ບໍ່ນ້ຳຮ້ອນ - ບໍ່ນ້ຳຮ້ອນ ບ້ານນາທອງ.(ແຂວງຊຽງຂວາງ)
Now day : Thứ Sáu, ngày 18 tháng 04 năm 2025

- Hotline: +85 620 225 - 45 777

Tours Infor

ບໍ່ນ້ຳຮ້ອນ - ບໍ່ນ້ຳຮ້ອນ ບ້ານນາທອງ.(ແຂວງຊຽງຂວາງ)


ລາຄາ: 1.000.000 LAK | Land tour:  ຕິດຕໍ່ເລົາ
ຫມາຍຄວາມວ່າ: ລົດໃຫຍ່ 
ເວລາ: 3 ມື້ 2 ຄືນ
ນອນ: ໂຮງແຮມ 3*
ເວລາ: ຕາມການເດີນທາງແຕ່ລະຄັ້ງ
ເລີ່ມຕົ້ນທີ່: Laksao
ດຕໍ່ເລົາ: (+85) 62022545777
Read more




  • Tours Infor

Visit Xieng Khoang, Laos: ບໍ່ນ້ຳຮ້ອນ - ບໍ່ນ້ຳຮ້ອນ ບ້ານນາທອງ.(ແຂວງຊຽງຂວາງ)

ບໍ່ນ້ຳຮ້ອນ ຕັ້ງຢູ່ພາກຕາເວັນອອກຂອງເມືອງຄຳ ຫ່າງຈາກຕົວເມືອງໂພນສະຫວັນປະມານ 70KM ໄປຕາມທາງເລກ7 ແລ້ວແຍກເຂັົ້າໄປປະມານ 4-5KM ບໍ່ຮ້ອນມີຄວາມຮ້ອນອຸນຫະພູມສູງ ສາມາດເຕົ້າໄຂ່ໃຫ້ສຸກໄດ້ ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ໄປທ່ຽວ ແລະໄປອາບນ້ຳບໍ່ຂາດ ໂດຍສະເພາະ ຍາມງານບຸນຕ່າງໆເຊັ່ນ ບຸນປີໃຫມ່ລາວ ແລະອື່ນໆ ເພາະເຊື່ອກັນວ່າເມື່ອໄດ້ອາບນ້ຳຮ້ອນບໍ່ດັ່ງກ່າວແລ້ວ ສາມາດເຮັດໃຫ້ຄົນທີ່ເປັນໂລກຜີວໜັງ ຢ່າງເຊັ່ນ ເປັນຕຸ່ມຕາມຜີວໜັງໃຫ້ຫາຍດີໄດ້ວ່າຊັ້ນ.
ບໍ່ນ້ຳຮ້ອນ ບ້ານນາທອງ.(ແຂວງຊຽງຂວາງ)

ຈາກບ້ານນາທອງ ປະມານ 800 ແມັດ, ມີບໍ່ນ້ຳ ຮ້ອນ ທີ່ເກີດຈາກຫຼືບຫີນ ເປັນນ້ຳທີ່ໃສສະອາດ ແລະ ໄຫຼຕະຫຼອດປີ, ມາຮອດປະຈຸບັນ ປະຊາຊົນໄດ້ກໍ່ໃຫ້ເປັນອ່າງ ເພື່ອເຮັດບ່ອນອາບນ້ຳໃນລະດູໜາວ, ອຸນຫະພູມ ຂອງນ້ຳ ປະມານ 45​-50 ອົງສາ. ປະຈຸ​ບັນ​ ບໍ່​ນ້ຳ​ຮ້ອນ ບ້ານ​ນາ​ທອງ​ນີ້​ ແມ່ນ​ໄດ້​ມອບ​ໃຫ້​ເອກະ​ຊົນສຳ​ປະທານແລ້ວ ​ແລະ ​ກຳລັງ​ສ້າງ​ສະໜາມກ໋ອບ.



ນ້ຳຕົກຕາດຄะ ແຂວງຊຽງຂວາງ

ຢູ່ລະຫວ່າງເສັ້ນທາງໂພນສະຫວັນຫາ ເມືອງໜອງແຮດ 99 ກິໂລແມັດ, ແລະ ຈາກທາງເລກ 7 ເຂົ້າໄປປະມານ 5 ກິໂລແມັດ, ທ່ານສາມາດພົບເຫັນຕາດຄະ ທີ່ເປັນຕາດທຳມະຊາດ ມີຄວາມສວຍງາມເປັນຢ່າງຍິ່ງ. ພາຍໃນຕາດ ປະກອບດ້ວຍຫຼາຍຂັ້ນ. ໃນນັ້ນ ຂັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ. ແຕ່ລະຂັ້ນ ມີຄວາມສວຍງາມ ແລະ ສາມາດຍ່າງໄດ້ແຕ່ລຸ່ມຂຶ້ນເທິງ. 


