Visit Xieng Khoang, Laos: ຕາດຄະ.(ແຂວງຊຽງຂວາງ) - ບໍ່ນ້ຳຮ້ອນນ້ອຍບ້ານຊາງ.(ແຂວງຊຽງຂວາງ)
Now day : Thứ Sáu, ngày 25 tháng 04 năm 2025

- Hotline: +85 620 225 - 45 777

Visit Xieng Khoang, Laos: ຕາດຄະ.(ແຂວງຊຽງຂວາງ) - ບໍ່ນ້ຳຮ້ອນນ້ອຍບ້ານຊາງ.(ແຂວງຊຽງຂວາງ)


ຢູ່​ລະ​ຫວ່າງ​ເສັ້ນທາງໂພນ​ສະຫວັນຫາ​​ ເມືອງ​ໜອງ​ແຮດ 99 ກິ​ໂລ​ແມັດ​​ແລະ ຈາກ​ທາງ​​ເລກ 7 ​ເຂົ້າ​ໄປປະມານ 5 ກິ​ໂລ​ແມັດທ່ານ​ສາມາດ​ພົບ​ເຫັນ​ຕາດ​ຄະ ທີ່​ເປັນຕາ​ດທຳ​ມະ​ຊາດ ​ມີ​ຄວາມ​ສວຍ​ງາມ​ເປັນ​ຢ່າງ​ຍິ່ງ. ພາຍ​ໃນ​ຕາດ​ ປະກອບ​ດ້ວຍ​ຫຼາຍ​ຂັ້ນ. ​ໃນ​ນັ້ນ ຂັ້ນສຸດ​ທ້າຍ​ມີ​ຄວາມ​ສູງປະມານ 40​-50 ​ແມັດ. ​ແຕ່ລະ​ຂັ້ນ ມີ​ຄວາມ​ສວຍ​ງາມ​ ແລະ ສາມາດ​​ຍ່າງ​ໄດ້​ແຕ່​ລຸ່ມຂຶ້ນ​ເທິງ. ຄວາມ​ກ້ວາງ​ຂອງ​ຕາດ​ ປະມານ 40-50 ​ແມັດ. ພາຍ​ໃນ​ຕາດ ​ແລະ ອ້ອມ​ຂ້າງ ​ປະກອບ​ດ້ວຍ​ຕົ້ນ​ໄມ້ ​ແລະ ຊີວະ​ນາໆ​ພັນ​ ທີ່​ອຸດົມສົມບູນ. ຕາດ​ຄະ ​ມີ​ນ້ຳ​ໄຫຼ​ຕະຫຼອດ​ປີ ​ເປັນ​ນ້ຳ​ທີ່​ເກີດ​ຈາກ​ຮູ​ຜາ.

Tour Xieng Khouang, Laos: ປະກາດ ປະກາດ ຊຽງຂວາງ  ປຣແກຣມທົວລາວກັບ ທ່ອງທ່ຽວ


ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ນີ້ ຍັງ​ຈະ​ຕ້ອງ​ໄດ້ຈັດ​ສັນ​ແຫຼ່ງທ່ອງ​ທ່ຽວ​ຄືນ​ໃໝ່ສ້າງ​ແຫຼ່ງທ່ອງ​ທ່ຽວ​ທີ່​ສາມາດ​ເຊື່ອມ​ຕໍ່​ກັນ ​ເຮັດ​ໃຫ້​ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ນີ້ ຄື​ກັບ​ວ່າ​ບໍ່​ເດີນທາງ​ໄກ​ປານ​ໃດ ​ແລະ ສ້າງ​ສິ່ງ​ຮອງ​ຮັບ​ຕ່າງໆ ​​​ໄວ້ຄອຍ​ບໍລິການ​ນັກ​ທ່ອງ​ທ່ຽວ​ ທີ່​ມາ​ທ່ຽວ​ຊົມ.



