Visit Packse -Champasack, Laos: ຜາສາດຫີນວັດພູ (ຈໍາປາສັກ).
Now day : Thứ Hai, ngày 21 tháng 04 năm 2025

- Hotline: +85 620 225 - 45 777

Visit Packse -Champasack, Laos: ຜາສາດຫີນວັດພູ (ຈໍາປາສັກ).

ຜາສາດຫີນວັດພູ ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ) ຂອງແມ່ນໍ້າຂອງ, ຫ່າງຈາກໃຈກາງແຂວງຈໍາປາສັກປະມານ 40 ກວ່າກິໂລແມັດ, ສະຖານບູຮານວັດພູ ຖືກຮັບຮູ້ມາເປັນເວລາດົນ ນານແລ້ວ  ມັນເປັນຕົວແທນອັນສໍາຄັນ ທາງດ້ານສະຖາປັດຕະຍະກໍາ ໃນຍຸກສະໄໝກ່ອນ ແລະ ຍຸກສະໄໝອັງກໍວັດ ໃນສັດຕະວັດທີ 7 ຫາ 12.  

 ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມ ພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງແຜນຜັງເມືອງເກົ່າ ໃນຍຸກເລີ່ມຕົ້ນຂອງອານາຈັກຂະແມ (ເຊິ່ງຕໍ່ມາ ໄດ້ກາຍເປັນເມືອງບູຮານ), ເນື້ອທີ່ປະມານ 400 ເຮັກຕາ, ຢູ່ທາງຝັ່ງຂວາ (ຕາເວັນຕົກ) ຂອງແມ່ນໍ້າຂອງ. ນອກນັ້ນ ຍັງມີແຫຼ່ງທີ່ຕັ້ງຂອງຊຸມຊົນແຫ່ງທີ 2 ໃນຍຸກສະໄໝອັງກໍວັດຢູ່ ທາງທິດໃຕ້ຂອງວັດພູ ໃນພື້ນທີ່ມໍລະດົກທາງດ້ານວັດທະນະທໍາຈໍາປາສັກ ຍັງມີສະຖານທີ່ບູຮານຄະດີອື່ນໆອີກ ເຊັ່ນ: ໂຮງນາງສີດາ, ໂຮງທ້າວເຕົ່າ ແລະ ວັດໂຕະໂໝະ ທີ່ຕັ້ງຢູ່ທາງຕາ ເວັນອອກ ເບື້ອງຝັ່ງແມ່ນໍ້າຂອງ.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ

Laos , ການເດີນທາງ , ພາສາລາວ ,ລາວ, Laos, Champasak, ຈໍາປາສັກ
Tour Packse Champasack, Laos: ປະກາດ ປະກາດ ຈຳປາສັກ ປຣແກຣມທົວລາວກັບ ທ່ອງທ່ຽວ

ປະກາດ ປະກາດ ຈຳປາສັກ ປຣແກຣມທົວລາວກັບ ທ່ອງທ່ຽວ
ຫມາຍຄວາມວ່າ: ລົດໃຫຍ່
 ລາຄາ: 2.500.000 LAK
ເລີ່ມຕົ້ນ: ລາວ
ເວລາມື້ 4 ຄືນ
ນອນໂຮງແຮມ
 ຕິດຕໍ່ເລົາ: (+85) 62022545777
ຕິດຕໍ່ ແລ PHANANGHONGTRAVEL
1. ຕິດຕໍ່ ແລ: (+85)62022545777.
3. ອີເມວ: Ideasaobang2007@gmail.com

Visit Packse -Champasack, Lào: ຜາສາດຫີນວັດພູ (ຈໍາປາສັກ).

BACK TO TOP