ບໍ່ນ້ຳຮ້ອນເມືອງຄຳ.(ແຂວງຊຽງຂວາງ) - ຖ້ຳປິວ.(ແຂວງຊຽງຂວາງ)
Now day : Chủ nhật, ngày 27 tháng 04 năm 2025

- Hotline: +85 620 225 - 45 777

ບໍ່ນ້ຳຮ້ອນເມືອງຄຳ.(ແຂວງຊຽງຂວາງ) - ຖ້ຳປິວ.(ແຂວງຊຽງຂວາງ)


Visit Xieng Khoang, Laos:ບໍ່ນ້ຳຮ້ອນເມືອງຄຳ.(ແຂວງຊຽງຂວາງ) - ຖ້ຳປິວ.(ແຂວງຊຽງຂວາງ)

ປະຈຸບັນ ເຮືອນພັກ ແລະ ແຫຼ່ງທ່ອງທ່ຽວບໍ່ນ້ຳຮ້ອນ ແມ່ນໄດ້ຖືກປັບປຸງສ້າງເຮືອນພັກຂຶ້ນໃໝ່ ໂດຍການສຳປະທານຈາກເອກະຊົນ ເຮັດໃຫ້ມີຄວາມສະດວກ ສະບາຍຫຼາຍຂຶ້ນ ​ແຕ່​ກໍ່​ຍັງ​ບາງ​ຢ່າງ​ ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ເຊັ່ນ​ວ່າ: ການ​ຈັດ​ສັນ​ແຫຼ່ງທ່ອງ​ທ່ຽວ​ ໃຫ້​ມີ​ຄວາມ​ກົມ​ກືນ​ກັບ​ທຳ​ມະ​ຊາດ.


ຫ່າງຈາກເທດສະບານເມືອງຄຳ ໄປຕາມສາຍທາງ ເລກທີ 7 ທາງທິດຕາເວັນອອກສ່ຽງໃຕ້ ປະມານ 17 ກິໂລແມັດເປັນບໍ່ນ້ຳຮ້ອນທຳມະຊາດ ທີ່ມີຄວາມຮ້ອນ ປະມານ 40 ອົງສາ.


 ບໍລິເວນອ້ອມຂ້າງ ປະກອບດ້ວຍຕົ້ນໄມ້ໃຫ່ຍນາໆຊະນິດ ເຊິ່ງປະຊາຊົນເຊື່ອວ່າ ເປັນດົງສັກສິດມາແຕ່ດົນ ນານແຫຼ່ງທ່ອງທ່ຽວແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວ ທີ່ເປີດບໍລິການແລ້ວ. ເໝາະແກ່ການມາພັກຜ່ອນຢ່ອນໃຈຂອງນັກທ່ອງທ່ຽວຕ່າງຊາດ ທີ່ມີຄວາມຕ້ອງການອາບນ້ຳແຮ່ ແລະ ພັກຜ່ອນໃນບ່ອນທີ່ມີປ່າໄມ້ທີ່ຮົ່ມເຢັນ.

ຖ້ຳປິວ.(ແຂວງຊຽງຂວາງ)

ເລີ່ມແຕ່ປີ 1964 (ສົງຄາມເພີ່ມທະວີຢູ່ລາວ) ຂອງອາເມລິກາ ແລະ ລູກມື ຫວັງດັບມອດຂະບວນການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ; ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆ, ພວກເຂົາ ໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍ ຂອງກ່ຳລັງຮັກຊາດ ດ້ວຍຫຼາຍບັ້ນຮົບໃນຂອບເຂດທົ່ວປະເທດ. ຢູ່ຊຽງຂວາງ, ພວກເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3 ກ້ຽງ, ຂ້າກ້ຽງ, ທຳລາຍກ້ຽງ, ດັບສູນກ້ຽງ. ແຕ່ຍຸດທະສາດບຽດຍຶດຂອງພວກເຂົາ; ເຂດປົດປ່ອຍຂອງພວກເຮົາ ໄດ້ຖືກກຳລັງຮັກຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນຢ່າງດຸເດືອດ ພິລະອາດຫານ, ສາມາດຕີຖອຍ ແລະ ເປີດກວ້າງເຂດປົດປ່ອຍຂຶ້ນເລື້ອຍໆ; ພາຍໃຕ້ການນຳພາຂອງສູນກາງພັກ ໂດຍສະເພາະຂອງຄະນະພັກການທະຫານແຂວງຊຽງຂວາງ ໂດຍແມ່ນ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນຊາການສູງສຸດ, ສາມາດທັບມ້າງກົນອຸບາຍບຽດຢຶດ ເຂດປົດປ່ອຍຂອງພວກເຂົາ ໃຫ້ປະລາໄຊລົງ. ຍ້ອນການປະລາໄຊອັນເຈັບແສບ ຢູ່ບັ້ນຮົບຕ່າງໆນັ້ນ; 