 ບໍ່ນ້ຳຮ້ອນນ້ອຍບ້ານຊາງ.(ແຂວງຊຽງຂວາງ)

ບ້ານຊາງ ຫ່າງຈາກເທດສະບານຂອງເມືອງຄຳ ປະ ມານ 4 ກິໂລແມັດເປັນບໍ່ນ້ຳທຳມະຊາດເກີດຂຶ້ນ ຢູ່ແຄມນ້ຳມັດ,ເຊິ່ງເປັນ ທ່າອາບນ້ຳຂອງປະຊາຊົນ. ໃນລະດູຝົນນ້ຳຈະຖ້ວມນັກທ່ອງທ່ຽວ ທີ່ໄປທ່ຽວຊົມແຫ່ງນີ້ ທ່ານຈະພົບເຫັນຜະລິດຕະພັນຈາກການຕ່ຳຫູກທໍໄໝ ຂອງປະຊາຊົນບ້ານຊາງ. ໃນເດືອນທັນວາຂອງທຸກໆປີ ທ່ານຈະພົບເຫັນງານ ບຸນປະເພນີຂອງຊົນເຜົ່າຄະມຸ.




ນ້ຳດັ່ງກ່າວ ມີອຸນຫະພູມ ປະມານ 60 ອົງສາ. ປະຈຸ​ບັນ ​ໄດ້​ເປີດ​ເປັນ​ແຫຼ່ງທ່ອງ​ທ່ຽວ​ແລ້ວ​ ໂດຍ​ມີ​ແຜນ​ປັບປຸງ​ເປັນ​ແຫຼ່ງທ່ອງທ່ຽວ​ຄົບ​ວົງ​ຈອນ​​ເຊັ່ນ​ວ່າ: ບ່ອນ​ອາບນ້ຳ​ແຮ່​ໂຮງ​ອົບ​ນວດຮົມ​ຢາ,​ ຍ່າງ​ປ່າ​ທ່ຽວ​ຊົມ​ທຳ​ມະ​ຊາດ ​ແລະ ​ໄຫ​ຫີນຮ້ານ​ອາຫານ ​ແລະ ​ເຮືອນພັກແຮມປະຊາຊົນ.

ທ່ຽວຊົມບໍ່ນ້ຳຮ້ອນບ້ານນາທອງ ເມືອງຄຳ ແຂວງຊຽງຂວາງ

+ ເມືອງຄຳ ແມ່ນເມືອງຫນຶ່ງ ທີ່ຂຶ້ນກັບແຂວງຊຽງຂວາງ ເຊິ່ງ ນອກຈາກຈະມີສະຖານທີ່ວັດ ວາອາຣາມ, ປູຊະນິຍະຖານອັນ ເກົ່າແກ່ ແລະ ສັກສິດທີ່ຫນ້າສັກ ກາລະບູຊາແລ້ວຍັງປະ ກອບມີ ທິວທັດທຳມະຊາດ ແລະ ພູຜາ ປ່າໄມ້ອັນຂຽວສົດງົດງາມ ພ້ອມ ທັງມີບໍ່ນ້ຳຮ້ອນທີ່ເກີດຈາກທຳ ມະຊາດຢ່າງຫນ້າງຶດງໍ້ອັດສະ ຈັນ ໃນນັ້ນບໍ່ນ້ຳຮ້ອນທີ່ມີຄວາມ ໂດດເດັ່ນ ແລະ ສວຍງາມນັ້ນຄືບໍ່ນ້ຳຮ້ອນ ບ້ານນາທອງ  ເມືອງຄຳ ແຂວງຊຽງຊຽງ.   ບໍ່ນ້ຳຮ້ອນ ບ້ານນາທອງ ແມ່ນຕັ້ງຢູ່ບ້ານນາທອງ ຫ່າງຈາກເທ ສະບານເມືອງຄຳ ປະມານ 8 ກິ ໂລເທົ່ານັ້ນ, ເປັນບໍ່ ນ້ຳຮ້ອນທີ່ ເກີດຂຶ້ນຈາກພື້ນດິນທີ່ໃສສະ ອາດ ແລະ ໄຫຼຕະຫຼອດປີ, ບໍ່ນ້ຳ ຮ້ອນແຫ່ງນີ້ມີອຸນຫະພູມປະ ມານ 45-50 ອົງສາ ແລະ ໃນ ປັດຈຸບັນພໍ່ແມ່ປະຊາຊົນພາຍໃນ ບ້ານດັ່ງ

