຳຂອງໂລກ ໃນປະເທດອັງກິດ ສະເໜີລາຍງານວ່າ ບັນດາສະມາຊິກຂອງວາລະສານໄດ້ຈັດໃຫ້ ເມືອງມໍລະດົກໂລກຫລວງພະບາງ ເປັນເມືອງທີ່ໜ້າທ່ອງທ່ຽວທີ່ສຸດອັນດັບ 1 ຂອງໂລກ ໃນປີ2015 ນີ້ ດ້ວຍຄະແນນ ທີ່ຄິດເປັນອັດຕາສະເລ່ຍ 97.14 ເປີເຊັນ ຂອງຈຳນວນສະມາຊິກທັງໝົດ ທີ່ໄດ້ປະກອບຄວາມເຫັນເຂົ້າໃນການສຳຫລວດ ເມື່ອທ້າຍປີທີ່ຜ່ານມາ ສ່ວນອັນດັບທີ 2 ແລະທີ 3 ກໍຄືເມືອງພຸກາມ ໃນສະຫະພາບມຽນມາ ແລະ ນະຄອນຫລວງStockholm ຂອງປະເທດສະວີເດັນ.
ຕາມສະຖິຕິຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາຍງານວ່າປີ 2015 ຜ່ານມານັກທ່ອງທ່ຽວເຂົ້າທ່ຽວຊົມ ສປປ ລາວປະມານ 4 ລ້ານກວ່າຄົນ ແລະ ຄາດວ່າຈຳນວນນັກທ່ອງທ່ຽວຈະເພີ່ມຂຶ້ນຕື່ມອີກ ເນື່ອງຈາກວ່າ ສປປ ລາວເປັນປະເທດມີຄວາມສະຫງົບສຸກ; ມີສະຖານທີ່ດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດດັ້ງເດີມ ແລະ ອື່ນໆ.
Laos, Luang Prabang, ພາສາລາວ, ພາສາລາວm, ພາສາລາວm ລາວ, ລາວ,
Visit Luang Prabang: ຄາດນັກທ່ອງທ່ຽວຈະເຂົ້າທ່ຽວຊົມເມືອງມໍລະດົກໂລກ 1,000,000 ກວ່າຄົນໃນປີ
ແນວໃດກໍດີ ເຈົ້າໜ້າທີ່ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງດັ່ງກ່າວຍັງເປີດເຜີຍວ່າ: ການໄດ້ຮັບຄວາມນິຍົມຂອງເມືອງມໍລະດົກຫລວງພະບາງນັ້ນແມ່ນເປັນຜົນມາຈາກຫລາຍປັດໃຈໃນດ້ານປະຫວັດສາດ, ວັດທະນະທຳຮີດຄອງປະເພນີ, ວິຖີຊີວິດ ແລະ ທຳມະຊາດອັນດັ້ງເດີມທີ່ຕິດພັນກັນຢ່າງສະໜິດແໜ້ນ ນອກຈາກນັ້ນ ແຂວງຂອງຕົນໄດ້ມີສົນທິສັນຍາກ່ຽວກັບການປົກປັກຮັກສາມໍລະດົກຢ່າງເຄັ່ງຄັດ ໃນນັ້ນ ການກໍ່ສ້າງ ແລະ ບູລະນະສ້ອມແປງເຮືອນ, ອາຄານ, ວັດ ແລະ ສະຖານທີ່ຕ່າງໆພາຍໃນແຂວງຕ້ອງໄດ້ຮັກສາຮີດຄອງອັນດີງາມຂອງພໍ່-ແມ່ປະຊາຊົນ ແລະ ສິ່ງດັ້ງເດີມທີ່ເປັນເອກະລັກໄວ້ ສະນັ້ນຈຶ່ງໄດ້ເອົາວຽກງານການສຶກສາອົບຮົມ ແລະ ໃຫ້ຄວາມຮູ້ຕໍ່ປະຊາຊົນຢູ່ທົ່ວແຂວງຕ້ອງຮັກສາລະບຽບ ຫລື ວ່າສົນທິສັນຍາກັບອົງການ UNESCO ໄດ້ດີຫລາຍ.
|
ຖ້າທ່ານມີຄໍາຖາມກ່ຽວກັບ ຫວຽດນາມກະລຸນາອອກຂໍ້ມູນຂອງທ່ານ,ພວກເຮົາຈະຕອບ