ພວກເຂົາຈຶ່ງເພີ່ມທະວີຝູງຍົນສູ້ຮົບຍິງທຳລາຍເຜົາຜານເຂດປົດປ່ວຍຢ່າງປ່ວງບ້າ, ໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ, ຕະຫຼອດຮອດ ເຮືອນຊານບ້ານຊ່ອງຂອງປະຊາຊົນ, ໂຮງຮຽນ, ໂຮງໝໍ, ວັດວາອາຮາມ, ນັບທັງຊີວິດ ແລະ ຊັບສິນຂອງປະຊາຊົນ ຈົນນັບບໍ່ຖ້ວນ. ໃນນັ້ນ ມີເຫດການໜຶ່ງ ທີ່ທຸກຄົນອາດລືມບໍ່ໄດ້ ນັ້ນກໍ່ຄື: ໂສກອະນາດຕະກຳ ຈາກການຍິງລູກສອນໄຟໃສ່ຖ້ຳປິວເມືອງຄຳ, ແຂວງຊຽງຂວາງ ຂອງກຳລັງອາກາດສະຫະລັດອາເມລິກາ ໃນມື້ວັນທີ່ 24 ພະຈິກ 1968 ໄດ້ເຂ່ັນຂ້າປະຊາຊົນທີ່ລີ້ໄພຢູ່ໃນນັ້ນ ເສຍຊີວິດພາບດຽວ 374 ຄົນ ໃນພຽງສ້ຽວວິນາທີ. ດັ່ງນັ້ນ ໃນວັນທີ່ 24 ​ເດືອນ​ພະ​ຈິກຂອງທຸກໆປີ ຈຶ່ງກາຍເປັນວັນຄຽດແຄ້ນສົງຄາມຮຸກຮານ, ເປັນວັນລະນຶກ ແລະ ໄຫວ້

ອາໄລ ເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລີສຸດ ເຊິ່ງຕົກເປັນເຫຍື່ອເຄາະຮ້າຍຈາກເຫດການຄັ້ງນັ້ນ. ພວກເພິ່ນໄດ້ສະຫຼະຊີວິດ, ເລືອດເນື້ອ ເພື່ອເອກະລາດແຫ່ງຊາດ, ເພື່ອ ຄວາມສົມດູນພູນສຸກຂອງພວກເຮົາໃນວັນນີ້.

​ແຫຼ່ງທ່ອງ​ທ່ຽວ​ຖ້ຳ​ປີວ​ນີ້ ຍັງ​ຈະ​ຕ້ອງ​ໄດ້​ປັບປຸງ​ເສັ້ນທາງ​ເຂົ້າ​ໃຫ້​ມີ​ຄວາມ​ສະດວກ​ສະບາຍ​ຂຶ້ນ ​ແລະ ສາມາດ​ຮອງ​ຮັບ​ໃຫ້​ແກ່​ງານ​ບຸນຖ້ຳ​ປິວ​ແຫ່ງ​ນີ້ ​ແລະ ຍັງ​ຈະ​ໄດ້​ປັບປຸງ​ສິ່ງ​ຮອງ​ຮັບ​ຕ່າງໆ ​ເຊັນ: ຫ້ອງ​ນ້ຳ, ຮ້ານ​ອາຫານ...

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ 

Laos, Xieng khuang, ຊຽງຂວາງ, ແຂວງຊຽງຂວາງ
Visit Xieng Khoang, Laos:ບໍ່ນ້ຳຮ້ອນເມືອງຄຳ.(ແຂວງຊຽງຂວາງ) - ຖ້ຳປິວ.(ແຂວງຊຽງຂວາງ)
 ປະຈຸບັນ ເຮືອນພັກ ແລະ ແຫຼ່ງທ່ອງທ່ຽວບໍ່ນ້ຳຮ້ອນ ແມ່ນໄດ້ຖືກປັບປຸງ, ສ້າງເຮືອນພັກຂຶ້ນໃໝ່ ໂດຍການສຳປະທານຈາກເອກະຊົນ ເຮັດໃຫ້ມີຄວາມສະດວກ ສະບາຍຫຼາຍຂຶ້ນ ​ແຕ່​ກໍ່​ຍັງ​ບາງ​ຢ່າງ​ ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ເຊັ່ນ​ວ່າ: ການ​ຈັດ​ສັນ​ແຫຼ່ງທ່ອງ​ທ່ຽວ​ ໃຫ້​ມີ​ຄວາມ​ກົມ​ກືນ​ກັບ​ທຳ​ມະ​ຊາດ.

BACK TO TOP