ກ່າວໄດ້ ພ້ອມພາກັນ ສ້າງເປັນອ່າງຈຳນວນຫຼາຍ ແຫ່ງເພື່ອເປັນບ່ອນລົງອາບ ໂດຍສະເພາະແມ່ນໃນລະດູໜາວ.
    ໃນປັດຈຸບັນບໍ່ນ້ຳຮ້ອນບ້ານນາ ທອງ ໄດ້ຮັບການພັດທະນາໃຫ້ ເປັນແຫຼ່ງທ່ອງທ່ຽວແບບປະຊາ ຊົນມີສ່ວນຮ່ວມ ເຊິ່ງປະກອບມີ ສະຖານທີ່ຮົມຢາພື້ນເມືອງ, ອາບນ້ຳແຮ່, ນອກນັ້ນນັກທ່ອງ ທ່ຽວຍັງສາມາດຍ່າງ ປ່າເພື່ອ ຊົມເບິ່ງທຳມະຊາດພູຜາປ່າໄມ້, ມີບ່ອນວາງສະແດງສິນຄ້າຈາກ ຜະລິດຕະພັນຕ່ຳຫູກສີໄມ້ລາຍມື ຂອງຊາວບ້ານໃຫ້ທ່ຽວຊົມ ແລະ ສຶກສາຫາຄວາມຮູ້, ມີເຄື່ອງທີ່ລະ ນຶກຈຳນວນຫຼາຍຊະນິດຄອຍໄວ້ ບໍລິການ ໃຫ້ແກ່ນັກທ່ອງທ່ຽວຊື້ ໄວ້ເປັນຂອງຝາກຂອງຕ້ອນຫຼື ໄປນຳໃຊ້ໃນຄອບຄົວຂອງ ຕົນ ເຊິ່ງຕະຫຼອດໄລຍະຫນຶ່ງປີ ທີ່ຜ່ານມາມີນັກທ່ອງທ່ຽວ ຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດມາທ່ອງທ່ຽວບໍ່ນ້ຳ ຮ້ອນ ແຫ່ງນີ້ຈຳນວນຫຼາຍ, ສາ ມາດສ້າງລາຍຮັບໃຫ້ແກ່ພໍ່ແມ່ ປະຊາຊົນ, ຜູ້ປະກອບການກໍຄື ຂະແຫນງການທີ່ກ່ຽວຂ້ອງເປັນ ຈຳນວນຫຼາຍສົມຄວນ, ສ່ວນ ເສັ້ນທາງເຂົ້າໄປກໍມີຄວາມສະ ດວກສະບາຍສາມາດໄປມາໄດ້ ທັງສອງລະດູ, ນອກນັ້ນ, ຍັງມີ ສະຖານທີ່ພັກເຊົາ, ບໍລິການອາ ຫານ, ເຄື່ອນດື່ມອີກດ້ວຍ ຊາວ ບ້ານນາທອງ ຍິນດີຕ້ອນຮັບ ທຸກໆທ່ານ.