ຄວາມກ້ວາງຂອງຕາດ ປະມານ 40-50 ແມັດ. ພາຍໃນຕາດ ແລະ ອ້ອມຂ້າງ ປະກອບດ້ວຍຕົ້ນໄມ້ ແລະ ຊີວະນາໆພັນ ທີ່ອຸດົມສົມບູນ. ຕາດຄະ ມີນ້ຳໄຫຼຕະຫຼອດປີ ເປັນນ້ຳທີ່ເກີດຈາກຮູຜາ.

ແຫຼ່ງທ່ອງທ່ຽວແຫ່ງນີ້ ຍັງຈະຕ້ອງໄດ້ຈັດສັນແຫຼ່ງທ່ອງທ່ຽວຄືນໃໝ່, ສ້າງແຫຼ່ງທ່ອງທ່ຽວທີ່ສາມາດເຊື່ອມຕໍ່ກັນ ເຮັດໃຫ້ແຫຼ່ງທ່ອງທ່ຽວແຫ່ງນີ້ ຄືກັບວ່າບໍ່ເດີນທາງໄກປານໃດ ແລະ ສ້າງສິ່ງຮອງຮັບຕ່າງໆ ໄວ້ຄອຍບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມ.
ມາຮອດປະຈຸບັນ ບໍ່ນ້ຳຮ້ອນ ເມືອງ ຄຳ ໄດ້ມີການພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ໂດຍໄດ້ມອບ​ໃຫ້​ເອກະ​ຊົນສຳ​ປະທານ ເຊິ່ງພວກເຂົາໄດ້ສ້າງອ່າງນ້ຳຮ້ອນຂຶ້ນ ເພື່ອເຮັດບ່ອນອາບນ້ຳໃນລະດູໜາວ, ນອກຈາກນີ້ຍັງມີການສ້າງສວນດອກໄມ້ທີ່ສວຍງາມ ແລະ ມີສວນສັດນ້ອຍໄວ້ໃຫ້ຄົນທີ່ມາທ່ຽວໄປໄດ້ເບິ່ງ, ມີບ່ອນຫຼິ້ນ, ບ່ອນກິນ ທີ່ສະດວກສະບາຍກວ່າເມື່ອກ່ອນ ແລະ ຕອນນີ້ແມ່ນ​ກຳລັງ​ສ້າງ​ສະໜາມກ໋ອບອີກດ້ວຍ.

ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ໄປທ່ຽວ ແລະໄປອາບນ້ຳບໍ່ຂາດ ໂດຍສະເພາະ ຍາມງານບຸນຕ່າງໆເຊັ່ນ ບຸນປີໃຫມ່ລາວ ແລະອື່ນໆ ເພາະເຊື່ອກັນວ່າເມື່ອໄດ້ອາບນ້ຳຮ້ອນບໍ່ດັ່ງກ່າວແລ້ວ ສາມາດເຮັດໃຫ້ຄົນທີ່ເປັນໂລກຜີວໜັງ ຢ່າງເຊັ່ນ ເປັນຕຸ່ມຕາມຜີວໜັງໃຫ້ຫາຍດີໄດ້ວ່າຊັ້ນ.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ 
Laos,  Xieng khuang , ຊຽງຂວາງ
Visit Xieng Khoang, Laos: ບໍ່ນ້ຳຮ້ອນ
 ບໍ່ນ້ຳຮ້ອນ ຕັ້ງຢູ່ພາກຕາເວັນອອກຂອງເມືອງຄຳ ຫ່າງຈາກຕົວເມືອງໂພນສະຫວັນປະມານ 70KM ໄປຕາມທາງເລກ7 ແລ້ວແຍກເຂັົ້າໄປປະມານ 4-5KM ບໍ່ຮ້ອນມີຄວາມຮ້ອນອຸນຫະພູມສູງ ສາມາດເຕົ້າໄຂ່ໃຫ້ສຸກໄດ້ ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ໄປທ່ຽວ ແລະໄປອາບນ້ຳບໍ່ຂາດ ໂດຍສະເພາະ ຍາມງານບຸນຕ່າງໆເຊັ່ນ ບຸນປີໃຫມ່ລາວ ແລະອື່ນໆ ເພາະເຊື່ອກັນວ່າເມື່ອໄດ້ອາບນ້ຳຮ້ອນບໍ່ດັ່ງກ່າວແລ້ວ ສາມາດເຮັດໃຫ້ຄົນທີ່ເປັນໂລກຜີວໜັງ ຢ່າງເຊັ່ນ ເປັນຕຸ່ມຕາມຜີວໜັງໃຫ້ຫາຍດີໄດ້ວ່າຊັ້ນ.

https://blogger.googleusercontent.com/img/b/R29vZ2xl/AVvXsEjpvCH98cxhqyOswQyt0OuJka7j3B-vrAMqdYa7NFWCZjrk6d2cxKXNYcSFhBAZqvDw508QNxP_BQ_3RaiLQOVEAbthJute4VYaGXXztA2at3oQ1eK1PKtMhp_WUuPTH0lj2uAfQu1pql4T/s200/5.jpg

BACK TO TOP