    ເອົາເປັນວ່າເມື່ອທ່ານໄດ້ມາ ຮອດແຂວງຊຽງຂວາງແລ້ວ ແມ່ນໃຫ້ນຶກເຖິງສະຖານທີ່ທ່ອງ ທ່ຽວບໍ່ນ້ຳຮ້ອນບ້ານນາທອງ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ ຫນ້າງຶດງໍ້ອັດສະຈັນທາງດ້ານ ປາກົດການທຳມະຊາດ, ທ່ານ ຈະໄດ້ສຳພັດກັບບັນຍາກາດໃນ ເຂດນັ້ນເຫມາະສົມໃນການພັກ ຜ່ອນຢ່ອນອາລົມ ດ້ວຍການລົງ ໄປແຊ່ນ້ຳຮ້ອນ ເພື່ອເຊົາເມື່ອຍ, ທັງສ້າງຄວາມສົດຊື່ນໃຫ້ແກ່ ຮ່າງກາຍ ແລະ ຈິດໃຈອີກດ້ວຍ ເພາະມັນມີແຮ່ ທາດຈາກທຳມະ ຊາດທີ່ເປັນປະໂຫຍດຕໍ່ສຸຂະພາບ ແລະ ມີສັບພະຄຸນທາງການຢາ ສາມາດປິ່ນປົວພະຍາດທາງຜິວ ຫນັງບາງຊະນິດໄດ້ ສ່ວນຄ່າບໍ ລິການຜູ້ຫນຶ່ງມີພຽງແຕ່ 5.000 ກີບ, ທັງເປັນການສົ່ງເສີມແລະ ສ້າງໃຫ້ບ້ານກໍຄືພໍ່ແມ່ປະຊາຊົນ ໄດ້ມີລາຍຮັບປະກອບສ່ວນເຮັດ ໃຫ້ເຂົາເຈົ້າມີເສດຖະກິດຫມັ້ນ ທ່ຽງ, ມີລາຍຮັບທີ່ຫມັ້ນຄົງແລະ ເຮັດໃຫ້ຊີວິດການເປັນຢູ່ນັບມື້ ດີຂຶ້ນ.  
       ໂດຍ: ຈັນທະວົງ
ແຫລ່ງ: ອົງການພັດທະນາການທ່ອງທ່ຽວ 

Laos, Xieng khuang, ຊຽງຂວາງ, ແຂວງຊຽງຂວາງ
Visit Xieng Khoang, Laos: ຕາດຄະ.(ແຂວງຊຽງຂວາງ) -  ບໍ່ນ້ຳຮ້ອນນ້ອຍບ້ານຊາງ.(ແຂວງຊຽງຂວາງ)
 ຢູ່​ລະ​ຫວ່າງ​ເສັ້ນທາງໂພນ​ສະຫວັນຫາ​​ ເມືອງ​ໜອງ​ແຮດ 99 ກິ​ໂລ​ແມັດ, ​​ແລະ ຈາກ​ທາງ​​ເລກ 7 ​ເຂົ້າ​ໄປປະມານ 5 ກິ​ໂລ​ແມັດ, ທ່ານ​ສາມາດ​ພົບ​ເຫັນ​ຕາດ​ຄະ ທີ່​ເປັນຕາ​ດທຳ​ມະ​ຊາດ ​ມີ​ຄວາມ​ສວຍ​ງາມ​ເປັນ​ຢ່າງ​ຍິ່ງ. ພາຍ​ໃນ​ຕາດ​ ປະກອບ​ດ້ວຍ​ຫຼາຍ​ຂັ້ນ. ​ໃນ​ນັ້ນ ຂັ້ນສຸດ​ທ້າຍ​ມີ​ຄວາມ​ສູງປະມານ 40​-50 ​ແມັດ. ​ແຕ່ລະ​ຂັ້ນ ມີ​ຄວາມ​ສວຍ​ງາມ​ ແລະ ສາມາດ​​ຍ່າງ​ໄດ້​ແຕ່​ລຸ່ມຂຶ້ນ​ເທິງ. ຄວາມ​ກ້ວາງ​ຂອງ​ຕາດ​ ປະມານ 40-50 ​ແມັດ. 

BACK TO TOP